ການປະທ້ວງ ຮູບເງົາໝິ່ນປະໝາດ ອິສລາມ ຍັງດໍາເນີນ ຕໍ່ໄປ

ພວກປະທ້ວງຊາວປາກີສຖານ ໄດ້ແກວ່ງໜາກຫີນໃສ່ພວກ ຕໍາຫຼວດເພື່ອຈະເຂົ້າໄປໃຫ້ເຖິງສະຖານທູດອາເມຣິກັນໃນ ປາກີສຖານ

ການປະທ້ວງຕໍ່ຕ້ານການໝິ່ນປະໝາດພະສາສະດາມູຮໍາມັດ
ຍັງດໍາເນີນສືບຕໍ່ໄປ ໂດຍທີ່ພວກເດີນຂະບວນພາກັນປະທ້ວງ
ຄັດຄ້ານຕໍ່ທັງຮູບເງົາຕໍ່ຕ້ານສາສະໜາອີສລາມທີ່ສ້າງຂຶ້ນຢູ່ໃນ
ສະຫະລັດ ແລະຮູບກາຕູນລໍ້ລຽນທີ່ລົງພິມ ຢູ່ໃນວາລະສານ
ແບບສຽດສີຂອງຝຣັ່ງນັ້ນນໍາ.

ຕໍາຫຼວດໄດ້ປະທະກັບພວກປະທ້ວງທີ່ນະຄອນຫຼວງອີສລາມາບັດ
ຂອງປາກີສຖານ ບ່ອນທີ່ພວກນັກສຶກສາປະມານ 1,000 ຄົນ
ພະຍາຍາມບຸກເຂົ້າໄປໃນເຂດບໍລິເວນທີ່ເປັນສະຖານທູດ
ແລະຫ້ອງການລັດຖະບານຕ່າງໆນັ້ນ.

ພວກປະທ້ວງຫຼາຍຮ້ອຍຄົນກໍພາກັນເດີນຂະບວນຢູ່ໃນນະຄອນຫຼວງອັຟການີສຖານ ພ້ອມກັບ
ຮ້ອງໂຮຄໍາຂວັນຕໍ່ຕ້ານອາເມຣິກາ ໃນລະຫວ່າງການປະທ້ວງຢ່າງສັນຕິນັ້ນ.

ສ່ວນທີ່ອິຣ່ານ ພວກນັກສຶກສາ ໄດ້ຮ້ອງໂຮວ່າ ຝຣັ່ງຕ້ອງຕາຍ ພ້ອມທັງ ສະຫະລັດນັ້ນນໍາ
ເວລາພວກເຂົາເຈົ້າປະທ້ວງຢູ່ນອກບໍລິເວນສະຖານທູດ ຝຣັ່ງທີ່ນະຄອນຫຼວງເຕຫະຣ່ານ.
ວາລະສານລາຍສັບປະດາ Charlie Hebdo ໄດ້ພິມເຜີຍແຜ່ຫຼາຍໆຮູບຂອງພະສາສະດາ
ມູຮໍາມັດ ໃນສະບັບປະຈໍາວັນພຸດວານນີ້ ໂຮມທັງຮູບໂປ້ຫຼາຍໆຮູບຂອງພະອົງນໍາ.

ເພື່ອຮັບມືກັບການເຄື່ອນໄຫວຂອງວາລະສານຝຣັ່ງດັ່ງກ່າວ ລັດຖະບານ ຝຣັ່ງໄດ້ປະກາດ
ປິດສະຖານທູດ ສະຖານກົງສຸນ ສູນວັດທະນະທໍາ ແລະໂຮງຮຽນຫຼາຍແຫ່ງຂອງຕົນໃນ 20
ປະເທດໃນວັນສຸກມື້ອື່ນນີ້ ເພື່ອເປັນ ການເອົາມາດຕະການປ້ອງກັນໄວ້ລ່ວງໜ້າ.