ຣັດເຊຍ ຮຽກຮ້ອງ ເກົາຫຼີເໜືອ ໃຫ້ຍົກເລີກ ການຍິງ ລູກສອນໄຟ

ຮູບພາບຈາກດາວທຽມ ທີ່ຖ່າຍໃນວັນສຸກ ວັນທີ່ 23 ພະຈິກ ສະແດງໃຫ້ເຫັນ ຖານສົ່ງຢູ່ Sahae ທີ່ເມືອງ Cholsan ພາກເໜືອຂອງ ພຽງຢາງ.

ຣັດ​ເຊຍ ຊຸກຍູ້ໃຫ້ ​ເກົາຫລີ​ເໜືອ ບໍ່​ໃຫ້​ສືບ​ຕໍ່ແຜນ ສົ່ງ​ລູກ​ສອນ​
ໄຟ​ຈາກ​ຖານ​ຍິງ ​ໃນ​ທ້າຍ​ເດືອນ​ນີ້. ຖະ​ແຫລ​ງການ​ນີ້ໄດ້ອອກ​
ມາ​ໃນ ວັນ​ຈັນ ມື້​ນີ້​ໂດຍ ກະຊວງ ການ​ຕ່າງປະ​ເທດ ຣັດ​ເຊຍ.

ຣັດ​ເຊຍ ຮ່ວມ​ກັນ​ກັບ​ບັນດາ​ນາໆ​ຊາດ ​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບເຈດ​ຕະນາ​ຂອງ ເກົາຫລີ​ເໜືອນີ້. ພຽງຢາງ ກ່າວ​ວ່າ ຈະ​ຫຼວດດ່ັງກ່າວ​ນີ້ ຈະ​ນໍາ​ດາວ​ທຽມສັງ​ເກດໂລກ ສູ່​ວົງໂຄຈອນ ​ແຕ່​ວ່າ ການ​ພະຍາຍາມນີ້ ​ໄດ້​ເປັນ​ທີ່​ສົງ​ໃສກັນ​ຢ່າງ​ໃຫຽ່ ວ່າ​ເປັນກ​ານທົດ​ລອງ ​ ເທ​ກໂນ​ໂລ​ຈີລູກ​ສອນ​ໄຟ​ຂ້າມ​ທະວີບຂອງ​ເກົາຫລີ​ເໜືອ.

ຈີນ ຜູ້​ທີ່​ເປັນ​ພັນ​ທະ​ມິດ​ອັນ​ສໍາ​ຄັນ ຂອງ ​ເກົາຫລີ​ເໜືອ ​ແລະ​ມີ​ສ່ວນ​ໄດ້​ສ່ວນ​ເສຍ​ນັ້ນ ກໍ​ໄດ້​ສະ​ແດ​ງຄວາມ​ເປັນ​ຫ່ວງ​ເຊ​ນດຽວ​ກັນ ​ໃນ​ແຜນການ​ນີ້.

ຍີ່ປຸ່ນ ​ໄດ້​ປະກາດ​ການເລື່ອນ ການສົນທະນາ​ສອງ​ມື້ກັບ​ ​ເກົາຫລີ​ເໜືອ ທີ່​ມີ​ນັດ​ໝາຍ​ຈະ​ເລີ້ມ ທີ່ ​ກຸງ​ປັກ​ກິ່ງ ​ໃນ​ວັນ​ພຸດ ​ເພາະ​ລໍຖ້າເບ່ິງການ​ສົ່ງ​ຈະ​ຫລວດ​ດັ່ງກ່າວຢູ່.