ສະຫະລັດວ່າ ຕົນບໍ່ມີ ຈຸດປະສົງ ຈະຄວບຄຸມຈີນ ໃນເຂດເອເຊຍ (ສະໄລດ໌ກັບວີດີໂອ)

ທ່ານລີອອນ ພາແນັດຕ້າ ລັດຖະມົນຕີປ້ອງກັນປະເທດສະຫະລັດ ຂະນະກ່າວຄໍາປາໄສ ທີ່ໂຮງຮຽນທະຫານທີ່ປັກກິ່ງ ເມື່ອວັນທີ 19 ເດືອນກັນຍາ 2012 ນີ້.

ທ່ານ ລີ​ອອນ ພາ​ແນັດ​ຕ້າ ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະຫະ
ລັດ ບອກກອງທັບ​ຈີນເມື່ອ​ວັນ​ພຸດ​ມື້​ນີ້​ວ່າ ຍຸດ​ທະ​ສາດທາງ
ທະຫານໃໝ່ຂອງວໍ​ຊິງ​ຕັນ ​ທີ່​ຈະ​ເຄື່ອນ​ກໍາລັງ​ໄປ​ຍັງ​ຂົງ​ເຂດ​
ເອ​ເຊຍ​ນັ້ນ ແມ່ນ​ບໍ່ໝາຍ​ຄວາມວ່າຈະ​ຄວບຄຸມ​ການ​ມີ​ອິດ​ທິພົນ
​ເພີ້​ມຂຶ້ນ​ຂອງ​ຈີນ​ແຕ່​ຢ່າງ​ໃດ.

ຄວາມ​ຄິ​ດ​ເຫັນ​ຂອງ​ທ່ານ​ພາ​ແນັດຕາ ຕໍ່​ບັນດາ​ທະຫານ​ສັນຍາ
ບັດ​ໜຸ່ມ​ທີ່ໂຮງ​ຮຽນ​ທະຫານ​ຈີນຢູ່​ປັກ​ກິ່ງນັ້ນ ​ເປັນ​ນຶ່ງ​ໃນ​ຖະ​ແຫຼງ
ການ​ໂດຍ​ກົງ​ທີ່​ສຸດ​ຂອງ​ວໍ​ຊິງ​ຕັນ ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ​ໃນການ​
ຫັນ​ກຳລັງ​ຂອງ​ຕົນໄປ​ສູ່​ຂົງ​ເຂດ​ດັ່ງກ່າວ ຊຶ່ງ​ທ່ານ​ພາ​ແນັດຕາ
ກ່າວ​ຊີ້​ແຈງ​ວ່າ:

“ການ​ສ້າງ​ຄວາມ​ສົມ​ດຸນ​ຄືນ​ໃໝ່​ຂອງ​ພວກ​ເຮົາ ​ໄປ​ຍັງ​ຂົງ​ເຂດ​
ເອ​ເຊຍປາຊິ​ຟິກນັ້ນ ບໍ່​ແມ່ນ​ຄວາມ​ພະຍາຍາມ​ເພື່ອ​ຄວບ​ຄຸມ​ຈີນ ​ແຕ່​ມັນ​ເປັນຄວາມພະ
ຍາຍາມ​ເພື່ອເຂົ້າພົວພັນ​ກັບ​ຈີນ ແລະ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ຢູ່​ໃນຂົງ​ເຂດເອ​ເຊຍ
-ປາຊິ​ຟິກ. ມັນ​ກ່ຽວ​ກັບການ​ສ້າງ​ຕົວ​ແບບ​ໃໝ່​ຢ່າງນຶ່ງ​ໃນ​ຄວາມ​ສໍາພັນ​ຂອງ​ປະ​ເທດ​
ມະຫາ​ອໍານາດທັງ​ສອງ​ ແຫ່ງ​ຂົງ​ເຂດ​ປາຊິ​ຟິກຂອງ​ພວກ​ເຮົາ. ມັນກ່ຽວ​ກັບການຟື້ນຄືນ​
ໃໝ່ ​ແລະ​ການ​ເພີ່ມພະລັງແກ່​ບົດບາດຂອງ​ພວກ​ເຮົາ​ໃນ​ພາກສ່ວນ​ນີ້ຂອງ​ໂລກ ທີ່​ກໍາລັງ
​ກາຍ​ເປັນ​ເລຶ່ອງຫຼໍ່​ແຫຼມຢ່າງ​ວ່ອງ​ໄວຂຶ້ນ​ໄປ​ນັບ​ມື້ ຕໍ່ເສດຖະກິດ ການ​ທູດ ​ແລະ​ຜົນ​ປະ
ໂຫຍ​ດ ດ້ານ​ຄວາມ​ໝັ້ນຄົງ​ຂອງ​ພວກ​ເຮົາ​ນັ້ນ."





ນອກ​ນີ້​ແລ້ວ​ທີ່​ພາ​ແນັດ​ຕ້າ ກ່າວ​ວ່າ ການ​ເສີມ​ຂະຫຍາ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ສະຫະລັດນັ້ນ ​ແມ່​ນ​ໄດ້​ແນ​ໃສ່​ຄັງ​ສໍາ​ພາ​ວຸດ​ລູກ​ສອນ​ໄຟ​ຂີປະນາ ວຸດ​ຂອງ​ເກົາຫຼີ​ເໜືອ​ນັ້ນຫຼາຍກວ່າ ບໍ່​ແມ່ນ​ຕໍ່​ຈີນ.

ທ່ານ​ພາ​ແນັດຕ້າ ກໍາລັງ​ຊົມ​ໃຊ້​ການ​ຢ້ຽມຢາມ​ຈີນສາມ​ວັນ​ຂອງທ່ານ ​ເພື່ອຊຸກຍູ້​ສົ່ງ​ເສີມ​ຄວາມ​ສໍາພັນ​ດ້ານ​ກອງທັບ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນລະຫວ່າງ ວໍຊິງ​ຕັນ ​ແລະ​ປັກ​ກິ່ງ ຊຶ່ງໄດ້​ກາຍ​ເປັນ​ເຈດ​ຕະນາ​ທີ່​ໜ້າ​ສົງໄສ​ຊຶ່ງ​ກັນ​ແລະ ກັນ​ໃນ​ຂົງ​ເຂດ​ເອ​ເຊຍ-ປາຊິ​ຟິກນັ້ນ.

​ໃນ​ຕອນເຊົ້າຂອງ​ວັນ​ພຸດ​ມື້​ນີ້ ທ່ານ ພາ​ແນັດ​ຕ້າ ​ໄດ້​ພົບ​ປະ​ກັບ ທ່ານ ຊີ ຈິນຜິ​ງ ທີ່​ກໍາລັງ​ລໍຄອຍ​ຈະ​ເປັນ​ຜູ້​ນໍາ​ຈີນ​ຄົນ​ໃໝ່ ທີ່​ໄດ້​ອອກ​ມາ​ປະກົດ​ຕົວ ຕໍ່​ສາທາລະນະ​ເທື່ອ​ທໍາ​ອິດ ດ້ວຍ​ການ​ຢ້ຽມຢາມ​ຂອງ​ບຸກຄົນ​ສໍາຄັນ ຫຼັງ ຈາກ​ການ​ຫາຍ​ໜ້າໄປ ​ເປັນ​ເວລາ​ສອງ​ອາທິດ ​ທີ່​ບໍ່​ຮູ້​ເຫດຜົນນັ້ນ.

ທ່ານ Leon Panetta ຢ້ຽມຢາມ ເອເຊຍ