ຍານ Atlantis ຖືກສົ່ງຂຶ້ນ ປະຕິບັດງານ ຖ້ຽວສຸດທ້າຍ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ຍານອະວະກາດໄປກັບ Atlantis ພຸ່ງຂຶ້ນສູ່ວົງໂຄຈອນ ຈາກຖານສົ່ງ ໃນລັດຟລໍຣິດາ (8 ກໍລະກົດ 2011)

ຍານອະວະກາດໄປກັບ Atlantis ຂອງສະຫະລັດ ໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນຂອງໂລກໃນ
ມື້ວັນສຸກວານນີ້ ເພື່ອລຳລຽງສະບຽງແລະສຳພາລະໄປຍັງສະຖານີອະວະກາດນາໆຊາດຊຶ່ງ
ເປັນຖ້ຽວບິນທີ 135 ແລະເປັນຖ້ຽວບິນສຸດທ້າຍ ຂອງໂຄງການຍານອະວະກາດໄປກັບ ທີ່
|ດຳເນີນມາເປັນເວລາ 30 ປີ.

ລຸນຫຼັງທີ່ໄດ້ມີການພະຍາກອນອາກາດວ່າຈະມີຝົນຕົກແລະເມກເຝື້ອມາເປັນເວລາຫຼາຍໆມື້
ແລ້ວຝູງຊົນປະມານ 1 ລ້ານຄົນ ກໍໄດ້ເຫັນການສົ່ງຍານອະວະກາດໄປກັບຂຶ້ນສູ່ວົງໂຄຈອນ
ຄັ້ງປະວັດສາດ ທັງຢູ່ໃນແລະອ້ອມແອ້ມບໍລິເວນສູນກາງອະວະກາດເຄນເນດີໃນລັດຟລໍຣິດາ ທາງພາກໃຕ້ຂອງສະຫະລັດ.

ເຈົ້າໜ້າທີ່ຂອງອົງການອະວະກາດສະຫະລັດຫຼື NASA ກ່າວວ່າຕົນຄາດວ່າຍານ Atlantis ຈະເຊື່ອມຕໍ່ກັບສະຖານີອະວະກາດນາໆຊາດໃນວັນອາທິດມື້ ອື່ນນີ້ໃນອັນທີ່ພວກເຈົ້າໜ້າທີ່
ເອີ້ນວ່າ ເປັນການປະຕິບັດງານທີ່ “ຂ້ອນຂ້າງໜັກ”. ພວກນັກບິນອະວະກາດ 4 ຄົນຂອງ
ຍານອະວະກາດໄປກັບ ໄດ້ນຳເອົາສຳພາລະ ພ້ອມໆເຄື່ອງອາໄຫຼ່ໄປໃຫ້ສະຖານີອະວະກາດ
ນາໆຊາດແລະຈະທຳການທົດລອງວິທະຍາສາດ ໃນລະຫວ່າງການປະຕິບັດງານໃນຫ້ວງອະ
ວະກາດເປັນເວລາ 12 ມື້.

ເປັນທີ່ຄາດກັນວ່າສະບຽງແລະສຳພາລະເຫຼົ່ານີ້ຈະຊ່ອຍແກ້ໄຂບັນຫາໃນການຈັດສົ່ງສິ່ງຂອງ
ຕ່າງໆ ໄປຍັງສະຖານະອະວະກາດນາໆຊາດ ຈົນກວ່າບໍລິສັດເອກກະຊົນ ເຂົ້າຮັບໜ້າທີ່ໃນ
ການລຳລຽງຈັດສົ່ງຊຶ່ງຄາດວ່າຢ່າງໄວສຸດຈະມີຂຶ້ນໃນທ້າຍປີນີ້.

ຍານອະວະກາດໄປກັບໄປຖືກໃຊ້ງານຢ່າງໜັກໃນໂຄງການສົ່ງມະນຸດຂຶ້ນສູ່ອະວະກາດາຂອງ
ສະຫະລັດໃນຮອບ 30 ປີຜ່ານມາ ໂດຍມີບົດບາດອັນສຳຄັນໃນການສ້າງແລະການບໍລິຫານ
ງານສະຖານີອະວະກາດນາໆຊາດ ແລະການປະຕິບັດງານທີ່ສຳຄັນອື່ນໆ. ການສິ້ນສຸດລົງ ຂອງໂຄງການຍານອະວະກາດໄປກັບນີ້ຈະເຮັດໃຫ້ສະຫະລັດບໍ່ມີຍານອະວະກາດທີ່ມີຄົນຂັບ
ເປັນຂອງຕົນເອງ.