Your browser doesn’t support HTML5
ສຽງ 1-ທ້າວພູພະໄຊ ກ່າວກ່ຽວກັບຫ້ອງການຊ່ວຍເຫລືອໃນການຂຽນບົດເປັນພາສາອັງກິດ
ນາງປ່າເຢັງຊາ ລໍ, ນາງງາມຈັກກະວານລາວ ປີ 2022 ໃສ່ຊຸດມົ້ງລາວ ກຳລັງກຽມເຂົ້າປະກວດໃນເວທີໂລກ ໃນ ສະຫະລັດ
ນັ້ນຄືຄຳເວົ້າຕອນນຶ່ງຂອງນາງປ່າເຢັງຊາ ລໍ ທີ່ກ່າວເປັນພາສາອັງກິດຢູ່ໃນການໃຫ້ສຳພາດກັບໂທລະພາບຊ່ອງ 3 ຂອງ CNBC ຂອງສະຫລັດໃນອາທິດກ່ອນນີ້ ທີ່ນະຄອນລັສເວກັສ, ລັດເນວະດາ. ທ່ານຜູ້ຟັງຮູ້ບໍ່ວ່າ ນາງຫັດອອກສຽງພາສາອັງກິດແບບອາເມຣິກັນແບບໃດ? ນາງງາມຈັກກະວານລາວ ທີ່ເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ້ວຜູ້ນີ້ ເປີດເຜີຍສູ່ວີໂອເອຟັງວ່າ ລາຍການພາສາອັງກິດພິເສດຂອງວີໂອເອ ຫລື VOA Special English ແມ່ນເປັນແຫລ່ງໃຫ້ຄວາມຮູ້ດ້ານພາສາອັງກິດອັນມີຄຸນຄ່າ ແຫລ່ງນຶ່ງທີ່ຊ່ວຍເຮັດໃຫ້ນາງຝຶກເວົ້າພາສາອັງກິດໄດ້ດີ. ເມື່ອຂ້າພະເຈົ້າແນະນຳຕົວວ່າ ເປັນນັກຂ່າວຂອງວີໂອເອ ນາງອຸທານອອກມາດ້ວຍຄວາມຕື່ນເຕັ້ນທັນທີວ່າ:
Your browser doesn’t support HTML5
ສຽງປ່າເຢັງຊາ ລໍ ສຽງ 2
SEE ALSO: ການຮີດນົມງົວ ໃນອະນາຄົດ ອາດຈະໃຊ້ ຫຸ່ນຍົນ ແທນຄົນ (ວີດີໂອ ຮຽນພາສາອັງກິດ)ປັດຈຸບັນ ປ່າເຢັງຊາ ລໍ ກຳລັງກະກຽມຂຶ້ນຍ່າງຢູ່ເທິງເວທີປະກວດນາງງາມຈັກກະວານ ທີ່ນະຄອນນີວອໍລີນສ໌, ລັດຫລຸຍເຊຍນາ ບ່ອນທີ່ນາງໄດ້ ໃຊ້ພາສາອັງກິດສື່ສານ ກັບເພື່ອນນາງງາມ ທີ່ມາຈາກທຸກມຸມໂລກ.
ປ່າເຢັງ ຊາ ລໍ, ນາງງາມຈັກກະວານຈາກລາວ ຖ່າຍຮູບກັບເພື່ອນນາງງາມດ້ວຍກັນ ທີ່ມາຈາກການາດາ ແລະອິນໂດເນເຊຍທີ່ໂຮງແຮມແຫ່ງນຶ່ງໃນນະຄອນນວີໂອລີນສ໌, ລັດລູຍເຊຍນາ ທີ່ຈະມີການຈັດງານປະກວດນາງງາມຈັກກະວານຂຶ້ນໃນວັນທີ 17 ມັງກອນນີ້.
ສຳລັບຢູ່ວີໂອເອ ຫລື ສຽງອາເມຣິການັ້ນ ນອກຈາກນຳເອົາເລື້ອງລາວຕ່າງໆ ທີ່ເປັນຄວາມຈິງມາໃຫ້ບັນດາທ່ານ ຫລາຍລ້ານຄົນຢູ່ທົ່ວໂລກໄດ້ເບິ່ງ ໄດ້ຟັງແລ້ວ ພວກເຮົາຍັງນຳເອົາບົດຮຽນພາສາອັງກິດທີ່ມີຄຸນນະພາບ ມາໃຫ້ບັນດາທ່ານໄດ້ຮຽນຮູ້ ໃນຫລາຍຮູບຫລາຍແບບ ເຊັ່ນລາຍການພາສາອັງກິດພິເສດ ດັ່ງທີ່ນາງງາມນັກກະວານລາວປີ 2022 ໄດ້ກ່າວໄປນັ້ນ, ລາຍການພາສາອັງກິດໃນ 1 ນາທີ, ພາສາອັງກິດໃນຂ່າວ. ບັນດາທ່ານ ໂດຍສະເພາະນ້ອງໆ ນັກຮຽນ ນັກສຶກສາທີ່ຕິດຕາມຟັງລາຍການຂອງວີໂອເອ ກໍຍັງສາມາດຮຽນພາສາອັງກິດຈາກເວັບໄຊທ໌, ເຟສບຸກ ແລະວິທະຍຸຂອງພວກເຮົາໄດ້ອີກ. ພ້ອມກັນນັ້ນ ພວກເຮົາກໍໄດ້ຮ່ວມມືກັບອົງການຂ່າວໃນລາວບາງອົງການ ເຊັ່ນວິທະຍຸກະສຽງແຫ່ງຊາດລາວ ເພື່ອຜະລິດ ແລະເຜີຍແຜ່ບົດຮຽນຜ່ານວິທະຍຸໃຫ້ທ່ານຜູ້ຟັງຢູ່ໃນລາວໄດ້ຟັງໄດ້ຮຽນເປັນປະຈຳເກືອບທຸກວັນຂອງແຕ່ລະອາທິດ ອີກດ້ວຍ.