ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ລາວຈະສ້າງຕັ້ງກອງທຶນສະຫະກອນ ເພື່ອຍົກລະດັບ ຄວາມເປັນຢູ່ ຂອງຄອບຄົວທຸກຈົນ ໃຫ້ດີຂຶ້ນ


ເດັກນ້ອຍລາວຈໍານວນນຶ່ງຢູ່ໃນເຂດຊົນນະບົດທີ່ທຸກຈົນແຫ່ງນຶ່ງໃນລາວ
ເດັກນ້ອຍລາວຈໍານວນນຶ່ງຢູ່ໃນເຂດຊົນນະບົດທີ່ທຸກຈົນແຫ່ງນຶ່ງໃນລາວ

ຄະນະຊີ້ນໍາພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກແຫ່ງຊາດ ວາງແຜນການທີ່ ຈະສ້າງຕັ້ງກອງທຶນສະຫະກອນ 4,160 ແຫ່ງ ເພື່ອຍົກລະດັບຄວາມເປັນຢູ່ຂອງປະຊາຊົນ ລາວ 199,758 ຄອບຄົວໃຫ້ດີຂຶ້ນ.

ທ່ານ ເມກ ພັນຫຼັກ, ຮອງປະທານຄະນະຊີ້ນໍາພັດທະນາຊົນນະບົດ ແລະລົບລ້າງຄວາມ
ທຸກຍາກແຫ່ງຊາດຖະແຫຼງຢືນຢັນວ່າ ເປົ້າໝາຍສໍາຄັນຂອງການດໍາເນີນງານໃນໄລຍະ
5 ປີຕໍ່ໄປ ກໍຄືຈາກປີ 2011–2015 ນັ້ນ ຄະນະຊີ້ນໍາພັດທະນາຊົນນະບົດ ແລະລົບລ້າງ
ຄວາມທຸກຍາກແຫ່ງຊາດ ຈະສຸມທຸກຄວາມສາມາດເຂົ້າໃນການຍົກລະດັບຄຸນນະພາບ
ຊີວິດການເປັນຢູ່ຂອງປະຊາຊົນລາວໃນ 199,758 ຄອບຄົວໃຫ້ດີຂຶ້ນ.

ທັ້ງນີ້ ກໍເນື່ອງຈາກວ່າ ການປະເມີນຜົນກ່ຽວກັບຄວາມທຸກຍາກ ແລະການພັດທະນາ ໃນ
ທົ່ວປະເທດລາວ ປະຈໍາປີ 2011 ທີ່ເປັນການເກັບກຳຂໍ້ມູນຈາກ 1,053,367 ຄົວເຮືອນໃນ
8,654 ໝູ່ບ້ານ ຫຼື 1,100 ກຸ່ມບ້ານໃນເຂດ 143 ເມືອງ ຈາກທັງ 17 ແຂວງໃນທົ່ວປະ
ເທດລາວນັ້ນພົບວ່າ ມີຄອບຄົວທີ່ພັດທະນາແລ້ວ ທັງໝົດ 501,627 ຄອບຄົວ ຫຼື ຄິດ
ເປັນ 47.62% ຂອງຄອບຄົວທັງໝົດໃນປະເທດ.

ໝູ່ບ້ານແຫ່ງນຶ່ງໃນເຂດຊົນນະບົດທີ່ໄດ້ຮັບການພັດທະນາໃຫ້ດີຂຶ້ນ
ໝູ່ບ້ານແຫ່ງນຶ່ງໃນເຂດຊົນນະບົດທີ່ໄດ້ຮັບການພັດທະນາໃຫ້ດີຂຶ້ນ

ຫາກແຕ່ວ່າ ໃນຂະນະດຽວກັນ
ກໍພົບວ່າ ໃນສ່ວນຂອງໝູ່ບ້ານ
ພັດທະນານັ້ນ ກັບຍັງຄົງປະ
ຕິບັດພຽງແຕ່ 900 ໝູ່ບ້ານ
ຫຼື ຄິດເປັນ 10.4% ຂອງ
ຈໍານວນໝູ່ບ້ານທັງໝົດ ແລະ
ກໍເປັນຜົນເຮັດໃຫ້ສາມາດ
ສ້າງຕັ້ງກຸ່ມບ້ານພັດທະນາ
ໄດ້ພຽງ 10 ກຸ່ມ ຫຼືບໍ່ເຖິງ
1% ຂອງກຸ່ມບ້ານທັງໝົດ
ເທົ່ານັ້ນ.

ສ່ວນໃນດ້ານກ່ຽວກັບຄວາມທຸກຍາກນັ້ນ ການສໍາຫຼວດກໍພົບວ່າ ມີຢູ່ເຖິງ 199,758
ຄອບຄົວທີ່ຖືວ່າມີ ສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງ,​ ເຊິ່ງຄິດເປັນ 18.96%
ຂອງຈໍານວນຄອບຄົວທັງໝົດ ແລະໃນຂະນະດຽວກັນ ກໍຍັງມີໝູ່ບ້ານທີ່ທຸກຍາກຢູ່ເຖິງ
3,216 ບ້ານ ຫຼື ຄິດເປັນ 37.16%. ດ້ວຍເຫດນີ້ ເພື່ອເປັນການແກ້ໄຂບັນຫາຄວາມ
ຍາກຈົນຂອງປະຊາຊົນລາວເຫຼົ່ານີ້ ຄະນະຊີ້ນໍາພັດທະນາຊົນນະບົດ ຈຶ່ງໄດ້ວາງແຜນ
ການ ທີ່ຈະດໍາເນີນການສ້າງຕັ້ງກອງທຶນສະຫະກອນ ແລະຈັດສັນທີ່ຢູ່ອາໄສແລະທີ່ເຮັດ
ກິນຢ່າງຖາວອນໃຫ້ກັບປະຊາຊົນລາວທີ່ຍາກຈົນດັ່ງກ່າວ. ດັ່ງທີ່ທ່ານ ເມກ ໄດ້ຖະແຫຼງ ຊີ້ແຈງວ່າ:

ກອນອື່ນໝົດຕ້ອງໄດ້ຮີບຮ້ອນເອົາໃຈໃສ່ຈັດສັນພູມລຳເນົາຄົງທີ່ ແລະບ່ອນທຳ
ມາຫາກິນຖາວອນໃຫ້ປະຊາຊົນ ທີ່
ດໍາລົງຊີວິດຢູ່ໃນ 1,766 ໝູ່ບ້ານ, ສ້າງໃຫ້
199,758 ຄອບຄົວ
ທີ່ຍັງຈັດວ່າທຸກຍາກ ໃຫ້ມີລາຍຮັບທີ່ໝັ້ນຄົງ ແລະສູງຂຶ້ນ,
ສ້າງຕັ້ງສະຫະກອນ ຫຼືກຸ່ມການຜະລິດສິນຄ້າ ແລະກອງທຶນບ້ານຢູ່ 4,160 ບ້ານ
ໃຫ້ຕື່ມອີກ
.

ແມ່ແລະລູກນ້ອຍຢູ່ເຂດຊົນນະບົດທີ່ທຸກຈົນແຫ່ງນຶ່ງ ຂອງລາວ
ແມ່ແລະລູກນ້ອຍຢູ່ເຂດຊົນນະບົດທີ່ທຸກຈົນແຫ່ງນຶ່ງ ຂອງລາວ

ກ່ອນໜ້ານີ້ ທ່ານທອງສິງ ທໍາມະວົງ,
ນາຍົກລັດຖະມົນຕີ ໄດ້ຖະແຫຼງຢືນຢັນ
ວ່າ ເປົ້າໝາຍ ທີ່ສໍາຄັນຢ່າງຍິ່ງ ທີ່ຄະນະ
ລັດຖະບານລາວ ຈະດໍາເນີນການຈັດຕັ້ງ
ປະຕິບັດໃຫ້ໄດ້ຢ່າງແທ້ຈິງພາຍໃນ 5 ປີ
ຕໍ່ໜ້າ ຫຼືພາຍໃນປີ 2015 ນັ້ນກໍຄື ການ
ລົບລ້າງຄວາມທຸກຍາກຂອງປະຊາຊົນ
ລາວບັນດາເຜົ່າໃຫ້ໄດ້ໃນທົ່ວປະເທດ.
ທັງນີ້ ດ້ວຍການພັດທະນາເສດຖະກິດ
ຂອງຊາດຈາກປີ 2011-2015 ນັ້ນ
ໃຫ້ມີການຂະຫຍາຍໂຕໃນ​ອັດຕາ​ສະ​ເລ່ຍບໍ່ຫລຸດ 8% ຕໍ່ປີ. ​ນອກຈາກ ຈະເປັນຜົນເຮັດ ໃຫ້ຍອດຜະລິດຕະພັນລວມພາຍໃນ ຫລື GDP ຂອງ​ລາວ ມີມູນຄ່າລວມ ທີ່ສາມາດ
ສະເລ່ຍ​ເປັນລາຍຮັບຂອງປະຊາກອນລາວໄດ້ ໃນ​ລະດັບ​ສູງ​ຂຶ້ນເປັນ 1,700 ໂດລາ ຕໍ່
ຄົນຕໍ່ປີ​ໃນ​ປີ 2015 ດັ່ງກ່າວແລ້ວ ກໍ​ຍັງ​ຈະ​ເຮັດ​ໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາຊົນ
ລາວ ຫລຸດລົງມາເຫລືອຢູ່ບໍ່​ເກີນ 10% ຂອງ​ຈຳນວນ​ປະຊາກອນທັງໝົດໃນ​ປີ 2015
ອີກ​ດ້ວຍ.

XS
SM
MD
LG