English in a Minute, ບົດ​ທີ 25: Play It By Ear, ແປວ່າ ສຸດ​ແລ້ວ​ແຕ່

Your browser doesn’t support HTML5

ເຊີນ​ເບິ່ງວີ​ດິ​ໂອ ລາຍ​ການ​ຮຽນ​ພາ​ສາ​ອັງ​ກິດ English in a Minute "Play it by Ear"

ທ່ານນັກຮຽນ​ນັກ​ສຶກສາ​ທັງຫຼາຍ​ກັບມາ​ພົບ​ກັນ​ໃນລາຍການຮຽນ​ພາສາ​ອັງກິດນຶ່ງນາທີຂອງວີ​ໂອ​ເອ.

Your browser doesn’t support HTML5

ລາຍ​ການ​ພາ​ສາ​ອັງ​ກິດ English in a Minute, "Play it by ear"

ສຳນວນ ພາສາ​ອັງກິດ​ທີ່​ທ່ານຈະ​ໄດ້​ຮຽນ​ໃນ​ມື້​ນີ້​ແມ່ນ Play it by ear. Play it by ear ​ຈະແປ​ວ່າ ສຸດ​ແລ້ວ​ແຕ່ ຫຼື​ຈະ​ວ່າ ​ແລ້ວ​ແຕ່ ກໍ​ໄດ້ ຄຳ​ວ່າ "ແລ້ວ​ແຕ່" ມີໝາຍ​ຄວາມວ່າ ແລ້ວ​ແຕ່​ຈະ​ເຮັດ ​ຫລື​ຈະ​ເວົ້າ​ອີກ​ຢ່າງ​ນຶ່ງ​ກໍ​ໝາຍ​ຄວາມ​ວ່າ​ໄປ​ຕາມ​ເລື້ອງ ຫລື​ສະ​ຖາ​ນະ​ການ​ຂອງ​ມັນ ເພາະວ່າ​ບໍ່​ມີ​ແຜນການອັນ​ແນ່ນອນ ເມື່ອ​ເຖິງ​ຍາມ​ແລ້ວ ຖ້າ​ເຫັນ​ວ່າ​ມັນ​ເໝາະ​ສົມ​ແບບ​ໃດ​ກໍເຮັດ​ໄປ ​ເຊັ່ນ​ໃນ​ກໍລະນີຂອງ​ບົດ​ສົນທະນາໃນ​ພາສາ​ອັງກິດລະຫວ່າງ​ຜູ້​ຊາຍ​ກັບ​ແມ່ຍິງຄົນ​ນ​ນຶ່ງ ທີ່​ເປັນ​ຊູ້​ເປັນ​ແຟນກັນ ທີ່​ທ່ານຫາ​ກໍ​ໄດ້​ຟັງ​ຜ່ານ​ໄປນັ້ນ.

ຜູ້​ຊາຍ​ຖາມ​ວ່າ ​ເຈົ້າ​ຢາກ​ເຮັດ​ຫຽັງໃນ​ທ້າ​ຍສັບ​ປະດາ​ນີ້
ຜູ້ຍິງກໍຕອບວ່າ ບໍ່ຮູ້, ບາງທີ ພວກເຮົາຊິໄປເບິ່ງຮູບເງົາ ຫຼື ຈະໄປຊອກກິນເຂົ້າແລງຢູ່ບ່ອນໃດ ບ່ອນນຶ່ງກໍໄດ້. ລໍໄປເບິ່ງກ່ອນເໜາະວ່າມັນຊິເປັນຈັ່ງໃດ ບາດແລ້ວຈຶ່ງລົມກັນອີກ,
Why don’t we play it by ear?
ແລ້ວຜູ້ຊາຍກໍຕອບວ່າ ເອີ ຈັ່ງຊັ້ນກໍໄດ້ Sure! (Heh ….. Sure!)