ພິທີສົ່ງສະການ ມື້ລາງຜູ້ນຳ ເກົາຫຼີເໜືອ ທ່ານກິມຈົງອີລ ທີ່ກຸງພຽງຢ້າງ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

South Korean vehicles turn back after being refused entry to Kaesong, North Korea, April 3, 2013.

ພິທີ​ສົ່ງສະການ​ອະດີດ​ຜູ້​ນໍາ​ເກົາຫລີ​ເໜືອ ທ່ານ​ກິມຈົງ​ອີລ ​ໄດ້​ເລີ້ມ​ຂຶ້ນແລ້ວ​ທີ່​ກຸງ​ພຽງ
ຢ້າງບ່ອນທີ່ປະຊາຊົນຫລາຍສິບພັນ​ຄົນ​ໄປ​ເຕົ້າ​ໂຮມ​ກັນເພື່ອ​ເຂົ້າ​ຮ່ວມ​ໃນ​ພິທີ​ຂະໜາດ
ໃຫຍ່ ​ເປັນ​ເວລາ 2 ມື້​ເພື່ອ​ເສີມ​ສ້າງ​ມູນ​ມໍລະດົກ​ຂອງ​ທ່ານ​ໃຫ້​ເຂັ້ມ​ແຂງ​ແລະ​ໂອນ​ອໍາ
ນາດ​ໃຫ້​ລູກ​ຊາຍ​ຫລ້າ​ຂອງທ່ານ ຄື​ທ່ານ​ກິມຈົງ​ອູ​ນນັ້ນ.

ພາຍ​ໃຕ້​ທ້ອງຟ້າ​ທີ່​ມືດ​ມົນ​ເຕັມ​ໄປ​ດ້ວຍ​ຫິມະ ຂະນະ​ທີ່​ຂະ​ບວນ​ແຫ່​ສົ່ງສະການ​ໄດ້​ເລີ້ມ
ຂຶ້ນ​ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້. ລົດ limousine ສີດໍາ​ທີ່​ແຊມ​ຂ້າງ​ດ້ວຍ​ຮູບ​ພາບ​ອັນ​ໃຫຍ່​
ຫລວງ​ຂອງ​ມື້​ລາງ​ຜູ້​ນໍາ​ໄດ້​ນໍາ​ໜ້າ​ຂະ​ບວນແຫ່​ແລ່ນ​ຜ່ານ​ຖະໜົນ​ຫົນທາງ​ທີ່​ປົກ​ຄຸມ​
ດ້ວຍ​ຫິມະ​ໃນ​ກຸງ​ພຽງ​ຢ້າງ ຕິດຕາມ​ມາ​ດ້ວຍ​ລົດ limousine ອີກຄັນ​ນຶ່ງທີ່​ບັນຈຸ​ຫີບ​
ສົບ​ຂອງ​ທ່ານ​ກິມຈົງ​ອີລທີ່​ປົກ​ຄຸມ​ດ້ວຍ​ທຸງຊາດ​ຢອງ​ຢູ່​ເທິງ​ຕຽງທີ່​ປະດັບ​ດ້ວຍດ​ອກ​
ໄມ້​ສີຂາວ. ພວກ​ໄວ້ອາ​ໄລ​ອາວ​ອນທີ່​ຮ້ອງ​ໃຫ້​ແລະ​ນໍ້າ​ຕາ​ຫລັ່ງ​ໄຫລພາກັນຢືນ​ລຽນ
ແຖວ​ຢູ່​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ ຊຶ່ງ​ບາງ​ຄົນ​ພາກັນ​ພະຍາຍາມ​ຫຍັບ​ເຂົ້າ​
ໃກ້​ຂະ​ບວນ​ແຫ່​ເວລາ​ຂະ​ບວນ​ແຫ່​ກາຍ​ໄປ ​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ
ໄດ້​ບັງຄັບ​ໃຫ້​ເຂົາ​ເຈົ້າ​ຖອຍ​ຄືນ.

ພວກ​ຮູບ​ພາບ​ທີ່​ອອກ​ອາກາດ​ໃນ​ໂທລະພາບ​ແຫ່ງ​ລັດ​ເກົາຫລີ​ເໜືອ​ສະແດງ​ໃຫ້​ເຫັນ
ຮູບ​ພາບ​ຂອງ​ທ່ານກິມຈົງ​ອູ​ນ ຍ່າງ​ຄຽງ​ຂ້າງ​ລົດແກ່​ສົບ​ຂອງບິດາ​ຂອງ​ທ່ານ​ເວລາມີ
ການ​ຍົກຍ້າຍ​ຫີບ​ສົບ​ອອກ​ຈາກ​ຈັດຕຸ​ລັດKumsusan Memorial Palace ທີ່​ໃຫຍ່
ຫລວງ​ນັ້ນ.ທ່ານ​ກິມຈົງອູ​ນ ທີ່​ໃສ່​ຊຸດເສື້ອຄຸມ​ກັນ​ໜາວ​ສີດໍາ ຄ່ອຍໆ​ຍ່າງ​ກົ້ມ​ຫົວ​ລົງ
ກັບ​ຫິມະ ​ແລະ​ຍົກ​ແຂນ​ເບື້ອງ​ຂວາ​ຂຶ້ນ​ຄໍານັບ.

ພວກ​ທະຫານ​ທີ່​ເຕັມ​ໄປ​ໃນ​ຈັດຕຸ​ລັດ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ອາລັກຂາ​ຄົນ​ນຶ່ງ​ຍ່າງ​ໄປ
ແລະ​ໜ່ວຍ​ດຸລິ​ຍາງ​ທະຫານ​ຫລິ້ນ​ດົນຕີ​ຢ່າງງຽບ​ສະຫງົບ​ນັ້ນ.

ເບິ່ງພິທີແຫ່ສົບ ມື້ລາງທ່ານກິມຈົງອິລ ຈາກໂທລະພາບ ເກົາຫຼີເໜືອ

ບັນດາ​ນັກວິ​ເຄາະ​ຄາດ​ວ່າ ພິທີ​ດັ່ງກ່າວ​ນີ້​ຈະ​ດໍາ​ເນີນ​ໄປ​ຄ້າຍໆ​ຄື​ກັນ​ພິທີ ສົ່ງສະການ
ມື້​ລາງ​ບິດາ​ຂອງ​ທ່ານ​ກິມຈົງ​ອິລ ຄື​ມື້ລາງ​ປະທານ​ກິມ​ອິນ​ຊູ​ງ ຊຶ່ງ​ເປັນ​ຜູ້​ກໍ່​ຕັ້ງປະ​ເທດ
ເກົາຫລີ​ເໜືອ ​ໃນ​ປີ 1994 ນັ້ນ ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈຸດ​ເດັ່ນ​ຕ່າງໆໃນ​ລະຫວ່າງ
ການ​ຄອງ​ອໍານາດ​ຂອງ​ທ່ານ​ແລະ​ຄວາມ​ຈົງ​ຮັກ​ພັກດີ​ທີ່​ເຂັ້ມແຂງ​ຂອງ​ຜູ້​ສືບ​ທອດ​ອໍາ
ນາດ​ຂອງ​ທ່ານ​ນັ້ນ.

ນັບ​ແຕ່​ທ່ານ​ກິ​ມຈົງ​ອິລ ​ໄດ້​ເຖິງ​ແກ່​ມໍລະນະ​ກໍາ​ໄປ​ຍ້ອນ​ໂຣກຫົວ​ໃຈ​ວາຍໃນ​ວັນ​ທີ 17
ທັນວາ​ເດືອນ​ນີ້ ​ໂທລະພາບ​ແຫ່ງ​ລັດ​ເກົາຫລີ​ເໜືອ​ໄດ້​ສະ​ແດງ​ຮູບ​ພາບ​ຂອງ​ຄວາມ​
ເສົ້າ​ໂສກ​ຫງ່ວມ​ເຫງົາຂອງ​ປະຊາຊົນ​ຊໍ້າ​ແລ້ວຊໍ້າ​ອີກໄປ​ຍັງ​ທົ່ວປະ​ເທດເກົາຫຼີ​ເໜືອ.

ພວກ​ລັດຖະບານ​ປະ​ເທດ​ຕ່າງໆ​ພາກັນ​ສິ້ງ​ຊອມ​ເບິ່ງ​ເຫດການ​ຕ່າງໆ​ໃນ​ກຸງ​ພຽງ​
ຢ້າງ​ຢ່າງ​ໃກ້ຊິດ ຍ້ອນ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ຂຶ້ນ​ຄອງ​ອໍານາດ​ຂອງ​ທ່ານ​
ກິມຈົງ​ອູ​ນໃນ​ປະ​ເທດ​ທີ່​ພວມດໍາ​ເນີນ​ໂຄງການ​ນີວ​ເຄລຍ ມີ​ກອງທັບ​ທີ່​ຍິ່ງ​ໃຫຍ່
ແລະ​ມີ​ຄວາມ​ກຽດ​ຊັງ​ຢ່າງ​ເລິກ​ເຊິ່ງຕໍ່​ບັນດາ​ປະ​ເທດເພື່ອນ​ບ້ານ.

ສື່​ມວນ​ຊົນ​ທາງ​ການ​ໄດ້​ປະກາດ​ໃຫ້​ຮູ້​ຢ່າງ​ໄວວາ​ວ່າ ທ່ານ​ກິມຈົງ​ອູ​ນເປັນ​ຜູ້​ສືບ​ທອດ
ອໍານາດ​ຢ່າງ​ຍິ່ງ​ໃຫຍ່ ​ເປັນ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ ​ແລະ​ຫົວໜ້າ​ພັກ​ແຮງ​ງານ
ທີ່​ກໍາລັງ​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ.