ບັນຫາດ້ານເສດຖະກິດ ເຮັດໃຫ້ຊາວໜຸ່ມ ອາເມຣິກັນ ກັບມາອາໄສ ຢູ່ກັບຄອບຄົວ

ຄ່າເຊົ່າອາພາດເມັ້ນທົ່ວໄປໄດ້ເພີ່ມຂຶ້ນ 10.7 ເປີເຊັນປີຕໍ່ປີ ມາຮອດວັນທີ 19 ກັນຍາ 2021, ເຊິ່ງເປັນການເພີ່ມຂຶ້ນທີ່ສູງທີ່ສຸດ ໃນນຶ່ງທົດສະວັດ, ອີງຕາມສະມາຄົມບໍລິສັດອະສັງຫາລິມະຊັບ.

ຄົນ​ອາ​ເມ​ຣິ​ກັນ​ທີ່​ມີ​ອາ​ຍຸ 18 ປີ​ຂຶ້ນ​ໄປ​ແມ່ນ​ມີ​ອິດ​ສະຫຼະ​ພາບ​ທີ່​ຈະ​ເຮັດ​ທຸກ​ຢ່າງ ແລະ ມີ​ສິ່ງ​ນຶ່ງ​ທີ່​ເຂົາ​ເຈົ້າ​ຖື​ສຳ​ຄັນ​ທີ່​ສຸດ​ກໍ​ຄື​ການມີ​ຄວາມ​ສາ​ມາດ​ທີ່​ຈະ​ອອກໄປ​ເຊົ່າ​ອາ​ພາດ​ເມັ້ນຢູ່​ເອງຫຼື​ຊື້​ເຮືອນ​ເປັນ​ຂອງ​ຕົນ​ເອງ. ແຕ່ຍ້ອນ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ທາງເສດ​ຖະ​ກິດໃນ​ປັດ​ຈຸ​ບັນ​ນີ້ ມັນ​ໄດ້​ເຮັດ​ໃຫ້​ພວກ​ຊາວ​ໜຸ່ມ​ອາ​ໄສ​ຢູ່​ກັບ​ພໍ່​ແມ່ຫຼາຍ​ຂຶ້ນ. ພຸດ​ທະ​ສອນ ມີ​ລາຍ​ງານນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຊາວ​ໜຸ່ມ​ອາ​ເມ​ຣິ​ກັນ​ຈະ​ເລີ່ມ​ອອກ​ຈາກ​ບ້ານ​ໄປ​ຢູ່​ດ້ວຍ​ຕົນ​ເອງ​ເວ​ລາ​ທີ່​ເຂົາ​ເຈົ້າ​ໄປ​ຮຽນ​ຕໍ່​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ,​ເພື່ອ​ທີ່​ຈະ​ຢູ່​ໃກ້​ໂຮງ​ຮຽນ ແລະ ສະ​ດວກ​ໃນ​ການ​ໄປ​ມາ. ພວກນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຈະ​ຢັດ​ຄ່າ​ເຊົ່າ​ເຮືອນດ້ວຍ​ການ​ອອກ​ຄ່າເຊົ່າ​ຢູ່​ກັບ​ໝູ່, ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ຮຽນ​ຈົບ​ຈຶ່ງ​ຍ້າຍ​ກັບ​ມາ​ຫາ​ຄອບ​ຄົວ. ແຕ່ຫຼັງ​ຈາກ​ຮຽນ​ຈົບ​ ແລະ ໄດ້​ວຽກ​ເຮັດ​ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ຍ້າຍ​ອອກ​ຈາກ​ບ້ານ​ອີກ.

ໃນ​ປັດ​ຈຸ​ບັນ​ນີ້​ການ​ຍ້າຍ​ອອກ​ໄປ​ເຊົ່າ​ເຮືອນ​ຢູ່​ດ້ວຍ​ຕົນ​ເອງ​ແມ່ນ​ເປັນ​ອຸ​ປະ​ສັກ​ໃຫຍ່​ສຳ​ລັບ​ນັກ​ສຶກ​ສາ​ຈົບໃໝ່ ຫຼື ຜູ້​ທີ່​ຫາ​ກໍ່​ໄດ້​ວຽກ​ບາງ​ຄົນ, ຍ້ອນ​ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ​ໄດ້ເຮັດ​ໃຫ້​ຄ່າເຊົ່າ​ອາ​ພາດ​ເມັ້ນ ແລະ ເຮືອນແພງຂຶ້ນຫຼາຍ.

ອັດ​ຕາ​ສະ​ເລ່ຍ​ຄ່າ​ເຊົ່າ​ອາ​ພາດ​ເມັ້ນສຳ​ລັບນຶ່ງ​ຫ້ອງ​ນອນໃນ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ ຮອດ​ວັນ​ເດືອນມີ​ນາ 2023 ແມ່ນ 2,300 ໂດລາ, ເຊິ່ງ​ເພີ່ມ​ຂຶ້ນ​ປະ​ມານ​ປະ​ມານ 3 ເປີ​ເຊັນເມື່ອ​ທຽບ​ໃສ່​ກັບ​ປີ​ກາຍນີ້, ອີງ​ຕາ​ເວັບ​ໄຊ້ Zumper.

ນາງ ເຈັນ​ນີ ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ທີ່​ໄດ້​ຮຽນ​ຈົບ​ວິ​ທະ​ຍາ​ໄລ​ໃໝ່ ແລະ ຫາ​ກໍ​ໄດ້​ວຽກ​ເຮັດ​ເມື່ອບໍ່​ດົນ​ມາ​ນີ້​ແມ່ນ​ຍັງ​ອາ​ໄສ​ຢູ່​ກັບ​ພໍ່​ແມ່​ ລາວ​ເວົ້າ​ວ່າ​ລາວບໍ່​ສາ​ມາດ​ເຊົ່າ​ເຮືອນ​ຢູ່​ເອງ​ໃນ​ເວ​ລານີ້ ເພາະ​ວ່າ​ເງິນ​ເດືອນ​ຍັງ​ບໍ່​ພໍ​ທີ່​ຈະ​ຈ່າຍ​ໝົດ​ທຸກ​ຢ່າງ.

ນາງ ເຈັນ​ນີ ກ່າວ​ວ່າ “ຂ້າ​ນ້ອຍກະ​ຢາກ​ເຊົ່າ​ອາ​ພ​າດ​ເມັ້ນ​ຢູ່​ເອງ​ ແຕ່​ຕອນນີ້​ຍັງ​ເຮັດ​ບໍ່​ໄດ້​ເທື່ອ. ຂ້າ​ນ້ອຍ​ຫາ​ກໍ່​ໄດ້​ວຽກ​ເຮັດ​ສອງ​ເດືອນ​, ຢາກ​ທ້ອນ​ເງິນ​ໃຫ້​ໄດ້​ກ່ອນ​ແລ້ວ​ຈຶ່ງ​ຊິ​ຊອກ​ Roommate ຢູ່​ນຳ. ດຽວນີ້​ຂ້າ​ນ້ອຍ​ກະ​ບໍ່​ໄດ້​ຢູ່​ນຳ​ພໍ່​ແມ່​ລ້າໆ, ຂ້າ​ນ້ອຍ​ກະ​ໄດ້​ເສຍ​ຄ່າ​ໄຟ, ຄ່າ​ແກັ​ສ ກັບ​ຄ່າ​ນ້ຳ​ໃຫ້​ເພິ່ນ.”

ໃນ​ສາມ​ເດືອນ​ທຳ​ອິດ​ຂອງ​ປີ 2023 ນີ້​ບໍ​ລິ​ສັດ​ອະ​ສັງ​ຫາ​ລິ​ມະ​ຊັບ RubyHome ໄດ້​ທຳ​ການ​ເຕົ້າ​ໂຮມ ແລະ ວິ​ເຄາະ​ຂໍ້​ມູນ ກ່ຽວ​ກັບ ປະ​ຊາ​ຊົນ​ທີ່​ເຊົ່າ ແລະ ຊື້​ເຮືອ​ນ​ໃນ ສະ​ຫະ​ລັດ.

ໃນ​ການ​ວິ​ເຄາະ​ຂອງ​ເຂົາ​ເຈົ້າ​ນັ້ນ, ເຂົາ​ເຈົ້າ​ໄດ້​ພົບ​ວ່າ 34 ເປີ​ເຊັນ ຫຼື 44 ລ້ານ​ຄົນ​ໃນ​ຄົວ​ເຮືອນ ສະ​ຫະ​ລັດ ແມ່ນ​ຜູ້​ທີ່​ເຊົ່າ​ເຮືອນ ຫຼື ອາ​ພາດ​ເມັ້ນ​ຢູ່. ຜູ້​ເຊົ່າຈຳ​ນວນ 34.4 ເປີ​ເຊັ​ນ​ແມ່ນ​ມີ​ອາ​ຍຸ​ຕ່ຳ​ກວ່າ 35 ປີ. 38 ເປີ​ເຊັນ​ຂອງ​ຜູ້​ເຊົ່າ​ແມ່ນ​ອາ​ໃສ​ຢູ່​ຄົນ​ດຽວ, ໃນຂະ​ນະ​ທີ່​ຜູ້ເປັນ​ເຈົ້າ​ຂອງ​ເຮືອນ 59.5 ເປີ​ເຊັນ​ແມ່ນ​ຄູ່​ສາ​ມີ​ພັນ​ລະ​ຍາ, ອີງ​ຕາມ​ບໍ​ລິ​ສັດ RubyHome.

ສຳ​ລັບ​ຂໍ້​ຮຽກ​ຮ້ອງຂອງຜູ້​ທີ່​ຕ້ອງ​ການ​ຢາກ​ເຊົ່າ​ອາ​ພາດ​ເມັ້ນ ຫຼື ເຮືອນ​ນັ້ນ, ເຂົາ​ເຈົ້າ​ຕ້ອງ​ມີ​ລາຍ​ໄດ້​ເທົ່າ ຫຼື ຫຼາຍກວ່າຄ່າ​ເຊົ່າ 2.5 ເທື່ອຕໍ່​ເດືອນ. ຍົກ​ຕົວ​ຢ່າງ​ຄ່າ​ເຊົ່າ​ແມ່ນ 2,000 ໂດ​ລາ​ຕໍ່​ເດືອນຜູ້​ເຊົ່າ​ຕ້ອງ​ມີ​ລາຍ​ໄດ້ຢ່າງ​ໜ້ອຍ 5,000 ໂດ​ລາ ຫຼືຫຼາຍກວ່າ​ນັ້ນ​ຕໍ່​ເດືອນ.

ໃນ​ໄລ​ຍະ​ໂຣກ​ລະ​ບາດໂຄວິດ-19 ກຳ​ລັງ​ຮຸນ​ແຮງ, ປະ​ຊາ​ຊົນ​ຈຳ​ນວນຫຼາຍ​ແມ່ນ​ໄດ້​ສູນ​ເສຍ​ບ້ານ​ຍ້ອນ​ເຂົາ​ເຈົ້າ​ບໍ່​ມີ​ວຽກ​ເຮັດ ແລະ ພວກ​ຊາວ​ໜຸ່ມ​ກໍ​ໄດ້​ກັບ​ຄືນ​ບ້ານ​ເກີດ ຫຼື ໄປ​ຢູ່​ນຳ​ພໍ່​ແມ່​ຍ້ອນ​ບັນ​ຫາ​ດ້ານ​ການ​ເງິນ. ​ພໍ່​ແມ່​ບາງ​ຄົນເຫັນ​ວ່າ​ການ​ທີ່​ລູກ​ອອກ​ຈາກ​ບ້ານ​ໄປ​ຢູ່​ດ້ວຍ​ຕົນ​ເອງ​ແມ່ນ​ສິ່ງ​ທີ່​ຈະ​ຫຼໍ່ຫຼອມ​ໃຫ້​ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ເຂັ້ມ​ແຂງ ແລະ ສາ​ມາດ​ກຸ້ມ​ຕົ້ນ​ເອງ​ໄດ້.

ຍາ​ປ້າ ຈັນ​ແດງ, ຜູ້​ທີ່ຢາກ​ໃຫ້​ລູກ​ສາ​ມາດ​ອອກ​ຈາກ​ບ້ານ​ໄປ​ຕັ້ງ​ຊີ​ວິດ​ຂອງ​ຕົນ​ເອງ​ໄດ້​ກ່າວ​ວ່າ “ເພື່ອ​ເຮົາ​ຢາກ​ພັດ​ທະ​ນາ​ ຖ້າ​ເຂົາ​ຂາດ​ແມ່​ຢາກ​ໃຫ້​ເຂົາ​ເຈົ້າ​ຮູ້​ເບິ່ງ​ຄອບ​ຄົວ​ເຂົາ​ເຈົ້າ​ໃຫ້​ມັນ​ໄປ​ໄດ້​ຫັ້ນ​ນະ ຄັນ​ຖ້າ​ເຂົາ​ເຈົ້າ​ຢູ່​ນຳ​ແມ່ ລະ​ແມ່​ຫັ້ນ​ນະ​ມີ​ແຕ່​ອູ້ມ​ເຂົາ​ເຈົ້າ​ຊ່ອຍ​ເຂົາ​ເຈົ້າ​ໝົດ ລະ​ເຂົາ​ເຈົ້າ​ບໍ່​ຮູ້​ບິນ​ຮູ້​ບິວ ບໍ່​ຮູ້​ລາຍ​ຈ່າຍ​ຂອງ​ເຂົາ​ເຈົ້າ ລະ​ເຂົາ​ເຈົ້າ​ມີ​ເງິນ​ເຂົາ​ເຈົ້າ​ໃຊ້​ໄປ​ແບບບໍ່​ໄດ້​ຄຶດ​ວ່າ​ຊິ​ມີ​ບິວ​ຫຍັງ ເພາະ​ບິວ​ມັນ​ຢູ່​ນຳ​ແມ່​ໝົດ​ເດະ ຄັນ​ລູກ​ຢູ່​ນຳ ເພາະ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຮູ້​ບິວ​ໃດ​ລູກ​ຢູ່​ນຳ. ຕົວ​ຢ່າງ​ເວົ້າ​ລູກ​ຢູ່​ນຳ ຮູ້​ກະ​ຮູ້​ໜ້ອຍ​ນຶ່ງ​ທີ່​ວ່າ​ເຂົາ​ເຈົ້າ​ຢາກ​ຊ່ອຍ​ເຮົາ​ຊື່ໆ ທີ່​ຈິງ​ເຮົາ​ກະ​ບໍ່​ໄດ້​ຢາກ​ນັ້ນ​ຢາກ​ໃຫ້​ລູກ​ເກັບ​ເງິນ ເພື່ອ​ວ່າ​ໃຫ້​ລູກ​ຕັ້ງ​ໂຕ ເມື່ອ​ເວ​ລາ​ເຂົາ​ເຈົ້າ​ອອກ​ໄປ​ຢູ່​ແຕ່​ເຂົາ​ເຈົ້າ​ຫັ້ນ​ນະ ເຂົາ​ເຈົ້າ​ຮູ້​ວ່າ​ເຂົາ​ເຈົ້າ​ຕ້ອງ​ຫາ​ເງິນ​ມ​າ​ຕ້ອງ​ຈ່າຍ​ບ້ານ, ຕ້ອງ​ຈ່າຍ​ນ້ຳ​, ຕ້ອງ​ຄ່າ​ໄຟ, ຄ່າ​ຮີດ (ອາຍ​ອຸ່ນ), ຄ່າ​ຕະຫຼາດ. ຖ້າ​ມີ​ລູກ​ກະ​ຍັງ​ລູກ, ໃຫ້​ເຂົາ​ເຈົ້າ​ຮູ້​ຮັບ​ຜິດ​ຊອບ​ໂຕນີ້. ຖ້າຈະຢູ່ນຳແມ່ປ້າໝົດຫັ້ນນະເຂົາເຈົ້າບໍ່ຮູ້. ສະນັ້ນລະເຂົາາເຈົ້າມີຄອບຄົວ ຢູ່ນຳເຮົາຕັ້ງໂຮມເງິນໄປຊື້ເຮືອນ, ດາວເຮືອນລະແມ່ປ້າເຮັດໃຫ້ຈັ່ງຊັ້ນ. ເວລາເຂົາເຈົ້າຊື້ເຮືອນແມ່ປ້າກະບໍ່ໄດ້ມອບຊັບສົມບັດໃຫ້ດອກແຕ່ວ່າແມ່ປ້າໃຫ້ເງິນກ້ອນນຶ່ງ ເພື່ອໄປຈ່າຍນຶ່ງ, ຄືວ່າແທັກໝື່ນນຶ່ງແມ່ປ້າຊ່ອຍ.”

ປັດ​ຈຸ​ບັນ​ນີ້​ຄ່າ​ເຊົ່າ​ອາ​ພາດ​ເມັ້ນ​ແມ່ນ​ໄດ້ຫຼຸດ​ລົງຫຼາຍ​ແລ້ວ​ເມື່ອ​ປຽບ​ທຽບ​ໃສ່​ເດືອນ​ສາມ​ຂອງ​ປີ 2022 ເຊິ່ງ​ຄ່າ​ເຊົ່າ​ແມ່ນ​ໄດ້​ເພີ່ມ​ຂຶ້ນ​ເຖິງ 15 ເປີ​ເຊັນ ແລະ ມາ​ຮອດ​ເດືອນ​ສາມ​ປີ 2023 ​ນີ້​ມັນໄດ້ຫຼຸດ​ລົງ​ມາ​ເປັນ 6 ເປີ​ເຊັນ. ຄ່າ​ເຊົ່າ​ອາ​ພາດ​ເມັ້ນ​ໃນ​ນະ​ຄອນ ນິວຢອກ ​ແມ່ນສູງ​ທີ່​ສຸດ​ຢູ່​ໃນ ສະ​ຫະ​ລັດ ເຊິ່ງ​ຫ້ອງ​ເຊົ່າ​ພ້ອມ​ກັບ​ນຶ່ງ​ຫ້ອງນອນ​ແມ່ນ​ປະ​ມານ ສາມ​ພັນ​ສາມ​ຮ້ອຍ​ໂດ​ລາ​ຕໍ່​ເດືອນ ອີງ​ຕາ​ມ​ເວັບ​ໄຊ້ Zumper.