ລາວອະນຸຍາດໃຫ້ ຄົນລາວໃນຕ່າງປະເທດ ສາມາດຊື້ທີ່ດິນ ໃນລາວໄດ້

ກອງປະຊຸມວຽກງານການພົວພັນຕ່າງປະເທດຄັ້ງທີ 6 ຂອງລາວ ທີ່ຈັດຂຶ້ນໃນເດືອນສິງຫາ, 2011, ທີ່ໄດ້ປຶກສາຫາລືກ່ຽວກັບ ການອະນຸຍາດໃຫ້ຄົນຕ່າງຊາດ ມີສິດຊື້ທີ່ດິນໄດ້

ລັດຖະບານລາວອະນຸຍາດໃຫ້ຄົນຕ່າງປະເທດ ແລະ ຄົນລາວໃນຕ່າງປະເທດ ສາມາດຊື້ ແລະ ເປັນເຈົ້າຂອງທີ່ດິນເພື່ອຢູ່ອາໄສໃນລາວໄດ້ແລ້ວ ໂດຍມີເງື່ອນໄຂວ່າຈະຕ້ອງລົງທຶນ ໃນລາວຕັ້ງແຕ່ $5 ແສນໂດລາຂຶ້ນໄປ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະການລົງທຶນໃຫ້ການຢືນຢັນວ່າດໍາລັດນາຍົກລັດ
ຖະມົນຕີລາວ ກ່ຽວກັບການອະນຸຍາດໃຫ້ຄົນຕ່າງປະເທດສາມາດຊື້-ຂາຍ ແລະເປັນເຈົ້າຂອງ
ທີ່ດິນ ເພື່ອຢູ່ອາໄສໃນລາວນັ້ນມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວໃນຂະນະນີ້ໂດຍຄົນ
ຕ່າງປະເທດທີ່ມີສິດຕາມດໍາລັດດັ່ງກ່າວນີ້ ກໍຄືຄົນຕ່າງປະເທດທີ່ເປັນບຸກຄົນ ແລະນິຕິບຸກຄົນ
ທີ່ມີການລົງທຶນຢູ່ໃນລາວ ໃນມູນຄ່າຕັ້ງແຕ່ 5 ແສນໂດລາຂຶ້ນໄປ ແລະຈະຕ້ອງດໍາເນີນທຸ
ລະກິດ ຫຼືອາໄສຢູ່ໃນລາວມາແລ້ວບໍ່ໜ້ອຍກວ່າ 1 ປີ.

ພາບຈໍາລອງຂອງສູນຈັດຊື້ຂາຍອະສັງຫາລິມະຊັບ ຂອງຫວຽດນາມ ທີ່ນະຄອນຫລວງວຽງຈັນ

ແຕ່ຢ່າງໃດກໍຕາມ, ເພື່ອເປັນ
ການປ້ອງກັນບໍ່ໃຫ້ເກີດບັນຫາ
ທີ່ດິນມີລາຄາຜັນຜວນ ຫຼືແພງ
ຂຶ້ນຈາກການເກງກໍາໄລ ແລະ
ເພື່ອເປັນການປ້ອງກັນບໍ່ໃຫ້ທີ່
ດິນສ່ວນໃຫຍ່ໃນລາວ ຕົກໄປ
ຢູ່ພາຍໃຕ້ການຖືຄອງຂອງຄົນ
ຕ່າງປະເທດນັ້ນ ດໍາລັດດັ່ງກ່າວ
ນີ້ກໍໄດ້ຈໍາກັດສິດໃຫ້ຄົນຕ່າງປະ
ເທດສາມາດຊື້ ແລະເປັນເຈົ້າ
ຂອງທີ່ດິນໃນລາວໄດ້ຄົນລະບໍ່ເກີນ 800 ຕາແມັດ ເພື່ອກໍ່ສ້າງທີ່ຢູ່ອາໄສ ຫຼື ອາຄານສໍາ
ນັກງານ ເທົ່ານັ້ນ ແລະ ທີ່ດິນດັ່ງກ່າວກໍຍັງຈະຕ້ອງເປັນທີ່ດິນທີ່ຊຶ້ຈາກລັດເທົ່ານັ້ນອີກດ້ວຍ
ເຊິ່ງກໍໝາຍຄວາມວ່າ ຄົນຕ່າງປະເທດບໍ່ມີສິດທີ່ຈະຊື້ທີ່ດິນຈາກເອກະຊົນ ແລະປະຊາຊົນ
ລາວນັ້ນເອງ.

ສ່ວນກ່ຽວກັບຂັ້ນຕອນໃນການຊື້ທີ່ດິນນັ້ນ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍໄດ້ຊີ້ແຈງວ່າ ຄົນ ຕ່າງປະເທດທີ່ມີຄຸນສົມບັດຢ່າງຄົບຖ້ວນດັ່ງກ່າວສາມາດທີ່ຈະຢື່ນຄໍາຮ້ອງພ້ອມໃບອະນຸຍາດ
ການລົງທຶນຢູ່ໃນລາວ ຕໍ່ໜ່ວຍງານຂອງລັດຖະບານລາວທີ່ຮັບຜິດຊອບການຄຸ້ມຄອງທີ່ດິນ ໄດ້ໂດຍກົງທັງຢູ່ໃນນະຄອນຫຼວງວຽງຈັນ ແລະແຂວງຕ່າງໆໃນທົ່ວປະເທດ ແລະເມື່ອຜ່ານ
ການອະນຸມັດ ຈາກຄະນະປົກຄອງຂອງນະຄອນຫຼວງວຽງຈັນຫຼືແຂວງຕ່າງໆແລ້ວນັ້ນ ໜ່ວຍ
ງານທີ່ຮັບຜິດຊອບດັ່ງກ່າວກໍສາມາດທີ່ຈະອອກໃບຕາດິນໃຫ້ກັບຄົນຕ່າງປະເທດໄດ້ທັນທີ
ແລະ ຫຼັງຈາກນັ້ນຄົນຕ່າງປະເທດກໍຈະມີສິດໃນທີ່ດິນຄືກັນກັບຄົນລາວທຸກປະການ ໂດຍຄົນ
ຕ່າງປະເທດດັ່ງກ່າວນີ້ກໍລວມເຖິງຄົນລາວໃນຕ່າງປະເທດດ້ວຍເຊັ່ນກັນ.

ທີ່ດິນຕອນນຶ່ງ ທີ່ໃຫ້ສໍາປະທານແກ່ບໍລິສັດ ເອກະຊົນຕ່າງປະເທດ

ການໃຫ້ສິດແກ່ຄົນຕ່າງປະເທດ
ແລະ ຄົນລາວໃນຕ່າງປະເທດຖື
ເປັນມາດຕະການສ່ວນນຶ່ງຂອງ ລັດຖະບານລາວທີ່ຕ້ອງການຈະ
ດຶງດູດການລົງທືນຈາກຕ່າງປະ
ເທດໃຫ້ເຂົ້າມາໃນລາວຫຼາຍຂື້ນ
ຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ
ການດຶງດູດຄົນລາວໃນຕ່າງປະ
ເທດໃຫ້ກັບຄືນມາຊ່ວຍພັດທະ
ນາປະເທດລາວໃຫ້ຈະເລີນກ້າວ
ໜ້າຍິ່ງໆຂື້ນໄປ ຊື່ງມາດຕະການ
ຕ່າງໆທີ່ທາງການລາວໄດ້ໃຫ້
ຄວາມສໍາຄັນເປັນພິເສດ ແລະ
ຈະພັດທະນາໃຫ້ເປັນມາດຕະການທີ່ຖາວອນໃນໄລຍະຕໍ່ໄປ ເຊີ່ງປະກອບມີ 4 ມາດຕະການ
ດ້ວຍກັນ ດັ່ງທີ່ທ່ານ ຫຼີ ບຸນຄໍ້າ ຫົວໜ້າກົມພົວພັນຄົນລາວໃນຕ່າງປະເທດ ໄດ້ຊີ້ແຈງໃນ
ຕອນນຶ່ງວ່າ:

ຊາວລາວໃນຕ່າງປະເທດຈໍານວນນຶ່ງ ທີ່ກັບໄປຢ້ຽມຢາມບ້ານໃນປີ 2010 ຖ່າຍຮູບຮ່ວມກັບ ທ່ານບົວສອນ ບຸບຜາວັນ ນາຍົກລັດຖະມົນຕີລາວ ໃນເວລານັ້ນ.

ວຽກສໍາຄັນຂອງຄະນະກໍາມະການ
ອັນໜື່ງນີ້ແມ່ນເວົ້າເຖິງເລື່ອງການ
ຂໍຍົກເວັ້ນຄ່າ
ທໍານຽມ, ວີຊ່າທີ່ປະຕິ
ບັດຕໍ່ຄົນເຊື້ອຊາດລາວຢູ່ຕ່າງປະ
ເທດ, ອັນທີ່ສອງກໍ່ແມ່ນຄົ້ນຄວ້າ
ເຖິງເລື່ອງອອກນະໂຍບາຍເພື່ອໃຫ້
ກຳມະສິດນໍາໃຊ້ທີ່ດິນ, ອັນທີ່ສາມ
ກໍ່ແມ່ນເວົ້າເຖິງການຂໍມາຢູ່ໃນລາວ
ຢ່າງຖາວອນ ແລະ ອັນທີ່ 4 ກໍ່
ແມ່ນເລື່ອງການຂໍອະນຸຍາດແຕ່ງດອງ
ແຕ່ວ່າກໍ່ຍັງບໍ່ທັນສະຫຼຸບກັນໄດ້ໃນ
ເລື່ອງຂັ້ນຕອນຕ່າງໆ.

ທີ່ຜ່ານມາ ກະຊວງການຕ່າງປະເທດຂອງລາວກໍ່ໄດ້ຍົກເວັ້ນຄ່າທໍານຽມ VISA ໃຫ້ກັບຄົນ
ລາວ ໃນຕ່າງປະເທດທຸກຄົນທີ່ຕ້ອງການທີ່ຈະເດີນທາງກັບມາຢ້ຽມຢາມປະເທດລາວ ນັບ
ຈາກວັນທີ 1 ມັງກອນ 2011 ເປັນຕົ້ນໄປ. ເພາະສະນັ້ນ, ການອະນຸຍາດໃຫ້ຊື້-ຂາຍ
ແລະເປັນເຈົ້າຂອງທີ່ດິນໃນລາວດັ່ງກ່າວນີ້ ຈື່ງຖືເປັນຄວາມຄືບໜ້າໃນມາດຕະການທີ່ສອງ.
ສ່ວນອີກສອງມາດຕະການທີ່ເຫຼືອກໍ່ຄື ການອະນຸຍາດໃຫ້ຢູ່ໃນ ລາວໄດ້ຢ່າງຖາວອນ ແລະ
ການອະນຸຍາດໃຫ້ແຕ່ງດອງກັບຄົນລາວນັ້ນກໍ່ເຊື່ອວ່າ ຈະມີການອອກດໍາລັດຂອງນາຍົກ
ລັດຖະມົນຕີລາວ ເພື່ອປະກາດບັງຄັບໃຊ້ຢ່າງເປັນທາງການໃນໝໍ່ໆນີ້ເຊັ່ນດຽວກັນ.