ສັນນິບາດຊາດອາຣັບ ໄດ້ເລື່ອນກອງປະຊຸມຂອງບັນດາລັດຖະມົນຕີການຕ່າງ ປະເທດ
ຂອງຕົນ ທີ່ໄດ້ກໍາໜົດວ່າ ຈະຈັດຂຶ້ນໃນວັນອາທິດມື້ນີ້ ຢູ່ນະຄອນ Jeddah ຂອງ Saudi
Arabia ເພື່ອປຶກສາຫາລືກ່ຽວກັບສະຖານະການຂອງ ຊິເຣຍ ແລະການປ່ຽນຜູ້ໄປເປັນທູດ
ສັນຕິພາບ ແທນທ່ານ Kofi Annan ທີ່ໄດ້ ລາອອກໃນຕົ້ນເດືອນນີ້.
ເຈົ້າໜ້າທີ່ຂອງສັນນິບາດຊາດອາຣັບທ່ານນຶ່ງ ທີ່ອອກມາປະກາດຂ່າວການເລື່ອນກອງປະ ຊຸມດັ່ງກ່າວໃນວັນອາທິດມື້ນີ້ ບໍ່ໄດ້ໃຫ້ເຫດຜົນໃດໆ ແລະກໍບໍ່ໄດ້ເວົ້າອີກວ່າ ຈະມີການ ກໍານົດໃຫ້ຈັດກອງປະຊຸມຂຶ້ນໃໝ່ ເມື່ອໃດແທ້.
ການປະກາດເລື່ອນກອງປະຊຸມດັ່ງກ່າວໄດ້ມີຂຶ້ນ ໃນຂະນະທີ່ລັດຖະມົນຕີການຕ່າງປະ
ເທດສະຫະລັດ ທ່ານນາງ Hillary Clinton ກໍາລັງຢ້ຽມຢາມນະຄອນ ອິສຕັນບູລ ເພື່ອ ສົນທະນາກັບພວກຜູ້ນໍາເທີກີ ກ່ຽວກັບບັນຫາຊີເຣຍ.
ພວກເຈົ້າໜ້າທີ່ເວົ້າວ່າ ທ່ານນາງ Clinton ໄດ້ພົບປະກັບປະທານາທິບໍດີ Abdullah Gul,
ນາຍົກລັດຖະມົນຕີ Recep Tayyip Erdogan ແລະເຈົ້າ ໜ້າທີ່ຄົນອື່ນໆ ຂອງເທີກີ ເພື່ອ
ປຶກສາຫາລືກ່ຽວກັບວ່າ ຈະຮັບມືແບບໃດກັບປະເທດຊີເຣຍ ຊຶ່ງເປັນເພື່ອນບ້ານຂອງເທີກີນັ້ນ.
ເທີກີໃຫ້ບ່ອນພັກພາອາໄສແກ່ ຊາວຊີເຣຍຈຳນວນຫຼາຍໆໝື່ນຄົນ ທີ່ໄດ້ຫຼົບໜີຄວາມຮຸນ
ແຮງຢູ່ໃນບ້ານເກີດ ເມືອງນອນຂອງພວກເຂົາເຈົ້າໄປນັ້ນ.
ເບິ່ງວີດິໂອກ່ຽວການປະກອບອາວຸດຂອງຝ່າຍກະບົດໃນຊີເຣຍ