ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

70 ກວ່າຄົນເສຍຊີວິດ ຍ້ອນແຜ່ນດິນໄຫວ ໃນມຽນມາ (ເບິ່ງສະລາຍດ໌)


ພະອົງນຶ່ງ ກຳລັງກວດເບິ່ງຄວາມເສຍຫາຍ ທີ່ວັດເຈດີຫຼວງ ໃນຈັງຫວັດຊຽງຮາຍ ທາງພາກເໜືອຂອງໄທ (25 ມີນາ 2011)
ພະອົງນຶ່ງ ກຳລັງກວດເບິ່ງຄວາມເສຍຫາຍ ທີ່ວັດເຈດີຫຼວງ ໃນຈັງຫວັດຊຽງຮາຍ ທາງພາກເໜືອຂອງໄທ (25 ມີນາ 2011)

ເຈົ້າໜ້າທີ່ມຽນມາກ່າວວ່າ ຈຳນວນຜູ້ເສຍຊີວິດ ຍ້ອນ
ແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 6.8 ໃນວັນພະຫັດ
ຜ່ານມານີ້ໄດ້ເພີ່ມຂຶ້ນເປັນຫຼາຍກວ່າ 70 ຄົນແລ້ວພ້ອມທັງ
ມີຜູ້ໄດ້ຮັບບາດເຈັບອີກຫຼາຍກວ່າ 100 ຄົນ.

ແຜ່ນດິນໄຫວດັ່ງກ່າວເກີດຂຶ້ນໃນພາກຕາເວັນອອກຂອງ
ມຽນມາ ໃນບໍລິເວນໃກ້ໆຊາຍແດນໄທແລະລາວ. ຈຸດສູນ
ກາງຂອງແຜ່ນດິນໄຫວແມ່ນປະມານ 90 ຫຼັກ ກິໂລແມັດ
ຫ່າງຈາກເມືອງຊຽງຣາຍຂອງໄທໄປທາງທິດເໜືອແລະໄດ້
ສ້າງຄວາມເສຍຫາຍແຕ່ພຽງເລັກນ້ອຍ. ພວກນັກຊ່ຽວຊານ
ຂອງສະຫະລັດກ່າວວ່າ ແຜ່ນ ດິນໄຫວທີ່ວ່ານີ້ເກີດຂຶ້ນຢູ່
ເລິກຈາກໜ້າດິນລົງໄປແຕ່ພຽງ 10 ກິໂລແມັດທໍ່ນັ້ນ.

ວິທະຍຸຂອງທາງການມຽນມາໄດ້ອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ມຽນມາທີ່ກ່າວວ່າມີເຮືອນ
ຢ່າງນ້ອຍ 390 ຫຼັງ ວັດວາອາຮາມ 14 ແຫ່ງແລະຕຶກໂຮງການຂອງລັດຖະບານ 9 ບ່ອນ
ໄດ້ຖືກທຳລາຍຢູ່ໃນບໍລິເວນໃກ້ໆຈຸດສູນກາງ ຂອງແຜ່ນດິນໄຫວ.

ລັດຖະມົນຕີກະຊວງຕ່າງປະເທດສະຫະລັດທ່ານນາງ Hillary Clinton ໄດ້ສະແດງຄວາມ
ເສົ້າສະຫຼົດໃຈກ່ຽວກັບການເສຍຊີວິດ ໃນເຫດແຜ່ນດິນໄຫວຄັ້ງນີ້.

ມີແມ່ຍິງຄົນນຶ່ງຢູ່ປະເທດໄທໄດ້ເສຍຊີວິດ ເວລາຝາເຮືອນຂອງລາວລົ້ມທັບ.

ບັນດາພະນັກງານອົງການໃຫ້ຄວາມຊ່ອຍເຫຼືອກ່າວວ່າເຂົາເຈົ້າຢ້ານວ່າໂຕເລກພວກທີ່ເສຍ
ຊີວິດອາດຈະເພີ່ມຂຶ້ນອີກ ຂະນະທີ່ສະພາບການຢູ່ໃນເຂດສອກຫຼີກຫ່າງໄກໄດ້ເປັນທີ່ຮູ້ກັນ.

ຫ້ອງການປະສານງານດ້ານມະນຸດສະທຳຂອງອົງການສະຫະປະຊາຊາດກ່າວວ່າ ມີຄວາມ
ສ່ຽງສູງທີ່ຈະເກີດດິນເຈື່ອນຫຼືດິນຖະຫຼົ່ມ ໃນເຂດທີ່ໄດ້ຮັບຜົນກະທົບ.

XS
SM
MD
LG