ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະຜູ້ແທນລາວ ໄດ້ຮັບການຕ້ອນຮັບ ຢ່າງສົມກຽດ ຈາກເຈົ້າພາບຣັດເຊຍ (ເບິ່ງຮູບສະໄລດ໌ແລະວີດີໂອ)


ປະທານປະເທດລາວ ທ່ານຈູມມະລີ ໄຊຍະສອນ ກັບ ທ່ານດີມີຕຣີ ເມດເວເດັຟ ປະທານາທິບໍດີຣັດເຊຍ ທີ່ວັງແຄຣມລິນ, ວັນທີ 13 ຕຸລາ 2011.
ປະທານປະເທດລາວ ທ່ານຈູມມະລີ ໄຊຍະສອນ ກັບ ທ່ານດີມີຕຣີ ເມດເວເດັຟ ປະທານາທິບໍດີຣັດເຊຍ ທີ່ວັງແຄຣມລິນ, ວັນທີ 13 ຕຸລາ 2011.

ເມື່ອວັນທີ 12 ຫາ 14 ເດືອນຕຸລາຜ່ານມານີ້ ທ່ານຈູມມະລີ ໄຊຍະສອນ ໄດ້ນໍາພາຄະນະ ຜູ້ແທນລັດຖະບານລາວຈໍານວນນຶ່ງ ທໍາການເຄື່ອນໄຫວຢ້ຽມຢາມຣັດເຊຍ ຕາມຄໍາເຊື້ອເຊີນ ຂອງປະທານາທິບໍດີ ດີມີຕຣີ ເມດເວເດັຟ. ທ່ານສັງທອງ ບຸດສີເມືອງ ທີ່ໄດ້ດໍາລົງຊີວິດຢູ່ ຣັດເຊຍມາເປັນເວລາຫລາຍປີ ແລະຕິດຕາມໄປກັບຄະນະຜູ້ແທນລາວໃນຖານະຊ່າງພາບ ໄດ້ມາໂອ້ລົມກັບວີໂອເອ ກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດລາວໃນຄັ້ງນີ້ ຊຶ່ງ ດາຣາມີລາຍການສໍາພາດກັບສັງທອງ ມາສະເໜີທ່ານ.

ຟັງບົດສໍາພາດໂດຍເຕັມ:

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ມື້ນີ້(ທີ 20 ຕຸລາ) ວີໂອເອຂອງເຮົາ ໂຊກດີທີ່ມີໂອກາດ
ໄດ້ໂອ້ລົມກັບສັງທອງ ບຸດສີເມືອງ ຊຶ່ງເປັນຄົນລາວຄົນນຶ່ງ ທີ່ໄດ້ດໍາລົງຊີວິດຢູ່ໃນນະຄອນ
ຫລວງມົສກູ ຂອງປະເທດຣັດເຊຍມາດົນແລ້ວ ແລະຫວ່າງໄວໆມານີ້ ທ່ານສັງທອງກໍໄດ້
ຕິດຕາມໄປກັບ ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໃນຖານະຊ່າງພາບ ໃນ
ໂອກາດທີ່ເພິ່ນໄປເຄື່ອນໄຫວຢ້ຽມຢາມຣັດເຊຍ. ວີໂອເອຂໍຂອບໃຈທ່ານສັງທອງ ທີ່ສະລະ
ເວລາມາໂອ້ລົມກັບວີໂອເອເພື່ອເລົ່າສູ່ຟັງ. ກ່ອນອື່ນນີ້ ຢາກຂໍໃຫ້ແນະນໍາໂຕແລະເລົ່າສູ່ຟັງ
ເຖິງເບື້ອງຫລັງຄວາມເປັນມາວ່າ ໄປຢູ່ຣັດເຊຍໄດ້ດົນປານໃດແລ້ວ?

ຟັງສຽງສັງທອງ:

ສັງທອງ ບຸດສີເມືອງ ທີ່ທາງເຂົ້າວັງແຄຣມລິນ ໃນຕອນຕິດຕາມ ຄະນະຜູ້ແທນລາວ ທີ່ໄປຢ້ຽມຢາມຣັດເຊຍ, ວັນທີ 12-14 ຕຸລາ 2011.
ສັງທອງ ບຸດສີເມືອງ ທີ່ທາງເຂົ້າວັງແຄຣມລິນ ໃນຕອນຕິດຕາມ ຄະນະຜູ້ແທນລາວ ທີ່ໄປຢ້ຽມຢາມຣັດເຊຍ, ວັນທີ 12-14 ຕຸລາ 2011.

ນອກຈາກເຊັນສັນຍາຮ່ວມມືສໍາຄັນສາມສະບັບ ໃນດ້ານສາທາລະນະສຸກ ວັດທະນະທໍາ ແລະການທ່ອງທ່ຽວລະຫວ່າງກັນແລ້ວ ທັງສອງຝ່າຍຍັງໄດ້ລົງນາມ ຮັບຮອງເອົາຖະແຫລງ
ການວ່າດ້ວຍການເປັນພາຄີຍຸດທະສາດກັນ ລະຫວ່າງລາວ-ຣັດເຊຍ ໃນຂົງເຂດເອເຊຍ-
ປາຊີຟິກ ຊຶ່ງສັງທອງ ບຸດສີເມືອງ ກ່າວວ່າ ເປັນເອກະສານທີ່ມີຄວາມສໍາຄັນຫລາຍສະບັບ
ນຶ່ງ ທີ່ເອື້ອອໍານວຍໃຫ້ຣັດເຊຍເຂົ້າໄປຊ່ວຍເຫລືອ ແລະປົກປ້ອງ ສປປ ລາວ ໄດ້ໃນກໍລະນີ
ທີ່ລາວຖືກຂົ່ມຂູ່. ສັງທອງຊີ້ແຈງວ່າ:

ກ່ອນເຂົ້າພົບປະທານາທິບໍດີ ດີມີຕຣີ ເມດເວເດັຟ ນັ້ນ ທ່ານຈູມມະລີ ໄຊຍະສອນ ກໍໄດ້
ຮັບການຕ້ອນຮັບຢ່າງສົມກຽດ ໂດຍໜ່ວຍທະຫານກອງກຽດຕິຍົດແລະໄດ້ໄປວາງພວງມາ
ລາຢູ່ອະນຸສາວະລີທະຫານຣັດເຊຍທີ່ສະລະຊີບເພື່ອຊາດໃນປາງສົງຄາມຕ່າງໆ ຊຶ່ງສັງທອງ
ກ່າວວ່າ ເປັນພິທີການນຶ່ງທີ່ໜ້າປະທັບໃຈ:

ເບິ່ງວີດີໂອ ຖ່າຍໂດຍສັງທອງ ບຸດສີເມືອງ:

ພິທີຮັບຕ້ອນຂອງເຈົ້າພາບໃນມື້ວັນທີ 13 ຕຸລານັ້ນ ມ້ວນທ້າຍລົງດ້ວຍການລ້ຽງຮັບຮອງ
ອາຫານຄໍ່າ ທີ່ປະທານາທິບໍດີເມດວີເດັຟ ຈັດເປັນກຽດແກ່ທ່ານປະທານປະເທດລາວ ແລະ
ຄະນະ. ນອກຈາກພົບປະຫາລືກັບປະທານາທິບໍດີຣັດເຊຍແລ້ວ ທ່ານຈູມມະລີ ໄຊຍະສອນ
ແລະຄະນະຜູ້ແທນລາວ ທີ່ປະກອບດ້ວຍທ່ານທອງລຸນ ສີສຸລິດ ຮອງນາຍົກແລະລັດຖະມົນ
ຕີການຕ່າງປະເທດ ແລະເຈົ້າໜ້າທີ່ຂັ້ນສູງຄົນອື່ນໆອີກ ຍັງໄດ້ພົບປະກັບນາຍົກລັດຖະມົນ
ຕີ ວະລາດີເມຍ ປູຕິນ ທີ່ໄດ້ປະກາດເມື່ອໄວໆມານີ້ວ່າ ຈະແລກປ່ຽນໜ້າທີ່ກັນກັບທ່ານເມດ
ເວເດັຟ ຄືທ່ານປູຕິນຈະສະໝັກແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີຄືນ ໃນການເລືອກຕັ້ງ
ປີໜ້ານີ້. ສັງທອງເລົ່າວ່າ:

ໃນໂອກາດຢ້ຽມຢາມເລນິນກຣາດ ນະຄອນຫລວງເກົ່າຂອງຣັດເຊຍໃນສະໄໝພະເຈົ້າຊາຣ໌
ນັ້ນ ຄະນະຜູ້ແທນລາວຍັງໄດ້ໄປຊົມພະລາດຊະວັງລະດູຮ້ອນ ແລະຫໍພິພິທະພັນທີ່ໃຫຍ່ທີ່
ສຸດຂອງຣັດເຊຍນໍາອີກ. ສ່ວນທ່ານທອງລຸນ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີການ
ຕ່າງປະເທດລາວນັ້ນ ກໍໄດ້ຖືໂອກາດນີ້ໄປຢ້ຽມມະຫາວິທະຍາໄລເລນິນກຣາດ ບ່ອນທີ່ທ່ານ
ເຄີຍໄດ້ສຶກສານັ້ນນໍາ ແລະເປັນບ່ອນທີ່ມານດາຂອງປະທານາທິບໍດີເມດເວເດັຟ ເຄີຍເປັນ
ອາຈານສອນພາສາໃຫ້ນັກສຶກສາຕ່າງປະເທດ ຊຶ່ງກໍອາດເຄີຍໄດ້ສອນທ່ານທອງລຸນນໍາກໍໄດ້.
ສັງທອງເລົ່າວ່າ:

ຮູບສະໄລດ໌ ໂດຍສັງທອງ ບຸດສີເມືອງ:

ແລະນັ້ນກໍຄືລາຍລະອຽດເພິ່ມຕື່ມເລັກນ້ອຍ ກ່ຽວກັບການຢ້ຽມຢາມຣັດເຊຍໂດຍຄະນະ
ຜູ້ແທນລາວ ທີ່ນໍາໂດຍ ປະທານປະເທດ ທ່ານຈູມມະລີ ໄຊຍະສອນ ຊຶ່ງທ່ານສັງທອງ
ບຸດສີເມືອງ ໄດ້ເລົ່າສູ່ວີໂອເອຟັງທາງໂທລະສັບ ຈາກຣັດເຊຍ. ຂໍຂອບໃຈທ່ານສັງທອງ
ມານະທີ່ນີ້ດ້ວຍ ແລະໂອກາດໜ້າ ວີໂອເອຈະຂໍສໍາພາດທ່ານສັງທອງ ເພື່ອນໍາເອົາເລື່ອງ
ລາວກ່ຽວກັບການດໍາລົງຊີວິດຢູ່ໃນຣັດເຊຍ ມາເລົ່າສູ່ທ່ານຟັງອີກ. ໂປດຕິດຕາມຮັບຟັງ.

ໝາຍເຫດ: ບົດສໍາພາດນີ້ ອອກອາກາດໄປ ເມື່ອວັນທີ 20 ຕຸລາ. ຂໍອະໄພນໍາຄວາມ
ຊັກຊ້າໃນການເອົາມາລົງເວັບໄຊ້ ແຕ່ກໍໄດ້ຮູບຫລາຍໆອັນກັບວີດີໂອ ມາໃຫ້ເບິ່ງ ດ້ວຍ ຄວາມເອື້ອເຟື້ອຂອງທ່ານສັງທອງ ບຸດສີເມືອງ. ວີໂອເອຂໍຂອບໃຈອີກຄັ້ງນຶ່ງ.

XS
SM
MD
LG