ໜຸ່ມລາວທີ່ມົສກູ ໂອ້ລົມ ກັບວີໂອເອ ກ່ຽວກັບ ການດໍາລົງຊີວິດ ຢູ່ຣັດເຊຍ

ທ່ານສັງທອງ ບຸດສີເມືອງ ມອບປື້ມບົດຮຽນພາສາອັງກິດ ພ້ອມກັບຊີດີ ທີ່ວີໂອເອຜະລິດຮ່ວມກັບສະຖານີວິທະຍຸ ແຫ່ງຊາດລາວ ໃຫ້ຄະນະປົກຄອງໂຮງຮຽນມັດທະຍົມສົມບູນສີທອງ, ນອກນະຄອນຫລວງວຽງຈັນ, ວັນທີ 27 ທັນວາ 2011.

ໃນລາຍການຊິວິດຊາວລາວໃນຕ່າງແດນຂອງເຮົາແລງມື້ນີ້ ກິ່ງສະຫວັນ ມີບົດສຳພາດທາງ ໂທລະສັບ ກັບ ທ່ານສັງທອງ ບຸດສີເມືອງ ຈາກປະເທດຣັດເຊຍ ມາສະເໜີທ່ານ ຊຶ່ງຜູ້ກ່ຽວ ໄດ້ລົມສູ່ຟັງກ່ຽວກັບການເລືອກຕັ້ງປະທານາທິບໍດີຣັດເຊຍທີ່ຈະມີຂຶ້ນໃນວັນອາທິດ ທີ 4 ມີນານີ້ ແລະການດໍາລົງຊີວິດຢູ່ໃນປະເທດດັ່ງກ່າວ.

ຟັງບົດສໍາພາດໂດຍເຕັມ:

ທ່ານສັງທອງ ບຸດສີເມືອງ ຢູ່ປະຕູທາງເຂົ້າວັງແຄຣມລິນ ໃນໂອກາດ ຕິດຕາມຄະນະຜູ້ແທນລາວ ໂດຍການນໍາພາຂອງປະທານປະເທດລາວ ຢ້ຽມຢາມມົສກູ ເມື່ອວັນທີ 12-14 ຕຸລາ 2011.

ໃນ​ເດືອນ​ພະ​ຈິກ ​ແລະ​ເດືອນ
ທັນວາທີ່​ຜ່ານ​ມານີ້ ລາຍການ
ຊີວິດຊາວ​ລາວ​ໃນ​ຕ່າງ​ແດນ
ຂອງວີ​ໂອ​ເອ ກໍ​ຄືສຽງ​ອາ​ເມຣິ
ກາ ໄດ້​ສໍາພາດທ່ານ​ສັງ​ທອງ
ບຸດ​ສີ​ເມື​ອງ ຊຶ່ງ​ແມ່ນຊາວລາວ
ຄົນນຶ່ງ ​ເກີດ​ທີ່​ເມືອງນາ​ຊາຍ
ທອງ ​ແຂວງ​ວຽງ​ຈັນ ​ແລະໄດ້
ເດີນທາງ​ໄປສຶກສາ​ວິຊາ​ກົດ
ໝາຍ​ແລະຄວາມ​ສໍາພັນ​ຕ່າງ
ປະ​ເທດທີ່​ກຸງມົສກູ ​ປະ​ເທດ
ຣັດ​ເຊ​ຍ ໃນ​ປີ 1984 ​ແລະ
ໄດ້ຕັດ​ສີນໃຈສ້າງ​ຄອບຄົວຢູ່
ທີ່​ນັ້ນ​ມາ​ຈົນຮອດປັດ​ຈຸ​ບັນນີ້.
ທ່ານສັງ​ທອງ​ໄດ້​ກັບເມືອຢາມ
ປະ​ເທດລາວ ​ສອງສາມຄັ້ງ
ແລ້ວ ຊຶ່ງ​ຫລ້າ​ສຸດ​ແມ່ນ​ໃນ
ທ້າຍ​ປີ 2011 ຊຶ່ງທ່ານ​ມີ
ຄວາມ​ຕື້ນຕັນ​ໃຈທີ່​ສຸດ​ທີ່​ໄດ້
ເຫັນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອ​ງຂອງ​ບ້ານ​ເມືອງ ​ແລະເຫັນການດໍາລົງຊີວິດທີ່ປ່ຽນ​ແປ​ງ​ໄປ
ໃນ​ທາງ​ທີ່​ດີ​ຂຶ້ນ​ຢ່າງ​ຫລວງຫລາຍ ຈາກ​ສະ​ໄໝທີ່​ທ່ານຍັງ​ຢູ່ເມືອງ​ລາວ.

ຢູ່​ນະຄອນຫລວງ​ມົສກູ​ນັ້ນ ທ່ານ​ສັງ​ທອງ ​ກໍໄດ້​ມີ​ການ​ຕິດ​ຕໍ່​ພົວພັນ​ເປັນ​ປະ​ຈໍາ​ກັບ​ທາງ​
ສະຖານທູດ​ລາວ ​ແລະ​ກໍ​ໄດ້​ພົບ​ປະ​ກັບ​ຄະນະ​ເຈົ້າ​ໜ້າ​ທີ່​ລາວ​ທີ່​ໄປ​ຢ້ຽມຢາມ ຣັດ​ເຊຍ​ຢູ່​
ເລື້ອຍໆ​ຊຶ່ງ​ຫລ້າ​ສຸດ​ກໍ​ໄດ້​ຕິ​ດຕາມ​ໄປ​ຖ່າຍ​ພາບ​ໃຫ້ທ່ານຈູມ​ມະ​ລີ ​ໄຊ​ຍະ​ສອນ​ ​ປະທານ
ປະ​ເທດ ສປປ ລາວ ​ໃນ​ຕອນ​ທີ່​ທ່ານ​ຈູມ​ມະ​ລີ ນໍາພາ​ຄະນະ​ຜູ້​ແທນລາວ ​ໄປຢ້ຽມຢາມ
ຣັດ​ເຊຍ ເມື່ອເດືອນ​ຕຸລາ ປີ​ກາ​ຍນີ້.

ເບິ່ງຮູບສະໄລດ໌ຂອງສັງທອງ ກ່ຽວກັບການຢ້ຽມຢາມຂອງຄະນະຜູ້ແທນລາວ
ທີ່ຣັດເຊຍ:

ສັບປະດານີ້ ວີ​ໂອ​ເອໄດ້ສໍາພາດ ທ່ານ​ສັງ​ທອງ ບຸດ​ສີ​ເມືອງ ​ອີກ​ຄັ້ງ​ນຶ່ງ​ແລະ​ໄດ້​ຖາມທັດ
ສະນະ​ສ່ວນຕົວຂອງ​ທ່າ​ນ ກ່ຽວ​ກັບການ​ເລືອກ​ຕັ້ງປະທານາທິບໍດີຣັດ​ເຊຍ ຊຶ່ງທ່ານ
Vladimir Putin ອະດີດ​ປະທານາທິບໍດີ ​ແລະ​ນາຍົກລັດຖະມົນຕີ​ໃນ​ປັດຈຸບັນ​ ​ໄດ້ກັບ​
ຄືນ​ມາ​ສະມັກ​ເປັນປະທານາທິບໍດີ ​ອີກ​ເປັນຄັ້ງ​ທີ່​ສາມ ​ໃນການເລືອກ​ຕັ້ງ​ທີ່ຈະ​ມີຂຶ້ນໃນ
ວັນທີ​ 4 ເດືອນມີນາ ຄື​ວັນ​ອາທິດ​ຈະ​ມານີ້​. ເລື້ອງ​ດັ່ງກ່າວ​ກໍາລັງເປັນ​ຂ່າວທີ່​ກໍາລັງຝົດ
ເດືອດຢູ່​ໃນ​ຣັດ​ເຊຍ ​ແລະ​ເປັນ​ຫົວ​ຂໍ້​ຄັດ​ແຍ້ງກັນ​ຢ່າງ​ໃຫຍ່ ລະຫວ່າງ​ຝ່າຍ​ທີ່​ສະໜັບ
ສະໜູນ​ແລະ​ຄັດຄ້ານ ພ້ອມ​ທັງ​ມີ​ການ​ຈັບກຸມ​ຜູ້​ຄົນ​ໃນ​ຂໍ້​ຫາ​ວາງ​ແຜນລອບ​ສັງຫານ
ທ່ານ​ພູ​ຕິນນໍາ​ດ້ວຍ. ​ທ່ານສັງ​ທອງ​ໄດ້​ໃຫ້​ທັດສະນະ​ຂອງ​ທ່ານ​ດັ່ງ​ນີ້:

ທ່ານ​ສັງ​ທອງ ​ເວົ້າວ່າ ຖ້າ​ທ່ານພູ​ຕິນ ສາມາ​ດສະມັກເລືອກ​ຕັ້ງ​ໄດ້​ອີກເມື່ອ 4 ປີ​ກ່ອນນີ້
ແມ່ນ​ແນ່ນອນ​ວ່າ ທ່ານ​ຕ້ອງ​ໄດ້​ຮັບ​ໄຊຊະນະ ​ແຕ່​ມາ​ໃນ​ປັດຈຸບັນ​ນີ້ ໂອກາດ​ຂອງ​ທ່ານ​
ແມ່ນ​ມີ​ແຕ່​ພຽງ​ແຕ່ປະມານ 50% ຊຶ່ງ​ແມ່ນແຕ່ທ່ານ​ພູ​ຕິນ​ເອງກໍ​ຍັງ​ໄດ້​ເວົ້າ​ວ່າ ທ່ານ​ອາດ​
ຈະ​ບໍ່​ໄດ້​ຮັບ​ໄຊຊະນະ​ຢ່າງ​ຂາດ​ລອຍ​ ​ແລະ​ການ​ເລືອກ​ຕັ້ງ​ອາດ​ຕ້ອງ​ໄດ້​ແກ່ຍຍາວ​ໄປ​ໃນ​
ຮອບ​ທີ​ສອງ ​ຫລື​ຮອບ​ຕັດສິນ​ຊີ້​ຂາດ.

ທ່ານສັງທອງ ບຸດສີເມືອງ ມອບຂອງຂວັນເລັກໆນ້ອຍໆໃຫ້ໂຮງຮຽນ ມັດທະຍົມສົມບູນສີທອງ, ເດືອນທັນວາ 2011.

ນອກ​ຈາກ​ນີ້​ແລ້ວ ທ່ານສັງ​ທອງ
ຍັງໄດ້ລົມ​ສູ່​ວີ​ໂອ​ເອຟັງ ກ່ຽວ​ກັບ
ຊີ​ວິດ​ການ​ເປັນ​ຢູ່​ຂອງສັງຄົມ​ລາວ
ໃນ​ກຸ​ງມົສກູ. ທ່ານ​ກ່າວ​ວ່າ ປັດ​ຈຸ
ບັນ​ນີ້​ມີອະດີດ​ນັກ​ສຶກສາລາວ​ບໍ່​
ຮອດ 10 ຄົນທີ່ພາກັນແຕ່ງງານ​
ກັບ​ຜູ້ຍິງຊາວຣັດ​ເຊຍ ​ແລະ​ໄດ້
ສ້າງ​ຄອບຄົວ​ ຕັ້ງຖິ່ນ​ຖານ​ຢູ່ໃນ
ເຂດ​ນະຄອນຫລວງ​ມົສກູ. ມັນ
ເປັນສັງ​ຄົມ​ລາວທີ່​ນ້ອຍໆ ​ເພາະ
ສະ​ນັ້ນ​ຈຶ່ງບໍ່​ມີ​ການຈັດ​ຕັ້ງ​ສະມາ
ຄົມ​ໃດ​ໆ​ທັງ​ສີ້​ນ. ການ​ພົບປະ​ສັງ
ສັນ ກໍ​ແມ່ນມັກຈະພໍ້​ກັນ​ຢູ່​ໃນ​ງານ​ບຸນປີ​ໃໝ່​ ທີ່ສະຖານທູດ​ລາວ​ ໃນ​ນະ​ຄອນ​ຫລວງ​ມົສກູ.
ກ່ຽວ​ກັບ​ດ້ານ​ອາຫານ​ການ​ກິນ ທ່ານ​ບອກວ່າມີຮ້ານຕະຫລາດ ຂາຍ​ເຄຶ່ອງອາຫານ​ຈາກ
ຫວຽດນາມ ຈີນ ອີນ​ເດຍແລະ​ໄທ.

ສັງທອງຖ່າຍຮູບກັບຄູໃຫຍ່ແລະນັກຮຽນ ຫລັງຈາກມອບຂອງຂວັນແລ້ວ

ໃນ​ການ​ໃຫ້​ສໍາພາດ​ກັບ VOA
ກ່ອນ​ໜ້າ​ນີ້ ​ກ່ຽວ​ກັບການກັບ
ເມື່ອຢ້ຽມຢາມປະ​ເທດເທື່ອ
ຫລ້າ​ສຸດ​ໃນ​ເດືອນ​ພະຈິກ​ແລະ
ທັນວາ​ນັ້ນ ທ່ານ​ສັງ​ທອງ​ໄດ້
ສະ​ແດງ​ຄວາມ​ພູມ​ໃຈ​ນໍາ​ຄວາມ
ຈະ​ເລີ​ນຂອງ​ບ້ານ​ເກີດ​ເມືອງ
ນອນ ຊຶ່ງ​ກໍ​ໄດ້​ມີ​ຜູ້​ຟັງ​ຫລາຍໆ​
ທ່ານ​ປະກອບ​ຄວາມ​ເຫັນເຂົ້າ​
ມາຕິຕຽນ​ວ່າ ທ່ານ​ໄດ້​ໄປ​ເຫັນ
ແຕ່​ຄວາມຈະ​ເລີ​ນຢູ່​ໃນ​ໂຕ​ເມືອງ​
ໃຫຍ່ ​ແຕ່​ບໍ່​ໄດ້​ໄປ​ເຫັນຄວາມທຸກ​ຍາກ​ຢ່າງ​ແສນ​ສາຫັດ​ຂອງ​ປະຊາຊົນ​ລາວ​ສ່ວນ​ໃຫຍ່ໃນ​ເຂດ​
ບ້ານນອກ​ນັ້ນ ທ່ານ​ສັງ​ທອງ​ມີ​ຄວາມ​ເຫັນ​ຕອບ​ວ່າ:

ໂຮງຮຽນມັດທະຍົມສົມບູນສີທອງ ຢູ່ນອກນະຄອນຫລວງວຽງຈັນ ໄກອອກໄປທາງໜອງເທວະດາ ຫລາຍສິບຫລັກ ທີ່ຫົນທາງປູຢາງ ຍັງໄປບໍ່ຮອດ ແລະເຖິງຈະມີຕຶກຮຽນດີກ່ວາໂຮງຮຽນບ້ານນອກ ຫລາຍໆແຫ່ງ ແຕ່ກໍຍັງຂາດເຂີນອຸບປະກອນການຮຽນຫລາຍຢູ່.

ທ່ານ​ສັງ​ທອງ​ບໍ່​ໄດ້​ກັບ​ຄືນ​ເມືອ​
ບ້ານພຽງ​ເພື່ອ​ໄປ​ທ່ຽວ​ມ່ວນ​ຊື່ນ
ເທົ່າ​ນັ້ນ ​ແຕ່ໄດ້​ທໍາ​ປະ​ໂຫຍ​ດ​ໃຫ້
ແກ່​ພວກ​ເດັກນ້ອຍ​ນັກຮຽນ ທີ່
ໂຮງຮຽນ​ມັດທະຍົມ​ສົມບູນສີທອງ
ນອກ​ນະຄອນຫລວງ​ວຽງ​ຈັນ​ອີກ ​
ໂດຍ​ໄດ້​ເອົາຂອງຂວັນເລັກໆ
ນ້ອຍໆໄປ​ມອບໃຫ້ ພ້ອມ​ກັບ​ປື້​ມ
ຮຽນພາສາ​ອັງກິດ ທີ່​ທາງ​ວິທະຍຸ
ວີ​ໂອ​ເອ ຫລືສຽງ​ອາ​ເມຣິກາ ໄດ້​
ຈັດພິມ ​ໂດຍ​ການ​ຮ່ວມ​ມື​ກັບ​ສະ
ຖານີ​ວິ​ທະ​ຍຸ​ແຫ່ງ​ຊາດ​ລາວ ພ້ອມ​ກັບ​ແຜ່ນ​ຊີ​ດີບົດ​ຮຽນ ​ໄປມອບ​ໃຫ້​ນໍາ.