ການສະຫລອງບຸນປີໃໝ່ລາວ ຢູ່ ສະຖານທູດ ສປປ ລາວ ທີ່ ວໍຊິງຕັນ ດີ.ຊີ (ສະໄລດ໌)

ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸກຂະທິວົງ ແລະ ພະນະທ່ານ ດຣ. ຂຽນ ພັນສຸຣິວົງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳອົງການສະຫະປະຊາຊາດ ພ້ອມດ້ວຍ ພັນລະຍາ ຂະນະກ່າວເປີດງານສະຫລອງປີໃໝ່ລາວ, ວັນທີ 26 ເມສາ 2014.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍການ​ຊີວິດ​ຊາວ​ລາວ ​ໃນ​ແລງວັນ​
ພະຫັດ​ມື້​ນີ້ ​ເຮົາ​ຈະ​ນຳພາ​ທ່ານໄປຊົມ​ບັນຍາກາດການ​ສະ
ຫລອງ​ບຸນປີ​ໃໝ່ ພ.ສ 2557 ທີ່ ສະຖານ​ເອກອັກຄະລັດຖະ
ທູດ​ ສປປ ລາວ ທີ່​ນະຄອນຫລວງ ວໍຊິ​ງຕັນ ດີ​.ຊີ ຊຶ່ງໄດ້​ຈັດ​
ຂື້ນ​ໃນ​ວັນ​ເສົາ ທີ 26 ​ເມສາ ທີ່​ຜ່ານ​ນີ້. ພິທີສະ​ຫລອງ​ບຸນ​ດັ່ງ
ກ່າວ​ນີ້ ​ໄດ້​ປະຕິບັດ​ກັນ​ມາ​ທຸກໆ​ປີ ຊຶ່ງມີ​ບັນດາ​ຊາວ​ລາວ-
ອາເມຣິກັນ ທີ່ຢູ່ໃກ້ແລະ​ໄກ ພ້ອມດ້ວຍ​ບັນດາ​ທູດ​ຕາ​ນຸທູດ ​
ແລະແຂກຜູ້​ມີ​ກຽດ ເຂົ້າ​ຮ່ວມຢ່າງ​ຄັບ​ຄັ່ງ ຊຶ່ງ ກິ່ງ​ສະຫວັນ
ຈະ​ນຳ​ມາສະ​ເໜີ​ທ່ານ.​

Your browser doesn’t support HTML5

ຟັງລາຍງານ ການສະຫລອງບຸນປີໃໝ່ ທີ່ ສະຖານທູດ ສປປ ລາວ


ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ທ່າ​ມກາງດິນ​ຟ້າ​ອາກາດ​ອັນ​ແຈ່​ມ​ໃສ ​ຂອງລະດູບານ
ໃໝ່ ​ວັນ​ເສົາ ​ທີ 26 ເດືອນ​ເມສາ ພ.ສ 2557 ຢູ່​ທີ່ສະຖານທູດ ສປປ ລາວ ປະ​ຈຳ ນະຄອນຫລວງ ວໍ​ຊິງ​ຕັນ ດີີ​.ຊີ ​ໄດ້​ມີ​ພິທີຈັດ​ງານ​ກິນ​ລ້ຽງສັງ​ສັນ ບຸນປີ​ໃໝ່ລາວ ຕາມ​ຮິດຄອງ​ປະ​ເພນີ ດັ່ງ​ທີ່​ໄດ້​ປະຕິບັດ​ກັນ​ມາ​ແຕ່ລະ​ປີ.

ໃນ​ວັນສິລິ​ມົງຄຸນດັ່ງກ່າວ​ນີ້ ໄດ້​ມີ​ບັນດາ​ທູຕາ​ນຸ​ທູດ ປະຊາ​ຄົມ​ລາວ-ອາ​ເມຣິກັນແລະ
ແຂກ​ຕ່າງປະ​ເທດ ທີ່​ເດີນທາງ​ມາ​ຈາກ ​ທັງໃກ້​ແລະ​ໄກ ເຂົ້າ​ຮ່ວມ​ຢ່າງ​ຄັບຄັ່ງດ້ວຍໃບ
ໜ້າ​ອັນ​ຍິ້ມແຍ້ມ​ແຈ່ມ​ໃສ.

ພິ​ທີ​ໄດ້​ເລີ້ມ​ຂື້ນແຕ່​ເວ​ລາ​ສາມ​ໂມງ​ແລງ ໂດຍ​ການ​ຊົມ​ຮູບ​ເງົາ​ເອກະ​ສານກ່ຽວ​ກັບ​ ພາ
​ລະ​ກິດຕ່າງໆ ສຳ​ພັນ​ທະ​ໄມ​ຕີທາງ​ການ​ທູດ ລະ​ຫ​ວ່າງ ລັດ​ຖະ​ບານ ສ​ປ​ປ ລ​າວ ແລະ
​ບັນ​ດາ​ປະ​ເທດ​ຕ່າງໆ​ທົ່ວ​ໂລກ. ​ຫລັງ​ຈາກ​ນັ້ນ ​ກໍ​ມີ​ການຟັງລາຍ​ງານ​ຈາກ ເອກ​ອັກ​ຄະ
ລັດ​ຖະ​ທູດ ສ​ປ​ປ ລາວ ປະ​ຈຳ ສະ​ຫະ​ລັດ ພະ​ນະທ່ານ ແສງ ສຸ​ຂະ​ທິ​ວົງ ຊຶ່ງທ່ານ​ໄດ້​ລາຍ​ງານ​ຕໍ່​ບັນ​ດາ​ແຂກ​ທີ່​ເຂົ້າ​ຮ່ວ​ມ​ຮັບ​ຟັງ​ດັ່ງ​ນີ້ :

ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸກຂະທິວົງ ແລະ ພະນະທ່ານ ເອກອັກຄະລັດຖະທູດ ຂຽນ ພັນສຸລິວົງ


Your browser doesn’t support HTML5

ຟັງຄຳຖະແຫລງ ພະນະທ່ານ ເອກອັກຄະລັດຖະທູດ ແສງ ສຸກຂະທິວົງ



ຫລັງ​ຈາກ​ນັ້ນ ​ພະ​ນະ​ທ່ານ​ ດຣ. ຂຽນ ພັນ​ສຸ​ລິ​ວົງ ​ເອກ​ອັກຄະ​ລັດຖະທູດ ສ​ປ​ປ ລາວ
ປະ​ຈຳ​ ອົງການ ສະ​ຫະ​ປະ​ຊາ​ດ ຜູ້ທີ່​ຫາ​ກໍ​ເດີນທາງ​ມາ​ຮັບ​ຕຳ​ແໜ່ງ​ໃໝ່ໄດ້​ແນະນຳ​ໂຕ​
ເອງ ​ແລະກ່າວອວຍພອນ​ໃຫ້​ແກ່ ​ຕໍ່​ບັນ​ດາ​ແຂກ​ທີ່​ເຂົ້າ​ຮ່ວມ​. ກ່ອນ​ເລີ້ມ​ພິທີ​ພາກຄຳ່
ນັ້ນພະນະ​ທ່ານ ​ແສງ ​ໄດ້​ນຳພາ​ທຳ​ພິທີ່​ບາສີ ​ແບບ​ກັນເອງ​ອວຍພອນ​ໄຊ​ໃຫ້​ແກ່​ບັນ
ດາ​ທູຕານຸທູດ ຈາກ​ເພື່ອນປະ​ເທດ​ສະມາຊິກ​ອາ​ຊ່ຽນ.

ສວນ​ຫລັງ​ບ້ານ​ຂອງ ສະຖານທູດ ສປປ ລາວ ​ໄດ້​ກາຍ​ມາ​ເປັນ​ບ່ອນລື້ນເລິງ ສັງ​ສັນຊຸມ
​ແຊວ ເຕັ​ມ​ໄປ​ດ້ວຍ​ການ​ໂອ້​ລົມ​ພາສາ​ລາວ ​ເວົ້າ​ນົວ​ຫົວ​ມ່ວນ ປະກອບ​ດ້ວຍສຽງເພງ​
ລາວ ອັນ​ອອນຊອນຂອງ ຄະ​ນະ​ວົງ​ດີ​ຕີ ຫລວງ​ພ​ະ​ບາງ ຫ​ລື LPB ຈາກ​ເມືອງ
Philadelphia ລັດ Pennsylvania. ນອກ​ນັ້ນ​ກໍ​ມີ ການສະ​ແດງ​ຟ້ອນ​ພື້ນ​ເມືອງ ຂອງ​
ຄະ​ນະ Swan Dance ​ຈາກ​ປະ​ຊາ​ຄົມ​ລາວ ທີ່​ເຂດ​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ດີ.ຊີ ຕິ​ດ
​ຕາມ​ດ້ວຍ​ການ​ຮ້ອງ​ເພງຂອງ ເຍົາ​ວະ​ຊົນ​ລາວ-​ອາ​ເມ​ຣິ​ກັນ ແລະ​ ກາ​ນ​ເດີນ​ແຟ​ຊັນ​ໂຊ
ນຸ່ງເຄຶ່ອງ​ພື້ນ​ເມືອງ​ຂອງ 10 ປະ​ເທດ​ສະມາຊິກ​ອາ​ຊ່ຽນ. ວີ​ໂອ​ເອ ​ໄດ້​ມີ​ໂອກາດໂອ້​ລົມ
ຖາມ​ຂ່າວ​ຄວາມສຸກ​ທຸກ ກັບບັນດາ​ແຂກ ທີ່​ເດີນທາງ​ມາ​ຈາກຕ່າງ​ລັດ. ທ່ານຕູ້ຍ ​ເຣ
ກັນ ອາຊີບ ທະນາຍ ຄວາມ ​ໄດ້​ແ​ຕ່ງງານ​ກັບ​ ສະຕີລາວ-ອາ​ເມຣິກັນ ສາມາດ​ປາກ​
ພາສາ​ລາວ​ໄດ້​ດີ ທ່ານ​ກ່າວວ່າ :

ທ່ານ ຕູ້ຍ ເຣກັນ



Your browser doesn’t support HTML5

ຟັງການສຳພາດ ທ່ານຕູ້ຍ ເຣກັນ




ແຂກອີກຄົນ​ນຶ່ງ​ທີ່​ເດີນ​ທາງ​ມາຮ່ວ​ມໃນ​ທຸກໆ​ປີຈາກ​ລັດ Minnesota ຕັ້ງ​ຢູ່ພາກ​ກາງຂອງ ສະຫະລັດ ທ່ານ Chache Young ​ໄດ້​ໂອ້ລົ​ມກັບ ວີ​ໂອ​ເອ ວ່າ :

ທ່ານ ຊາເຢ ຍັງ


Your browser doesn’t support HTML5

ຟັງການສຳພາດ ທ່ານ ຊາເຢ ຍັງ



ສະຕີ​ລາວ-ອາ​ເມຣິກັນ ນາງ ມີ​ມີ ອ່ອນພັນສີ ກໍ​ແມ່ນ​ຄົນ​ນຶ່ງ ທີ່​ໄດ້​ເດີນທາງ​ມາຮ່ວມ
ສະຫລອງ​ເປັນ​ຄັ້ງ​ທຳອິດ​ ຈາກນະຄອນ San Diego . ນາງໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ນາງມີມີ ອ່ອນພັນສີ


Your browser doesn’t support HTML5

ຟັງການສຳພາດ ນາງມີມີ ອ່ອນພັນສີ



ບັນດາສະ​ຕີ​ລາວ-ອາ​ເມຣິກັນ ຕ່າງ​ກໍ​ພາກັນ​ນຸ່ງ​ສີ້​ນໄໝບ່ຽງ​ແພຢ່າງ​ງົດ​ງາ​ມ ອັນ​ເປັນ​ສັນຍາ​ລັກ ທີ່​ບອກ​ເຖິງ​ຄວາມ​ມັ່ງ​ຄັ່ງ​ສົມ​ບຸນ​ຂອງ ເຊື້ອ​ຊາດມູນມໍລະດົກ​ລາວ. ສິ່​ງ​ທີ່​ຂາດ​ບໍ່​ໄດ້​ນັ້ນ​ກໍ​ຄື ອາ​ຫານ​ພື້ນ​ເມືອງ​ລາວຢ່າງອຸດົມສົມບຸນ ພ້ອ​ມ​ດ້ວຍ​ເບຍ​ລາວ ແລະ​ອື່ນໆ. ພິທີ​ສະຫລອງ​ບຸນ​ປີ​ນີ້ໄດ້​ຜ່ານ​ພົ້ນ​ໄປ​ດ້ວຍຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດີ ​ບັນດາ​ແຂກ​ທີ່​ເຂົ້າ​ຮ່ວມ​ຕ່າງ​ ກໍໄດ້​ຮັບ​ປະທານ​ອາຫານ​ຢ່າງ​ແຊບນົວ​ ​ໄດ້ຮັບຄວາມມ່ວນຊື່ນ​ເປັນ​ພິ​ເສດ ​ແລະ​ກໍ​ຈະ​ກັບ​ມາ​ພົບ​ກັນ​ຕາມ​ນັດ​ໝາຍ​ອີກ​ ໃນ​ປີໜ້າ.

ການສະຫລອງ ປີໃໝ່ລາວ ທີ່ ສະຖານທູດ ສປປ ລາວ ຢູ່ວໍຊິງຕັນ ດີຊີ