ຣັດເຊຍ ຄອບງຳຫຼຽນ ໃນການແຂ່ງຂັນ ໂອລິມປິກ ລະດູໜາວ ມື້ສຸດທ້າຍ ທີ່ເມືອງ Sochi

ສອງນັກກິລາຣັດເຊຍ ທ້າວ Alexander Legkov ແລະທ້າວ Ilia Chernousov ຊະນະຫຼຽນຄຳແລະຫຼຽນທອງແດງ ໃນການແລ່ນສະກີ ລະຍະໄກ 50 ຫຼັກກິໂລແມັດ ປະເພດຊາຍ ໃນກີລາໂອລິມປິກ ລະດູໜາວ ທີ່ເມືອງ Sochi, ວັນທີ 23 ກຸມພາ 2014.

ພວກ​ນັກກີລາ​ແລ່ນ​ສະ​ກີຣັດ​ເຊຍ​ ໄດ້​ກວດ​ເອົາຫຼຽນ​ໄປ​ໝົດ
ທັງ​ສາມຫຼຽນ​ ​ໃນການແຂ່ງຂັນ​ຍາດ​ເອົາຫຼຽນ ລາຍການ​ທຳ​
ອິດ ​ໃນ​ຈຳນວນ​ສາມລາຍການ​ ໃນ​ມື້​ສຸດ​ທ້າຍ​ຂອງ​ການ
​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ລະດູ​ໜາວ ທີ່​ເມືອງ Sochi ນັ້ນ.

ທ້າວ Alexander Legkov ​ໄດ້​ຫຼຽນຄໍາ ຂະນະ​ທີ່ເພື່ອ​ນ
ຮ່ວມ​ຊາດ​ອີກ​ສອງຄົນ ​ໄດ້​ຮັບ​ຫຼຽນ​ເງິນ​ແລະ​ທອງ​ແດງ ​ໃນ
​ການ​ແລ່ນ​ສະ​ກີ​ລະຍະ​ໄກ 50 ຫຼັກ​ກິ​ໂລ​ແມັດ ຊຶ່ງເປັນ​ການ
ຮັບປະກັນ​ວ່າ ປະ​ເທດ​ເຈົ້າພາບຈະ​ໄດ້​ຮັບ​ຫຼຽນ​ຫຼາຍ​ກວ່າ
​ໝູ່ ​ເວລາ​ການ​ແຂ່ງຂັນ​ປະຈຳ​ປີ 2014ສິ້ນສຸດ​ລົງ​ໃນ​ແລງ​
ວັນ​ອາທິດ​ມື້​ນີ້ ດ້ວຍ​ອັນ​ທີ່​ຄາດ​ກັນ​ວ່າ ຈະ​ເປັນ​ພິທີ​ອັດ​ການ
ແຂ່ງຂັນ​ລົງ​ທີ່​ປະ​ທັບໃຈ​ແລະ​ຕື່ນ​ເຕັ້ນ​ທີ່​ສຸດ​ນັ້ນ.

ປັດຈຸບັນ​ນີ້ ຣັດ​ເຊຍ​ໄດ້​ຮັບທັງ​ໝົດ 32 ຫຼຽນ ຮອງ​ລົງ​ມາ​ແມ່ນ​ສະຫະລັດ ​ໄດ້​ຮັບ 27 ຫຼຽນ ​ແລະ​ Norway ​ໄດ້​ຮັບ26 ຫຼຽນ. ຣັດ​ເຊຍ​ຍັງໄດ້​ຮັບ​ຫຼຽນ​ຄຳ​ລື່ນ​ໝູ່ເຊັ່ນ​ກັນ ຄື​
ໄດ້ຮັບ 12 ຫຼຽນ ຕິດຕາມ​ດ້ວຍ Norway ​ທີ່ໄດ້​ຮັບ 11 ຫຼຽນ.

ການ​ແຂ່ງຂັນ​ສອງ​ລາຍການ​ສຸດ​ທ້າຍ ​ໃນ​ວັນ​ອາທິດ​ມື້​ນີ້ ​ແມ່ນ​ການ​ແຂ່ງຂີ່​ລໍ້​ເລື່ອນຫຼື
bobsleigh ​ເທິງ​ນ້ຳກ້ອນ ປະ​ເພດຊາຍທີ່​ຂີ່​ນຳ​ກັນ 4 ຄົນ ​ແລະ​ການ​ແຂ່ງຂັນ​ຕີຄີປະ​ເພດ​ຊາຍ ​ຊີງ​ເອົາ​ຫຼຽນຄຳ ລະຫວ່າງ​ທີ​ມກາ​ນາ​ດາ ທີ່ປ້ອງ​ກັນ​ແຊັມ ​ແລະ​ທີ​ມSweden.

ວີດີໂອ ກ່ຽວກັບ ນັກກິລາຜິວດໍາ ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກ ຫຼາຍຂຶ້ນ:

Your browser doesn’t support HTML5

Black Athletes Break Color Barrier at Winter Olympics


ໂອກາດ​ສຸດ​ທ້າຍ​ສຳລັບ​ສະຫະລັດ ​ທີ່​ຈະ​ໄດ້​ຫຼຽນ ​ແມ່ນໃນການ​ແຂ່ງຂັນ bobsleigh ທີ່
ທ້າວ Steven Holcomb ​ເປັນ​ຫົວ​ໝ້າ​ທີ​ມ ຊຶ່ງ​ເປັນ​ລາຍການແຂ່ງຂັນທີ່​ລາວ​ມັກ​ທີ່​ສຸດ
​ແລະເຮັດ​ໄດ້​ດີ​ທີ່​ສຸດ​ນັ້ນ. ​ແຕ່ທີ​ມຣັດ​ເຊຍ ​ມີ​ຄະ​ແນນນຳ​ໜ້າ​ມາເລັກ​ນ້ອຍ​ແລ້ວ ກ່ອນ​ຈະ
ມາ​ແຂ່ງ​ກັນ ​ໃນ​ສອງຮອບ​ສຸດ​ທ້າຍນີ້.

​ເຖິງ​ແມ່ນ​ໄດ້​ມີໄພ​ຂົ່ມຂູ່​ຢ່າງ​ແຂງ​ແຮງ ​ທີ່​ວ່າ​ຈະເກີດ​ຄວາມ​ຮຸນ​ແຮງຈາ​ກການ​ກໍ່​ການ​ຮ້າຍ ກ່ອນ​ການ​ໄຂ​ການ​ແຂ່ງຂັນນັ້ນ​ກໍ​ຕາມ ​ແຕ່​ການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ ທີ່​ເມືອງໂຊຈີ ກໍໄດ້​ດຳ​ເນີນ​ມາ​ຢ່າງ​ປອດ​ໄພທີ່​ສຸດ ຈົນ​ມາ​ຮອດ​ມື້​ສຸດ​ທ້າຍ​ນີ້.

ການ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ລະດູ​ໜາວ ​ເທື່ອ​ໜ້າ ​ຈະ​ມີ​ຂຶ້ນ​ທີ່​ເກົາຫຼີ​ໃຕ້​ ໃນ​ປີ 2018.

ຫຼັງຈາກໂຊຈີ ທວນໄຟໂອລິມປິກ ກໍຈະມຸ້ງໜ້າ ໄປຍັງ ບຣາຊິລ ເກົາຫຼີໃຕ້ ແລະຍີ່ປຸ່ນ:

Your browser doesn’t support HTML5

After Sochi, Olympic Flame Heads to Brazil, South Korea, Japan