88 ຄົນໄດ້ຮັບບາດເຈັບ ໃນເຫດເພດານ ໂຮງລະຄອນ ພັງລົງ ທີ່ກຸງລອນດອນ (ສະໄລດ໌)

ແມ່ຍິງຄົນນຶ່ງ ຫົ່ມຜ້າຫົ່ມ ທີ່ພະແນກກູ້ໄພສຸກເສີນເອົາໃຫ້ ຫຼັງຈາກເພດານຂອງໂຮງລະຄອນ Apollo Theatre ພັງລົງ, ວັນທີ 19, 2013.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ກຸງ​ລອນ​ດອນ ກ່າວ​ວ່າ​ຢ່າງ​ໜ້ອຍ 88 ຄົນ​
ໄດ້​ຮັບ​ບາດ​ເຈັບ ​7 ​ຄົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ຫລັງ​ຈາກ​ພາກ​
ສ່ວນນຶ່ງ​ຂອງເພດານ​ໂຮງ​ລະຄອນ​ Appolo ໄດ້ພັງ​ລົງ​ມາ.

​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກຸງ​ລອນ​ດອນ ກ່າວ​ຕໍ່ ວີ​ໂອ​ເອ ວ່າ 81
ຄົນ​ພາກັນ​ຍ່າງ​ໄດ້ດ້ວຍຄວາມເຈັບປວດ ​ແລະ​ອີກ​ 7 ຄົນ​ໄດ້
​ຖືກນໍາ​ພາໄປ​ໂຮງໝໍ ຊຶ່ງ​ລຸນ​ຫຼັງ​ອຸປະຕິ​ເຫດທີ່ໂຮງ​ມະຫໍ​ລະ​
ສົບ Appolo. ​ເຈົ້າໜ້າ​ທີ່ ກ່າວ​ວ່າ ບໍ່ໄດ້ມີ​ຜູ້​ເສຍ​ຊີວິດ.

​ເພດານ​ທີ່​ຫັກ​ພັງ​ລົງ​ມາ ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ພະຫັດ​ຕອນ​ແລງ
​ໃນ​ຂະນະ​ທີ່​ມີ​ການສະ​ແດງ​ລະຄອນເລື້ອງ The Curious
Incident of the Dog in the Night-Time.


ບັນດາ​ພະນັກງານ​ກູ້​ໄພ​ຢູ່​ບ່ອນ​ເກີດ​ເຫດ​ກ່າວ​ວ່າ ພວກ​ທີ່​ຕິດ​ຄ້າງ​ຢູ່​ໃນໂຮງ​ທີ່​ບັນຈຸບ່ອນ​ນັ່ງ 775 ບ່ອນ ທີ່​ເພດານ​ຫັກ​ພັງ​ລົງ​ມາ​ນັ້ນ ​ໄດ້​ອອກ​ມາໄດ້​ແລ້ວ.

ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ​ຢູ່​ຊື່ໆເພດານໄດ້ຫັກ​ພັງ​ລົງ​ມາ ໃນ​ຂະນະ​ທີ່​ມີ​ການສະ​
ແດງຢູ່ ​ເຮັດ​ໃຫ້​ບັນດາ​ຜູ້​ຄົນ​ຢູ່​ໃນ​ໂຮງ​ລະຄອນ ​ເກີດ​ອົນ​ລະ​ວົນ ​ເວລາ​ເຂົ້າ​ເຈົ້າ​ສໍານຶກ
ໄດ້​ວ່າ ມັນ​ບໍ່​ເປັນ​ພາກສ່ວນ​ຂອງການສະ​ແດງ​ເລີຍ​ນັ້ນ.

ຕໍາຫລວດ​ກ່າວ​ວ່າ ສາ​ເຫດ​ຂອງ​ການ​ຫັກ​ພັງ​ລົງ​ມາຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ ​ແຕ່​ກໍບໍ່ມີຮ່ອງ
ຮອຍ​ອັນ​ໃດບອກ​ວ່າ ເປັນການ​ກະທຳ​ທີ່​ມີ​ເຈດ​ຕະນາ ຫຼື​ການ​ໂຈມ​ຕີ​ແຕ່​ຢ່າງ​ໃດ.

ນາຍົກລັດຖະມຸນຕີ David Cameron ​ໄດ້ ​tweet ​ອອກມາວ່າ ທ່ານ “ຂອບ​ໃຈ​ເປັນ
​ຢ່າງສູງ​ຕໍ່ ການ​ປະຕິບັດ​ງານ​ອັນ​ວ່ອງ​ໄວ ທີ່​ຊ່ວຍ​ເຫລືອຜູ້​ໄດ້​ຮັບ​ບາດ​ເຈັບ ໃນ​ສະພາວະ
ສຸກເສີນນີ້. ​

ພາບໂຮງລະຄອນພັງ ທີ່ລອນດອນ