ໄຕ້ຝຸ່ນໃຫຍ່ ຣາມມະສູນ ພັດຖະຫຼົ່ມ ພາກໃຕ້ ຂອງຈີນ (ສະໄລດ໌/ວີດີໂອ)

ແມ່ຍິງຄົນນຶ່ງ ພວມຂ້າມທາງ ໃນຂະນະທີ່ມີຝົນຕົກໜັກ ແລະລົມແຮງ ທີ່ເມືອງ Haikou ໃນແຂວງໄຫໜານຂອງຈີນ (18 ກໍລະກົດ 2014)

ໄຕ້ຝຸ່ນຣາມມະສູນທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍສິບຄົນຢູ່ຟີລິບປິນ
ໄດ້ເພີ້ມຄວາມແຮງຂຶ້ນເປັນລົມໄຕ້ຝຸ່ນຂະໜາດຮ້າຍແຮງຫຼືຊູເປີ້
ໄຕ້ຝຸ່ນ ກ່ອນທີ່ຈະພັດເຂົ້າຖະຫຼົ່ມພາກໃຕ້ຂອງຈີນໃນຕອນບ່າຍ
ຂອງວັນສຸກມື້ນີ້.

ເຈົ້າໜ້າທີ່ພະຍາກອນອາກາດຂອງຈີນກ່າວວ່າ ໄຕ້ຝຸ່ນຣາມມະ
ສູນໄດ້ພັດເຂົ້າຖະຫຼົ່ມເກາະໄຫໜານໃນພາກໃຕ້ຂອງຈີນ ກ່ອນ
ຈະມຸ່ງໜ້າສູ່ແຂວງກວາງຕຸ້ງ.

ເຈົ້າໜ້າທີ່ຈີນກ່າວວ່າ ດ້ວຍລົມທີ່ມີຄວາມແຮງ ຫຼາຍກວ່າ 200 ກິໂລແມັດຕໍ່ຊົ່ວໂມງ ໄຕ້ຝຸ່ນຫົວນີ້ ແມ່ນລົມພາຍຸທີ່ແຮງສຸດ ທີ່ໄດ້ຖະຫລົ່ມເກາະໄຫໜານ ໃນຮອບ 40 ປີ.

ຄວາມເສຍຫາຍ ຍ້ອນໄຕ້ຝຸ່ນ ຣາມມະສູນ

ອົງການຂ່າວຊິນຫົວຂອງທາງການຈີນ ລາຍງານວ່າ ໄດ້ມີການຍົກຍ້າຍປະຊາຊົນຫລາຍ ກວ່າ 26,000 ຄົນຢູ່ທີີ່ເກາະໄຫໜານ ກ່ອນທີ່ໄຕ້ຝຸ່ນຣາມມະສູນຈະໄປຮອດ. ສູນກາງພະ ຍາກອນອາກາດແຫ່ງຊາດຂອງຈີນ ໄດ້ອອກຄຳເຕືອນໃນລະດັບສູງສຸດໃຫ້ລະມັດລະວັງ.

ເປັນທີ່ຄາດກັນວ່າ ໄຕ້ຝຸ່ນຫົວນີ້ຈະນຳເອົາລົມແຮງ ຟອງທະເລຂະໜາດໃຫຍ່ແລະຝົນຕົກ ໜັກ ມາສູ່ພາກໃຕ້ຂອງຈີນ ບ່ອນທີ່ຫລາຍສິບຄົນໄດ້ເສຍຊີວິດໄປແລ້ວ ຍ້ອນໄພນ້ຳຖ້ວມ ໃນໄລຍະສອງສາມມື້ຜ່ານມານີ້.

ໄຕ້ຝຸ່ນຣາມມະ​ສູນ ທີ່ມີຄວາມ​ໝາຍ​ວ່າ “ເທບພະ​ເຈົ້າແຫ່ງຟ້າຮ້ອງ” ໃນ​ພາສາ​ໄທນັ້ນ ໄດ້ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວບໍ່ຕ່ຳກວ່າ 40 ຄົນ ໃນຂະນະທີ່ໄຕ້ຝຸ່ນຫົວນີ້ ພັດຜ່ານພາກ ເໜືອຂອງຟີລິບປິນ.

ປະຊາຊົນຈຳນວນຫຼາຍໆລ້ານຄົນໃນນະຄອນຫຼວງມານີລາແລະເຂດອ້ອມແອ້ມຍັງສືບຕໍ່ ບໍ່ມີໄຟຟ້າໃຊ້ໃນຂະນະທີ່ເສົາໄຟຟ້າແລະຕົ້ນໄມ້ທີ່ຫັກລົງມານັ້ນຍັງບໍ່ທັນມີການເກັບກວດ ມ້ຽນມັດເທື່ອ ຢູ່ໃນຫຼາຍໆເຂດ.

Your browser doesn’t support HTML5

ASIA TYPHOON VOSOTVO