ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອະເມຣິກັນ ສະເຫຼີມສະຫຼອງ ວັນຂອບຄຸນພະເຈົ້າ (ເບິ່ງວີດີໂອແລະສະໄລດ໌)


Washington Nationals relief pitcher Rafael Soriano warms up before an Opening Day baseball game against the Miami Marlins in Washington D.C.
Washington Nationals relief pitcher Rafael Soriano warms up before an Opening Day baseball game against the Miami Marlins in Washington D.C.

ວັນພະຫັດມື້ນີ້ ຊາວອະເມຣິກັນພາກັນສະເຫຼີມສະຫຼອງວັນຂອບຄຸນພະເຈົ້າ ຊຶ່ງເປັນວັນພັກ
ປະຈຳປີອັນເປັນບຸນປະເພນີໃນການເກັບກ່ຽວທີ່ໄດ້ເຮັດສືບຕໍ່ກັນມາເປັນເວລາຫຼາຍໆສັດຕະ
ວັດແລ້ວນັ້ນ.

ບຸນຂອບຄຸນພະເຈົ້ານີ້ ຕາມປົກກະຕິແລ້ວແມ່ນເປັນການເລີ່ມຕົ້ນຂອງລະດູໜາວ ແລະເປັນ
ໂອກາດທີ່ພາໃຫ້ມີການເດີນທາງໄປມາຫຼາຍທີ່ສຸດປະຈຳປີຊຶ່ງຊາວອະເມຣິກັນຈະພາກັນເດີນ
ທາງໆເຮືອບິນ ທາງລົດໄຟ ແລະທາງລົດໄປຢ້ຽມຢາມຄອບຄົວແລະເພື່ອນຝູງ.

ອົງການທ່ອງທ່ຽວແລະເດີນທາງໂດຍທາງລົດ AAA ທຳນາຍວ່າ ຈະມີຊາວອະເມຣິກັນ 42
ລ້ານ 5 ແສນຄົນ ເດີນທາງຢ່າງນ້ອຍ 80 ຫຼັກກິໂລແມັດຫ່າງຈາກເຮືອນຂອງຕົນໃນໄລຍະ
ສອງສາມມື້ຂ້າງໜ້ານີ້ 4% ຫຼາຍກວ່າໃນປີຜ່ານມາ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນເດີນທາງໂດຍ
ທາງລົດ.

ອາຫານໃນວັນຂອບຄຸນພະເຈົ້າ ຕາມປົກກະຕິແລ້ວແມ່ນຮວມທັງໄກ່ງວງຫລືໝູແຮມ ຜັກ
ແລະຂະໜົມພາຍ ທີ່ເຮັດຈາກໝາກໄມ້ທີ່ເກັບກ່ຽວໃນລະດູໃບໄມ້ຫຼົ່ນ ເຊັ່ນໝາກແອັບເປີ້ລ
ຫຼືບໍ່ກໍໝາກອຶ. ສະຫະພັນໄກ່ງວງແຫ່ງຊາດຂອງສະຫະລັດກະປະມານວ່າທົ່ວໄປແລ້ວຊາວ ອະເມຣິກັນໄດ້ກິນໄກ່ງວງຫຼາຍກວ່າ 46 ລ້ານໂຕໃນປີກາຍນີ້.

ຫຼັງຈາກກິນເຂົ້າຊຸມແຊວກັນແລ້ວ ຈຳພວກນຶ່ງກໍຈະພາກັນພັກຜ່ອນ ດ້ວຍການຫຼິ້ນຫຼືເບິ່ງ
ກິລາແຕ່ເນື່ອງຈາກວ່າໄດ້ກິນອາຫານໜັກໆແບບນີ້ແລ້ວການນອນພັກຜ່ອນໃນວັນຂອບຄຸນ
ພະເຈົ້າກໍເປັນປະເພນີອັນນຶ່ງທີ່ໄດ້ປະຕິບັດສືບຕໍ່ກັນມາ

ຊາວອະເມຣິກັນບາງຄົນໄດ້ໃຊ້ເວລາບາງສ່ວນໃນມື້ນີ້ ເພື່ອເຮັດວຽກງານກ່ຽວກັບການກຸສົນ ເຊັ່ນໄປຊ່ອຍເສີບອາຫານເນື່ອງໃນວັນຂອບຄຸນພະເຈົ້າຢູ່ຕາມບ່ອນຢູ່ຂອງພວກທີ່ບໍ່ມີເຮືອນ
ຊານອາໄສ.

ເບິ່ງວີດີໂອທ່ານໂອບາມາ ໂຜດໄກ່ງວງໂຕນຶ່ງ ກ່ອນວັນຂອບຄຸນພະເຈົ້າ ຕາມປະເພນີ:

XS
SM
MD
LG