U.S. Defense Secretary Leon Panetta is on a trip to Japan, China and New Zealand. He told Chinese troops Washington's strategic military shift toward Asia is not meant to contain the rise of China.
ທ່ານ Leon Panetta ຢ້ຽມຢາມ ເອເຊຍ

໑
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta, ຊ້າຍ, ໄດ້ຮັບໂຫລ້ ຫລັງຈາກກ່າວຄໍາປາໄສ ຕໍ່ບັນດານັກຮຽນນາຍຮ້ອຍຈີນ ຢູ່ສະຖາບັນວິສະວະກໍາ PLA ຂອງກອງທັບຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.

໒
ນັກຮຽນນາຍຮ້ອຍຈີນຄົນນຶ່ງ ມີຄໍາຖາມ ຕໍ່ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta, ຕອນທີ່ທ່ານຢ້ຽມຢາມ ສະຖາບັນວິສະວະກໍາ PLA ຂອງກອງທັບຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.

໓
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta, ຖືຖາດອາຫານທ່ຽງຂອງທ່ານ ຍ່າງໄປ ພ້ອມກັບນັກຮຽນນາຍຮ້ອຍຈີນ ຢູ່ຫ້ອງອາຫານຂອງສະຖາບັນວິສະວະກໍາ PLA ຂອງກອງທັບຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.

໔
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta, ຊ້າຍ, ຈັບມືກັບຮອງປະທານປະເທດຈີນ ທ່ານ Xi Jinping ຢູ່ສາລາປະຊາຊົນຈີນ ໃນນະຄອນຫລວງປັກກິ່ງ, ວັນທີ 19 ກັນຍາ 2012.