ລາວວ່າ ຕົນໄດ້ຮັບຜົນປະໂຫຍດ ໃນຫລາຍດ້ານ ຈາກການເປັນ ສະມາຊິກຂອງກຸ່ມອາຊຽນ

ກອງປະບຸມສຸດຍອດອາຊ່ຽນ ຄັ້ງທີ 18 ທີ່ຈັດຂຶ້ນໃນເດືອນພຶດສະພາ ທີ່ຜ່ານມາ ທີ່ນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ.

ເຈົ້າໜ້າທີ່ຂັ້ນສູງຂອງລາວຢືນຢັນວ່າ ການເປັນສະມາຊິກຂອງອາຊຽນນັບຈາກປີ 1997 ເປັນຕົ້ນມາເຮັດໃຫ້ລາວໄດ້ຮັບຜົນປະໂຫຍດຫຼາຍຂຶ້ນ ທັງໃນດ້ານເສດຖະກິດ,​ ການເມືອງ ແລະຄວາມໝັ້ນຄົງ.

ທ່ານ ຂຽນ ພັນສຸລິວົງ, ຫົວໜ້າກົມອາຊ່ຽນ ກະຊວງການຕ່າງປະເທດ, ໄດ້ຖະແຫຼງຢືນ
ຢັນ ໃນໂອກາດຄົບຮອບ 14 ປີ ທີ່ປະເທດລາວໄດ້ເຂົ້າເປັນສະມາຊິກຂອງກຸ່ມອາຊຽນ
ໃນປີນີ້ຫຼືນັບຈາກປີ 1997 ເປັນຕົ້ນມານັ້ນ ວ່າໄດ້ສົ່ງຜົນດີທັງຕໍ່ການພັດທະນາປະເທດ
ແລະການຍົກລະດັບສະຖານະບົດບາດຂອງລາວໃນເວທີສາກົນ ໃຫ້ນັບມື້ນັບສູງຂຶ້ນ.

ການວາງສະແດງສິນຄ້າຄັ້ງທີ 7 ຮ່ວມກັນ ລະຫວ່າງຈີນແລະບັນດາ ປະເທດໃນກຸ່ມອາຊ່ຽນໃນທ້າຍປີ 2010 ຊຶ່ງລາວກໍເຂົ້າຮ່ວມດ້ວຍ.

ທັງນີ້ ກໍເນື່ອງຈາກວ່າ ການເປັນ
ສະມາຊິກຂອງກຸ່ມອາຊຽນນັ້ນ
ໄດ້ເຮັດໃຫ້ລາວນັ້ນ ມີໂອກາດ
ໄດ້ເສີມຂະຫຍາຍການພົວພັນ
ຮ່ວມມືກັບນາໆຊາດຢ່າງກ້ວາງ
ຂວາງຫຼາຍຂຶ້ນ ທັງໃນດ້ານເສດ
ຖະກິດ, ການເມືອງ,​ ສັງຄົມວັດ
ທະນະທໍາ ແລະຄວາມໝັ້ນຄົງ,
ຊຶ່ງລວມເຖິງການເສີມສ້າງໂອ
ກາດໃຫ້ກັບລາວ ໃນການຈະໄດ້
ເຂົ້າໄປເປັນປະເທດສະມາຊິກ
ຂອງອົງການການຄ້າໂລກ (WTO) ໃນໄລຍະຕໍ່ໄປອີກດ້ວຍ,​ ດັ່ງທີ່ທ່ານ ຂຽນ ໄດ້ໃຫ້ ການເນັ້ນຢໍ້າໃນຕອນນຶ່ງວ່າ:

ທ່ານ ທອງລຸນ ສີສຸລິດ ລັດຖະມົນຕີກະຊວງການຕ່າງປະເທດລາວ, ຖະແຫລງເນື່ອງໃນໂອກາດວັນອາຊ່ຽນ ປີ 2011 ນີ້.

“ຜົນປະໂຫຍດທີ່ພວກເຮົາໄດ້
ຈາກການທີ່ເຂົ້າເປັນສະມາ
ຊິກອາຊຽນນີ້ ກະມີທາງດ້ານ
ການເມືອງ,​ ທາງດ້ານວັດທະ
ນະ
ທໍາ ສັງຄົມ ໂດຍສະເພາະ
ແລ້ວ ແມ່ນທາງດ້ານການ
ເມືອງ ຄວາມໝັ້ນຄົງນີ້ ແມ່ນ
ພວກເຮົາໄດ້ຮ່ວມມືເພື່ອສ້າງ
ສະພາບແວດລ້ອມທີ່ເອື້ອອໍາ
ນວຍ ຕໍ່ການສ້າງສາພັດທະ
ນາປະເທດຊາດຂອງພວກເຮົາ
ໃນດ້ານເສດຖະກິດກະແມ່ນ
ເພື່ອເຊື່ອມໂຍງເສດຖະກິດຂອງພວກເຮົາເຂົ້າກັບພາກພື້ນ, ເຊິ່ງເວລານີ້ ພວກເຮົາກໍ
ຈະກ້າວ ເຂົ້າໄປເປັນສະມາຊິກຂອງອົງການການຄ້າໂລກ
.

ຍິ່ງເປັນກ່ວານັ້ນ ການທີ່ລາວມີການພົວພັນຮ່ວມມືກັບຕ່າງປະເທດຢ່າງກ້ວາງຂວາງ
ນັບມື້ຫຼາຍຂຶ້ນ ໂດຍສະເພາະແມ່ນການທີ່ລາວຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ
ຜູ້ນໍາອາຊຽນກັບສະຫະພາບຢູໂຣບ ໃນທ້າຍປີໜ້ານັ້ນ ກໍຍັງຖືເປັນໂອກາດທີ່ລາວຈະ
ດຶງເອົາການຊ່ວຍເຫຼືອ ແລະການລົງທຶນຈາກຕ່າງປະເທດໄດ້ຫຼາຍຂຶ້ນອີກດ້ວຍ. ສໍາລັບ
ແຜນການພັດທະນາເສດຖະກິດ-ສັງຄົມ ໃນຊ່ວງປີ 2011–2015 ທີ່ກໍາລັງປະຕິບັດຢູ່
ໃນເວລານີ້ ລັດຖະບານລາວກໍໄດ້ວາງເປົ້າໝາຍທີ່ຈະລະດົມການລົງທຶນທັງຈາກພາກ
ລັດແລະເອກະຊົນໃຫ້ໄດ້ ບໍ່ນ້ອຍກວ່າ 127,000 ຕື້ກີບ ຫຼື 15,300 ລ້ານໂດລາ.

ການກວດສຸຂະພາບປະຈໍາປີຂອງເດັກນ້ອຍລາວຜູ້ນຶ່ງຊຶ່ງເປັນອະນາຄົດຂອງຊາດ

ທັ້ງນີ້ເພື່ອນໍາໃຊ້ເຂົ້າໃນການ
ແກ້ໄຂບັນຫາຍາກຈົນຂອງ
ປະຊາຊົນລາວໃຫ້ໄດ້ໂດຍພື້ນ
ຖານ ການລົດອັດຕາການ
ເສຍຊີວິດຂອງເດັກນ້ອຍທີ່
ອາຍຸຕໍ່າກ່ວາ 1 ປີ ໃຫ້ຢູ່ໃນ
ອັດຕາສະເລ່ຍບໍ່ເກີນ 45
ຄົນຕໍ່ 1,000 ຄົນ, ການ
ຂະຫຍາຍໂອກາດດ້ານການ
ສຶກສາ ດ້ວຍການເຮັດໃຫ້
ເດັກນ້ອຍໄດ້ຮຽນຈົນຈົບ
ຊັ້ນປະຖົມໃຫ້ໄດ້ເຖິງ 95%
ຂອງຈໍານວນເດັກນ້ອຍໃນ
ໄວຮຽນທັງໝົດ,​ ການສົ່ງ
ເສີມຄວາມສະເໝີພາບລະ
ຫວ່າງເພດຍິງ ແລະເພດຊາຍ,
ການບໍລິການດ້ານສາທາ
ລະນະສຸກແກ່ປະຊາຊົນ
ຢ່າງທົ່ວເຖິງໃນທົ່ວປະເທດ,
​ການຮັກສາສະພາບແວດລ້ອມ ແລະການນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງຍືນຍົງ.

ແຕ່ຢ່າງໃດກໍຕາມ ບັນຫາໃນເວລານີ້ ກໍຄືລັດຖະບານລາວຍັງມີຄວາມສາມາດທາງດ້ານ
ງົບປະມານໃນລະດັບທີ່ຕໍ່າຫຼາຍ ຈຶ່ງຄາດໝາຍວ່າ ລັດຖະບານລາວຈະສາມາດປະກອບ
ສ່ວນເຂົ້າໃນການລົງທຶນໄດ້ພຽງບໍ່ເກີນ 10% ຂອງເປົ້າໝາຍການລະດົມເງິນລົງທຶນທັງ
ໝົດດັ່ງກ່າວ ສ່ວນທີ່ເຫຼືອກໍຈະເປັນການຂໍຄວາມຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດ
ໃຫ້ໄດ້ລະຫວ່າງ 26%-28%, ກູ້ຢືມຈາກທະນາຄານພາຍໃນປະເທດໃຫ້ໄດ້ລະຫວ່າງ
10% - 12% ແລະຍັງຕ້ອງລະດົມການລົງທຶນຂອງພາກເອກະຊົນລາວ ແລະຕ່າງຊາດ
ໃຫ້ໄດ້ ລະຫວ່າງ 60%. ສໍາລັບໃນໄລຍະແຜນການປະຈໍາປີ 2011 – 2012 ທີ່ຈະເລີ່ມ
ລົງມືປະຕິບັດ ນັບຈາກເດືອນຕຸລາປີນີ້ ໄປຈົນເຖິງເດືອນກັນຍາປີໜ້າ ລັດຖະບານລາວ
ກໍໄດ້ວາງເປົ້າໝາຍໄວ້ວ່າ ຈະສ້າງລາຍຮັບເຂົ້າງົບປະມານໃຫ້ ໄດ້ 15,727 ຕື້ກີບ ໃນ
ຂະນະທີ່ໄດ້ຕັ້ງງົບປະມານລາຍຈ່າຍໄວ້ເຖິງ 17,831 ຕື້ກີບ ຈຶ່ງເຮັດໃຫ້ລັດຖະບານລາວ
ຕ້ອງປະເຊີນກັບ ບັນຫາຂາດດຸນງົບປະມານຕໍ່ໄປນັ້ນເອງ.