ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢິ່ງລັກ ຊິນນະວັດ ກຽມຈະເປັນ ນາຍົກລັດຖະມົນຕີຍິງ ຄົນທໍາອິດຂອງໄທ (ເບິ່ງວີດີໂອ ພາສາລາວ/ອັງກິດ)


ທ່ານນາງ ຢິ່ງລັກ ຊິນນະວັດ ວາທີນາຍົກລັດຖະມົນຕີຍິງຄົນທໍາອິດຂອງໄທ
ທ່ານນາງ ຢິ່ງລັກ ຊິນນະວັດ ວາທີນາຍົກລັດຖະມົນຕີຍິງຄົນທໍາອິດຂອງໄທ

ປະ​ເທດ​ໄທ​ກໍາລັງ​ຈະ​​ມີນາ​ຍົກ​ລັດຖະມົນຕີ​ຍິງ​ຄົນ​ທໍາ​ອິດ ກໍ​ຄື ທ່ານ​ນາງ ຢິ່ງລັກ ຊິນນະ​ວັດ ນ້ອງ​ສາວ​ຂອງ​ອະດີດ​ນາ​ຍົກ​ລັດຖະມົນຕີ ທັກສິນ ຊິນນະ​ວັດ ທີ່​ຖືກ​ໂຄ່ນ​ລົ້ມ​ນັ້ນ. ​ໄຊຊະນະ​ຂອງ​ທ່ານ​ນາງ​ໃນ​ຖານະ​ເປັນ​ຜູ້ນໍາ​ພັກ​ເພື່ອ​ໄທ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານນັ້ນ ​ໄດ້​ສ້າງ​ຄວາມ​ຫວັງ​ວ່າ ​ພວກ​ແມ່ຍິງ​ໄທ​ທັງຫລາຍ​ສາມາດຈະ​ມີ​ບົດບາດ​ອັນ​ຍິ່ງ​​ໃຫຍ່​ກວ່າ​​ເກົ່າ​ໄດ້ ໃນ​ປະ​ເທດ​ທີ່​ຜູ້ຊາຍ​​ເປັນ​ຝ່າຍ​ທີ່​ຄອບ​ງໍາ​ການ​ເມືອງນັ້ນ​. ​ແຕ່​ຫລາຍໆ​ຄົນ​ມີຄວາມ​ສົງ​ໃສ​ວ່າ ທ່ານ​ນາງ​ຈະ ສາມາດ​ໂຜ່​ໂຕ​ອອກມາຈາກ​ໃຕ້​ເງົາຂອງ​ຜູ້​ເປັນ​ອ້າຍນັ້ນ​ໄດ້ຫລື​ບໍ່ ຢ່າ​ວ່າ​ແຕ່ຈະ​ທ້າ​ທາຍ​ຕໍ່ສູ້​ກັບກໍາ​ແພງທາງດ້ານ​ວັທະນະ​ທໍາ​ແລະ​ປະ​ເພນີ​ຂອງສັງຄົມ​​ໄທ ທີ່​ກີດ​ກັ້ນພວກ​ແມ່ຍິງ​​ໄທ​ຢູ່​ນັ້ນ​ເລີຍ. ທອງ​ປານມີ​ລາຍ​ລະອຽດ​ກ່ຽວກັບ​ເລື່ອງ​ນີ້ ຈາກລາຍ​ງານທີ່ຜູ້​ສື່​ຂ່າວ​ວີ​ໂອ​ເອ Daniel Schearf ສົ່ງ​ມາ​ຈາກຈາກ​ບາງກອກ.

ທ່ານ​ນາງ ຢິ່ງລັກ ຊິນນະ​ວັດ ​ໄດ້ໂຜ່​ໂຕ​ຂຶ້ນມາເປັນ​ຜູ້ຊະນະ​ໃນ​ນຶ່ງ​ຂອງ​ການ​ເລືອກ​ຕັ້ງ​ທີ່​ມີ
ເດີມ​ພັນສູງ​ທີ່​ສຸດ​ ໃນ​ປະວັດ​ສາດ​ບໍ່​ດົນຜ່ານ​ມາ​ຂອງ​ປະ​ເທດ​ໄທ.

ພັກ​ເພື່ອ​ໄທ​ຂອງ​ທ່ານ​ນາງ ​ໄດ້​ຮັບໄຊຊະນະ​ເປັນ​ຜູ້​ກໍາ​ສຽງ​ສ່ວນ​ຫລາຍ​ຢ່າງ​ງ່າຍດາຍ ​ໃນອັນ
​ທີ່​ເປັນ​ການ​ປະຕິ​ເສດ​ຢ່າງ​ສິ້ນ​ເຊີງຕໍ່ພວກ​ເຈົ້າຂຸນ​ມູນ​ນາຍຫົວ​ກະທິດັ້ງ​ເດີມ​ຂອງ​ໄທ ທີ່​ສະໜັບ
ສະໜຸນ​ພັກ​ປະຊາທິປັດ​ຂອງ​ນາຍົກລັດ​ຖະມົນຕີ​ ອະພິສິດ ​ເວດ​ຊາ​ຊີວະ ຊຶ່ງ​ເປັນ​ພັກ​ທີ່ປົກ ຄອງ​ປະ​ເທດ​ຢູ່​ໃນ​ເວລານີ້.

ເວລາ​ນີ້ ນັກ​ທຸລະ​ກິດ ​ໄວ 44 ປີ​ຄົນ​ນີ້ ກໍາລັງ​ຕຽມ​ໂຕ​ເຂົ້າຮັບ​ຕໍາ​ແໜ່ງ​ທາງ​ການ​ເມືອງ​ເປັນ ​ເທື່ອ​ທໍາ​ອິດ ​ໃນ​ຖານະ​ນາຍົກລັດຖະມົນຕີຍິງຄົນ​ທໍາ​ອິດ​ຂອງ​ໄທ.

ທ່ານ​ນາງ​ ຢິ່ງລັກ ກ່າວ​ວ່າ ຫລັງ​ຈາກ​ຄວາມ​ວຸ້ນວາຍ​ບໍ່​ສະຫງົບ​ສຸກ​ດ້ານການ​ເມືອງ​ ​ແລະ​ຄວາມ​ຮຸນ​ແຮງ​ຢູ່​ຕາມ​ຖະໜົນ​ຫົນທາງມາ​ເປັນ​ເວລາ​ຫລາຍ​ປີ​ແລ້ວ​ນັ້ນ ບັດ​ນີ້ ປະ​ເທດໄທອາດ​ສາມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ ​ຈາກ​ການ​ມີແມ່ຍິງ​ ​ເປັນ​ຜູ້​ນໍາກໍ​ໄດ້ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ ​ຂ້າພະ​ເຈົ້າສາມາດ​ໃຊ້​ວິທີ​ການໃນ​ຖານະ​ແມ່ຍິງ ເພື່ອ​ໂອ້​ລົມ​ກັບ​ທຸກໆ​ຄົນ ເພື່ອ ເຮັດໃຫ້​ປະ​ເທດ​ຊາດ​ກ້າວ​ໄປ​ຂ້າງ​ໜ້າ ​ໂດຍ​ຍຸ​ທະ​ສາດ​ທີ່​ສັນຕິ.

ແຕ່​ພວກ​ທີ່​ຕ້ອງ​ຕິ​ແລະວິຈານ​ທ່ານ​ນາງຢິ່ງລັກ​ກ່າວ​ວ່າ ທ່ານ​ນາງເປັນ​ພຽງ​ຫຸ່ນ​ຂອງ​ອ້າຍ
ກໍ​ຄື​ທ່ານ​ທັກສິນ ຊິນນະ​ວັດ ຜູ້​ນໍາ​ທີ່​ສ້າງ​ຄວາມ​ແຕກ​ແຍກ ທີ່​ຖືກທະຫານ​ໂຄ່ນ​ລົ້ມ​ໃນ​ປີ 2006 ນັ້ນ

ການກໍ່ລັດຖະປະຫານ​ໄດ້ນໍາ​ໄປ​ສູ່ການ​ຍາດ​ແຍ່ງ​ອໍານາດ​ກັນ​ເປັນ​ເວລາ​ນຶ່ງ​ປີ ລະຫວ່າງພວກ​ເຈົ້າຂຸນ​ມູນ​ນາຍ​ດັ້ງ​ເດີມ​ຂອງ​ບາງກອກ ​ກັບ​ຜູ້​ສະໜັບສະໜຸນທ່ານ​ທັກສິນ ​ທີ່ໄດ້​ພາກັນທໍາ​ການ​ປະ​ທ້ວງ​ ທີ່​ໄດ້ຍັງ​ຜົນ​ໃຫ້ເຂດໃຈກາງນະຄອນຫລວງບາງກອກ ຕ້ອງ​ໄດ້​ອັດ​ລົງ​ເມື່ອ​ປີຜ່ານ​ມາ.

ພວກ​ປະກອບ​ອາວຸດ​ໃນ​ກຸ່ມ​ພວກ​ປະ​ທ້ວງ ໄດ້​ທໍາ​ການ​ຕໍ່ສູ້​ຕາມ​ຖະໜົນ​ຫົນທາງ​ກັບກໍາລັງ​ທະຫານ​ ທີ່​ລັດຖະບານ​ສົ່ງໄປປາບ​ການ​ປະ​ທ້ວງ​ນັ້ນ ​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ ຫລາຍ​ກວ່າ 90 ຄົນ ​ຊຶ່ງ​ສ່ວນ​ໃຫຍ່​ເປັນພົນ​ລະ​ເຮືອນ.

ໃນ​ການເຄື່ອນ​ໄຫວຕອບຕໍ່ຄວາມ​ຮຸນ​ແຮງ​ດັ່ງກ່າ​ວ ພວກອົງການ​ຕ່າງ​ໆຂອງ​ແມ່ຍິງ​ຫລາຍ​ກວ່າ 60 ອົງການ ​ໄດ້ຮ່ວມກັນຈັດ​ຕັ້ງ ເຄືອຂ່າຍ​ແມ່ຍິງເພື່ອ​ຫລໍ່​ຫລອມ​ປະ​ເທດ​ໄທ​ຄືນ​ໃໝ່ ​ເພື່ອ​ຊຸກຍູ້​ໃຫ້​ພວກ​ແມ່ຍິງ​ເຂົ້າ​ພົວພັນ​ໃນ​ການ​ເມືອງ​ຫລາຍ​ຂຶ້ນ. ​ໃນ​ບໍ່​ເທົ່າ​ໃດ​ປີ​ຜ່ານມາ​ນັ້ນ ​ແມ່ຍິງແມ່ນ​ປະກອບ​ເປັນ​ພຽງ​ແຕ່ປະມານ 15 ​ເປີ​ເຊັນ ​ຂອງພວກ​ຜູ້​ນໍາທີ່​ຖືກ​ເລືອກ​ຕັ້ງ​ຂອງ​ປະ​ເທດ.

ຄລິກຢູ່ບ່ອນນີ້ ເພື່ອເບິ່ງວີດີໂອພາສາລາວ ຫລືບ່ອນ mp4 ຫລື window media ຂ້າງເທິງຂວາມື

ຜູ້​ປະສານ​ງານກຸ່ມ​ເຄືອ​ຂ່າຍ​ແມ່ຍິງ ນາງ ສຸທາ​ດາ ​ເມກຣຸ່ງ​ເຣືອງກຸລ ສົມ​ທຽບ​ການ​ແບ່ງ​ແຍກໃນ​ປັດຈຸບັນ​ຂອງ​ໄທ ​ໃສ່​ກັບ​ເດັກນ້ອຍ​ຜູ້​ຊາຍ​ສອງ​ຄົນ​ ທີ່​ກໍາລັງ​ຊົກ​ຕ່ອຍກັນ​ຢູ່​ເດີນ​ໂຮງຮຽນ. ນາງ​ເວົ້າ​ວ່າ: “ຄວາມ​ຮູ້ສຶກ​ຂອງ​ພວກ​ເຮົາ​ ວິທີ​ແກ້​ໄຂ​ບັນຫາ​ຂອງ​ພວກ​ເຮົາ ຂໍ້ສະ​ເໜີ​ແນະ​ຂອງ​ພວກ​ເຮົາ ກໍ​ຄື​ ເຈລະຈາ​ກັນ ນັ່ງ​ລົມ​ກັນ. ບາງທີ​ພວກ​ເຮົາ​ບໍ່​ຈໍາ​ເປັນຈະ​ຕ້ອງຕົບ​ຕີ​ກັນ ພວກ​ເຮົາ​ບໍ່ຈໍາ​ເປັນ​ຕ້ອງ​ໃຊ້ອໍານາດເພື່ອ​ກໍາຈັດ​ປັດ​ເຂ່ຍ​ຜູ້​ໃດຜູ້​ນຶ່ງ​ອອກ​ໄປ”

ວົງ​ການ​ທຸລະ​ກິດ​ຂອງ​ໄທ​ແມ່ນ​ເປັນ​ຜູ້​ນຶ່ງ​ທີ່ນໍາ​ໜ້າໂລກ​ຢູ່​ແລ້ວ​ ໃນ​ການ​ວ່າ​ຈ້າງແມ່ຍິງ​ເຂົ້າ ຮັບ​ຕໍາ​ແໜ່​ງ​ລະດັບ​ຫົວໜ້າ​ບໍລິຫານ. ການ​ສໍາ​ຫລວດ​ເມື່ອບໍ່​ດົນຜ່ານ​ມາ​ນີ້​ ລາຍ​ງານ​ວ່າ 30 ​ເປີເຊັນ​ຂອງ​ພວກ​ບໍລິ​ສັດ​ຕ່າງໆ​ນັ້ນ​ມີ​ແມ່ຍິງ​ເປັນ​ຫົວໜ້າ​ບໍລິຫານ​ງານ ຫລື CEO ແຕ່ແມ່ຍິງ​ໄທກໍ​ຍັງລ້າ​ຫລັງ​ຜູ້​ຊາຍ​ໄທ​ຢູ່ ​ໃນ​ເລຶ່ອງການ​ເມືອງ​ນັ້ນ​.

ເຖິງ​ແມ່ນ​ການ​ສະມັກເລືອກ​ຕັ້ງ​ຂອງ​ທ່ານ​ນາງ​ຢິ່ງລັກ ​ໄດ້​ຮັບ​ການ​ໂຄສະນາ​ເຜີຍ​ແຜ່​ຢ່າງໂດ່​ງ ດັງກໍຕາມ ພັກ​ການ​ເມືອງ​ໃຫຍ່ໆ​ທັງໝົດໃນ​ການ​ເລືອກ​ຕັ້ງ​ ​ໂຮມ​ທັງ​ພັກ​ຂອງທ່ານ​ນາງ​ເອງ ​ສ່ວນ​ໃຫຍ່ແລ້ວແມ່ນ​ໄດ້ບໍ່​ເອົາ​ຫົວຊາ​ຕໍ່​ກົດເກນ​ແຫ່ງ​ລັດຖະທໍາມະນູນ ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ປະກອບສ່ວນ​ໃນສັດສ່ວນ​ທີ່​ເທົ່າ​ທຽມ​ກັນ​ກັບ​ຜູ້​ຊາຍ ​ຂອງ​ຜູ້​ສະໝັກ​ທີ່​ເປັນ​ແມ່ຍິງ​ນັ້ນ.

ພວກ​ແມ່ຍິງ​ແມ່ນປະກອບ​ເປັນ 16 ​ເປີ​ເຊັນ​ຂອງ​ຜູ້​ຖືກ​ຄັດເລືອກ​ລົງ​ສະໝັກ​ ສສ ຂອງ​ພັກ​ເພື່ອ​ໄທ ​ໃນ​ຂະນະ​ທີ່​ພັກ​ປະຊາທິປັດ​ມີ​ພວກ​ແມ່ຍິງ​ພຽງ 11 ​ເປີ​ເຊັນ ສ່ວນ​ຫລາຍ​ແມ່ນ​ຢູ່​ທ້າຍ​ບັນຊີ.

ທີ່​ກອງ​ປະຊຸມ​ກ່ອນ​ການ​ເລືອກ​ຕັ້ງ​ ສໍາລັບ​ພວກ​ແມ່ຍິງ​ທີ່​ຖືກ​ຄັດ​ເລືອກ​ລົງ ​ສະ​ໝັກ​ອັນ​ດັບ​ສູງ​ສຸດ ມີ​ແມ່ຍິງ​ພຽງ​ບໍ່​ເທົ່າ​ໃດ​ຄົນທີ່ໄປ​ຮ່ວມ ​ແລະ​ກໍ​ບໍ່ມີຜູ້​ໃດສົນໃຈ​ຢາກຈະ​ຍົກ​ເອົາ​ບັນຫາ​ເລຶ່ອງການ​ຂາດ​ແຄນ​ການ​ສະໜັບສະ​ໜຸນພວກ​ແມ່ຍິງ​ໃນ​ວົງ​ການ​ການ​ເມືອງ​ ຂຶ້ນມາ​ປຶກສາ​ຫາ​ລື​ກັນ​.

ນາງ ສຸທາ​ດາ ກ່າວ​ວ່າ ມີ​ແມ່​ຍິງ​ໃນ​ຈໍານວນຫລາຍ​ເກີນ​ໄປ ທີ່​ຮຽນ​ຮູ້​ການ​ໃຊ້ວາທະ​ສິນ ຫລື ສິນລະປະ​ໃນ​ການ​ປາກ​ເວົ້າດ້ານ​ການ​ເມືອງ ​ພຽງເພື່ອ​ໃຫ້ ຖືກ​ເລືອກ​ຕັ້ງ​ເທົ່າ​ນັ້ນ ​ແລະ​ກໍ​ມີ​ຄວາມສົນໃຈໜ້ອຍ​ຫລາຍ​ ທີ່​ຈະ​ຜັກ​ດັນ​ພັກ​ການ​ເມືອງຕ່າງໆ ​ໃຫ້​ຈັດໃຫ້ມີ​ແມ່ຍິງເຂົ້າສະມັກ ຮັບ​ເລືອກ​ຕັ້ງ​ຫລາຍ​ຂຶ້ນ. ນາງ ສຸທາ​ດາ ເວົ້າ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ​ມັນ​ເປັນວັດທະນະ​ທໍາຫລາຍ​ກວ່າ ເວົ້າໂດຍ​ທາງ​ກົດໝາຍ​ແລ້ວ ພວກ​ເຮົາ​ຕ້ອງ​ປະຕິບັດ​ຕາມ ​ແຕ່​ໂດຍ​ທໍາ​ມະ​ຊາດ​ຫລື​ຕາມ​ປະເພ​ນີ​ແລ້ວ​ ​ເຮົາແມ່ນບໍ່​ເອົາ​ຫົວຊາ ຄື​ເມີນ​ເສີຍຢ່າງ​ອັດຕະ​ໂນ​ມັດ​ໄປ​ເລີ​ຍ.

ນາງ​ສຸທາ​ດາ​ກ່າວ​ວ່າ ມັນ​ຈະ​ໄວ​ເກີນ​ໄປ​ທີ່​ຈະ​ບອກ​ໄດ້​ວ່າ ການໂຜ່​ໂຕ​ຂຶ້ນມາ​ສູ່​ອໍານາດຂອງ​ທ່ານ​ນາງ​ຢິ່ງລັກ​ຄັ້ງ​ນີ້ ຈະມີ​ຄວາມ​ໝາຍແນວ​ໃດ​ກ່ຽວ​ກັບ​ບົດບາດ​ຂອງ​ພວກ​ແມ່ຍິງ​ໃນວົງ​ການ​ເມືອງ​ຂອງໄທ ຫລື​ຄວາມ​ພະຍາຍາມ​ຫາ​ທາງສ້າງ​ຄວາມ​ປອງ​ດອງພື່ອ​ແກ້​ໄຂ​ບັນຫາ​ການ​ແຕກ​ແຍກ​ທາງ​ການ​ເມືອງ​ອັນ​ຂື່​ນຂົມຂອງ​ໄທ​ນັ້ນ.

ເວລາ​ນີ້​ ພັກ​ເພື່ອ​ໄທກໍາລັງຄິດ​ໄກ່​ກອງທີ່​ຈະໃຫ້​ນີລະ​ໂທດ​ກໍາ​ແກ່​ພວກນັກ​ເຄຶ່ອນ​ໄຫວ​ດ້ານ​ການ​ເມືອງ ​ແລະ​ພວກ​ນັກ​ການ​ເມືອງ​ທີ່​ຖືກ​ສັ່ງ​ຫ້າມ​ບໍ່ໃຫ້​ຫລິ້ນ​ການ​ເມືອງນັ້ນ​. ນອກ​ນີ້​ແລ້ວ​ ທ່ານ​ນາງ​ຢິ່ງລັກ ກໍ​ກໍາລັງ​ພິ​ຈາລະນາ​ອະ​ໄພ​ໂທດ​ໃຫ້​ແກ່​ອ້າຍ​ຂອງ​ທ່ານ​ນາງ ຄື​ທ່ານ​ທັກສິນ ຊິນນະ​ວັດ​ ທີ່ລີ້​ໄພ ຢູ່​ຕ່າງປະ​ເທດ​ມາ​ຕັ້ງ​ແຕ່​ປີ 2008 ​ເພື່ອ​ຫລີກ​ໂທດ​ຈໍາ​ຄຸກ​ໃນ​ຂໍ້​ຫາ​ສໍ້ລາດ​ບັງ​ຫລວງ​.

ການ​ກັບ​ຄືນ​ມາ​ປະ​ເທດ​ໄທ​ຂອງ​ທ່ານ​ທັກສິນ ອາດ​ຈະ​ກໍ່​ໃຫ້ເກີດຄວາມ​ບໍ່​ສະຫງົບ​ໃນ​ໄທ​ຂຶ້ນອີກ​ຮອບ​ນຶ່ງ​ໄດ້ ​ແຕ່​ທ່ານ​ນາງ​ຢິ່ງລັກ​ກ່າວວ່າ ການ​ກັບ​ຄືນ​ມາ​ຂອງ​ທ່ານ​ທັກສິນ ​ບໍ່ແມ່ນບູລິ​ມະ​ສິດ​ ໃນ​ເວລາ​ນີ້.

“ຂ້າພະ​ເຈົ້າຢາກ​ຈະ​ເວົ້າວ່າ ການ​ໃຫ້​ນີລະ​ໂທດ​ກໍາ​ນັ້ນ ມັນ​ເປັນ​ພຽງ​ເທັກນິກ ​ເທ​ກນິກອັນ​ນຶ່ງ ໃນການ​ສ້າງ​ຄວາມ​ປອງ​ດອງ ​ແຕ່ພວກ​ເຮົາ​ບໍ່​ໄດ້​ແນ​ເປົ້າໝາຍ​ໃສ່​ການ​ໃຫ້​ນີລະ​ໂທດ​ກໍາ​ເທື່ອ​ໃນ​ເວລາ​ນີ້. ພວກ​ເຮົາ​ແນ​ເປົ້າໝາຍ​ໃສ່​ວ່າ​ພວກ​ເຮົາ​ຈະ​ນໍາພາ​ປະ​ເທດ​ຊາດ​ເຄຶ່ອນ​ໄຫວ​ໄປ​ໜ້າ​ໄດ້​ແນວ​ໃດ ພວກ​ເຮົາຈະ​ເຮັດ​ວິທີ​ໃດ​ເພື່ອ​ຊ່ວຍ​ໃຫ້​ໄທ​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວ​ກັນ​ໄດ້.

ໃນ​ຂະນະ​ທີ່​ທ່ານ​ນາງ​ຢິ່ງລັກ ກຽມ​ທີ່​ຈະ​ເຂົ້າດໍາລົງ​ຕໍາແໜ່​ງນາຍົກລັດຖະມົນຕີ​ຄົນ​ຕໍ່​ໄປ​ຂອງ​ໄທ​ໃນ​ອີກບໍ່​ເທົ່າ​ໃດ​ອາທິດ​ຕໍ່ໜ້າ​ນີ້ ປະຊາຊົນ​ໄທ​ທັງ​ໝົດ​ກໍກໍາລັງ​ລໍຖ້າ​ເບິ່ງ​ວ່າ ຄວາມ​ຊໍາ ນານ​ດ້ານການ​ເມືອງ​ທີ່​ຍັງ​ບໍ່​ໄດ້​ຖືກ​ທົດ​ສອບ​ຂອງ​ທ່ານ​ນາງ​ນັ້ນ ຈະສາມາດ​ເອົາ​ຊະນະ​ການ​ແຕກ​ແຍກ​ອັນ​ເລິກ​ເຊິ່ງຂອງ​ໄທ​ໄດ້​ຫລື​ບໍ່ ຫລື​ ທ່ານ​ນາງ​ຈະສາມາດຫັນ​ປ່ຽນ​ທັດສະນະ​ຄະ ຕິທາງ​ການ​ເມືອງ​ ​ໃນ​ລະຫວ່າງ​ພວກ​ຜູ້​ຊາຍ​ແລະ​ແມ່ຍິງນັ້ນ​ໄດ້ ຫລື​ບໍ່?


ເບິ່ງວີດີໂອ ພາສາອັງກິດ

XS
SM
MD
LG