ຣັດເຊຍ ແລະ ລາວ ລົງນາມໃນຂໍ້ຕົກລົງ ຫຼາຍສະບັບ

  • ໄພສານ ວໍຣະຈັກ

ປະທານປະເທດ ສປປ ລາວ ທ່ານຈູມມະລີ ໄຊຍະສອນ ຈັບມືກັບນາຍົກລັດຖະມົນຕີຣັດເຊຍ ທ່ານ Vladimir Putin (14 ຕຸລາ 2011)

ຣັດເຊຍແລະ ສປປ ລາວໄດ້ລົງນາມໃນຂໍ້ຕົກລົງຫຼາຍໆສະບັບ ແລະປະກາດເປັນປະເທດ
ພາຄີຍຸດທະສາດໃນລະຫວ່າງການເດີນທາງໄປຢ້ຽມຢາມກຸງມົສກູຢ່າງເປັນທາງການເທື່ອ
ທຳອິດຂອງປະທານປະເທດ ສປປ ລາວ.

ປະທານາທິບໍດີຣັດເຊຍທ່ານ Dmitry Medvedev ໄດ້ເປັນເຈົ້າພາບຕ້ອນຮັບຄູ່ຕຳແໜ່ງ
ຝ່າຍລາວ ທ່ານຈູມມະລີ ໄຊຍະສອນ ເພື່ອທຳການເຈລະຈາຫາລື ທີ່ແນໃສ່ເລື່ອງການຄ້າ
ສອງຝ່າຍ ການສື່ສານຄົມມະນາຄົມແລະໄຟຟ້າພະລັງນໍ້າ ຢູ່ທີ່ວັງເຄຣັມລິນໃນວັນພະຫັດ
ວານນີ້.

ລຸນຫຼັງການເຈລະຈາຫາລືກັນແລ້ວຜູ້ນຳຂອງປະເທດທັງສອງກໍໄດ້ລົງນາມໃນຄຳປະກາດ
ການເປັນປະເທດພາຄີຍຸດທະສາດ ແລະເປັນສັກຂີພະຍານກ່ຽວກັບການລົງນາມໃນຂໍ້ຕົກ
ລົງການຮ່ວມມື ໃນດ້ານສາທາລະນະສຸກ ວິທະຍາສາດການແພດ ລະບົບກົດໝາຍແລະ
ການທ່ອງທ່ຽວ.

ຜູ້ນຳທັງສອງເວົ້າວ່າ ພວກທ່ານມີຄວາມສົນໃຈທີ່ຈະເພີ່ມທະວີການຄ້າສອງຝ່າຍ ຊຶ່ງມີມູນ
ຄ່າເກືອບ 40 ລ້ານໂດລາໃນໄລຍະ 7 ເດືອນທຳອິດຂອງປີນີ້ສົມທຽບໃສ່ບໍ່ຮອດ 9 ລ້ານ
ໂດລາສຳລັບໝົດທັງປີ 2010 ແລະການຂາຍສິນຄ້າຂອງຣັດເຊຍໃຫ້ແກ່ລາວແມ່ນປະກອບ ເປັນການຄ້າຂາຍສ່ວນໃຫຍ່.

ອົງການຂ່າວ Itar-Tass ຂອງທາງການຣັດເຊຍລາຍງານວ່າ ນອກນັ້ນທ່ານຈູມມະລີຍັງ
ໄດ້ພົບປະກັບນາຍົກລັດຖະມົນຕີຣັດເຊຍ ທ່ານ Vladimir Putin ຜູ້ທີ່ໄດ້ສະແດງຄວາມ
ຫວັງອອກມາວ່າ ຂໍ້ຕົກລົງໃນການເປັນປະເທດພາຄີຍຸດທະສາດຈະເສີມຂະຫຍາຍຄວາມ
ສຳພັນທາງດ້ານການຄ້າແລະເສດຖະກິດລະຫວ່າງປະເທດທັງສອງ.