ເຊກອງເປັນແຂວງທຸກຍາກທີ່ສຸດ ສ່ວນນະຄອນວຽງຈັນ ເປັນເຂດຮັ່ງທີ່ສຸດ ໃນລາວ

ກອງປະຊຸມອົງຄະນະພັກປະຊາຊົນ ປະຕິວັດລາວ ຄັ້ງທີ 8 ທີ່ຈັດຂຶ້ນໃນ ປີ 2010

ແຂວງເຊກອງນັບເປັນແຂວງທີ່ມີບັນຫາຄວາມທຸກຍາກຫຼາຍທີ່ສຸດໃນລາວ ສ່ວນນະຄອນ ຫຼວງວຽງຈັນກໍຍັງຄົງຄອງອັນດັບ 1 ທີ່ປະຊາກອນມີລາຍໄດ້ສະເລ່ຍສູງທີ່ສຸດ.

ຄະນະຊີ້ນໍາການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກແຫ່ງຊາດລາວ ໄດ້
ລາຍງານການປະເມີນຜົນກ່ຽວກັບສະພາບຄວາມທຸກຍາກ ແລະລະດັບຂອງການພັດທະ
ນາ ໃນທົ່ວປະເທດລາວປະຈໍາປີ 2011 ນີ້ວ່າຜົນຈາກການກວດກາ ແລະ ເກັບກໍາຂໍ້ມູນຈາກ
1,053,365 ຄົວເຮືອນໃນ 8,654 ໝູ່ບ້ານຫຼື 1,100 ກຸ່ມບ້ານໃນເຂດ 143 ເມືອງຂອງ 17 ແຂວງໃນທົ່ວປະເທດລາວພົບວ່າມີຄອບຄົວພັດທະນາ 501,627 ຄອບຄົວ ໂດຍຄິດເປັນ
47.62% ຂອງຄອບຄົວທັງໝົດໃນທົ່ວປະເທດລາວ.

ຫາກແຕ່ວ່າໃນສ່ວນຂອງບ້ານພັດທະນານັ້ນຍັງຄົງສາມາດປະຕິບັດໄດ້ພຽງແຕ່ 900 ບ້ານ
ຊຶ່ງຄິດເປັນ 10.4% ຂອງຈໍານວນບ້ານທັງໝົດເທົ່ານັ້ນ ແລະ ໃນຂະນະດຽວກັນກໍຍັງຄົງ
ສາມາດສ້າງຕັ້ງກຸ່ມບ້ານພັດທະນາໄດ້ພຽງແຕ່ 10 ກຸ່ມ ຫຼືຄິດສະເລ່ຍໄດ້ບໍ່ເຖິງ 1% ຂອງ ກຸ່ມບ້ານທັງໝົດໃນລາວເທົ່ານັ້ນ.

ຕະຫລາດເມືອງລາວ ກໍຄືເສດຖະກິດລາວ ໃນເຂດຊົນນະບົດ ທີ່ມີສະພາບແຕກໂຕນກັນກັບເຂດ ນະຄອນວຽງຈັນ

ສ່ວນໃນດ້ານກ່ຽວກັບຄວາມ
ທຸກຍາກນັ້ນ ການສໍາຫຼວດ
ກໍພົບວ່າມີຢູ່ເຖິງ 199,758
ຄອບຄົວທີ່ຖືວ່າ ມີສະພາບ
ຊີວິດການເປັນຢູ່ທີ່ຍາກຈົນ
ຢ່າງຍິ່ງ ຊຶ່ງຄິດເປັນ 18.96%
ຂອງຈໍານວນຄອບຄົວທັງໝົດ
ໃນຂະນະດຽວກັນ ກໍຍັງມີ
ບ້ານທຸກຍາກຢູ່ເຖິງ 3,216
ບ້ານ ຫຼືຄິດເປັນ 37.16%
ຂອງບ້ານທັງໝົດ.

ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າ
ຈະມີເຂດເມືອງທີ່ຖືວ່າໄດ້ພົ້ນຈາກຄວາມທຸກຍາກແລ້ວເຖິງ 87 ເມືອງກໍຕາມຫາກແຕ່ບັນ ຫາໃໝ່ທີ່ເກີດຂຶ້ນຢູ່ໃນເວລານີ້ ກໍຄືການແຕກໂຕນກັນຫຼາຍຂຶ້ນຂອງລະດັບການພັດທະນາ
ທາງ ເສດຖະກິດລະຫວ່າງເຂດແຂວງຕ່າງໆ. ຊຶ່ງຈາກການເກັບກໍາຂໍ້ມູນ ກໍພົບວ່ານະຄອນ
ຫຼວງວຽງຈັນເປັນເຂດ ທີ່ມີລະດັບການພັດທະນາເສດຖະກິດສູງທີ່ສຸດ, ໃນຂະນະທີ່ແຂວງ
ເຊກອງນັ້ນ ກໍນັບເປັນເຂດທີ່ປະຊາຊົນທຸກຍາກຫຼາຍທີ່ສຸດດັ່ງທີ່ ທ່ານເມກ ພັນຫຼັກ ຮອງປະ ທານຄະນະຊີ້ນໍາກາານພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກແຫ່ງຊາດລາວ
ໄດ້ຖະແຫຼງຊີ້ແຈງວ່າ:

ລົດອັ່ງອໍກັນຊື້ນໍ້າມັນທີ່ປໍ້ານໍ້າ ມັນແຫ່ງນຶ່ງໃນນະຄອນຫລວງ ວຽງຈັນ

ແຂວງທີ່ມີອັດຕາສ່ວນຄອບຄົວພັດທະນາ, ບ້ານພັດ
ທະນາ ແລະກຸ່ມບ້ານພັດທະນາຫຼາຍກວ່າໝູ່
ມີອັດ
ຕາຄວາມທຸກຍາກ
ຕໍ່າກວ່າໝູ່ ແມ່ນນະຄອນຫຼວງ,
ຖັດມາແມ່ນແຂວງໄຊຍະບູລີ, ແຂວງບໍລິ
ຄໍາໄຊ ແລະ
ແຂວງ
ຈໍາປາສັກ. ສ່ວນແຂວງທີ່ມີລະດັບການສ້າງ
ບ້ານ ແລະກຸ່ມບ້ານພັດທະນາຕໍ່າກວ່າໝູ່ ແລະມີອັດ
ຕາຄວາມທຸກຍາກສູງກວ່າໝູ່
ແມ່ນແຂວງເຊກອງ.”

ແຕ່ຢ່າງໃດກໍຕາມ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກໍໄດ້ຖະແຫຼງຢືນຢັນ ເມື່ອບໍ່ນານມານີ້ວ່າເປົ້າໝາຍທີ່ສໍາຄັນຢ່າງຍິ່ງທີ່ລັດຖະບານລາວຈະດໍາເນີນການຈັດຕັ້ງປະ
ຕິບັດໃຫ້ໄດ້ຢ່າງແທ້ຈິງພາຍໃນ 5 ປີຕໍ່ໜ້າຫຼືພາຍໃນປີ 2015 ນັ້ນກໍຄືການລົບລ້າງຄວາມ
ທຸກຍາກຂອງປະຊາຊົນລາວບັນດາເຜົ່າໃຫ້ໄດ້ໂດຍພື້ນຖານທົ່ວປະເທດ.

ທັງນີ້ດ້ວຍການພັດທະນາເສດຖະກິດຂອງຊາດໃນໄລຍະຈາກປີ 2011-2015 ນັ້ນໃຫ້ຂະ
ຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຫຼຸດ 8% ຕໍ່ປີ. ຊຶ່ງນອກຈາກຈະເປັນຜົນເຮັດໃຫ້ຜົນ
ຜະລິດພາຍໃນຫຼື GDP ຂອງລາວມີມູນຄ່າລວມທີ່ສາມາດວັດສະເລ່ຍເປັນລາຍຮັບຂອງ
ປະຊາຊົນລາວໄດ້ ໃນລະດັບທີ່ສູງຂຶ້ນເປັນ 1,700 ໂດລາຕໍ່ຄົນ ໃນປີ 2015 ດັ່ງກ່າວແລ້ວ
ກໍຍັງຈະເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນລາວລົດລົງເຫຼືອຢູ່ບໍ່ເກີນ 10% ຂອງ ຈໍານວນປະຊາກອນທັງໝົດໃນປີ 2015 ອີກດ້ວຍ.

ການມອບເຄື່ອງຊ່ວຍເຫລືອໄພນໍ້າ ຖ້ວມໃນແຂວງເຊກອງທີ່ຈັດຂຶ້ນ ໃນຕົ້ນປີ 2010

ສ່ວນໃນໄລຍະແຜນການປີ 2010-2011 ນີ້ລັດຖະບານ
ລາວ ກໍໄດ້ວາງເປົ້າໝາຍທີ່ຈະເຮັດໃຫ້ຍອດຜະລິດຕະ
ພັນລວມພາຍໃນຫຼື GDP ຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ
8% ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP ໄລ່ສະເລ່ຍເປັນລາຍ
ຮັບຂອງປະຊາຊົນລາວໄດ້ 9.6 ລ້ານກີບ ຫຼືປະມານ
1,130 ໂດລາ ຕໍ່ຄົນ ຕໍ່ປີ.