ນາຍົກ ມາເລເຊຍ ວ່າ ຈະບໍ່ມີການຢຸດເຊົາ ຈົນກວ່າ ຈະໄດ້ ຄຳຕອບ ກ່ຽວກັບ ຖ້ຽວບິນ 370 (ສະໄລດ໌/ວີດີໂອ)

ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak (ຊ້າຍ) ແລະນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Tony Abbott ທຳການຖະແຫຼງຂ່າວຮ່ວມ ກ່ຽວກັບການຊອກຄົ້ນຫາເຮືອບິນ ໂດຍສານມາເລເຊຍ ທີ່ຫາຍສາບສູນໄປ ທີ່ຖານທັບອາກາດ Pearce ໃກ້ໆເມືອງ Perth (3 ເມສາ 2014)

ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Najib Razak ​ໃຫ້​ຄຳ​
ໝັ້ນ​ສັນຍາ​ ໃນ​ວັນ​ພະຫັດ​ມື້​ນີ້​ ເພື່ອເປີດ​ເຜີຍ ​ຄວາມ​ລຶກລັບ ​
ກ່ຽວ​ກັບ​ການ​ຫາຍ​ສາບ​ສູນ​ໄປ​ຂອງຖ້ຽວ​ບິນ 370 ຂອງ​ສາຍ
​ການບິນ​ມາ​ເລ​ເຊຍ ​ໃນ​ຂະນະ​ທີ່​ທ່ານ​ ໄປ​ຢ້ຽມຢາມຖານ​ທັບ
ອອສ​ເຕຣ​ເລຍ​ແຫ່ງ​ນຶ່ງບ່ອນ​ທີ່​ການ​ຊອກ​ຄົ້ນ​ຂອງ​ນາໆ​ຊາດ​
ຕັ້ງ​ຖານປະຕິບັດງານຢູ່​ນັ້ນ.

ຫລັງຈາກ​ການ​ພົບ​ປະກັບ​ບັນດາ​ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍທີ່​
ຖານ​ທັບອາກາດ Pearce ຂອງ​ອອສ​ເຕຣ​ເລຍໃກ້ກັບ​ເມືອງ
Perth ແລ້ວ ນາຍົກລັດຖະມົນຕີ Najib ກ່າວ​ວ່າ ພວກ​ຄອບ
ຄົວ​ທີ່​ໂສກ​ເສົ້າ​ເສຍ​ໃຈຂອງ​ພວກ​ຜູ້​ໂດຍສານ​ແລະ​ຈຸ​ບິນ​ ໃນ​
ເຮືອບິນລຳ​ທີ່​ຫາຍ​ໄປ​ນັ້ນ ສົມຄວນ​ຈະ​ໄດ້​ຮັບຮູ້ການປິດສາກລົງຂອງ​ສະຖານະ​ການ​ນີ້​
ຊຶ່ງ​ທ່ານ Najib ກ່າວ​ວ່າ:

ການຊອກຫາ ເຮືອບິນ ມາເລເຊຍ


“ໂລກ​ຄາດ​ຫວັງ​ຢາກ​ໃຫ້​ພວກ​ເຮົາ​ດຳ​ເນີນ​ການ​ໃນ​ລະດັບ​ສູງ​ສຸດ​ຂອງ​ພວກ​ເຮົາ ແລະ​
ຂ້າພະ​ເຈົ້າກໍ​ມີ​ຄວາມ​ເຊື່ອ​ໝັ້ນຫຼາຍ​ທີ່​ພວກ​ທ່ານຈະ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແນ່ນອນ ​ໃນ​
ອັນ​ທີ່​ພວກ​ເຮົາ​ສາມາດ​ດຳ​ເນີນ​ງານ​ຮ່ວມ​ກັນ​ໄດ້​ໃນ​ຖານະ​ເປັນ​ກຸ່ມ ນຶ່ງ​ຂອງ​ບັນດາ​ປະ​ເທດ​ຕ່າງໆ ທີ່​ພວກ​ເຮົາ​ຢາກ​ໄດ້​ຄຳ​ຕອບ​ຕ່າງໆ ພວກ​ເຮົາ​ຢາກ​ອຳນວຍ​ຄວາມ​ອົບ​ອຸ່ນ​ແກ່​ພວກ​ຄອບຄົວ​ເຫຼົ່ານີ້ ​ແລະ​ພວກ​ເຮົາ​ຈະ​ບໍ່​ຢຸດຈົນ​ກວ່າ​ພວກ​ເຮົາ​ຈະ​ໄດ້​ຮັບ​ຄຳ​ຕອບ​ຢ່າງ​ແທ້​ຈິງ. ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ຫຼາຍ ດ້ວຍ​ລະດັບ​ຂອງ​ຄວາມ​ຊ່ຽວຊານ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ ດັ່ງ​ທີ່​ນາຍົກລັດຖະມົນຕີ Tony Abbott ​ໄດ້​ກ່າວ​ໄປວ່າ​ ເປັນ​ທີ່​ແນ່ນອນ​ວ່າ ​ເມື່ອ​ໃດ​ຮອດ​ຍາມ​ນັ້ນ​ແລ້ວ ພວກ​ເຮົາ​ຈະ​ອຳ ນວຍ​ການ​ຢຸດຕິ​ຂອງ​ເຫດການຫຼື​ຄວາມ​ໂສກ​ເສົ້າ​ນີ້."

Your browser doesn’t support HTML5

MALAYSIA PLANE VOSOT


ເປັນ​ເວລາ​ເກືອບ 4 ສັບປະດາ​ຜ່ານ​ມາ ຫຼັງ​ຈາກ​ເຮືອບິນ Boeing 777 ຫາຍ ສາບ​ສູນ​ໄປ ພວກ​ເຮືອ​ແລະ​ເຮືອບິນ​ຂອງ​ນາໆ​ຊາດ​ ກໍ​ໄດ້​ທຳ​ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ລຳ​ນີ້​ໃນເຂດ​ໃຕ້​ຂອງ​ມະຫາ​ສະມຸດ​ອິນ​ເດຍ ​ແຕ່​ບໍ່​ໄດ້​ພົບ​ເຫັນ​ຮ່ອງຮອຍ ໃດໆຂອງ​ຊາກ​ຫັກ​ພັງ​ຂອງ​ເຮືອບິນ ​ລຳ​ນີ້​.

Your browser doesn’t support HTML5

Virginia Firm Calculating Malaysian Plane Location


​ໃນ​ການ​ກ່າວ​ປາ​ໄສ​ຢູ່​ຄຽງ​ຂ້າງ​ທ່ານ Najib ນາຍົກລັດຖະມົນຕີ Tony Abbott ແຫ່ງ​ອອສ​ເຕຣ​ເລຍກ່າວ​ວ່າ ບໍ່​ມີ​ການ​ຮັບປະກັນ​ວ່າຈະ​ພົບ​ເຫັນ​ເຮືອບິນ​ລຳ​ນີ້ ​ແຕ່​ທ່ານ​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ “ຍັງ​ຈະ​ໃຊ້​ເວລາ​ດົນ​ຢູ່” ກ່ອນ​ຈະ​ຍອມ​ຢຸ​ດ ເຊົາ​ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ລຳ​ນີ້.