ເມື່ອວັນສຸກແລ້ວນີ້ ທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທ ໄດ້ຍຶດໝັ້ນໃນຄໍາໝັ້ນສັນຍາທີ່ໄດ້ໃຫ້ໄວ້ໃນຕອນໂຄສະນາຫາສຽງເລືອກຕັ້ງ ໂດຍກ່າວວ່າຈະຂຶ້ນຄ່າແຮງງານ ຕໍ່າສຸດໃຫ້ພວກຄົນງານໄທນັ້ນ ແຕ່ທ່ານນາງກໍກ່າວວ່າ ກ່ອນຈະມີການຈັດຕັ້ງປະຕິບັດນະໂຍບາຍນີ້ ທ່ານນາງຈະທໍາການເຈລະຈາກັບວົງການທຸລະກິດ ແລະພາກສ່ວນແຮງງານເສຍກ່ອນ.
ໃນການໃຫ້ສໍາພາດຂ່າວແກ່ສື່ມວນຊົນໃນມື້ວັນສຸກນັ້ນ ທ່ານນາງ ຢິ່ງລັກ ກ່າວວ່າ ລັດຖະ
ບານຈະຄ່ອຍໆຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ ແລະຜ່ອນເບົາຜົນກະທົບຕໍ່ວົງການທຸລະ
ກິດ ໂດຍຜ່ານການລົດຜ່ອນພາສີໃຫ້ພວກບໍລິສັດໃຫຍ່ໆ. ທ່ານນາງ ຢິ່ງລັກ ກ່າວວ່າ:
“ພວກເຮົາຈະປະຕິບັດນະໂຍບາຍຄ່າແຮງງານຕໍ່າສຸດນັ້ນ ໄປພ້ອມໆກັບການລົດອັດຕາ
ພາສີຂອງພວກບໍລິສັດລົງ ຈາກ 30 ເປີເຊັນ ມາເປັນ 23 ເປີເຊັນ ແຕ່ພວກເຮົາຈະຕ້ອງ
ໄດ້ທໍາການປຶກສາຫາລືກັນກັບວົງການທຸລະກິດທັງໝົດກ່ອນ ດັ່ງນັ້ນຂ້າພະເຈົ້າຈະຍັງບໍ່
ຈັດຕັ້ງ ປະຕິບັດເທື່ອ. ຍ້ອນເລື່ອງຜົນກະທົບນີ້ ພວກເຮົາຈຶ່ງຈະຕ້ອງໄດ້ປຶກສາຫາລືກັນ
ແລະຄ່ອຍໆສຶກສາເບິ່ງວ່າ ພວກເຮົາຈະຊອກຫາວິທີໃດເພື່ອແກ້ໄຂບັນຫາຮ່ວມກັນ.”
ປະຊາຊົນໄທ ຈຳນວນນງ ທປອນບັດເອົາ ທານນາງຢງລັກ ຊິນນະວັດ ໃນການເລືອກຕງ ເມອວັນທີ 3 ກໍລະກົດ 2011.
ການເຄຶ່ອນໄຫວເພື່ອປັບຄ່າແຮງງານຕໍ່າສຸດຂຶ້ນ ເປັນສອງເທົ່າຕົວ
ຄືປະມານ 300 ບາດຕໍ່ມື້ແມ່ນ
ເປັນນຶ່ງໃນຄໍາໝັ້ນສັນຍາໃນການ
ໂຄສະນາຫາສຽງຫລາຍໆຢ່າງ
ທີ່ພັກເພື່ອໄທໄດ້ໃຫ້ໄວ້ກ່ອນໜ້າ
ການເລືອກຕັ້ງ. ພັກເພື່ອໄທ ຊຶ່ງ
ເປັນພັກຝ່າຍຄ້ານ ຍາດໄຊຊະ
ນະມາໄດ້ດ້ວຍຄະແນນສຽງຖ້ວມ
ລົ້ນ ຈາກລັດຖະບານຊຸດປັດຈຸ
ບັນ ກໍຄືພັກປະຊາທິປັດນັ້ນ ໃນ
ການເລືອກຕັ້ງທົ່ວປະເທດເມື່ອ
ວັນວັນອາທິດທີ່ 3 ຂອງເດືອນ
ນີ້ ແລະເວລານີ້ກໍ ກໍາລັງກຽມ
ປະກອບລັດຖະບານປະສົມຂຶ້ນ ເພື່ອທີ່ຈະເຂົ້າຄອບຄອງບ່ອນ ນັ່ງ 300 ບ່ອນ ໃນສະພາທີ່ມີບ່ອນນັ່ງ ຈໍານວນທັງໝົດ 500 ບ່ອນນັ້ນ.
ບັນດາກຸ່ມແຮງງານໄທກ່າວວ່າ ໄດ້ມີການໃຫ້ຄວາມໝັ້ນໃຈແກ່ພວກເຂົາເຈົ້າວ່າ ລັດຖະບານຊຸດໃໝ່ນີ້ຈະຂຶ້ນຄ່າແຮງຕໍ່າສຸດ ຕາມທີ່ໄດ້ໃຫ້ສັນຍາໄວ້.
ທ່ານ ຊາລີ ລອຍສູງ(Chalee Loisung) ປະທານກໍາມະການສາມະຄີແຮງງານໄທ ກ່າວ
ວ່າ ລັດຖະບານຄວນຈະຈັດຕັ້ງປະຕິບັດນະໂຍບາຍຂຶ້ນຄ່າແຮງງານຕໍ່າສຸດນັ້ນ ທັນທີທີ່ເຂົ້າ
ມາກໍາອໍານາດບໍລິຫານປະເທດແລ້ວ ແຕ່ໃນຂະນະດຽວກັນ ທ່ານກໍກ່າວວ່າ ລັດຖະບານ
ຄວນຈະຫລີກລ່ຽງຜົນກະທົບໃນທາງລົບ ຕໍ່ເສດຖະກິດໄທ.
// ສຽງພາສາໄທ //
ທ່ານ ຊາລີ ເວົ້າວ່າ ລັດຖະບານໄດ້ບອກພວກກຸ່ມແຮງງານວ່າ ຕົນຍຶດໝັ້ນຕໍ່ຄໍາໝັ້ນສັນຍາ
ທີ່ຈະຂຶ້ນຄ່າແຮງງານຕໍ່າສຸດນັ້ນ ເພື່ອຊ່ວຍໃຫ້ປະຊາຊົນມີມາດຕະຖານການຄອງຊີບສູງຂຶ້ນ
ກວ່າເກົ່າ ແຕ່ທ່ານກໍກ່າວວ່າ ໃນຂະນະທີ່ລາຍໄດ້ຂອງຄອບຄົວສູງຂຶ້ນນັ້ນ ພວກນາຍຈ້າງ
ທັງຫລາຍກໍອາດຈະຕ້ອງການຄວາມຊ່ວຍເຫລືອເຊັ່ນກັນ.
ທ່ານທະວີ ເຕຊະທີຣະວັດ ຫົວໜ້າສະພາສະຫະພັນການຄ້າໄທ ສະໜັບໜຸນຄໍາໝັ້ນສັນຍາ
ທີ່ຈະຂຶ້ນຄ່າແຮງງານຕໍ່າສຸດຂອງລັດຖະບານຊຸດໃໝ່
ແຕ່ກໍກ່າວວ່າ ການເຈລະຈາຕໍ່ຮອງກັນໃນບັ້ນສຸດທ້າຍແລ້ວ ແມ່ນຈະຂຶ້ນຢູ່ກັບຜູ້ທີ່ຈະມາ
ເປັນລັດຖະມົນຕີກະຊວງແຮງງານ.
// ສຽງພາສາໄທ //
ທ່ານທະວີ ເວົ້າວ່າ ລັດຖະບານໄດ້ເວົ້າຊໍ້າແລ້ວຊໍ້າອີກວ່າ “ພວກເຮົາສາມາດເຮັດໄດ້” ແຕ່
ພວກກຸ່ມກໍາມະກອນກໍຕ້ອງໄດ້ລໍຄອຍເບິ່ງວ່າໃຜຈະຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງ
ແຮງງານ. ຫລັງຈາກນັ້ນແລ້ວພວກສະຫະພັນການຄ້າ ກໍສາມາດທີ່ຈະເຈລະຈາກັນໄດ້.
ທາງຝ່າຍວົງການທຸລະກິດຂອງໄທແລະຂອງຕ່າງປະເທດນັ້ນ ແມ່ນບໍ່ໄດ້ມີຄວາມກະຕືລື
ລົ້ນພໍປານໃດ ກ່ຽວກັບການຂຶ້ນຄ່າແຮງງານຕໍ່າສຸດນັ້ນ ຍ້ອນວ່າລາຍຈ່າຍບັນຊີເງິນເດືອນ
ຂອງພວກເຂົາເຈົ້າຈະສູງຂຶ້ນ ແລະມັນອາດສາມາດນໍາໄປສູ່ສະພາວະເງິນເຟີ້ ເພີ່ມຂຶ້ນໄດ້.
ທ່ານ ນັນດໍ ວອນ ເດີ ລູເຫ(Nandor von der Luehe) ປະທານຮ່ວມຫໍການຄ້າຕ່າງ
ປະເທດ ກ່າວວ່າ ເລື່ອງການເພີ່ມຄ່າແຮງງານນັ້ນ ແມ່ນໄດ້ຖືກຍົກຂຶ້ນມາກ່າວອ້າງກັນ
ຢ່າງກວ້າງຂວາງ ໂດຍພວກນັກການເມືອງຫາສຽງເລືອກຕັ້ງທັງຫລາຍ ແຕ່ຈະສາມາດ
ເຮັດໄດ້ ກໍຕໍ່ເມື່ອມີການປັບປຸງຄວາມສາມາດຜະລິດໃຫ້ດີຂຶ້ນເທົ່ານັ້ນ. ທ່ານ ນັນດໍ ວອນ ເດີ ລູເຫ ເວົ້າວ່າ:
“ພັກການເມືອງທັງໝົດພາກັນອອກມາໂຄສະນາຈະຂຶ້ນຄ່າແຮງງານຕໍ່າສຸດ. ການຂຶ້ນຄ່າແຮງງານຕໍ່າສຸດນັ້ນຈະບໍ່ມີບັນຫາຫຍັງ ຖ້າຫາກເຮົາເພີ່ມພູນຜົນຜະລິດ ແຕ່ຖ້າເຮົາຈະຂຶ້ນຄ່າແຮງງານຕໍ່າສຸດແຕ່ພຽງຢ່າງດຽວ ໂດຍທີ່ບໍ່ເພີ່ມພູນຜົນຜະລິດແລ້ວ ມັນກໍໃຊ້ການ ບໍ່ໄດ້.”
ນອກນີ້ແລ້ວ ລັດຖະບານຊຸດໃໝ່ທີ່ນໍາພາໂດຍພັກເພື່ອໄທນັ້ນ ກໍຍັງວາງແຜນການ ທີ່ຈະ
ປະຕິບັດຕາມຄໍາໝັ້ນສັນຍາ ທີ່ຈະເພີ່ມງົບປະມານສໍາລັບໂຄງການພັທະນາເຂດຊົນນະບົດ
ນັ້ນອີກ ແຕ່ພວກນັກເສດຖະສາດໄດ້ຕັກເຕືອນຕໍ່ການຢືມເງິນມາໃຊ້ ເປັນງົບປະມານໃຊ້
ຈ່າຍໃນໂຄງການພັດທະນາທີ່ໃຫຍ່ໂຕ ທີ່ແນເປົ້າໝາຍໃສ່ການກະຕຸກຊຸກຍູ້ການເຕີບໂຕ ຂອງເສດຖະກິດນັ້ນ.