ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເພື່ອໄທມີແຜນ ຈະປະຕິບັດຕາມສັນຍາ ທີ່ວ່າ ຈະປັບ ຄ່າແຮງງານຕໍ່າສຸດ ເພີ່ມຂຶ້ນ ເປັນສອງເທົ່າຕົວ


ແມ່ຍິງຄົນນຶ່ງໃຊ້ໂທລະສັບມືຖືຂອງນາງ ຖ່າຍຮູບເອົາທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີ ທີ່ຖືກເລືອກຕັ້ງໃໝ່ຂອງໄທ ຂະນະທີ່ທ່ານນາງຖະແຫລງຕໍ່ກອງປະຊຸມນັກຂ່າວ ເມື່ອວັນທີ 13 ກໍລະກົດ 2011 ທີ່ບາງກອກ. (REUTERS/Sukree Sukplang)
ແມ່ຍິງຄົນນຶ່ງໃຊ້ໂທລະສັບມືຖືຂອງນາງ ຖ່າຍຮູບເອົາທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີ ທີ່ຖືກເລືອກຕັ້ງໃໝ່ຂອງໄທ ຂະນະທີ່ທ່ານນາງຖະແຫລງຕໍ່ກອງປະຊຸມນັກຂ່າວ ເມື່ອວັນທີ 13 ກໍລະກົດ 2011 ທີ່ບາງກອກ. (REUTERS/Sukree Sukplang)

ທ່ານ​ນາງ ຢີ່ງລັກ ຊິນນະ​ວັດ ນາ​ຍົກລັດຖະມົນຕີ​ທີ່​ຖືກ​ເລືອກຕັ້ງ​ໃໝ່ໆ​ຂອງ​ໄທ ກ່າວ​ວ່າ ລັດຖະບານ​ຊຸດ​ໃໝ່​ຂອງ​ໄທ ຈະຜັກ​ດັນ​ຕໍ່​ໄປຂ້າງ​ໜ້າຕາມ​ທີ່​ໄດ້​ໃຫ້ສັນຍາ​ໄວ້​ກັບ​ປະຊາຊົນ​ເວລາ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ​ເພື່ອ​ເພີ່ມ​ຄ່າ​ແຮງງານ​ຕໍ່າ​ສຸດ​ຂຶ້ນອີກ​ເປັນ​ສອງ​ເທົ່າ​ຕົວນັ້ນ ​ເຖິງ​ແມ່ນຈະ​ມີ​ຄວາມ​ຢ້ານ​ກົວ​ວ່າ​ຈະ​ກໍ່​ໃຫ້​ເກີດ​ສະ​ພາວະ​ເງິນ​ເຟີ້​ ເພີ່ມ​ຂຶ້ນອີກ​ກໍ​ຕາມ. ທອງ​ປານຈະ​ນໍາ ​ເອົາລາຍ​ງານ​ຂອງ​ຜູ້​ສື່​ຂ່າວ​ວີ​ໂອ Ron Corben ກ່ຽວກັບເລຶ່ອງນີ້ຈາກບາງ ກອກ ມາສະ​ເໜີ​ທ່ານ​.

ເມື່ອ​ວັນ​ສຸກແລ້ວ​ນີ້ ທ່ານ​ນາງ ຢິ່ງລັກ ຊິນນະ​ວັດ ນາ​ຍົກ​ລັດຖະມົນຕີ​ໄທ ​ໄດ້​ຍຶດໝັ້ນ​ໃນ​ຄໍາ​ໝັ້ນ​ສັນຍາທີ່​ໄດ້​ໃຫ້​ໄວ້​ໃນ​ຕອນ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ ​ໂດຍ​ກ່າວ​ວ່າຈະຂຶ້ນຄ່າ​ແຮງ​ງານ ຕໍ່າ​ສຸດ​ໃຫ້​ພວກ​ຄົນ​ງານ​ໄທ​ນັ້ນ ແຕ່​ທ່ານ​ນາງ​ກໍ​ກ່າວ​ວ່າ ກ່ອນ​ຈະ​ມີ​ການ​ຈັດ​ຕັ້ງປະຕິ​ບັດ​ນະ​ໂຍບາຍ​ນີ້ ທ່ານ​ນາງ​ຈະ​ທໍາ​ກາ​ນ​ເຈລະຈາ​ກັບວົງ​ການ​ທຸລະ​ກິດ ​ແລະ​ພາກສ່ວນ​ແຮງງານ​ເສຍ​ກ່ອນ.

​ໃນ​ການໃຫ້​ສໍາ​ພາດ​ຂ່າວ​ແກ່ສື່ມວນ​ຊົນໃນ​ມື້​ວັນ​ສຸກນັ້ນ ທ່ານ​ນາງ​ ຢິ່ງລັກ ກ່າວ​ວ່າ ລັດຖະ
ບານ​ຈະ​ຄ່ອຍໆຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍດັ່ງກ່າວ ​ແລະ​ຜ່ອນ​ເບົາ​ຜົນ​ກະທົບຕໍ່ວົງ​ການ​ທຸລະ​
ກິດ​ ​ໂດຍ​ຜ່ານການ​ລົດ​ຜ່ອນ​ພາສີໃຫ້​ພວກບໍລິສັດ​ໃຫຍ່ໆ. ທ່ານ​ນາງ ຢິ່ງລັກ ກ່າວ​ວ່າ:

“ພວກ​ເຮົາ​ຈະ​ປະຕິບັດນະ​ໂຍບາຍຄ່າ​ແຮງ​ງາ​ນຕໍ່າ​ສຸດ​ນັ້ນ ໄປພ້ອມໆ​ກັບການລົດ​ອັດ​ຕາ
ພາສີ​ຂອງ​ພວກ​ບໍລິ​ສັດ​ລົງ ຈາກ 30 ​ເປີ​ເຊັນ ມາ​ເປັນ 23 ​ເປີ​ເຊັນ ​ແຕ່​ພວກ​ເຮົາ​ຈະ​ຕ້ອງ
​ໄດ້​ທໍາ​ການ​ປຶກສາ​ຫາລື​ກັນ​ກັບ​ວົງ​ການ​ທຸລະ​ກິດ​ທັງ​ໝົດ
ກ່ອນ ດັ່ງ​ນັ້ນ​ຂ້າພະ​ເຈົ້າຈະ​ຍັງ​ບໍ່
​ຈັດ​ຕັ້ງ​ ປະຕິບັດ
​ເທື່ອ. ຍ້ອນ​ເລື່ອງຜົນ​ກະທົບນີ້ ພວກ​ເຮົາ​ຈຶ່ງຈະ​ຕ້ອງ​ໄດ້ປຶກສາ​ຫາລື​ກັນ​
ແລະ​ຄ່ອຍໆ​ສຶກສາ​ເບິ່ງ​ວ່າ ​ພວກ​ເຮົາ​ຈະ​ຊອກ​ຫາ​ວິທີ​ໃດ​ເພື່ອແກ້​ໄຂ​ບັນຫາ​ຮ່ວມ​ກັນ
.

ປະຊາຊົນໄທ ຈຳນວນນງ ທປອນບັດເອົາ ທານນາງຢງລັກ ຊິນນະວັດ ໃນການເລືອກຕງ ເມອວັນທີ 3 ກໍລະກົດ 2011.
ປະຊາຊົນໄທ ຈຳນວນນງ ທປອນບັດເອົາ ທານນາງຢງລັກ ຊິນນະວັດ ໃນການເລືອກຕງ ເມອວັນທີ 3 ກໍລະກົດ 2011.

ການ​ເຄຶ່ອນ​ໄຫວ​ເພື່ອ​ປັບ​ຄ່າ​ແຮງ​ງານ​ຕໍ່າ​ສຸດຂຶ້ນ ​ເປັນ​ສອງ​ເທົ່າ​ຕົວ
ຄືປະມານ 300 ບາດ​ຕໍ່​ມື້ແມ່ນ
​ເປັນ​ນຶ່ງ​ໃນ​ຄໍາ​ໝັ້ນ​ສັນຍາ​ໃນ​ການ
​ໂຄສະນາຫາ​ສຽງຫລາຍໆ​ຢ່າງ
ທີ່ພັກ​ເພື່ອ​ໄທ​ໄດ້ໃຫ້ໄວ້ກ່ອນ​ໜ້າ
ການ​ເລືອກ​ຕັ້ງ. ພັກ​ເພື່ອ​ໄທ ຊຶ່ງ​
ເປັນພັກ​ຝ່າຍ​ຄ້ານ ​ຍາດໄຊຊະ
​ນະມາ​ໄດ້ດ້ວຍ​ຄະ​ແນນສຽງ​ຖ້ວມ
​ລົ້ນ ​ຈາກ​ລັດຖະບານ​ຊຸດ​ປັດຈຸ
ບັນ ກໍ​ຄື​ພັກ​ປະຊາທິປັດ​ນັ້ນ ​ໃນ
​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ເມື່ອ
​ວັນ​ວັນ​ອາທິດ​ທີ່ 3 ​ຂອງ​ເດືອນ
​ນີ້ ​ແລະ​ເວລາ​ນີ້ກໍ ກໍາລັງ​ກຽມ​
ປະກອບ​ລັດຖະບານ​ປະສົມຂຶ້ນ ​ເພື່ອທີ່​ຈະ​ເຂົ້າ​ຄອບ​ຄອງ​ບ່ອນ ນັ່ງ 300 ​ບ່ອນ ໃນ​ສະພາທີ່ມີ​ບ່ອນ​ນັ່ງ ​ຈໍານວນ​ທັງ​ໝົດ 500 ບ່ອນ​ນັ້ນ.

ບັນດາ​ກຸ່ມແຮງ​ງານ​ໄທ​ກ່າວ​ວ່າ ​ໄດ້​ມີ​ການໃຫ້ຄວາມ​ໝັ້ນ​ໃຈ​ແກ່ພວກ​ເຂົາເຈົ້າ​ວ່າ ລັດຖະບານ​ຊຸດ​ໃໝ່​ນີ້​ຈະ​ຂຶ້ນຄ່າ​ແຮງ​ຕໍ່າ​ສຸດ ຕາມ​ທີ່​ໄດ້ໃຫ້​ສັນຍາ​ໄວ້.

ທ່ານ ຊາລີ ລອຍ​ສູງ(Chalee Loisung) ປະທານ​ກໍາມະການ​ສາ​ມະ​ຄີ​ແຮງ​ງານ​ໄທ ກ່າວ
ວ່າ ລັດຖະບານ​ຄວນ​ຈະ​ຈັດ​ຕັ້ງປະຕິບັດ​ນະ​ໂຍບາຍ​ຂຶ້ນ​ຄ່າ​ແຮງ​ງານ​ຕໍ່າ​ສຸດ​ນັ້ນ ​ທັນທີ​ທີ່ເຂົ້າ
ມາກໍາ​ອໍານາດ​ບໍລິຫານ​ປະ​ເທດ​ແລ້ວ ​ແຕ່​ໃນ​ຂະນະ​ດຽວ​ກັນ ​ທ່ານ​ກໍກ່າວວ່າ ລັດຖະບານ
ຄວນ​ຈະ​ຫລີກ​ລ່ຽງຜົນ​ກະທົບໃນ​ທາງ​ລົບ ຕໍ່​ເສດຖະກິດ​ໄທ.

// ສຽງ​ພາສາ​ໄທ //

ທ່ານ ຊາລີ ​ເວົ້າວ່າ ລັດຖະບານ​ໄດ້​ບອກ​ພວກ​ກຸ່ມ​ແຮງ​ງານ​ວ່າ​ ຕົນ​ຍຶດໝັ້ນ​ຕໍ່ຄໍາ​ໝັ້ນ​ສັນຍາ
​ທີ່​ຈະ​ຂຶ້ນຄ່າ​ແຮງງານ​ຕໍ່າ​ສຸດນັ້ນ ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນມີ​ມາດຕະຖານ​ການ​ຄອງ​ຊີບ​ສູງ​ຂຶ້ນ
ກວ່າ​ເກົ່າ ​ແຕ່​ທ່ານ​ກໍ​ກ່າວ​ວ່າ ​ໃນຂະນະທີ່​ລາຍ​ໄດ້​ຂອງ​ຄອບຄົວ​ສູງ​ຂຶ້ນນັ້ນ ພວກ​ນາຍ​ຈ້າງ​
ທັງຫລາຍ​ກໍ​ອາດຈະ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ເຊັ່ນ​ກັນ.

ທ່ານ​ທະວີ ​ເຕຊະ​ທີ​ຣະວັດ ຫົວໜ້າ​ສະພາສະຫະພັນ​ການ​ຄ້າ​ໄທ ສະໜັບໜຸນ​ຄໍາ​ໝັ້ນ​ສັນຍາ
ທີ່​ຈະຂຶ້ນຄ່າແຮງ​ງານ​ຕໍ່າ​ສຸດ​ຂອງ​ລັດຖະບານຊຸດ​ໃໝ່

ແຕ່​ກໍ​ກ່າວ​ວ່າ ການ​ເຈລະຈາຕໍ່​ຮອງ​ກັນໃນບັ້ນ​ສຸດ​ທ້າຍ​ແລ້ວ ​ແມ່ນ​ຈະ​ຂຶ້ນຢູ່​ກັບຜູ້​ທີ່​ຈະ​ມາ
ເປັນ​ລັດຖະມົນຕີ​ກະຊວງ​ແຮງ​ງານ​.

// ສຽງ​ພາສາ​ໄທ //

ທ່ານ​ທະວີ ​ເວົ້າ​ວ່າ ລັດຖະບານ​ໄດ້​ເວົ້າຊໍ້າ​ແລ້ວ​ຊໍ້າ​ອີກ​ວ່າ “ພວກ​ເຮົາສາມາດ​ເຮັດ​ໄດ້” ​ແຕ່
​ພວກ​ກຸ່ມ​ກໍ​າມະກອນ​ກໍ​ຕ້ອງໄດ້ລໍ​ຄອຍ​ເບິ່ງ​ວ່າ​ໃຜ​ຈະ​ຖືກ​ແຕ່ງຕັ້ງ​ເປັນ​ລັດຖະມົນຕີ​ກະຊວງ
​ແຮງ​ງາ​ນ. ຫລັງ​ຈາກ​ນັ້ນ​ແລ້ວ​ພວກ​ສະຫະພັນການ​ຄ້າ​ ກໍ​ສາມາດ​ທີ່​ຈະ​ເຈລະຈາ​ກັນ​ໄດ້.

ທາງ​ຝ່າຍວົງ​ການ​ທຸລະ​ກິດ​ຂອງ​ໄທ​ແລະ​ຂອງ​ຕ່າງປະ​ເທດນັ້ນ ​ແມ່ນບໍ່ໄດ້​ມີ​ຄວາມ​ກະຕືລື
​ລົ້ນ​ພໍ​ປານ​ໃດ ກ່ຽວ​ກັບ​ການ​ຂຶ້ນ​ຄ່າ​ແຮງ​ງານ​ຕໍ່າ​ສຸດ​ນັ້ນ ຍ້ອນວ່າລາຍ​ຈ່າຍ​ບັນຊີ​ເງິນ​ເດືອນ
​ຂອງ​ພວກ​ເຂົາ​ເຈົ້າຈະ​ສູງ​ຂຶ້ນ ​ແລະ​ມັນອາດສາມາດ​ນໍາ​ໄປ​ສູ່​ສະພາວະ​ເງິນ​ເຟີ້ ເພີ່ມ​ຂຶ້ນ​ໄດ້.

ທ່ານ ນັນ​ດໍ ວອນ ​ເດີ ລູ​ເຫ(Nandor von der Luehe) ປະທານ​ຮ່ວມຫໍ​ການ​ຄ້າ​ຕ່າງ
ປະ​ເທດ ກ່າວ​ວ່າ ​ເລື່ອງການ​ເພີ່ມ​ຄ່າ​ແຮງ​ງານ​ນັ້ນ ແມ່ນ​ໄດ້​ຖືກ​ຍົກ​ຂຶ້ນມາກ່າວ​ອ້າງກັນ
​ຢ່າງ​ກວ້າງຂວາງ ໂດຍພວກ​ນັກ​ການ​ເມືອງ​ຫາ​ສຽງ​ເລືອກ​ຕັ້ງ​ທັງຫລາຍ ​ແຕ່​ຈະສາມາດ
​ເຮັດ​ໄດ້​ ກໍ​ຕໍ່​ເມື່ອ​ມີ​ການ​ປັບປຸງ​ຄວາມ​ສາມາດ​ຜະລິດ​ໃຫ້​ດີ​ຂຶ້ນ​ເທົ່າ​ນັ້ນ. ທ່ານ ນັນ​ດໍ ວອນ ​ເດີ ລູ​ເຫ ​ເວົ້າ​ວ່າ:

“ພັກ​ການ​ເມືອງ​ທັງ​ໝົດ​ພາກັນ​ອອກ​ມາ​ໂຄສະນາ​ຈະ​ຂຶ້ນຄ່າ​ແຮງ​ງານ​ຕໍ່າ​ສຸດ​.ການ​ຂຶ້ນຄ່າ​ແຮງງານ​ຕໍ່າ​ສຸດ​ນັ້ນ​ຈະບໍ່​ມີ​ບັນຫາ​ຫຍັງ ຖ້າ​ຫາກ​ເຮົາ​ເພີ່ມ​ພູນ​ຜົນຜະລິດ ​ແຕ່​ຖ້າ​ເຮົາ​ຈະ​ຂຶ້ນຄ່າ​ແຮງ​ງານ​ຕໍ່າ​ສຸດ​ແຕ່​ພຽງ​ຢ່າງ​ດຽວ​ ໂດຍ​ທີ່​ບໍ່​ເພີ່ມ​ພູນ​ຜົນ​ຜະລິດ​ແລ້ວ ມັນ​ກໍ​ໃຊ້​ການ ​ບໍ່​ໄດ້.

ນອກ​ນີ້​ແລ້ວ ລັດຖະບານ​ຊຸດ​ໃໝ່​ທີ່​ນໍາພາ​ໂດຍພັກ​ເພື່ອ​ໄທນັ້ນ ກໍ​ຍັງ​ວາງ​ແຜນການ​ ທີ່​ຈະ
ປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ ທີ່ຈະ​ເພີ່ມ​ງົບປະມານ​ສໍາລັບ​ໂຄງການ​ພັທະ​ນາເຂດ​ຊົນນະບົດ
ນັ້ນ​ອີກ ​ແຕ່ພວກ​ນັກ​ເສດຖະສາດໄດ້​ຕັກ​ເຕືອນ​ຕໍ່​ການຢືມ​ເງິນມາ​ໃຊ້​ ເປັນງົບປະມານໃຊ້​
ຈ່າຍ​ໃນໂຄງການ​ພັດທະນາ​ທີ່​ໃຫຍ່​ໂຕ ທີ່ແນ​ເປົ້າໝາຍ​ໃສ່​ການ​ກະຕຸກ​ຊຸກຍູ້​ການ​ເຕີບ​ໂຕ ຂອງ​ເສດຖະກິດ​ນັ້ນ.

XS
SM
MD
LG