ຄວາມຮຸນແຮງໃນມຽນມາ ແລະຄວາມເຄັ່ງຕຶງໃນທະເລຈີນໃຕ້ ແມ່ນບັນຫາສຳຄັນອັນດັບຕົ້ນໆ ໃນລະຫວ່າງການພົບປະກັນຂອງນັກການທູດ ອາຊຽນ ໃນ ສປປ ລາວ

ທັດສະນີຍະພາບຂອງ ຫໍປະຊຸມແຫ່ງຊາດ ກ່ອນກອງປະຊຸມ ອາຊຽນ ໃນນະຄອນຫຼວງ ວຽງຈັນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ນັກ​ການ​ທູດ​ລະດັບ​ສູງ​ຈາກ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ລວມທັງ​ສະຫະລັດ ​ແລະ​ຈີນ ​ກຳລັງ​ໂຮມໂຕ​ກັນ​ຢູ່​ນະຄອນຫຼວງ​ຂອງ​ສປປ ລາວ ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ ເລີ່​ມຕົ້ນ​ການ​ເຈລະຈາ 3 ມື້​ ທີ່​ຄາດ​ວ່າ​ຈະ​ສຸມ​ໃສ່​ບັນຫາ​ສົງຄາມ​ກາງ​ເມືອງ​ທີ່ຮຸນ​ແຮງ​ຂຶ້ນ​ໃນ​ມຽນມາ, ຄວາມ​ເຄັ່ງ​ຕຶງ​ໃນທະ​ເລ​ຈີນ​ໃຕ້ ແລະບັນຫາອື່ນໆໃນພາກພື້ນ, ອີງຕາມອົງການຂ່າວ AP.

​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ ແອນໂທນີ ບລິງເກັນ ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ທ່ານ ຫວັງ ຢີ້ ຄາດ​ວ່າ​ຈະ​ດຳ​ເນີນ​ການ​ເຈລະຈາ​ແບບໂຕຕໍ່ໂຕ ຢູ່​ນອກ​ກອງ​ປະຊຸມຂອງ​ສະມາຄົມ​ປະຊາ​ຊາດເອເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ທີ່​ນະຄອນຫຼວງ​ວຽງ​ຈັນ, ​ເຊິ່ງມີ​ຂຶ້ນ​ໃນ​ຂະນະ​ທີ່​ປັກ​ກິ່ງ ​ແລະ ວໍ​ຊິງ​ຕັນ ກຳລັງ​ມຸ່ງ​ໄປ​ທີ່ການ​ຂະຫຍາຍອິດ​ທິ​ພົນ ​ໃນ​ພາກ​ພື້ນດັ່ງກ່າວ.

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດ ຂອງ ສປປ ລາວ ໄດ້ຂອບໃຈບັນດາສະມາຊິກ ແລະ ຄູ່ຮ່ວມມືຂອງອາຊຽນ ສຳລັບ “ຄວາມພະຍາຍາມຮ່ວມກັນ ທີ່ບໍ່ສັ່ນຄອນ” ທີ່ໄດ້ນໍາມາສູ່ຜົນສຳເລັດໃນອະດີດ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການດຳເນີນການຢ່າງຕໍ່ເນື່ອງຂອງກຸ່ມ ເພື່ອສົ່ງເສີມສັນຕິພາບ ແລະ ສະຖຽນລະພາບ.

ທ່ານ​ໄດ້ກ່າວຢູ່ໃນການກ່າວເປີດກອງປະຊຸມ​ວ່າ ​ໃນ​ສະພາບ​ການ​ປ່ຽນ​ແປງ​ ທາງ​ດ້ານພູມສາດ​ການ​ເມືອງ ​ແລະ ​ພູມສາດເສດຖະກິດ ທີ່​ວ່ອງໄວ ແລະສັບສົນ​, ພວກເຮົາຈຳເປັນຕ້ອງ​ເພີ່ມ​ທະວີຄວາມ​ເປັນ​ສູນກາງ ​ແລະ ຄວາມເປັນອັນນຶ່ງອັນດຽວກັນ​ຂອງ​ອາ​ຊຽນ ໃຫ້ຫຼາຍຂຶ້ນ, ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ ແລະ ຄວາມເຂັ້ມແຂງຂອງ​ອາ​ຊຽນ, ​ໂດຍ​ແນ​ເປົ້າໃສ່ການ​ຮັບມືກັບ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ພົ້ນ​ເດັ່ນ ​ແລະ ຍາດ​ແຍ່ງ​ໂອກາດ​ໃນ​ອະນາຄົດ.

ສຳລັບ​ບັນດາ​ປະ​ເທດໃນກຸ່ມ​ອາ​ຊຽນ ຄື ອິນ​ໂດ​ເນ​ເຊຍ, ​ໄທ, ສິງກະ​ໂປ, ຟີ​ລິບ​ປິນ, ຫວຽດນາມ, ມາ​ເລ​ເຊຍ, ມຽນມາ, ກຳປູ​ເຈຍ, ບຣູ​ໄນ ​ແລະ ລາວ, ​ຄວາມ​ຮຸນ​ແຮງ​ຢູ່​ໃນມຽນມາ​ ຖືເປັນບັນຫາທີ່ສໍາຄັນທີ່ສຸດ ໃນ​ຂະນະ​ທີ່​ກຸ່ມ​ດັ່ງກ່າວ ກຳລັງດິ້ນຮົນເພື່ອຈັດຕັ້ງ​ປະຕິບັດ "ສັນທາມະຕິ 5 ຂໍ້" ເພື່ອສັນຕິພາບ ຂອງຕົນ.

ການ​ເຈລະຈາ​ທີ່​ກວ້າງຂວາງນັ້ນ, ທີ່ລວມ​ມີ​ນັກ​ການ​ທູດ​ຈາກ​ປະເທດ​ອື່ນໆ​ໃນ​ພາກ​ພື້ນ​ລວມທັງ​ຍີ່ປຸ່ນ, ​ເກົາຫຼີ​ໃຕ້, ອິນ​ເດຍ, ອອສເຕຣເລຍ, ຄາດ​ວ່າ​ຈະ​ສຸມ​ໃສ່​ບັນຫາ​ຕ່າງໆ​ ເຊັ່ນດ້ານ​ເສດຖະກິດ, ຄວາມ​ໝັ້ນຄົງ, ສະພາບ​ດິນ​ຟ້າ​ອາກາດ​ ແລະດ້ານ​ພະລັງງານ.

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

Southeast Asian foreign ministers and top diplomats from key partners including the United States and China were gathering in the Laotian capital on Thursday for the start of three days of talks expected to focus on the increasingly violent civil war in Myanmar, tensions in the South China Sea and other regional issues.

U.S. Secretary of State Antony Blinken and Chinese Foreign Minister Wang Yi are expected to hold one-on-one talks on the sidelines of the meetings of the Association of Southeast Asian Nations in Vientiane, which come as both Beijing and Washington are looking to expand their influence in the region.

Lao Foreign Minister Saleumxay Kommasith thanked ASEAN members and partners for their "unwavering collective effort" that has led to its past achievements and emphasized the importance of the bloc's continuous work to promote peace and stability.

"In light of the rapid and complex geopolitical and geoeconomic changes, we need to further enhance ASEAN centrality and unity so as to promote the relevance and resilience of ASEAN, aiming at addressing emerging challenges and seizing opportunity in the future," he said in the opening statement.

For the ASEAN nations — Indonesia, Thailand, Singapore, Philippines, Vietnam, Malaysia, Myanmar, Cambodia, Brunei and Laos — the violence in Myanmar is at the top of the agenda as the bloc struggles to implement its "five-point consensus" for peace.

Broader talks, including diplomats from elsewhere in the region including Japan, South Korea, India, Australia, are expected to focus on issues including the economy, security, climate and energy.