ປະຕິກິລິຍາ ພວກຜູ້ນຳໂລກ ກ່ຽວກັບການເສຍຊີວິດ ຂອງກາດດາຟີ (ເບິ່ງວີດີໂອແລະສະໄລດ໌)

  • ໄພສານ ວໍຣະຈັກ

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ຖະແຫຼງທີ່ທຳນຽບຂາວ ກ່ຽວກັບການເສຍຊີວິດ ຂອງອະດີດ ຜູ້ນຳລີເບຍມວມາກາດດາຟີ (20 ຕຸລາ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານາງ Hillary Clinton ກ່າວວ່າ ການເສຍຊີ
ວິດຂອງອະດີດຜູ້ນຳລີເບຍ ທ່ານມວມມາກາດດາຟີ ໄດ້ປິດສາກລົງບົດຕອນທີ່ໂຊກຮ້າຍທີ່
ສຸດໃນປະວັດສາດ ຂອງປະເທດດັ່ງກ່າວ ແຕ່ຂະນະດຽວກັນ ກໍເປັນຂີດໝາຍໃນການເລີ່ມ
ຕົ້ນຂຶ້ນຂອງຍຸກໃໝ່.

ທ່ານນາງໃຫ້ຄວາມເຫັນດັ່ງກ່າວຈາກປາກິສຖານ ໃນວັນສຸກມື້ນີ້ 3 ມື້ຫຼັງຈາກທ່ານນາງ
ໄດ້ຢຸດແວ່ທີ່ປະເທດລີເບຍ ໃນການເດີນທາງໄປຢ້ຽມຢາມພາກຕາເວັນອອກກາງແລະເອ
ເຊຍໃຕ້ຂອງທ່ານນາງ.

ການໃຫ້ທັດສະນະຄວາມເຫັນຂອງທ່ານນາງມີຂຶ້ນນຶ່ງມື້ຫຼັງຈາກປະທານາທິບໍດີບາຣັກໂອ
ບາມາ ເອີ້ນການເສຍຊີວິດຂອງກາດດາຟີວ່າ ເປັນຄຳເຕືອນຕໍ່ພວກຈອມຜະເດັດການໃນ ທົ່ວພາກຕາເວັນອອກກາງວ່າ ການປົກຄອງແບບຜະເດັດການຈະສິ້ນສຸດລົງແບບບໍ່ມີທາງ
ຫຼີກລ້ຽງໄດ້.

ສ່ວນຈີນກ່າວໃນວັນສຸກມື້ນີ້ວ່າ ລີເບຍໄດ້ເລີ່ມຕົ້ນປະວັດສາດໜ້າໃໝ່ ແລະຮຽກຮ້ອງໃຫ້
ພວກຜູ້ນຳຂອງລັດຖະບານຊົ່ວຄາວລີເບຍ ເລິ່ມດຳເນີນຂັ້ນຕອນ ໃນການປ່ຽນແປງທາງ
ດ້ານການເມືອງແບບມີຫຼາຍພັກຝ່າຍເຂົ້າຮ່ວມ.

ຈີນເປັນສະມາຊິກທີ່ສາມາດໃຊ້ສິດຢັບຢັ້ງໃນຢູ່ສະພາຄວາມໝັ້ນຄົງອົງການສະຫະປະຊາ
ຊາດ. ຈີນບໍ່ໄດ້ອອກສຽງໃນການລົງມະຕິໃນເດືອນມີນາຜ່ານມາທີ່ອະນຸຍາດໃຫ້ໃຊ້ກຳລັງ
ປົກປ້ອງພົນລະເຮືອນຊາວລີເບຍຈາກການໂຈມຕີຂອງກຳລັງກາດດາຟີ.

ນອກນັ້ນແລ້ວ ຈີນຍັງໄດ້ຕຳໜິຕິຕຽນຢ່າງແຮງຕໍ່ການໂຈມຕີທາງອາກາດຂອງອົງການ
ເນໂຕ້ຢູ່ທີ່ລີເບຍ.

ໃນວັນສຸກມື້ນີ້ ອາຟຣິກາໃຕ້ກໍກ່າວວ່າ ຕົນຫວັງວ່າການເຫດການໃນລີເບຍຈະນຳໄປສູ່ ການຍຸຕິລົງໃນການເປັນປໍລະປັກກັນ ແລະການຟື້ນຟູຄວາມສະຫງົບ. ແລະອີຣ່ານໄດ້
ສະແດງປະຕິກິລິຍາໂດຍກ່າວວ່າ ຕົນຫວັງວ່າ ສົງຄາມກາງເມືອງຄົງຈະຍຸຕິລົງແລະສະ
ຖຽນລະພາບຈະກັບຄືນມາ.

ໃນວັນພະຫັດວານນີ້ຜູ້ນຳສັນນິບາດອາຣັບທ່ານ Nabil al-Arabi ກ່າວວ່າ ທ່ານຫວັງ
ວ່າການເສຍຊີວິດຂອງກາດດາຟີຈະປ່ຽນໂສມໜ້າໃໝ່ຂອງການປົກຄອງທີ່ກົດຂີ່ຜະເດັດ
ການ. ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນຊາວລີເບຍເອົາຊະນະໃນການຮຳບາດແຜສົງຄາມ
ໃນອະດີດຜ່ານມາ ແລະປະຖິ້ມຄວາມຮູ້ສຶກທີ່ຢາກແກ້ແຄ້ນ.

ໃນເດືອນສິງຫາປີນີ້ ບັນດາປະເທດອາຣັບໄດ້ປະກາດຄວາມເປັນນໍ້ານຶ່ງໃຈດຽວກັບສະ ພາປົກຄອງໃນໄລຍະຂ້າມຜ່ານແຫ່ງຊາດຂອງລີເບຍ.

ນອກນັ້ນແລ້ວ ໃນວັນພະຫັດວານນີ້ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ
ທ່ານ Ban Ki-moon ກໍກ່າວວ່າ ການເສຍຊີວິດຂອງກາດດາຟີ ແມ່ນຂີດໝາຍຂອງ
ບາດລ້ຽວໃໝ່ທາງປະວັດສາດ ສຳລັບລີເບຍ. ທ່ານໄດ້ຮຽກຮ້ອງໃຫ້ທຸກພັກຝ່າຍທີ່ເປັນ
ປໍລະປັກໃນການສູ້ລົບໃຫ້ພາກັນວາງອາວຸດ.

ສ່ວນປະເທດອີຕາລີ ຊຶ່ງເປັນອະດີດເຈົ້າອານານິຄົມຂອງລີເບຍນັ້ນ ນາຍົກລັດຖະມົນຕີ
Silvio Berlusconi ກ່າວກ່ຽວກັບການເສຍຊີວິດຂອງກາດດາຟີວ່າ ເວລານີ້ ສົງຄາມ
ສິ້ນສຸດລົງແລ້ວ.

ປະທານາທິບໍດີຝຣັ່ງ ທ່ານ Nicolo Sarkozy ແລະນາຍົກລັດຖະມົນຕີເຢຍຣະມັນທ່ານ
ນາງ Angela Merkel ຕ່າງກໍເວົ້າວ່າການເສຍຊີວິດຂອງກາດດາຟີແມ່ນຊ່ອງທາງສຳລັບ ກ້າວເດີນໄປສູ່ປະຊາທິປະໄຕຂອງລີເບຍ.

ປະທານສະຫະພາບຢູໂຣບ ທ່ານ Herman Van Rompu ແລະປະທານກຳມາທິການ
ຢູໂຣບ ທ່ານ Jose Manuel Barroso ໄດ້ອອກຖະແຫຼງການຮ່ວມສະບັບນຶ່ງ ເວົ້າວ່າ ການເສຍຊີວິດຂອງອະດີດຜູ້ນຳລີເບຍ ແມ່ນຂີດໝາຍຂອງການສິ້ນສຸດລົງ ໃນການປົກຄອງ
ແບບຜະເດັດການແລະການກົດຂີ່ຢູ່ລີເບຍ.

ເບິ່ງວີດີໂອການປົກຄອງທີ່ໂຫດຮ້າຍຂອງກາດດາຟີ