ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດລາວ ຢ້ຽມຢາມ ຣັດເຊຍ

ປະທານປະເທດລາວ ທ່ານຈູມມະລີ ໄຊຍະສອນ (ກາງ) ພ້ອມພັນລະຍາ ແລະຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ (ຄົນທີ 5 ຈາກຊ້າຍ) ພົບປະກັບພວກເຈົ້າໜ້າທີ່ສະຖານທູດລາວແລະໂຕແທນນັກສຶກສາ ຈໍານວນນຶ່ງ ທີ່ນະຄອນຫລວງມອສໂຄ ໃນມື້ທໍາອິດຂອງການຢ້ຽມຢາມຣັດເຊຍ ເປັນເວລາ 4 ມື້ ຕາມຄໍາເຊື້ອເຊີນ ຂອງປະທາ

ປະທານປະເທດ ສປປ ລາວ ທ່ານຈູມມະລີ ໄຊຍະສອນ ໄດ້ພົບປະຢູ່ທີ່ກຸງມົສກູໃນວັນ
ພະຫັດມື້ນີ້ກັບປະທານາທິບໍດີຣັດເຊຍ ທ່ານ Dmitry Medvedev ເພື່ອທຳການເຈລະ
ຈາຫາລືທີ່ຄາດວ່າ ຈະແນໃສ່ເລື່ອງ ການຄ້າ ທີ່ພວມມີການເຕີບໃຫຍ່ຂະຫຍາຍໂຕຢ່າງ
ວ່ອງໄວລະຫວ່າງປະເທດທັງສອງ.

ສະຖິຕິຂອງຣັດເຊຍ ສະແດງໃຫ້ເຫັນວ່າ ການຄ້າສອງທາງ ລະຫວ່າງປະເທດທັງສອງ
ແມ່ນມີມູນຄ່າເກືອບ 40 ລ້ານໂດລາ ໃນໄລຍະ 7 ເດືອນທຳອິດຂອງປີນີ້ ສົມທຽບໃສ່
ກັບບໍ່​ຮອດ 9 ລ້ານໂດລາ ສຳລັບໝົດທັງປີ 2010. ການຂາຍສິນຄ້າຂອງຣັດເຊຍໃຫ້
ແກ່ລາວແມ່ນປະກອບເປັນການຄ້າສອງ​ຝ່າຍເກືອບທັງໝົດ.

ອົງການຂ່າວຂອງຣັດເຊຍແຈ້ງວ່າ ພວກຜູ້ນຳທັງສອງພວມຊອກຫາຊ່ອງທາງໃຫ້ມີການ
ຮ່ວມມືກັນຂະໜາດໃຫຍ່ເພີ່ມຂຶ້ນ ກ່ຽວກັບໂຄງການຕ່າງໆ ໃນວຽກງານດ້ານສື່ສານຄົມ
ມະນາຄົມ ໄຟຟ້າພະລັງນໍ້າ ແລະບໍ່ແຮ່.

ລາຍງານຂ່າວຍັງແຈ້ງວ່າ ຈະມີການໃຫ້ຄວາມສົນໃຈເປັນພິເສດແກ່ການປະສານງານກັນ
ກ່ຽວເລື່ອງສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນແລະ
ອົງການຈັດຕັ້ງນາໆຊາດອື່ນໆ.

ປະທານ​ປະ​ເທດ​ລາວ​ກໍາລັງທໍາ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ຣັດ​ເຊຍເ​ປັນ​ເວລາ 4 ວັນ​ຕາມ
ຄໍາ​ເຊີນ​ຂອງ​ປະ​ເທດ​ປະ​ເທດຣັດ​ເຊຍ.

XS
SM
MD
LG