ໂຄງການ Education for All ຫຼືການສຶກສາສຳລັບທຸກຄົນ ຊຶ່ງເປັນເປົ້າໝາຍສະຫັດສະ
ວັດຂອງອົງການສະຫະປະຊາຊາດນັ້ນ ແມ່ນຄວາມໝາຍໝັ້ນຕັ້ງໃຈຂອງນາໆຊາດ ທີ່ໄດ້ມີ
ການຕົກລົງຮັບເອົາ ໂດຍລັດຖະບານຂອງປະເທດຕ່າງໆ ອົງການຈັດຕັ້ງນາໆຊາດ ທີ່ບໍ່ຂຶ້ນ
ກັບລັດຖະບານ ພະແນກການຕ່າງໆຂອງອົງການສະຫະປະຊາຊາດ ແລະຄູ່ພັດທະນານັ້ນ
ແມ່ນມີເປົ້າໝາຍຢູ່ 6 ຂໍ້ດ້ວຍກັນກໍຄື 1. ເສີມຂະຫຍາຍແລະປັບປຸງການລ້ຽງດູແລະ
ໃຫ້ການສຶກສາແກ່ເດັກ ຕັ້ງແຕ່ຍັງນ້ອຍໆ 2. ເອື້ອອໍານວຍໃຫ້ທຸກໆຄົນ ໄດ້ຮັບ
ການສຶກສາລະດັບປະຖົມໃນທົ່ວໂລກ 3. ເອື້ອອໍານວຍໃຫ້ທຸກໆຄົນໄດ້ມີໂອກາດ
ຮໍ່າຮຽນເອົາຄວາມຮູ້ຄວາມຊໍານານ ຕິດໂຕໄປຕະຫລອດຊີວິດ 4. ເອື້ອອໍານວຍ
ໃຫ້ທັງເດັກແລະຜູ້ໃຫຍ່ ສາມາດອ່ານອອກຂຽນໄດ້ 5. ລົບລ້າງຄວາມແຕກຕ່າງ
ທາງເພດສໍາລັບໂອກາດໃນການສຶກສາທັງໃນຂັ້ນປະຖົມແລະມັດທະຍົມແລະ 6.
ປັບປຸງຄຸນນະພາບຂອງການສຶກສາໃນທຸກໆດ້ານ.
ລາຍງານຂອງອົງການຢູແນັສໂກໄດ້ສົມທຽບໃຫ້ເຫັນລະຫວ່າງໂຕເລກຂອງລາວແລະຂອງຂົງ
ເຂດເອເຊຍປາຊີຟິກໃນການດໍາເນີນຄວາມພະຍາຍາມເພື່ອໃຫ້ບັນລຸ 6 ເປົ້າໝາຍນັ້ນດັ່ງນີ້:
ສໍາລັບເປົ້າໝາຍທີ 1 ກໍຄື ເສີມຂະຫຍາຍແລະປັບປຸງການລ້ຽງດູ ແລະໃຫ້ການສຶກ
ສາແກ່ເດັກ ຕັ້ງແຕ່ຍັງນ້ອຍໆ ນັ້ນ ລາຍງານເວົ້າວ່າ ການສຶກສາສາມາດຊ່ອຍຊີວິດໄດ້.
ການສຶກສາສຳລັບຜູ້ເປັນແມ່ແລະຄວາມຢູ່ດີກິນຂອງຄອບຄົວ ແມ່ນມີສ່ວນພົວພັນກັບການ
ສ່ຽງຕໍ່ການເສຍຊີວິດຂອງພວກເດັກນ້ອຍ.
ກ່ຽວກັບຈຸດສໍາຄັນອັນທໍາອິດຂອງເປົ້າໝາຍນີ້ກໍຄື ການລ້ຽງດູເດັກ ນັ້ນ ລາຍງານເວົ້າວ່າ
ອັດຕາການຕາຍຂອງເດັກນ້ອຍໃນເຂດເອເຊຍຕາເວັນອອກແລະຍ່ານມະຫາສະມຸດປາຊີຟິກ
ໂດຍສະເລ່ຍແລ້ວແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນ ແຕ່ແນວໃດກໍຕາມໃນຈໍານວນເດັກນ້ອຍ
ທຸກໆ 1 ພັນຄົນໃດທີ່ເກີດມາຢູ່ໃນຂົງເຂດ 31 ຄົນຈະບໍ່ມີອາຍຸຮອດ 5 ປີ ສໍາລັບ ສປປ
ລາວແລ້ວໃນໄລຍະແຕ່ປີ 2005 ຫາ 2010 ເດັກນ້ອຍທຸກ 1 ພັນຄົນທີ່ເກີດມາ
50 ຄົນຈະເສຍຊີວິດກ່ອນມີອາຍຸຮອດ 1 ປີແລະ 65 ຄົນຈະບໍ່ມີອາຍຸເຖິງ 5 ປີ.
ລາຍງານຍັງເວົ້າອີກວ່າ ການຂາດແຄນອາຫານແມ່ນເປັນອຸບປະສັກທີ່ສຳຄັນຕໍ່ການບັນລຸເປົ້າ
ໝາຍການສຶກສຳລັບທຸກຄົນຫຼື Education for All. ການຖີບໂຕສູງຂຶ້ນຂອງລາຄາອາຫານ
ໃນປີ 2008 ປະກອບກັບສະພາບເສດຖະກິດຕົກຕໍ່າຂອງໂລກຍັງສືບຕໍ່ເປັນອຸບປະສັກຕໍ່ການ
ດຳເນີນຄວາມພະຍາຍາມ ເພື່ອຕໍ່ຕ້ານຄວາມອຶດຢາກຢູ່ໃນຫຼາຍໆປະເທດຂອງຂົງເຂດ. ລາຍ
ງານພົບວ່າ ປະມານ 40% ຂອງພວກເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ໃນເຂດເອເຊຍຕາ
ເວັນອອກ ມີການເຕີບໂຕຢ່າງຊັກຊ້າ ໃນລະດັບຜ້ານກາງຫາຮ້າຍແຮງ ຍ້ອນຜົນກະທົບຈາກ
ຄວາມອຶດຫິວ. ສ່ວນອັດຕາຂອງເດັກນ້ອຍຢູ່ລາວ ທີ່ໄດ້ຮັບຜົນກະທົບແບບນີ້ ແມ່ນມີສູງເຖິງ
48%.
ສໍາລັບຈຸດສໍາຄັນອັນທີສອງຂອງເປົ້າໝາຍນີ້ ກໍຄືການສຶກສາຂອງເດັກນ້ອຍ ນັ້ນລາຍງານ
ເວົ້າວ່າໂອກາດທາງດ້ານການສຶກສາແມ່ນຕ້ອງຫຼໍ່ຫຼອມຂຶ້ນດົນກ່ອນທີ່ເດັກນ້ອຍຈະເຖິງໄວເຂົ້າ
ໂຮງຮຽນ. ພາສາ ຄວາມສາມາດຮັບຮູ້ ແລະຄວາມສາມາດທາງດ້ານສັງຄົມທີ່ພວກເຂົາເຈົ້າ
ໄດ້ຮຽນຮູ້ໃນຕອນທີ່ຍັງເປັນເດັກນ້ອຍນັ້ນ ແມ່ນພື້ນຖານທີ່ແທ້ຈິງສຳລັບການຮຽນຮູ້ຕະຫລອດ
ຊີວິດ.
ລາຍງານພົບວ່າ ໃນປີ 2008 ມີເດັກນ້ອຍຫຼາຍກວ່າ 39 ລ້ານຄົນ ໃນເຂດເອເຊຍຕາເວັນ
ອອກ ໄດ້ຮັບການສຶກສາໃນຂັ້ນອະນຸບານ ຊຶ່ງໄດ້ເພີ່ມຂຶ້ນ 2 ລ້ານ 6 ແສນຄົນ ນັບແຕ່ປີ
1999 ເປັນຕົ້ນມາ. ແຕ່ແນວໃດກໍຕາມໂຕເລກ 39 ລ້ານຄົນນັ້ນ ແມ່ນເທົ່າກັບ 48% ເທົ່າ
ນັ້ນຂອງພວກເດັກນ້ອຍໃນໄວອະນຸບານດັ່ງນັ້ນຈຶ່ງຍັງມີເດັກນ້ອຍອີກໃນຈຳນວນຫຼວງຫຼາຍ
ທີ່ຍັງບໍ່ທັນໄດ້ຮັບການສຶກສາຂັ້ນນີ້ເທື່ອ.
ສ່ວນຢູ່ ສປປ ລາວນັ້ນກໍມີເດັກນ້ອຍໃນຈຳນວນຫຼາຍຂຶ້ນໄດ້ຮັບການສຶກສາຂັ້ນອະນຸບານ.
ໃນປີ 1999 ມີເດັກນ້ອຍ 8% ຫຼື 37,000 ຄົນ ໄດ້ຮັບການສຶກສາກ່ອນເຂົ້າໂຮງຮຽນປະ
ຖົມແລະອັດຕາດັ່ງກ່າວໄດ້ເພີ່ມຂຶ້ນເກືອບ 2 ເທົ່າເປັນ 15% ຫຼື 70,000 ຄົນໃນປີ 2008
ຊຶ່ງໃນປີດຽວກັນນີ້ ມີ 14% ຂອງພວກເດັກນ້ອຍ ໄວອະນຸບານທັງໝົດ ໄດ້ເຂົ້າໂຮງຮຽນ.
ໃນນັ້ນ 50% ເປັນເດັກນ້ອຍແມ່ຍິງ.
ກ່ຽວກັບເປົ້າໝາຍທີ 2 ຄື ການສຶກສາລະດັບປະຖົມສໍາລັບທຸກໆຄົນໃນທົ່ວໂລກ ນັ້ນ
ລາຍງານເວົ້າວ່າໄດ້ມີຄວາມກ້າວໜ້າແບບບໍ່ກໍ້າເກິ່ງກັນຢູ່ໃນທົ່ວໂລກ. ອີງຕາມທ່າອຽງໃນປັດ
ຈຸບັນນີ້ ໂລກຂອງເຮົາຈະບໍ່ສາມາດບັນລຸເປົ້າໝາຍທີ່ໄດ້ຕັ້ງໄວ້ຢູ່ທີ່ນະຄອນ Dakar ປະເທດ
Senegal ນັ້ນ.
ລາຍງານເວົ້າວ່າສຳລັບເຂດປາຊີຟິກນັ້ນພວມມຸ່ງໜ້າໄປໃນທິດທາງກົງກັນຂ້າມກັບເປົ້າໝາຍ
ນີ້ໂດຍທີ່ອັດຕາການເຂົ້າຮຽນສຸດທິໄດ້ຫຼຸດລົງຈາກ 90% ມາເປັນ 84% ລະຫວ່າງປີ 1999
ຫາປີ 2008.
ແຕ່ໃນທາງກົງກັນຂ້າມ ຢູ່ໃນເຂດເອເຊຍຕາເວັນອອກແລະຍ່ານປາຊີຟິກນັ້ນກຳປູເຈຍ ລາວ
ແລະ Tonga ແມ່ນໄດ້ທໍາຄວາມກ້າວໜ້າທີ່ສຳຄັນ ໄປສູ່ເປົ້າໝາຍຂອງການສຶກສາຂັ້ນປະ
ຖົມສໍາລັບທຸກຄົນໃນໂລກຄືອັດຕາເຂົ້າຮຽນສຸດທິໄດ້ເພີ່ມຂຶ້ນເຖິງ 5 ຫາ 11% ໃນລະຫວ່າງ
ປີ 1999 ຫາ 2008.
ມີພວກເດັກນ້ອຍຊັ້ນປະຖົມ ປະມານ 7 ລ້ານ 9 ແສນຄົນໃນເຂດເອເຊຍຕາເວັນອອກແລະ
ປາຊີຟິກບໍ່ໄດ້ເຂົ້າໂຮງຮຽນໃນປີ 2008 ຊຶ່ງຫຼຸດລົງເກືອບ 3 ລ້ານຄົນຈາກ ປີ 2009. ເດັກ
ນ້ອຍຜູ້ຊາຍແມ່ນປະກອບເປັນ 61% ຂອງຈຳນວນທີ່ວ່ານີ້.
ຢູ່ ສປປ ລາວນັ້ນ ຈຳນວນເດັກນ້ອຍທີ່ບໍ່ໄດ້ເຂົ້າໂຮງຮຽນໄດ້ຫຼຸດລົງຈາກ 165 ພັນຄົນໃນປີ
1999 ມາເປັນ 142,000 ຄົນໃນປີ 2008 ໃນນັ້ນ 54% ແມ່ນເປັນເດັກນ້ອຍແມ່ຍິງ ສຳ
ລັບເດັກນ້ອຍຊັ້ນປະຖົມ ທີ່ໄດ້ເຂົ້າຮຽນນັ້ນກໍມີຈຳນວນເພີ່ມຂຶ້ນຈາກ 78% ໃນປີ 1999 ມາ
ເປັນ 82% ໃນປີ 2008.
ລາຍງານເວົ້າວ່າ ສຳລັບພວກເດັກນ້ອຍ ທີ່ໄດ້ເຂົ້າຮຽນໃນຊັ້ນປະຖົມຕາມເກນອາຍຸໃນເຂດ
ເອເຊຍຕາເວັນອອກນັ້ນ ມີຫຼາຍກວ່າ 92% ໄດ້ຮຽນຈົບຊັ້ນສຸດທ້າຍໃນປີ 2007. ແຕ່ແນວ
ໃດກໍຕາມລາຍງານເວົ້າວ່າ ການຮຽນຈົບຂັ້ນປະ ຖົມຍັງສືບຕໍ່ເປັນບັນຫາສຳຄັນຢູ່ໃນຫລາຍ
ປະເທດເຊັ່ນ ກຳປູເຈຍແລະລາວ ບ່ອນທີ່ອັດຕາການຮຽນຈົບແມ່ນຍັງຕໍ່າກວ່າ 70%.
ອັດຕາການຮຽນຈົບຊັ້ນປະຖົມຢູ່ລາວ ແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນຈາກ 54% ໃນປີ
1999 ມາເປັນ 67% ໃນປີ 2007. ອັດຕາການອອກໂຮງຮຽນຫລືຮຽນບໍ່ຈົບຊັ້ນປະຖົມຢູ່
ລາວກໍໄດ້ຮັບການປັບປຸງໃຫ້ດີຂຶ້ນ ຄື 33% ໃນປີ 2007 ລຸດລົງ 13% ຈາກອັດຕາ 46%
ໃນປີ 1999.
ຢູ່ໃນທົ່ວໂລກ ມີພວກເດັກນ້ອຍຊັ້ນປະຖົມປະມານ 67 ລ້ານຄົນ ບໍ່ໄດ້ເຂົ້າໂຮງຮຽນໃນປີ
2008 ຂະນະທີ່ໃນເຂດເອເຊຍປາຊີຟິກ ຈຳນວນເດັກນ້ອຍ ທີ່ບໍ່ໄດ້ເຂົ້າຮຽນໄດ້ຫຼຸດລົງຈາກ
48 ລ້ານຄົນໃນປີ 1999 ມາເປັນ 26 ລ້ານຄົນໃນປີ 2008 ແລະຢູລາວ ຈຳນວນເດັກ
ນ້ອຍທີ່ບໍ່ໄດ້ເຂົ້າຮຽນກໍຫຼຸດຈາກ 165,000 ຄົນ ໃນປີ 1999 ມາເປັນ 140,000 ຄົນໃນປີ
2008 ຊຶ່ງ 54% ແມ່ນເປັນເດັກນ້ອຍແມ່ຍິງ.
ເປົ້າໝາຍທີ 3 ຂອງໂຄງການ EFA ຄື ການຮໍ່າຮຽນເອົາຄວາມຮູ້ຄວາມຊໍານານຕິດ
ໂຕໄປຕະຫລອດຊີວິດ ນັ້ນ ແມ່ນມີຄວາມສຳຄັນຫຼາຍ ຕໍ່ສະວັດດີພາບຂອງພວກເດັກ
ນ້ອຍແລະຜູ້ໃຫຍ່ ທີ່ພົວພັນໄປເຖິງ ການມີໂອກາດໄດ້ທໍາງານ ແລະຄວາມອຸດົມຮັ່ງມີທາງ
ດ້ານເສດຖະກິດ. ລາຍງານເວົ້າວ່າການເຂົ້າຮຽນໃນຊັ້ນມັດທະຍົມຍັງສືບຕໍ່ມີການຂະຫຍາຍ
ໂຕຢູ່ໃນເຂດເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກຊຶ່ງໃນປີ 2008 ມີເກືອບ
164 ລ້ານຄົນໄດ້ເຂົ້າຮຽນໃນຊັ້ນມັດທະຍົມເພີ່ມຂຶ້ນຈາກຈໍານວນລວມ 130 ລ້ານຄົນ ນັບ
ແຕ່ປີ 1999 ມາ.
ແຕ່ແນວໃດກໍຕາມ ການເຂົ້າຮຽນໃນຊັ້ນມັດທະຍົມຢູ່ລາວແມ່ນຍັງຕໍ່າຫຼາຍ ຄືໃນປີ 2008
ເດັກນ້ອຍລາວ ໃນໄວເຂົ້າໂຮງຮຽນຄືອາຍຸ 11 ຫາ 16 ປີນັ້ນ ແມ່ນມີທັງໝົດ 940,000
ແຕ່ຈາກຈຳນວນດັ່ງກ່າວນີ້ມີແຕ່ 412,000 ຄົນທໍ່ນັ້ນທີ່ໄດ້ເຂົ້າຮຽນໃນຂັ້ນມັດທະຍົມ. ແມ່
ຍິງແມ່ນປະກອບເປັນ 44% ຂອງຈຳນວນດັ່ງກ່າວ.
ກ່ຽວກັບເປົ້າໝາຍທີ 4 ກໍຄື ການຮູ້ໜັງສືອ່ານອອກຂຽນໄດ້ ສໍາລັບທຸກໆຄົນ ນັ້ນ
ລາຍງານເວົ້າວ່າ ເຂດເອເຊຍຕາເວັນອອກແລະຍ່ານມະຫາສະມຸດປາຊີຟິກ ຍັງສືບຕໍ່ປະ
ເຊີນກັບບັນຫາການກືກໜັງສືໂດຍທີ່ຫຼາຍໆປະເທດຍັງຈະບໍ່ບັນລຸເປົ້າໝາຍໃນຂອບເຂດ
ທີ່ກວ້າງຂວາງ. ລາຍງານກ່າວວ່າ ຈໍານວນຜູ້ໃຫຍ່ທີ່ກືກໜັງສືໃນເຂດດັ່ງກ່າວ ໄດ້ຫຼຸດລົງ
ປະມານ 105 ລ້ານຄົນ ຫຼື 54% ຈາກໄລຍະ 15 ປີກ່ອນ. ໃນຈຳນວນນີ້ 71% ແມ່ນ
ເປັນແມ່ຍິງແລະຫຼາຍກວ່າ 3 ສ່ວນ 4 ຂອງພວກຜູ້ໃຫຍ່ທີ່ກືກໜັງສືແມ່ນອາໄສຢູ່ໃນພຽງ
ແຕ່ 2 ປະເທດ ຄືຈີນແລະອິນໂດເນເຊຍ.
ຢູ່ປະເທດລາວໃນລະຫວ່າງປີ 2005 ຫາ 2008 ມີຜູ້ໃຫຍ່ທີ່ກືກໜັງສື 961,000 ຄົນໃນ
ນັ້ນ 69% ແມ່ນເປັນແມ່ຍິງ. ມີການຄາດຄະເນກັນວ່າໃນປີ 2015 ພວກກືກໜັງສືຢູ່ລາວ
ຈະມີຈຳນວນ 936 ພັນຄົນ ໂດຍຈະມີແມ່ຍິງ ປະກອບເປັນ 68% ຂອງໂຕເລກນີ້. ແຕ່ປີ
2005 ຫາປີ 2008 ມີ ພວກຊາວໜຸ່ມອາຍຸລະຫວ່າງ 15 ຫາ 24 ປີ ຈຳນວນ 197,000
ຄົນ ກືກໜັງສືຢູ່ລາວ. ໃນຈຳນວນນີ້ 66% ແມ່ນເປັນແມ່ຍິງແລະມີການຄາດຄະເນກັນວ່າ
ຈຳນວນຊາວໜຸ່ມທີ່ກືກໜັງສື ຈະລຸດລົງມາເປັນ 151,000 ຄົນໃນປີ 2015 ໂດຍ 64%
ຈະເປັນແມ່ຍິງ.
ຄວາມບໍ່ກໍ້າເກິ່ງທາງເພດ ໃນການອ່ານອອກຂຽນໄດ້ຂອງພວກຜູ້ໃຫຍ່ ຍັງມີຢູ່ຕໍ່ມາໃນ
ເຂດເອເຊຍຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກ. ອັດຕາການອ່ານອອກຂຽນ
ໄດ້ຂອງພວກແມ່ຍິງ ຢູ່ໃນຂົງເຂດນີ້ ໃນປີ 2008 ແມ່ນ 91% ສົມທຽບໃສ່ 96% ຂອງ
ພວກຜູ້ຊາຍ. ແຕ່ວ່າຢູ່ ສປປ ລາວ ນັ້ນອັດຕາການອ່ານອອກຂຽນໄດ້ຂອງພວກແມ່ຍິງ
ແມ່ນ 19% ຕໍ່າກວ່າພວກຜູ້ຊາຍ. ອັດຕາການ ຮູ້ໜັງສືຍັງມີຄວາມກ່ຽວຂ້ອງຢ່າງສຳຄັນ
ກັບຄວາມຮັ່ງມີ ແລະບ່ອນຢູ່ຂອງຄອບຄົວໂດຍທີ່ພວກແມ່ຍິງທີ່ທຸກຍາກຢູ່ໃນເຂດຊົນນະ
ບົດແມ່ນພວກທີ່ດ້ອຍໂອກາດດ້ານການສຶກສາຫລາຍທີ່ສຸດ.
ສໍາລັບເປົ້າໝາຍທີ 5 ກໍຄື ຄວາມກໍ້າເກິ່ງກັນທາງເພດໃນການສຶກສາ ນັ້ນ ລາຍ
ງານຂອງຢູແນສໂກເວົ້າວ່າ ໄດ້ມີການບັນລຸຄວາມກໍ້າເກິ່ງກັນທາງເພດໃນລະດັບຊັ້ນປະ
ຖົມຢູ່ໃນ 19 ປະເທດໃນຈຳນວນທັງໝົດ 27 ປະເທດຢູ່ ໃນຂົງເຂດ.
ສ່ວນຢູ່ລາວ ບໍ່ມີທ່າທາງວ່າ ລາວຈະບັນລຸຄວາມເທົ່າທຽມກັນທາງເພດ ຢູ່ໃນລະດັບຊັ້ນ
ປະຖົມເທື່ອ ແລະມີທ່າທາງວ່າ ລາວແຮ່ງຈະກ້າວໄປໃນທາງກົງກັນຂ້າມກັບເປົ້າໝາຍດັ່ງ
ກ່າວນັ້ນຊໍ້າ. ໃນລະດັບມັດທະຍົມນັ້ນ ມີນັກຮຽນຜູ້ຊາຍໄດ້ເຂົ້າຮຽນຫຼາຍກວ່ານັກຮຽນແມ່
ຍິງ ໃນ ປີ 2008 ຜ່ານມາຄືມີນັກຮຽນຊາຍ 48% ແລະນັກຮຽນຍິງ 39%.
ສຳລັບເປົ້າໝາຍທີ 6 ຄື ຄຸນນະພາບຂອງການສຶກສາ ນັ້ນ ລາຍງານເວົ້າວ່າ ຈຳນວນ
ນັກຮຽນຕໍ່ນາຍຄູຜູ້ນຶ່ງ ໃນຊັ້ນປະຖົມຢູ່ລາວ ແມ່ນໄດ້ຮັບການປັບປຸງ ໃຫ້ດີຂຶ້ນໜ້ອຍນຶ່ງ ຄື
ຈາກນັກຮຽນ 31 ຄົນຕໍ່ນາຍຄູຜູ້ນຶ່ງໃນປີ 1999 ຫຼຸດລົງມາເປັນ 30 ຄົນຕໍ່ນາຍຄູຜູ້ນຶ່ງໃນ
ປີ 2008. ໃນລະດັບອະນຸບານແລະມັດທະ ຍົມນັ້ນ ອັດຕາກັບສູງຂຶ້ນ ຈາກນັກຮຽນ 18
ຄົນຕໍ່ນາຍຄູຜູ້ນຶ່ງໃນປີ 1999 ມາເປັນ 19 ຄົນຕໍ່ນາຍຄູຜູ້ນຶ່ງໃນປີ 2008 ສຳລັບຊັ້ນອະນຸ
ບານແລະນັກຮຽນ 20 ຄົນຕໍ່ນາຍຄູຜູ້ນຶ່ງໃນປີ 1999 ມາເປັນນັກຮຽນ 23 ຄົນຕໍ່ນາຍ ຄູ
ຄົນນຶ່ງໃນປີ 2008 ສຳລັບຊັ້ນມັດທະຍົມ.