ເຈົ້າໜ້າທີ່ ໃຫ້ຮ່ອງຮອຍ ກ່ຽວກັບ ການປ່ອນບັດໃໝ່ ໃນບາງເຂດ ຂອງຢູເຄຣນ

ຕຳຫຼວດປາບຈະລາຈົນ ແຍກພວກສະໜັບສະໜຸນລັດຖະບານ ແລະພວກຝ່າຍຄ້ານອອກຈາກກັນ ຢູ່ນອກຫ້ອງການເຂດເລືອກຕັ້ງນຶ່ງ ໃນນະຄອນ Kyiv (2 ພະຈິກ 2012)

ສະມາຊິກທີ່ສຳຄັນ 2 ຄົນ ໃນຄະນະກຳມະການກາງຮັບຜິດຊອບ
ກ່ຽວກັບການເລືອກຕັ້ງຂອງຢູເຄຣນຫຼື CEC ກ່າວວ່າ ການປ່ອນ ບັດໃໝ່ເປັນບາງສ່ວນອາດມີຄວາມຈຳເປັນ ຢູ່ໃນຫົວເມືອງທີ່ສຳ
ຄັນໆຈຳນວນນຶ່ງ ເພື່ອຊີ້ຂາດວ່າ ໃຜເປັນຜູ້ຊະນະບ່ອນນັ່ງ ຢູ່ໃນ
ສະພາແຫ່ງຊາດ ໃນການເລືອກຕັ້ງທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ
ໃນວັນອາທິດຜ່ານມາ.

ການໃຫ້ຄວາມເຫັນ ຂອງທ່ານ Mikhail Okhendovsky ປະ
ທານຄະນະກຳມະການເລືອກຕັ້ງແລະຜູ້ຮອງຂອງທ່ານ ຄືທ່ານ
ນາງ Zhanna Usenko-Chorna ຊຶ່ງມີລາຍງານຢູ່ໃນສື່ມວນ ຊົນທ້ອງຖິ່ນໃນມື້ວັນສຸກວານນີ້ມີຂຶ້ນຂະນະທີ່ການກ່າວຫາຂອງ
ພວກຝ່າຍຄ້ານກ່ຽວກັບການສໍ້ໂກງຄະແນນສຽງໂດຍພັກລັດຖະ
ບານຂອງປະທານາທິບໍດີ Viktor Yanukovych ພວມແຜ່ກະ
ຈາຍໄປທົ່ວວົງການໆເມືອງຂອງຢູເຄຣນ.

ໜັງສືພິມ Kyiv Post ໄດ້ອ້າງຄຳເວົ້າຂອງທ່ານນາງ Usenko-Chorna ທີ່ກ່າວວ່າ ມີ
ຫຼາຍໆເຂດເລືອກຕັ້ງ ທີ່ເປັນໄປໄດ້ຍາກ ຈະຄິດໄລ່ ຜົນການເລືອກຕັ້ງ ໄດ້ຢ່າງຖືກຕ້ອງ. ສ່ວນທ່ານ Okhendovsky ກ່າວຕໍ່ພວກນັກຂ່າວໃນເຂດທ້ອງຖິ່ນວ່າ ຄະນະກຳມະການ ຂອງທ່ານຈະທຳການຕັດສິນຢ່າງເໝາະສົມກ່ຽວກັບການນັບຄະແນນສຽງໃໝ່ ແຕ່ທ່ານບໍ່ ໄດ້ແຈ້ງໃຫ້ຊາບວ່າ ເວລາໃດການຕັດ ສິນໃຈດັ່ງກ່າວຈຶ່ງຈະມີຂຶ້ນ.

ການໃຫ້ຄວາມເຫັນຂອງຄະນະກຳມະການເລືອກຕັ້ງຢູເຄຣນແມ່ນເປັນຮອງຮອຍອັນທຳ ອິດທີ່ສະແດງໃຫ້ເຫັນວ່າ ແມ່ນແຕ່ລັດຖະບານເອງ ກໍມີຄຳຖາມ ກ່ຽວກັບການນັບບັດໃນ ການເລືອກຕັ້ງ ເມື່ອວັນອາທິດຜ່ານມາ. ການນັບຄະແນນທີ່ບໍ່ເປັນທາງການ ສະແດງໃຫ້
ເຫັນວ່າ ພັກລັດຖະບານຂອງປະທານາທິບໍດີ Yanuko-vych ມີຄະແນນນຳໜ້າ ຫຼາຍ
ກວ່າ 30% ນ້ອຍນຶ່ງ. ສ່ວນພັກແນວໂຮມຝ່າຍຄ້ານປິຕຸພູມຂອງອະດີດນາຍົກລັດຖະມົນ
ຕີ Yulia Tymoshenko ຊຶ່ງກຳລັງຖືກຄຸກ ຢູ່ໃນເວລານີ້ ເປັນທີ 2 ໂດຍໄດ້ຮັບຄະແນນ
ສຽງ 25.4%.

ໃນຕອນແລງຂອງວັນພະຫັດຜ່ານມາ ຕຳຫຼວດປາບຈະລາຈົນທີ່ເມືອງ Pervomaisk ຢູ່ ໃນພາກໃຕ້ຂອງປະເທດ ໄດ້ຍິງລະເບີດນໍ້າຕາຂັບໄລ່ພວກປະທ້ວງທີ່ໂກດແຄ້ນ ຍ້ອນມີ ຂ່າວລືວ່າ ມີການນັບບັດທີ່ຜິດປົກກະຕິເກີດຂຶ້ນ.