ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາຂອງຄ່ຳຄືນມື້ນີ້ ວີໂອເອລາວ ຈະນຳພາທ່ານໄປຟັງການໂອ້ລົມກັບປ້າສຸວັນ ເງິນ ໂງ່ນທອງ, ພັນລະຍາອະດີດນາຍທະຫານ ແລະລູກຊາຍຂອງເພິ່ນ ກໍຄື ທ່ານສຸກຈັນເພັງ ກ່ຽວກັບການອົບພະຍົບມາຕັ້ງຖິ່ນຖານໃໝ່ຢູ່ໃນເກາະຮາວາຍ ຂອງສະຫະລັດ ຊຶ່ງບົວສະຫວັນ ຈະນໍາເອົາການສໍາພາດນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສໍາພາດກັບປ້າສຸວັນເງິນ, ພັນລະຍາອະດີນາຍທະຫານຢູ່ລາວ ແລະລູກຊາຍຂອງເພິ່ນ
ທ່ານ ສຸກຈັນເພັງ (ກາງແຖວໜ້າ) ກັບອ້າຍເອື້ອອຍນ້ອງຕອນມາຮອດ ລັດຮາວາຍໃໝ່ໆ
ການມາຕັ້ງຖິ່ນຖານໃໝ່ໃນສະຫະລັດແຕ່ປີ 1976 ຂອງປ້າສຸວັນເງິນ ໂງ່ນທອງ ພ້ອມສາມີ ທີ່ເປັນອະດີດນາຍທະຫານ ຂອງກອງທັບພະລາດຊະອານາຈັກລາວ ນັ້ນ ເບື້ອງຕົ້ນແມ່ນເຕັມໄປດ້ວຍຄວາມລໍາບາກແຕ່ສຸດທ້າຍກໍປະສົບຜົນສໍາເລັດ ສູງສົມກັບຄວາມບາກບັ່ນຂອງເພິ່ນ. ລູກທັງໝົດລູກ 5 ຄົນຂອງປ້າ ລ້ວນແຕ່ ໄດ້ຮັບການສຶກສາ ແລະມີອາຊີບການງານດີ. ແຕ່ວ່າກ່ອນຈະມາເຖິງຈຸດນີ້ໄດ້ ປ້າເລົ່າເຖິງອະດີດໃນການເປັນອົບພະຍົບອອກຈາກລາວ ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 1 ສຸວັນເງິນ-ອົບພະຍົບໄປໄທ
ພ້ອມກັນນັ້ນ, ທ່ານສຸກຈັນເພັງ ໂງ່ນທອງລູກຜູ້ທີ 4 ຂອງປ້າ, ຊຶ່ງຕອນອອກ ຈາກບ້ານ ຕົ້ນໃນປີ 1976 ນັ້ນ ກໍເລົ່າເຖິງອະດີດໃນຂັ້ນຕອນໄປຮອດສູນອົບ ພະຍົບ ທີ່ໜອງຄາຍ ປະເທດໄທ ກ່ອນຈະມາເຖິງສະຫະລັດນັ້ນສູ່ຟັງວ່າ:
Your browser doesn’t support HTML5
ສຽງ 2-ສຸກຈັນເພັງ-ການອົບພະຍົບຈາກໄທມາ ສຫລ
ປ້າສຸວັນເງິນ ແລະລູກ 5 ຄົນ ລວມທັງທ່ານສຸກຈັນເພັງ (ຂວາສຸດ)
ໃນການເລີ້ມຕົ້ນຊີວິດນັ້ນ ປ້າບອກວ່າຕ້ອງໄດ້ສູ້ຊີວິດຫລາຍໂດຍທັງດູແລ ລູກ ນ້ອຍ ແລະຊອກເຮັດວຽກເທົ່າທີ່ຈະເຮັດໄດ້ເຖິງແມ່ນຈະໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານກໍຕາມ ຊຶ່ງວຽກທໍາອິດທີ່ປ້າເຮັດນັ້ນແມ່ນວຽກຮ້ອຍພວງມະໄລ ດອກໄມ້ສົດ ເພາະມີໝູ່ມາແນະນໍາໃຫ້ໄປເຮັດຊຶ່ງປ້າເລົ່າເຖິງເລື້ອງນີ້ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 3-ສຸວັນເງິນ-ການເຮັດວຽກຕອນນມາຮອດໃໝ່
ປ້າຕ້ອງສູ້ຊົນຊີວິດຫລາຍ ເພາະສາມີຂອງປ້ານັ້ນ ເຖິງຈະມີຄວາມຮູ້ ແລະ ເຮັດວຽກຂະຫຍັນຢູ່ກໍຕາມ ແຕ່ກໍມີສຸຂະພາບທີ່ບໍ່ດີ ແລະກໍເສຍຊີວິດໄປໃນ ຕອນທີ່ເພິ່ນໄດ້ອາຍຸພຽງ 58 ປີ ຊຶ່ງປ້າເລົ່າເຖິງຊີວິດໃນຕອນນັ້ນສູ່ຟັງວ່າ:
Your browser doesn’t support HTML5
ສຽງ 4-ສຸວັນເງິນ-ຄວາມລໍາລາກໃນການຕັ້ງຖິ່ນຖານໃໝ່ໃນ ສຫລ
ພ້ອມກັນນັ້ນ, ທ່ານສຸກຈັນເພັງ ຜູ້ທີ່ມາຮອດສະຫະລັດແຕ່ຕອນອາຍຸປະມານ 7 ປີ ໄດ້ເຫັນສະພາບທຸກຢ່າງຂອງຄອບຄົວ ໃນຕອນຕັ້ງຕົ້ນຊີວິດໃໝ່ແລ້ວ ກໍເລົ່າ ເຖິງຄວາມລໍາບາກຂອງແມ່ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 5 ສຸກຈັນເພັງ ເລົ່າເຖິງຄວາມລໍາບາກຂອງແມ່ໃນຕອນມາຕັ້ງຖິ່ນຖານໃໝ່ ໃນ ສຫລ
ທ່ານ ສຸກຈັນເພັງພ້ອມດ້ວຍພັນລະຍາ ແລະະລູກສາວຢູ່ສະຖານທີ່ແຫ່ງນຶ່ງໃນຕອນທີ່ເຂົາເຈົ້າໄປເຮັດວຽກໃນລາວ
ແຕ່ເຖິງແນວໃດກໍຕາມຄົນລາວຢູ່ໃນລັດຮາວາຍແມ່ນມີຄວາມສາມັກຄີ ແລະສົ່ງ ເສີມກັນດີ ຫລັງຈາກຮຽນຈົບປະລິນຍາຕີຈາກມະຫາວິທະຍາໄລແລ້ວ ທ່ານ ສຸກຈັນເພັງກໍໄດ້ເຮັດວຽກຢູ່ໃນອົງການບໍ່ຫວັງຜົນກໍາໄລ ທີ່ຈັດຕັ້ງຂຶ້ນໂດຍ ຄົນ ເຊື້ອສາຍລາວທີ່ມີຄວາມຮູ້ສູງ ແລະມີຄວາມກ້າວໜ້າທາງດ້ານວຽກງານ. ພ້ອມ ກັນນັ້ນພວກເພິ່ນກໍໄດ້ຊ່ວຍແນະນໍາເລື້ອງແຫລ່ງທຶນການສຶກສາ ໃຫ້ແກ່ທ່ານ ເພື່ອຮຽນຕໍ່ເອົາປະລິນຍາໂທ ຝ່າຍແພດທົ່ວໄປທີ່ມະຫາວິທະຍາໄລລັດ ຮາວາຍ ດັ່ງທີ່ ທ່ານສຸກຈັນເພັງສະແດງຄວາມຮູ້ສຶກອອກມາວ່າ:
Your browser doesn’t support HTML5
ສຽງ 6 ສຸກຈັນເພັງ-ຮູ້ສຶກເຖິງບຸນຄຸນຂອງຜູ້ໃຫຍ່ໃນປະຊາຄົມລາວ ທີ່ໃຫ້ການຊ່ວຍເຫລືອ
ທ່ານ ສຸກຈັນເພັງ ກັບພັນລະຍາ ແລະລູກສາວໃສ່ຊຸດປະເພນີລາວຖ່າຍຮູບຢູ່ນະຄອນຫລວງວຽງຈັນ
ເຖິງແມ່ນວ່າຈະຕ້ອງໄດ້ຜ່ານຄວາມຫຍຸ້ງຍາກລໍາບາກໃນຕອນຕົ້ນໆ ຂອງການ ຕັ້ງຖິ່ນຖານໃໝ່ແຕ່ປ້າສຸວັນເງິນກໍຖືວ່າຕົນປະສົບຜົນສໍາເລັດ ແລະມີຄວາມສຸກ ໃນບັ້ນປາຍຊີວິດເພາະລູກຂອງປ້າທັງ 5 ຄົນລ້ວນ ແຕ່ໄດ້ ຮັບການສຶກສາສູງ ແລະມີອາຊີບວຽກງານດີ ຊຶ່ງປ້າເລົ່າສູ່ຟັງວ່າ:
Your browser doesn’t support HTML5
ສຽງ 7-ສຸວັນເງິນ-ຜົນສໍາເລັດຂອງຄອບຄົວ ແລະລູກຫລານຫລັງສົມດັ່ງໃຈຫວັງໃນການມາຕັ້ງຖິ່ນຖານຢູ່ ສຫລ
ທ່ານ ສຸກຈັນເພັງແລະພັນລະຍາ ຖືກຕ້ອນຮັບໂດຍການຄ້ອງພວງມະໄລດອກໄມ້ສົດເວລາໄປຢ້ຽມຢາມແມ່ ແລະພີ່ນ້ອງທີ່ລັດຮາວາຍ
ລັດຮາວາຍຊຶ່ງເປັນລັດທີ່ມີຫລາຍເກາະຫລາຍດອນ ຢູ່ໃນມະຫາສະໝຸດປາຊີຟິກ ນັ້ນແມ່ນມີດິນຟ້າອາກາດ ມີນໍ້າທະເລສີຟ້າໃສໆມີຫາດຊາຍອັນສວຍງາມ ຊຶ່ງຜູ້ຄົນທົ່ວໂລກນິຄົນນິຍົມໄປຕາກອາກາດ. ເມື່ອເວົ້າເຖິງຈຸດພິເສດຂອງລັດຮາວາຍໃນນາມລັດແຫ່ງການທ່ອງທ່ຽວຂອງໂລກແລ້ວ ທ່ານສຸກຈັນເພັງບອກວ່າອັນທີ 1 ກໍຄື:
Your browser doesn’t support HTML5
ສຽງ 8-ສຸກຈັນເພັງ-ສິ່ງພິເສດທີ 1 ຂອງລັດຮາວາຍຄືພວງມະໄລດອກໄມ້ສົດ
ທ່ານ ສຸກຈັນເພັງ (ຂວາສຸດ) ກັບພັນລະຍາ ແລະລູກສາວໃສ່ຊຸດປະເພນີລາວຖ່າຍຮູບຢູ່ນະຄອນຫລວງວຽງຈັນ
ຈຸດພິເສດອັນທີ 2 ກໍຄືວ່າ ລັດຮາວາຍມີອາກາດດີບໍ່ຮ້ອນ ແລະກໍບໍ່ໜາວຫລາຍ ຈຶ່ງປູກພືດຜັກໄດ້ຕະຫລອດປີ ແລະເມື່ອທຽບໃສ່ລັດອື່ນໆ ໂດຍສະເພາະແມ່ນ ລັດເຂດພາກກາງ ແລະພາກຕາເວັນອອກສຽງເໜືອຢູ່ແຜ່ນດິນໃຫຍ່ຂອງສະຫະລັດ ແລ້ວມັນເໝືອນກັນກັບຢູ່ຊີກໂລກນຶ່ງອີກຕ່າງຫາກ ດັ່ງທີ່ທ່ານສຸກຈັນເພັງ ເລົ່າສູ່ຟັງວ່າ:
Your browser doesn’t support HTML5
ສຽງ 9-ສຸວັນເງິນ-ສິ່ງພິເສດຂອງລັດຮາວາຍ-ປາສົດ ແລະະພືດຜັກສົດຕະະຫລອດປີ
ເມື່ອຖາມເຖິງຈໍານວນຄົນເຊື້ອສາຍລາວ ແລະວຽກງານຂອງເຂົາເຈົ້າຢູ່ໃນ ລັດແຫ່ງນັ້ນທ່ານສຸກຈັນເພັງກໍບອກວ່າ:
Your browser doesn’t support HTML5
ສຽງ 10-ສຸວັນເງິນ-ປະຊາຄົມລາວ ແລະວຽກງານຂອງເຂົາເຈົ້າໃນລັດ ຮາວາຍ
ເມື່ອເວົ້າເຖິງວີຖີດໍາລົງຊີວິດຂອງເຂົາເຈົ້ານັ້ນໂດຍລວມແລ້ວແມ່ນ ແຕກຕ່າງ ຈາກພວກທີ່ຢູ່ໃນແຜ່ນດິນໃຫຍ່ຂອງສະຫະລັດຫລາຍຢູ່ ດັ່ງທີ່ທ່ານສຸກ ຈັນເພັງ ຜູ້ທີ່ໄດ້ຍົກຍ້າຍມາອາໄສຢູ່ໃນລັດເມນີໂຊຕາທີ່ມີອາກາດໜາວຫລາຍທີ່ສຸດໃນ ລະດູໜາວມາໄດ້ຫລາຍປີແລ້ວ ນັນເວົ້າເຖິງເລື້ອງນີ້ ນັບຕັ້ງແຕ່ການ ປຸກເຮືອນ ຢູ່ສວນໄປເຖິງການການກິນຢູ່ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 11-ສຸກຈັນເພັງ-ເວົ້າເຖິງວິຖີດໍາລົງຊີວິດຂອງຄົນເຊື້ອສາຍລາວໃນລັດຮາວາຍ
ເມື່ອຖາມເຖິງວັດນັ້ນ ທ່ານສຸກຈັນເພັງກໍບອກວ່າມີຄວາມງາມ ແລະ ມີລັກ ສະນະພິເສດຫລາຍຊຶ່ງທ່ານເລົ່າສູ່ຟັງວ່າ:
Your browser doesn’t support HTML5
ສຽງ 12-ສຸກຈັນເພງ-ເວົ້າເຖິງຄວາມງາມຂອງວັດລາວໃນລັດຮາວາຍ
ປ້າສຸວັນເງິນ, ແມ່ຂອງທ່ານເອງກໍບອກວ່າ:
Your browser doesn’t support HTML5
ສຽງ 13-ສຸວັນເງິນ-ຄວາມງາມຂອງທີວທັດໃນວັດລາວຢູ່ລັດຮາວາຍ
ສະຫລຸບແລ້ວຊາວລາວອົບພະຍົບທີ່ມີຄວາມໄຝ່ຝັນ ຢາກມີຊີວິດການ ເປັນຢູ່ທີ່ ດີ ໃນບັ້ນປາຍ ແລະລູກຫລານມີການສຶກສາສູງດັ່ງກໍລະນີປ້າສຸວັນເງິນນີ້ ກໍບໍ່ ຕ່າງຫຍັງກັບຊາວອົບພະຍົບລາວ ໄປຕັ້ງຖິ່ນຖານຢູ່ແຫ່ງອື່ນໆ ຕ້ອງໄດ້ບຸກບືນ ແລະສູ້ທົນຫລາຍ.ແຕ່ວ່າຢູ່ດິນແດນທີ່ເຕັມໄປດ້ວຍຄວາມຫວັງສໍາລັບຜູ້ມີຄວາມ ໄຝ່ຝັນ ແລະສູ້ຊົນເຊັ່ນສະຫະລັດນີ ໃນທີ່ສຸດເຂົາເຈົາ ກໍມັກຈະປະສົບຜົນສໍາ ເລັດ, ດັ່ງທ່ານສຸກຈັນເພັງລູກຜູ້ທີ 4 ຂອງປ້ານັ້ນກໍຈົບການສຶກສາຂັ້ນປະລິນ ຍາໂທ ແລະປັດຈຸບັນເປັນຊ່ຽວຊານການແພດປະຈໍາເຮືອນ ຊ່ວຍເຫລືອຄົນ ຊະລາ ທີ່ມີບັນຫາທາງໂຣກຈິດ ແລະກໍມີຄອບຄົວອັນອຸດົມສົມບູນຢູ່ໃນລັດ ເມນີໂຊຕາ.
ທີ່ທ່ານໄດ້ຮັບຟັງຜ່ານໄປ ເປັນເລື້ອງລາວ ຂອງຍາແມ່ ສຸວັນເງິນ ໂງ່ນທອງ ແລະທ່ານສຸກຈັນເພັງ, ລູກຊາຍຂອງເພິ່ນທີ່ໄດ້ອົບພະຍົບ ມາຕັ້ງຖິ່ນຖານຢູ່ໃນຢູ່ລັດຮາວາຍ ຊຶ່ງເປັນເກາະໃຫຍ່ແຫ່ງນຶ່ງຂອງສະຫະລັດຕັ້ງແຕ່ ປີ 1976. ຂໍເຊີນທ່ານມາພົບກັບລາຍການຊີວິດຊາວລາວ ຂອງວີໂອເອລາວໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.