ຊີເຣຍຖິ້ມໂທດ ການລະເບີດຂອງ ທໍ່ລໍາລຽງນໍ້າມັນ ໃສ່ກຸ່ມກໍ່ການຮ້າຍ.

  • ສິງ ບູຣົມມະວົງ

ຄວັນໄຟພຸ່ງຂຶ້ນໃນເຂດ Erbeen ຊານເມືອງຫລວງດາມັສກັສ ບ່ອນທີ່ພວກທະຫານຂອງຝ່າຍລັດຖະບານ ພະຍາຍາມຍຶດເອົາ ຂົງເຂດຕ່າງໆຄືນ. ວັນທີ 30 ມັງກອນ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ຊີ​ເຣຍ​ໄດ້​ຖິ້ມ​ໂທດ​ ໃສ່​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າກຸ່ມ​ກໍ່​ການ​ຮ້າຍ​ ທີ່​ໄດ້​ທໍາລາຍ​ທໍ່​ລໍາລຽງ​ນໍ້າມັນ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້ ຂະນະ​ທີ່ພວກ​ນັກ​ເຄື່ອນ​ໄຫວ​ລາຍ​ງານ​ວ່າ ມີ​ການ​ປະ​ທະ​ກັນ​ຫລາຍບັ້ນ​ໃນ​ແຫ່ງ​ອື່ນໆ​ອີກ​ໃນ​ປະ​ເທດ​ນັ້ນ.

ອົງການ​ຂ່າວ​ທາງ​ການ​ຊີ​ເຣຍກ່າວ​ວ່າ ​ທໍ່​ລໍາລຽງ​ນໍ້າມັນໄດ້ລະ​ເບີດຂຶ້ນ​ຢູ່​ໃກ້ໆກັບ​ເຂດ Tel
kalakh ​ໃກ້​ກັບ​ຊາຍ​ແດນ​ເລ​ບາ​ນອນ. ​ໄດ້​ມີ​ການ​ການ​ໂຈມ​ຕີ​ທໍ່​ລໍາລຽງ​ນໍ້າມັນ​ຫລາຍ​ບັ້ນ
ນັບ​ແຕ່​ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ມີນາ​ປີແລ້ວ​ນີ້​ ຕໍ່​ຕ້າ​ນປະທານາ
ທິບໍດີ Bashar al-Assad ​ແຫ່ງ​ຊີ​ເຣຍ ​ແຕ່​ບໍ່​ເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ໃຜ​ເປັນ​ຜູ້ຮັບ
ຜິດຊອບ​ໃນ​ການ​ໂຈມ​ຕີ​ເຫລົ່າ​ນັ້ນ. ບາງ​ຫົວ​ເມືອງ​ຂອງ​ຊີ​ເຣຍ​ໄດ້ປະ​ເຊີນ​ກັບ​ການ​ຂາດ​ແຄນ
ໄຟຟ້າ​ໃຊ້ ຫລັງ​ຈາກ​ມີການ​ໂຈມ​ຕີ​.

ໃນ​ຂະນະ​ດຽວ​ກັນ ກຸ່ມ​ປົກ​ປ້ອງ​ສິດ​ມະນຸດ Syrian Observatoryກ່າວ​ຢູ່​ໃນ​ຖະ​ແຫລ​ງ
ການສະບັບ​ນຶ່ງ​ທີ່ ​ສົ່ງ​ໄປ​ຍັງ​ອົງການ​ຂ່າວ​ຝຣັ່ງວ່າການ​ປະ​ທະ​ກັນ​ໄດ້​ສັງຫານ​ພວກ​ທະຫານ
ລັດຖະບານ 6 ຄົນ ​ແລະພົນລະ​ເຮືອນ 4 ຄົນ​ໃນ​ເມືອງ Hirak ​ໃນ​ແຂວງ Daraa ​ໃນ​
ພາກໃຕ້ຂອງ​ຊີ​ເຣຍ.

ໃນ​ມື້ວານ​ນີ້​ ກຸ່ມ​ນັກ​ເຄື່ອນ​ໄຫວດັ່ງກ່າວ ​ທີ່​ມີ​ຫ້ອງການຢູ່​ໃນ​ອັງກິດ​ລາຍ​ງານ​ວ່າ ປະຊາຊົນ
72 ຄົນ​ເສຍ​ຊີວິດ​ໃນ​ທົ່ວ​ປະ​ເທດ ຮວມທັງ​ພົນລະ​ເຮືອນ 31 ຄົນ​ ຊຶ່ງ​ສ່ວນ​ຫລາຍ​ແມ່ນ​ຢູ່​
ໃນເຂດ​ຊານ​ເມືອງ​ຫລວງ​ດາ​ມັສ ກັສ​ ແລະສອງຫົວ​ເມືອງ​ໃນ​ພາກ​ກາງ​ ຄືເມືອງ Homs
ແລະເມືອງ​ຮາ​ມາ. ລາຍ​ງານ​ທີ່​ວ່າ​ນີ້ບໍ່​ສາມາດ​ຢືນຢັນ​ໄດ້​ຈາກ​ແຫ​ລ່ງຂ່າວ​ອື່ນ​ທີ່​ເປັນ​ອິດ​ສະ
ລະ​ເພາະວ່າຊີ​ເຣຍຫ້າມ​ພວກ​ນັກ​ຂ່າວຕ່າງ​ປະ​ເທດ​ເຂົ້າ​ໄປເອົາ​ຂ່າວ​ໄດ້​ຢ່າງ​ເສ​ລີໃນ​ປະ​ເທດ
ນັ້ນ.

ລັດຖະບານ​ຊີ​ເຣຍທໍາ​ການປ້ອງ​ກັນ​ນະຄອນຫລວງ​ຂອງ​ຕົນ​ຈາກ​ການ​ໂຈມ​ຕີ​ຂອງ​ພວກ​ນັກ
ຕໍ່ສູ້​ຝ່າຍ​ກະບົດ​ໃນ​ວັນ​ອາທິດ​ວານ​ນີ້ ດ້ວຍ​ການ​ສົ່ງ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄປ​ຍັງ​ທົ່ວ
ໂຕ​ເມືອງ ​ແລະ​ພວກ​ທະຫານ​ປະມານ 2 ພັນ​ຄົນ​ທີ່ ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ລົດ​ຖັງ​ແລະ
ລົດ​ຫຸ້ມ​ເກາະ ​ກໍ​ໄດ້ເປີດສາກທໍາ​ໂຈມ​ຕີ​ເພື່ອ​ຍືດ​ເອົາ​ເຂດ​ຊານ​ເມືອງ​ແຫ່ງ​ຕ່າງໆ​ຄືນ.