ສືບເນື່ອງມາຈາກແຜ່ນດິນໄຫວໃນປະເທດມຽນມາ ທີ່ວັດ
ແທກລະດັບຄວາມຮຸນແຮງໄດ້ 6.8 ຣິກເຕີ ໃນຕອນກາງ
ຄືນຂອງວັນທີ 24 ມີນາທີ່ຜ່ານມາ ແລະຍັງໄດ້ເກີດແຜ່ນດິນໄຫວຕິດຕາມມາອີກເຖິງ 2
ຄັ້ງ ທີ່ມີລະດັບຄວາມຮຸນແຮງ 4.8 ຣິກເຕີ ໃນຄືນດຽວກັນນັ້ນ ກໍປາກົດວ່າໄດ້ສົ່ງຜົນກະ
ທົບຕໍ່ປະເທດລາວພຽງແຕ່ເລັກນ້ອຍເທົ່ານັ້ນ.
ທັງນີ້ໂດຍທ່ານຈອມສີ ລັດຕະນະປັ່ນ ເຈົ້າເມືອງ ເມືອງຕົ້ນເຜີ້ງໃນແຂວງບໍ່ແກ້ວ ຊຶ່ງເປັນ
ພື້ນທີ່ ທີ່ຢູ່ໃກ້ກັບສູນກາງຂອງແຜ່ນດິນໄຫວໃນປະເທດມຽນມາຫລາຍທີ່ສຸດນັ້ນ ໄດ້ໃຫ້
ການຢືນຢັນວ່າ ຜົນກະທົບທີ່ເກີດຂຶ້ນຈາກແຜ່ນດິນໄຫວໃນຄັ້ງນີ້ ກໍຄືຫໍພັກພະນັກງານ
ຂອງຫ້ອງການກະສິກຳ ເມືອງຕົ້ນເຜີ້ງ ມີຮອຍແຕກຢູ່ 20 ຈຸດ ແລະແຕ່ລະຈຸດນັ້ນກໍ
ຍາວກວ່າ 50 ຊັງຕີແມັດ. ສ່ວນໂຮງໝໍຂອງເມືອງມີຮອຍແຕກ 3 ຈຸດ ໃນຂະນະທີ່ຫລັງ
ຄາ ແລະເພດານໃນວັດບ້ານຍາງຄໍາ ກໍເກີດການຍຸບຕົວລົງມາ. ນອກຈາກນີ້ກໍມີຮອຍ
ແຕກເກີດຂຶ້ນກັບໂຮງແຮມຫລາຍແຫ່ງ. ຫາກແຕ່ກໍບໍ່ມີລາຍງານການບາດເຈັບ ຫລືເສຍ
ຊີວິດເກີດຂຶ້ນແຕ່ຢ່າງໃດ.
ທາງດ້ານທ່ານນາງສຸວັນນີ ພອນວິໄລ ຮອງຫົວໜ້າກົມອຸຕຸນິຍົມວິທະຍາກໍຖະແຫລງຢືນ
ຢັນວ່າ ເຫດແຜ່ນດິນໄຫວໃນຄັ້ງຫລ້າສຸດນີ້ ບໍ່ເປັນອັນຕະລາຍຕໍ່ຊີວິດຮ່າງກາຍ ແລະຊັບ
ສິນຂອງປະຊາຊົນແຕ່ຢ່າງໃດ.ເພາະເປັນເຫດແຜ່ນດິນໄຫວທີ່ມີການສັ່ນສະເທືອນເກີດ
ຂຶ້ນໃນລາວພຽງແຕ່ 5 ຣິກເຕີ ເທົ່ານັ້ນ ແລະຍັງຢູ່ເລິກລົງໄປໃຕ້ດິນເຖິງ 10 ກິໂລແມັດ
ອີກດ້ວຍ.
ພະອົງນຶ່ງ ກຳລັງກວດເບິ່ງຄວາມເສຍຫາຍ ທີ່ວັດ ເຈດີຫຼວງໃນຈັງຫວັດຊຽງຮາຍ, ທາງພາກເໜືອຂອງ ໄທ (25 ມີນາ 2011)
ແຕ່ຢ່າງໃດກໍຕາມ ດຣ. ເປັນນຶ່ງ ວານິດໄຊ ຜູ້ຊຳນານການດ້ານແຜ່ນດິນໄຫວຂອງສະຖາບັນເທັກໂນໂລຈີ ແຫ່ງເອເຊຍ (AIT) ກໍໄດ້ ໃຫ້ການອະທິບາຍວ່າ ສາເຫດທີ່ເຮັດໃຫ້ເກີດແຜ່ນດິນໄຫວໃນຄັ້ງຫລ້າສຸດ ກໍຄືຮອຍເລື່ອນໃຕ້ດິນ ຊຶ່ງກໍມີຢູ່ທັງໃນມຽນມາ,
ລາວ ແລະໄທ ໂດຍສະເພາະ
ແມ່ນຮອຍເລື່ອນແມ່ຈັນໃນຈັງ
ຫວັດຊຽງລາຍຂອງໄທນັ້ນກໍ
ຍັງເຊື່ອມຕໍ່ໄປເຖິງຮອຍເລື່ອນ
ທັງໃນມຽນມາ ແລະລາວອີກ
ດ້ວຍ ເພາະສະນັ້ນຈຶ່ງເຮັດໃຫ້
ທັງມຽນມາ ລາວແລະໄທນັ້ນຕ່າງກໍມີຄວາມສ່ຽງທີ່ຈະຕ້ອງປະເຊີນກັບໄພຈາກແຜ່ນດິນໄຫວ
ທີ່ອາດຈະເກີດຂຶ້ນໄດ້ໃນທຸກເມື່ອໃນໄລຍະຕໍ່ໄປນີ້ ດັ່ງທີ່ດຣ. ເປັນນຶ່ງໄດ້ໃຫ້ການຢືນຢັນວ່າ:
“ການທີ່ມັນເກີດຂຶ້ນໃນຕໍາແໜ່ງເໜືອຮອຍເລື່ອນແມ່ຈັນຂຶ້ນໄປນີ້ ຕໍາແໜ່ງນັ້ນມັນກໍຄົງບໍ່ເກີດຂຶ້ນອີກໃນໄວໆນີ້ ຍົກເວັ້ນແຕ່ຈະມີ after shock ອັນໃດອັນນຶ່ງ ແຕ່ວ່າຮອຍເລື່ອນທີ່ຍັງບໍ່ເກີດນີ້ ມັນກໍອາດຈະເກີດຂຶ້ນໃນອານາຄົດ.”
ທັງນີ້ ໂດຍແຜ່ນດິນໄຫວທີ່ຈະສົ່ງຜົນກະທົບຕໍ່ຊີວິດຮ່າງກາຍ ແລະ ຊັບສິນຂອງປະຊາຊົນ
ໄດ້ນັ້ນ ຈະຕ້ອງມີລະດັບຄວາມຮຸນແຮງຕັ້ງແຕ່ 6 ຣິກເຕີຂຶ້ນໄປ ນອກຈາກນີ້ການທີ່ລາວ
ເປັນປະເທດທີ່ມີທີ່ຕັ້ງຢູ່ໃນເຂດທີ່ບໍ່ຕິດຕໍ່ກັບທະເລອີກດ້ວຍນັ້ນ ກໍຍັງນັບເປັນອີກເງື່ອນໄຂ
ໜຶ່ງທີ່ເຮັດໃຫ້ລາວບໍ່ຕ້ອງປະເຊີນກັບບັນຫາແຜ່ນດິນໄຫວໃນລະດັບທີ່ຮຸ່ນແຮງຄືກັບຫລາຍ
ຫລາຍປະເທດອີກດ້ວຍ.
ແຕ່ຢ່າງໃດກໍຕາມ ລາວກໍເຄີຍເກີດເຫດການແຜ່ນດິນໄຫວ ທີ່ມີລະດັບຄວາມຮຸນແຮງເຖິງ
6.1 ຣິກເຕີ ມາແລ້ວຄັ້ງນຶ່ງເມື່ອປີ 2007 ຊຶ່ງເກີດຂຶ້ນຢູ່ໃນເຂດແຂວງຫຼວງນໍ້າທາ ແລະ
ແຂວງບໍ່ແກ້ວ ທາງພາກເໜືອຂອງລາວເຊັ່ນດຽວກັນ. ຫາກແຕ່ວ່າເຫດແຜ່ນດິນໄຫວໃນ
ຄັ້ງນັ້ນ ກໍບໍ່ໄດ້ສົ່ງຜົນກະທົບຢ່າງຮຸນແຮງແຕ່ຢ່າງໃດ ເນື່ອງຈາກວ່າພື້ນທີ່ທີ່ເປັນສູນກາງ
ຂອງແຜ່ນດິນໄຫວນັ້ນ ບໍ່ໄດ້ຢູ່ໃນເຂດຊຸມຊົນແຕ່ເປັນພື້ນທີ່ ທີ່ໃນເຂດຊາຍແດນທີ່ຕິດຕໍ່ກັບ
ປະເທດມຽນມາ ຊຶ່ງເປັນປະເທດທີ່ຕັ້ງຢູ່ເຂດຮອຍເລື່ອນຂອງເປືອກໂລກໃຕ້ດິນຢູ່ແລ້ວນັ້ນ
ເອງ.