ທ່ານໂອບາມາ ຮຽກຮ້ອງໃຫ້ສະພາ ຮັບຜ່ານແຜນການ ສ້າງວຽກຂອງທ່ານ (ເບິ່ງວີດີໂອ)

  • Phaysarn Vorachak

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (29 ຕຸລາ 2011)

ປະທານາທິບໍດີບາຣັກໂອບາມາກ່າວວ່າ ລັດຖະສະພາສະຫະລັດຄວນຈະຢຸດເຊົາຫຼິ້ນການ
ເມືອງແລະຮັບຜ່ານຮ່າງກົດໝາຍສ້າງວຽກເຮັດງານທຳຂອງທ່ານ.

ໃນລະຫວ່າງຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ທ່ານໂອບາມາເວົ້າວ່າຊາວ
ອະເມຣິກັນ ບໍ່ສາມາດລໍຖ້າໄດ້ຕໍ່ໄປອີກແລ້ວ ໃຫ້ລັດຖະສະພາເອົາມາຕະການ ເພື່ອຊ່ອຍ
ເສດຖະກິດແລະສ້າງວຽກເຮັດງານທຳ. ທ່ານໄດ້ຮຽກຮ້ອງໃຫ້ ລັດຖະສະພາຮັບຜ່ານຮ່າງ
ກົດໝາຍສ້າງວຽກເຮັດງານທຳໃຫ້ແກ່ຊາວອະເມຣິກັນຊຶ່ງທ່ານໂອບາມາເວົ້າວ່າຈະເສີມຂະ
ຫຍາຍເສດຖະກິດຂອງສະຫະລັດໃນທັນທີນັ້ນ.

http://www.youtube.com/embed/Ywgtctz2Jqg?feature=player_embedded

ທ່ານໂອບາມາກ່າວວ່າ ໃນໄລຍະສອງສາມມື້ຜ່ານມາທ່ານໄດ້ດຳເນີນການໂດຍໃຊ້ອຳນາດ
ຂອງຝ່າຍບໍລິຫານເພື່ອ ຊ່ອຍຄອບຄົວຊາວອະເມຣິກັນປະຢັດເງິນເຂົາເຈົ້າດ້ວຍການກູ້ຢືມ ເງິນໃນການຈ່າຍຄ່າເຮືອນຂອງພວກເຂົາເຈົ້າໃໝ່ແລະຊ່ອຍພວກນັກສຶກສາຈ່າຍເງິນທີ່ພວກ ເຂົາເຈົ້າກູ້ຢືມໄປຮໍ່າຮຽນນັ້ນໃນອັດຕາທີ່ຕໍ່າລົງ.

ໃນການກ່າວຕອບປະຈຳສັບປະດາຂອງພັກຣີພັບບລີກັນນັ້ນສະມາຊິກສະພາຕໍ່າ Bobby
Schilling ຈາກລັດອິລລີນອຍ ໄດ້ຮ້ອງຂໍໃຫ້ປະທານາທິບໍດີໂອບາມາ ຮຽກຮ້ອງໃຫ້ສະມາ
ຊິກສະພາສູງພັກເດໂມແຄຣັທຮັບເອົາຂໍ້ສະເໜີສ້າງວຽກເຮັດງານທຳຂອງພັກຣີພັບບລີກັນ.

http://www.youtube.com/embed/GB8ASRBGB4c?feature=player_embedded

ທ່ານ Schilling ເວົ້າວ່າ ແຜນການສ້າງວຽກງານສຳລັບອະເມຣິກາຂອງພັກຣີພັບບລີກັນ
ຈະສ້າງວຽກການຕ່າງໆດ້ວຍການຕັດພາສີລົງ. ທ່ານກ່າວວ່າ ນອກນັ້ນແລ້ວຍັງຈະມີການ
ປ່ຽນແປງໃນການເກັບພາສີ ອຸດຕັນຊ່ອງຫວ່າງ ແລະຊ່ອຍໃນການຈ່າຍໜີ້ສິນຂອງປະເທດ
ໃຫ້ຫຼຸດຕໍ່າລົງ.