ລາວເຊື່ອໝັ້ນວ່າ ສາມາດ ຄວບຄຸມ ອັດຕາເງິນເຟີ້ ບໍ່ໃຫ້ຖີບໂຕຂຶ້ນ ເຖິງເລກສອງຫຼັກໄດ້

ການນໍາເຂົ້ານໍ້າມັນຢ່າງຫລວງຫລາຍ ໄດ້ມີສ່ວນເຮັດໃຫ້ ເງິນກີບຂອງລາວ ມີອັດຕາເງິນເຟີ້ ເພີ້ມຂຶ້ນສູງ ໃນປີນີ້.

ເຈົ້າໜ້າທີ່ຂັ້ນສູງຂອງລາວເຊື່ອໝັ້ນວ່າ ສາມາດຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເພີ່ມຂຶ້ນເຖິງ ເລກສອງຫຼັກໄດ້ ເຖິງແມ່ນວ່າ ລາຄານໍ້າມັນຈະແພງຂຶ້ນກໍຕາມ ເພາະວ່າເສດຖະກິດ ໂດຍລວມຂອງລາວ ຍັງຂະຫຍາຍໂຕເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງອຸດສາຫະກໍາ ແລະການຄ້າ ໄດ້ໃຫ້ການຢືນຢັນວ່າ ອັດຕາ
ເງິນເຟີ້ ໂດຍສະເລ່ຍພາຍໃນລາວ ໄດ້ປັບໂຕຂຶ້ນພຽງເລັກນ້ອຍເທົ່ານັ້ນ ໃນໄລຍະ 2
ເດືອນທີ່ຜ່ານມາຂອງປີ 2012 ນີ້ ເຊິ່ງກໍຄ ືອັດຕາເງິນເຟີ້ໂດຍສະເລ່ຍໄດ້ເພີ້ມຂຶ້ນຈາກ
ລະດັບ 6.69% ໃນຊ່ວງເດືອນມັງກອນ ມາເປັນ 6.79% ໃນຊ່ວງເດືອນກຸມພາ ຫລື
ເພີ່ມຂຶ້ນພຽງ 0.1% ເທົ່ານັ້ນ.

ເງິນກີບທີ່ມີຄ່າແຂັງຂຶ້ນໃນປັດຈຸບັນ ເມື່ອທຽບໃສ່ເງິນໂດລາ

ປັດໃຈສໍາຄັນທີ່ສຸດ ທີ່ເຮັດໃຫ້ອັດຕາເງິນເຟີ້ໃນລາວ
ເພີ້ມຂຶ້ນບໍ່ຫລາຍໃນຊ່ວງ 2 ເດືອນດັ່ງກ່າວ ກໍເນື່ອງ
ຈາກວ່າ ການຜະລິດສິນຄ້າ ແລະເສດຖະກິດໂດຍ
ລວມຂອງລາວ ກໍຍັງມີທ່າອ່ຽງຂະຫຍາຍໂຕເພີ່ມຂຶ້ນ
ຢ່າງຕໍ່ເນື່ອງ ແລະເຖິງແມ່ນວ່າ ໃນໄລຍະດຽວກັນນີ້
ທາງການລາວ ຈະໄດ້ປັບຂຶ້ນລາຄານໍ້າມັນໃນປະເທດ
ມາແລ້ວສອງຄັ້ງກໍຕາມ ຫາກແຕ່ເນື່ອງຈາກວ່າເງິນກີບ
ແຂັງຄ່າຂຶ້ນ ເມື່ອທຽບໃສ່ເງິນໂດລາສະຫະລັດ ແລະ
ເງິນບາດ ຈຶ່ງເຮັດໃຫ້ ເຈົ້າໜ້າທີ່ຂັ້ນສູງຂອງລາວມີຄວາມເຊື່ອໝັ້ນວ່າ ຈະສາມາດຄວບຄຸມ
ອັດຕາເງິນເຟີ້ໂດຍສະເລ່ຍຂອງລາວ ໃຫ້ຢູ່ໃນລະດັບຕໍ່ກວ່າເລກສອງຫຼັກ ຫຼືບໍ່ເຖິງ 10%
ໄດ້ຢ່າງແນ່ນອນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ທ່ານນຶ່ງໄດ້ໃຫ້ການຊີ້ແຈງວ່າ:

“ຄາດວ່າອັດຕາເງິນເຟີ້ຄົງບໍ່ຂຶ້ນຮອດສອງໂຕເລກໃນທ້າຍປີນີ້ ຕາມທີ່ພວກເຮົາ
ກັງວົນກັນຢູ່ ເພາະວ່າເສດຖະກິດຂອງພວກເຮົານີ້ ດີຂຶ້ນ ແລະມີປັດໃຈພາຍໃນ
ທີ່ມາກະຕກຊຸກຍູ້ໃຫ້ອັດຕາເງິນເຟີ້ນີ້ຫຼຸດລົງເລື້ອຍໆ, ຕົ້ນຕໍລະແມ່ນພວກເຮົາ
ມີ
ການຊີ້ນໍາຕະຫຼອດເວລາຈາກທ່ານນາຍົກ, ທ່ານຮອງນາຍົກລັດຖະມົນຕີ
ຜູ້ຊີ້
ນໍາວຽກງານເສດຖະກິດ ແລະຄະນະນໍາຂອງກະຊວງອຸດສາຫະກໍາ ແລະ
ການຄ້າ.
”

ໂຮງງານຜະລິດທອງແດງເພື່ອສົ່ງອອກ ທີ່ເຊໂປນ ຊຶ່ງມີສ່ວນຊ່ວຍເຮັດ ໃຫ້ເສດຖະກິດລາວຂະຫຍາຍໂຕ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນໄລຍະຊຸມປີ ຜ່ານມານີ້.

ກ່ອນໜ້ານີ້ ທະນາຄານພັດ
ທະນາອາຊີ (ADB) ສໍານັກ
ງານປະຈໍາປະເທດລາວໄດ້
ລາຍງານວ່າເສດຖະກິດຂອງ
ລາວໃນປີ 2011 ນີ້ ໄດ້ຂະ
ຫຍາຍຕົວເພີ່ມຂຶ້ນໃນອັດຕາ
ສະເລ່ຍທີ່ສູງເຖິງ 8.1% ເຊິ່ງ
ຖືເປັນການຂະຫຍາຍຕົວທາງ
ເສດຖະກິດ ທີ່ສູງກວ່າລະດັບ
ທີ່ໄດ້ມີການຄາດໝາຍໄວ້ກ່ອນ
ໜ້ານີ້ ໂດຍສາເຫດສໍາຄັນທີ່
ເຮັດໃຫ້ເສດຖະກິດຂອງລາວ
ມີການຂະຫຍາຍຕົວເພີ່ມຂຶ້ນ
ໃນອັດຕາທີ່ສູງດັ່ງກ່າວນີ້ ກໍຄື
ການສົ່ງອອກພະລັງງານໄຟຟ້າ ແລະແຮ່ທາດ ທີ່ມີມູນຄ່າເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

ແຕ່ຢ່າງໃດກໍຕາມ ADB ກໍໄດ້ເຕືອນວ່າ ເສດຖະກິດຂອງລາວໃນປີ 2012 ຈະຂະຫຍາຍ
ຕົວໃນລະດັບທີ່ຕໍ່າກວ່າປີກາຍນີ້ ເຊິ່ງຄາດໝາຍວ່າຈະມີການຂະຫຍາຍຕົວເພີ່ມຂຶ້ນໃນ
ອັດຕາສະເລ່ຍບໍ່ເກີນ 7.6% ໂດຍມີສາເຫດມາຈາກການນໍາເຂົ້າສິນຄ້າອຸບປະໂພກ-ບໍລິ
ໂພກ ແລະນໍ້າມັນເຊື້ອເພີງທີ່ມີລາຄາເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງນອກຈາກຈະເຮັດໃຫ້ປະຊາ
ຊົນລາວ ຕ້ອງປະເຊີນກັບບັນຫາຄ່າຄອງຊີບທີ່ສູງຂຶ້ນແລ້ວ ກໍຍັງຈະເຮັດໃຫ້ເກີດບັນຫາໄພ
ເງິນເຟີ້ທີ່ອາດຈະສູງເຖິງ 8.5% ອີກດ້ວຍ.

ຍິ່ງໄປກວ່ານັ້ນ ADB ກໍຍັງໄດ້ເຕືອນອີກດ້ວຍວ່າ ບັນຫາທີ່ໜ້າເປັນຫ່ວງອີກຢ່າງນຶ່ງກໍຄື ຄວາມແຕກໂຕນກັນຂອງລະດັບການພັດທະນາທາງເສດຖະກິດ ແລະລາຍໄດ້ຂອງປະຊາ
ຊົນລາວໃນເຂດຕົວເມືອງກັບເຂດຊົນນະບົດ ເພາະຖ້າຫາກວ່າລັດຖະບານລາວດໍາເນີນການ
ປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມໂດຍຂາດການກະຈາຍຜົນປະໂຫຍດ
ໄປສູ່ເຂດຊົນນະບົດນັ້ນ ກໍຍິ່ງເຮັດໃຫ້ເກີດບັນຫາແຕກໂຕນກັນຫຼາຍຂຶ້ນ ໃນດ້ານຊີວິດການ
ເປັນຢູ່ຂອງປະຊາຊົນໃນເຂດຕົວເມືອງກັບເຂດຊົນນະບົດນັ້ນເອງ.

ການຊື້ຂາຍຜັກທີ່ປອດສານເຄມີ ຊຶ່ງເປັນການນໍາລາຍໄດ້ມາໃຫ້ຊາວ ນາ, ຊາວສວນລາວຈໍານວນນຶ່ງ

ຫາກແຕ່ວ່າກ່ອນໜ້ານີ້ ທ່ານ ສົມ​ສະຫວາດ ​ເລັ່ງສະ
ຫວັດ ຮອງ​ນາ​ຍົກ​ລັດຖະມົນຕີ ຜູ້​ປະ​ຈໍາ​ການ​ລັດຖະ
ບານ ກໍໄດ້ຖະ​ແຫຼງຢືນຢັນວ່າ ​ເປົ້າໝາຍທີ່​ສໍາຄັນ​ທີ່
ສຸດ​ຂອງ​ພັກ ໃນ​ການ​ນໍາພາ​ປະເທດ​ໃນ​ໄລຍະຕໍ່ໄປນີ້
ກໍ​ຄື​ການ​ເຮັດ​ໃຫ້​ປະ​ຊາ​ຊົນລາວບັນດາເຜົ່າ ຫຼຸດພົ້ນ
ຈາກ​ຄວາມທຸກ​ຍາກ​ໃຫ້​ໄດ້​ໂດຍ​ພື້ນຖານ​ໃນ​ປີ 2015
ແລະ​ເຮັດ​ໃຫ້​ລາວ ພົ້ນ​ຈາ​ກສະພາບ​ດ້ອຍ​ພັດທະນາ
ໃຫ້​ໄດ້​ພາຍ​ໃນ​ປີ 2020 ຢ່າງແທ້ຈິງ.

ແຕ່ຢ່າງໃດກໍຕາມ ຄະນະ​ກໍາມາ​ທິການ​ເສດຖະກິດ​ແລະສັງຄົມ​ແຫ່ງ​ອົງການສະຫະ​ປະຊາ
ຊາດ ປະ​ຈໍາພູມ​ມີ​ພາກ​ເອ​ເຊຍ ແລະປາຊີ​ຟິກ (ESCAP)​ ກໍໄດ້​ສະ​ເໜີລາຍງານ​ກ່ອນໜ້າ
ນີ້ວ່າ​ ລາວ​ເປັນປະ​ເທດໜຶ່ງທີ່​ກໍາລັງ​ປະ​ເຊີນໜ້າກັບ​ສະພາວະ​ເງິນ​ເຟີ້​ ໃນອັດຕາ​ທີ່​ສູງ ເມື່ອ
​ທຽບກັບປະ​ເທດສະມາຊິກ​ໃນ​ກຸ່ມ​ອາຊຽນດ້ວຍ​ກັນ ​ໂດຍ​ເປັນ​ຮອງແຕ່ພຽງ​ຫວຽດນາມ ​
ປະ​ເທດ​ດຽວ ​ເທົ່າ​ນັ້ນ.