ການເອື້ອເຟື້ອເຜື່ອແຜ່ ແກ່ພວກທີ່ຂັດສົນ ແມ່ນປະເພນີ ໃນວັນຂອບຄຸນພະເຈົ້າ (ເບິ່ງວີດີໂອ)

  • Selah Hennessy
    ບົວສະຫວັນ

If they did eat turkeys at the first Thanksgiving, they were probably not as plump as today's holiday birds.

ວັນ Thanksgiving ຫລື ວັນຂອບຄຸນພະເຈົ້າ ຊຶ່ງມີ​ຂຶ້ນໃນວັນພະຫັດສຸດທ້າຍຂອງເດືອນ ພະຈິກ ແມ່ນວັນ​ສໍາຄັນອັນນຶ່ງໃນປະຕິທິນບຸນ​ຕ່າງໆ ຂອງສະຫະລັດ ຊຶ່ງ​ໃນ​ມື້​ນີ້ພວກຄອບ ຄົວຈະ​ມາ​ເຕົ້າ​ໂຮມ ແລະສະຫຼອງ​ຮ່ວມ​ກັນ​ ​​ໂດຍ​ການ​ຊຸມ​ເຂົ້າ ກິນ​ອາຫານ​ອັນ​ແຊ​ບນົວ ​ມາກມາຍຫລາຍ​ຢ່າງ. ຫາກແຕ່ວ່າສໍາລັບພວກທີ່ມີລາຍໄດ້ຕໍ່າແລ້ວ ການທີ່ຈະມີອາຫານ ກິນສະຫຼອງ​ກັນຕາມແບບປະເພນີໃນວັນບຸນນີ້ ແມ່ນເປັນການຍາກຫລາຍ. ຜູ້​ຄົນ​ຈໍານວນ ​ຫລວງຫລາຍ​ຕ້ອງໄດ້​​ອາ​ໃສອົງການ​ກຸສົນ ​ເພື່ອ​ຈະ​ໄດ້​ກິນ​ອາຫານ​ດີໆ​ໃນ​ມື້​ນີ້. ຢູ່ທີ່ເມືອງ ແດນເວີ ລັດໂຄໂລຣາໂດ, ອົງການກຸສົນ ອາສາສະມັກແຫ່ງອາເມຣິກາ ຫລື Volunteers of America ​ເປັນ​ອົງການ​ນຶ່ງ​ ໃນ​ຫລາຍໆ​ອົງການ​ໃນທົ່ວ​ປະ​ເທດ​ ທີ່ທໍາ​ການ​ປຸກລະ​ດົມ​ ເອົາ​ອາຫານ​ໄປ​ແຈກ​ຢາຍ ເພື່ອເຮັດໃຫ້ແນ່ໃຈວ່າ ພວກຄອບຄົວເຫລົ່ານັ້ນ ໄດ້ກິນອາຫານ ທີ່ພວກເຂົາເຈົ້າຕ້ອງການ​ໃນ​ວັນບຸນ Thanksgiving ນີ້. ນັກ​ຂ່າວ​ວີ​ໂອ​ເອ Selah Hennessy ​ໄດ້ໄປຢ້ຽມຢາມອົງການກຸສົນແຫ່ງນີ້ ແລະສົ່ງລາຍງານກ່ຽວກັບເລື້ອງນີ້ມາ.

ເບິ່ງວິດິໂອລາຍງານຂ່າວພາສາອັງກິດ



ນາຍ ຣອດນີ ຄັນນິງແຮມ (Rodney Cunningham) ຜູ້​ຊ່ວຍ​ວຽກທີ່ອົງ ການອາສາສະ
ມັກ ແຫ່ງອາເມຣິກາຫລື Volunteers of America ຂົນແກັດອາຫານລົງ​ຈາກ​ລົດ​ຕູ້ຂອງ​
ອົງການເພື່ອກຽມເອົາ​ໄປ​ແຈກ​ຢາຍໃຫ້ແກ່ຄອບຄົວ ທີ່ມີລາຍໄດ້ຕໍ່າ ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ມີ​ອາ ຫານລ້ຽງສະຫຼອງໃນວັນຂອບຄຸນພະເຈົ້າ ຫລື Thanksgiving ​ໃນ​ມື້​ນີ້. ລາວເອງກໍຈະໄດ້
ຮັບກ່ອງນຶ່ງຄືກັນ ເພື່ອຈະເອົາໄປສູ່ ລູກແລະຫລານໆຂອງລາວ ສີ່ຄົນກິນ. ນາຍ ຄັນນິງ
ແຮມເວົ້າວ່າ:
"ກ່ອງ​ອາຫານວັນຂອບຄຸນພະເຈົ້າ ຫລື Thanksgiving ກ່ອງນີ້ ແມ່ນສໍາ
ຄັນຫລາຍ ເພາະວ່າຂ້ອຍບໍ່​ໄດ້​ຮັບບັດເອົາອາຫານຟຣີ ຫລື ຟູດສະແຕມ
ຫລືແມ່ນຫຍັງເລີຍ ເພື່ອຊື້ອາຫານພວກນີ້. ສະນັ້ນ ນີ້ເປັນວິທີດຽວທີ່ຂ້ອຍ
ຈະສາມາດມີໄກ່ງວງ ແລະອັນອື່ນໆ ກິນກັບມັນ."

ໄກ່ງວງອົບ ແລະເຄື່ອງກິນປະກອບທີ່ນໍາມາກິນລ້ຽງ ກັນໃນວັນບຸນ Thanksgiving ຕາມປະເພນີ

ນາຍ ຄັນນິງແຮມ ແລະພວກ
ອາສາສະມັກຄົນອື່ນໆ ພາກັນ
ຈັດອາຫານໃສ່ກະຕ່າ 1,500
ໜ່ວຍ ເພື່ອກຽມໄວ້ແຈກຢາຍ
ໃນວັນ Thanksgiving ຄື​ວັນ​
ພະຫັດ​ມື້​ນີ້. ກະຕ່າທັງຫລາຍ
ເຫລົ່ານັ້ນ ຈະເຕັມໄປດ້ວຍອາ
ຫານປະເພດຕ່າງໆ ທີ່ແຊບນົວ
ສໍາລັບນໍາໄປປຸງແຕ່ງ ກິນລ້ຽງ
ກັນຕາມປະເພນີ ໃນວັນຂອບ
ຄຸນ​ພະ​ເຈົ້າ​ນີ້. ນາຍຄັນນິງແຮມ
ເວົ້າວ່າ ໃນປີນີ້ ຄວາມຮຽກຮ້ອງ
ຕ້ອງການແມ່ນສູງທີ່ສຸດ ຢ່າງບໍ່
ເຄີຍມີມາກ່ອນ. ນາຍຄັນນິງ
ແຮມ​ເວົ້າວ່າ:

"ເຫດຜົນນຶ່ງທີ່ພາໃຫ້ມັນມີຄວາມສໍາຄັນ ຕ້ອງການ​ຫລາຍ​ທີ່​ສຸດ​ນັ້ນ ກໍແມ່ນ
ເປັນຍ້ອນວ່າ ເສດຖະກິດດຽວນີ້ຝືດ​ເຄືອງຫລາຍ ແລະມີຫລາຍໆຄົນ ທີ່ມີ ຄວາມຕ້ອງການອາຫານເພີ້ມຂຶ້ນ. ພວກເຂົາເຈົ້າບໍ່ມີອາຫານຈັກໜ້ອຍເລີຍ."


ທ່ານ ຈີມ ໄວ໌ (Jim White) ຊຶ່ງເປັນຜູ້ອໍານວຍການດ້ານກິດຈະການປະຊາຄົມຢູ່ທີ່ອົງການ
ກຸສົນ ດັ່ງກ່າວ ​ເວົ້າວ່າ ພວກປະຊາຊົນທີ່ອາໃສຢູ່ໃນທ້ອງຖິ່ນ ເປັນຜູ້ບໍລິຈາກອາຫານພວກນີ້.

"ບຸກຄົນພວກນີ້ ເອົາອາຫານຫລາຍກວ່າ 148 ໂຕນ ມາບໍລິຈາກ ແຕ່ວ່າ ດັ່ງທີ່
ທ່ານກໍ​ຄົງ​ຈະວາດພາບອອກຫັ້ນ​ແຫລະ ​ເຮົາຕ້ອງການອາຫານຈໍານວນມະຫາສານ ເພື່ອຈະເຮັດໃຫ້ກະຕ່າ 1,500 ໜ່ວຍເຕັມໄປດ້ວຍເຄື່ອງຍັດ​ໃສ້ໄກ່ງວງ ແລະ
ໝາກແຄຣນເບີຣີ ໝາກອຶ ພວກຜັກສົດ ໝາກໄມ້ສົດຕ່າງໆ ​ແລ້ວກໍມີໄກ່ງວງ
ແຊ່ແຂງ ໜັກຂະໜາດ 15 ປອນ ຫລື 6.8 ກິໂລກຣາມ ຢອງໃສ່ທາງເທິງ."


ທ່ານ ຈີມ ໄວ໌ ກ່າວຕໍ່ໄປວ່າ ບຸນຂອບຄຸນພະເຈົ້າ ຫລື Thanksgiving ບໍ່ແມ່ນແຕ່ກ່ຽວ
ກັບການກິນອາຫານດີໆເທົ່ານັ້ນ ຊຶ່ງທ່ານອະທິບາຍວ່າ:
"ເຖິງວ່າພວກເຮົາຈະຢູ່ໃນສະຖານະການແບບໃດກໍຕາມ ພວກເຮົາກໍມີຫລາຍ
ສິ່ງຫລາຍຢ່າງ ທີ່ຈະຂອບຄຸນ​ພະ​ເຈົ້າ. ແລະຄໍາວ່າ Thanksgiving ນັ້ນຄວນ
ຈະໃຊ້ເປັນຄໍາກິລິຍາ ແທນທີ່ຈະເປັນຄໍານາມ ໃນຄໍາເວົ້າຂອງພວກເຮົາ ແລະ
ບໍ່ມີວິທີໃດທີ່ຈະສະແດງຄວາມຂອບຄຸນ​ພະ​ເຈົ້າ ໄດ້ດີໄປກວ່າ ການໃຫ້ຄວາມ
ຊ່ວຍເຫລືອແກ່ຜູ້ອື່ນ ທີ່ທ່ານຮູ້ຈັກວ່າ ກໍາລັງດິ້ນຮົນຕໍ່ສູ້ຢູ່ໃນຂະນະນີ້."

ການພະຍາຍາມເຮັດໃຫ້ແນ່ໃຈວ່າ ຜູ້ຄົນທົ່ວໄປໄດ້ມີອາຫານຄໍ່າກິນສະຫລອງໃນວັນຂອບຄຸນ
ພະເຈົ້າ ຫລື Thanksgiving ນີ້ ສໍາລັບນາຍຣອດນີ ຄັນນິງແຮມ ແລ້ວ ມັນແມ່ນພາກ
ສ່ວນທີ່ດີທີ່ສຸດຂອງວຽກທີ່ລາວກໍາລັງເຮັດຢູ່. ນາຍ ຄັນນິງແຮມ​ ​ເວົ້າ​ວ່າ:


ການກິນອົບໄກ່ງວງຢ່າງແຊບນົວ ໃນວັນບຸນຂອບຄຸນພະເຈົ້າ

"ພວກເຂົາແມ່ນມີຄວາມດີໃຈຫລາຍ.
ພວກເຂົາຮຸ້ສຶກວ່າໄດ້ຮັບພອນຈາກ
ພະເຈົ້າ ແລະເຈົ້າຮູ້ບໍ່ ມັນເຮັດໃຫ້
ຂ້ອຍຮູ້ສຶກດີໃຈຢ່າງລົ້ນເຫລືອທີ່ໄດ້
ເຫັນຮອຍຍິ້ມຢູ່ໃນໃບໜ້າຂອງພວກ
ເຂົາເຈົ້າ ມັນຄືກັນກັບວ່າ ຂ້ອຍໄດ້
ເຫັນທ້ອງຂອງພວກເຂົາເຈົ້າຕື່ງຂຶ້ນ
ຍ້ອນວ່າພວກ​ເຂົາ​ເຈົ້າ​ໄດ້​ກິນ​ແຊບ​ ກິນ​ອິ່ມ."

ແລະລາວເວົ້າວ່າ ສິ່ງນັ້ນແຫລະ​ແມ່ນເປັນ
ພະລັງຊູກໍາລັງໃຈ ໃຫ້ລາວໄປຫາເຮັດວຽກ
ອາສາສະມັກແບບນີ້ຢູ່ເລື້ອຍມາ.