ວົງການສ້າງ ຮູບເງົາລາວ ກໍາລັງ ກ້າວໄກ (ວີດິໂອ/ສະໄລດ໌)

  • ດຣ. ບົວສະຫວັນ ສິມມາລາ

ທ່ານ ອານິໄຊ ແກ້ວລາ (ທີ 2 ຈາກຊ້າຍ), ທ່ານ ໄຊສົງຄາມ ອິນດວງຈັນທີ (ທີ 1 ຈາກຂວາ) ທ່າານ ອານຸສອນ ສີຣິສັກດາ (ທີ 3 ຈາກຂວາ) ທີ່ກອງປະຊຸມນາງໆຊາດ ລາວສຶກສາ ທີ່ມະຫາວິທະຍາໄລ ວິສຄອນຊິນ ເມືອງເມດີສັນ, ລັດວິສຄອນຊິນ ທີ່ຈັດຂຶ້ນໃນ ວັນທີ 19-21 ເມສາ 2013.

ດັ່ງທີ່ໄດ້ສະເໜີໄປໃນລາຍການຊາວລາວໃນຕ່າງແດນຂອງວີ
ໂອເອໃນເດືອນແລ້ວນີ້, ສິ່ງນຶ່ງທີ່ເຮັດໃຫ້ກອງປະຊຸມນາງໆຊາດ
ລາວສຶກສາ ຄັ້ງທີ 4 ທີ່ຈັດຂຶ້ນໃນເມືອງເມດີສັນ ລັດວິສຄອນຊິນ
ຂອງສະຫະລັດ ມີລັກສະນະພິເສດ ແຕກຕ່າງໄປຈາກກອງປະ
ຊຸມຄັ້ງກ່ອນໆ ກໍຄືການນໍາສະເໜີປະສົບປະການ ໃນການພັດ
ທະນາຂະແໜງຮູບເງົາຂອງນັກວິຊາການສາມທ່ານ ທີ່ມາຈາກ
ນະຄອນຫລວງວຽງຈັນ ຊຶ່ງໄດ້ແກ່ທ່ານ ອານຸສອນ ສີຣິສັກດາ,
ທ່ານ ອານິໄຊ ແກ້ວລາ ແລະທ່ານ ໄຊສົງຄາມ ອິນດວງຈັນທີ ຊຶ່ງພວກທ່ານໄດ້ກ່າວເຖິງທັງຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃນ
ການສ້າງຮູບເງົາ. ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບ ຕໍ່ໄປ:

Your browser doesn’t support HTML5

ຟັງລາຍງານການພັດທະນາວົງການຮູບເງົາລາວ


ສະບາຍດີ​ທ່ານ​ຜູ້​ຟັງທີ່ເຄົາລົບ ຄືນ​ນີ້ ​ເຮົາ​ຂໍ​ປ່ຽນ​ບັນຍາກາດ​
ຈາ​ກການ​ຟັງ​ເລື້ອງ​ລາວ​ຂອງ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ
ມາ​ຟັງ​ເລື້ອງ​ລາວ​ກ່ຽວ​ກັບ​ຄົນ​ລາວ​ພາຍ​ໃນ​ປະ​ເທດ​ ຊຶ່ງ​ໃນ​
ຕອນທີ່​ໄປ​ຮ່ວມ​ກອງ​ປະຊຸມນາໆຊາດ ລາວສຶກສາຄັ້ງທີ 4
ທີ່ຈັດຂຶ້ນໃນເມືອງເມດີສັນ ລັດວິສຄອນຊິນໃນເດືອນເມສາ
ທີ່ຜ່ານມານັ້ນ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ໂອ້ລົມກັບ​ບຸກຄົນ​
ສາມ​ທ່ານ ທີ່​ມີ​ປະຫວັດ​ແລະ​ປະສົບ​ປະການ​ທີ່​ໜ້າ​ສົນ​ໃຈ
ໃນ​ການ​ຊ່ວຍ​ພັດ ທະນາ​ວົງ​ການ​ອຸດສາຫະກໍາ​ຮູບ​ເງົາ​ຂອງ​
ລາວ​ຂຶ້ນ​ມາ ຈຶ່ງ​ຢາກ​ນໍາ​ມາ​ເລົ່າສູ່​ທ່ານ​ຟັງ. ສາມ​ທ່ານ​ທີ່​ກ່າວ​
ນີ້ ຜູ້ທີນຶ່ງກໍ​ຄືທ່ານ ອານຸສອນ ສີຣິສັກດາ, ປະທານບໍລິສັດ
ລາວອາດ ມີເດຍ, ຊຶ່ງເປັນຢູ່ໃນວົງການສ້າງຮູບເງົາລາວ
ດົນກວ່າໝູ່ ໃນຈໍານວນສາມທ່ານທີ່ຂ້າພະ​ເຈົ້າ​ຈະນໍາສະ
ເໜີໃນຄືນນີ້.

ທ່ານອານຸສອນ ຜູ້ຊຶ່ງເປັນນັກຂຽນຫລືນັກແຕ່ງລະຄອນ ເພື່ອປະ
ກອບສ້າງເປັນຮູບເງົາ ຫລືໜັງນັ້ນເປັນທັງຜູ້ກໍາກັບການສະແດງ, ຜູ້ອໍານວຍການຜະລິດຮູບເງົາ ຫລື Producer ຂອງຮູບເງົາລາວ
ທີ່ຜະລິດໃນນາມບໍລິສັດລາວອາດມີເດຍ. ທ່ານອານຸສອນເລົ່າສູ່
ຟັງວ່າ ແຮງດົນໃຈທີ່ເຮັດໃຫ້ທ່ານຢາກເປັນຜູ້ສ້າງໜັງກໍຄື ຄວາມ
ມັກຮັກໃນດ້ານການ ສະແດງ, ມັກເບິ່ງຮູບເງົາ ແລະກໍເປັນຄົນມີ
ຫົວຄິດປະດິດສ້າງ ມັກຂີດ ມັກຂຽນ, ມັກເຮັດສິ່ງໃໝ່ໆຂຶ້ນມາ ດັ່ງ
ທ່ານໄດ້ເລົ່າເຖິງປະຫວັດການ ເປັນມາ ແລະແຮງດົນໃຈຂອງ
ທ່ານວ່າ:

Your browser doesn’t support HTML5

ຟັງສຽງທ່ານອານຸສອນ 1


ມາຮອດປັດຈຸບັນນີ້ ບໍລິສັດລາວອາດມີເດຍ ໄດ້ຜະລິດໜັງລວມ
ທັງໝົດ 13 ເລື້ອງ ແລະເລື້ອງທີ່ເດັ່ນທີ່ສຸດກໍຄື ເລື້ອງສະບາຍດີ
ຫລວງພະບາງ ຊຶ່ງເປັນປະສົບການໃໝ່ສໍາລັບລາວ ໃນການສ້າງ
ໜັງຮ່ວມກັບວົງການ ສ້າງຮູບເງົາຕ່າງປະເທດ ກໍຄືໄທ ເພື່ອສ້າງ
ໜັງໃນເມືອງລາວ, ຊຶ່ງທ່ານໄດ້ເລົ່າເຖິງຄວາມຫຍຸ້ງຍາກຫລືປະສົບການຕ່າງໆໃຫ້ຟັງວ່າ:

Your browser doesn’t support HTML5

ຟັງສຽງທ່ານອານຸສອນ 2


ເບິ່ງວີດິໂອກ່ຽວກັບການສ້າງຮູບເງົາໂດຍສາມທ່ານເປັນພາສາອັງກິດ

Your browser doesn’t support HTML5

ປະສົບປະການ ໃນການພັດທະນາ ສ້າງຮູບເງົາລາວ


ມາຮອດປັດຈຸບັນນີ້ ບໍລິສັດລາວອາດມີເດຍ ໄດ້ຜະລິດໜັງລວມທັງໝົດ 13 ເລື້ອງ ແລະ
ເລື້ອງທີ່ເດັ່ນທີ່ສຸດກໍຄື ເລື້ອງສະບາຍດີຫລວງພະບາງ ຊຶ່ງ ເປັນປະສົບການໃໝ່ສໍາລັບລາວ
ໃນການສ້າງໜັງຮ່ວມກັບວົງການສ້າງຮູບເງົາຕ່າງປະເທດ ກໍຄືໄທ ເພື່ອສ້າງໜັງໃນເມືອງ
ລາວ ແລະຊຶ່ງ ອ້າຍໄດ້ເລົ່າເຖິງຄວາມຫຍຸ້ງຍາກ ຫລືປະສົບການຕ່າງໆໃຫ້ຟັງວ່າ:

ນອກນັ້ນ ເລື້ອງສະບາຍດີຫລວງພະບາງ 1 ແມ່ນໄດ້ຮັບການຕອບຮັບຈາກຜູ້ຊົມຫລາຍ
ທີ່ສຸດຮອງລົງມາກໍເມ່ນເລື້ອງຂໍພຽງຮັກ ສ່ວນເລື້ອງທີ່ ຫາກໍນໍາອອກສາຍໃນມໍ່ໆມານີ້ ກໍຄື
ເລື້ອງຈັນທະລີ ແລະເລື້ອງຈະນໍາ ອອກສາຍໃນໄວໆນີ້ແມ່ນ ເລື້ອງບ່າຍໂມງວັນອາທິດ ຊຶ່ງທ່ານອະນຸ ສອນໄດ້ເວົ້າເຖິງປະສົບປະການໃນການສ້າງເລື້ອງຕ່າງໆນັ້ນວ່າ:

Your browser doesn’t support HTML5

ຟັງສຽງທ່ານອານຸສອນ 3

ທ່ານອານິໄຊ ແກ້ວລາ ຜູ້ສ້າງຮູບເງົາເລື້ອງປາຍທາງ ທີ່ໄດ້ຮັບລາງວັນ ຮູບເງົາດີເດັ່ນ, ຜູ້ກໍາກັບການສະແດງທີ່ດີເດັ່ນ, ນັກສະແດງຊາຍທີ່ດີເດັ່ນ, ແລະການປະກອບສຽງທີ່ດີເດັ່ນ ຈາກລາງວັນ ນາກຄໍາລາວເອັນເທີເທັນເມັນ ປີ 2012, ຊຶ່ງເປັນຄັ້ງທີສອງ ທີ່ມີ ການຕັ້ງລາງວັນນີ້ມາ



ອີກຜູ້ນຶ່ງທີ່ມີບົດບາດໃນການພັດທະນາອຸດສາຫະກໍາຮູບເງົາ
ລາວຂຶ້ນມາ ກໍຄື ທ່ານອານິໄຊ ແກ້ວລາ ຊຶ່ງເປັນນຶ່ງໃນສິບຄົນ
ທີ່ກໍ່ຕັ້ງກຸ່ມສ້າງ ຮູບເງົາລາວນີວເວັຟ ຊີເນມາ ຫລື Lao New
Wave Cinema. ຍ້ອນມີຄວາມມຸ້ງໝັ້ນປັ້ນໃຈຢາກສ້າງຮູບ
ເງົາລາວຢ່າ​ງແຮງກ້າໃນໄລຍະທີ່ຮຽນປະລິນຍາໂທ ຢູ່ມະຫາ
ວິທະຍາໄລຈຸລາລົງກອນ ກໍຄື ຊ່ວງປີ 2009 ຫາ 2012 ນັ້ນ
ອານິໄຊ ໄດ້ກັບໄປສ້າງຮູບເງົາຢູ່ລາວໃຫ້ເປັນໜັງໃຫຍ່ທີ່ສາຍ
ໃນໂຮງຮູບເງົາເລີຍ ແທນທີ່ຈະເຮັດເລື້ອງສັ້ນເພື່ອໃຫ້ຄົບ
ເງື່ອນ ໄຂຂອງການເຮັດບົດວິທະຍານິພົນໃນວິຊາສ້າງ ຮູບ
ເງົາຂອງຕົນເອງ ດັ່ງທີ່ ອານິໄຊ ເລົ່າສູ່ຟັງວ່າ:

Your browser doesn’t support HTML5

ຟັງສຽງທ່ານອານິໄຊ 1


ເບິ່ງສາກນຶ່ງຂອງເລື້ອງປາຍທາງທີ່ໄດ້ຮັບລາງວັນດີເດັ່ນ (ວີດິໂອຈາກ ລາວນີວເວັຟ)

http://www.youtube.com/embed/u5Qo9nSkovU?feature=player_detailpage


ແລະໃນການສ້າງຮູບເງົາເລື້ອງປາຍທາງ ຫລື At the Horizon ອານິໄຊໄດ້ລວມລວມເອົາ
ນ້ອງໆຜູ້ມີຈິດໃຈຢາກຮຽນຮູ້ ແລະຮັກວຽກງານການສະແດງ, ມີນໍ້າໃຈຢາກສົ່ງເສີມຮູບ
ເງົາລາວເຂົ້າມາຮ່ວມໂຄງການສ້າງໜັງຂອງຕົນແລະພວກກ່ຽວກໍພາກັນເສຍສະລະເຫື່ອ
ແຮງແລະປະກອບສ່ວນດ້ານຕ່າງໆ ຊຶ່ງລວມທັງການເຂົ້າຮ່ວມການສະແດງ, ບໍລິຈາກວັດ
ຖຸ ຫລືການບໍລິການຕ່າໆ ເຮັດໃຫ້ການສ້າງຮູບເງົາເລື້ອງນີ້ສໍາເລັດຜົນ ຊຶ່ງອານິໄຊເລົ່າຕໍ່
ໄປດ້ວຍຄວາມປຶ້ມໃຈວ່າ:

Your browser doesn’t support HTML5

ຟັງສຽງທ່ານອານິໄຊ 2

ທ່ານ ໄຊສົງຄາມ ອິນດວງຈັນທີ ແລະທີມງານລາວນີວເວັຟຊີເນມາ ກັບທີມງານສະແດງເລື້ອງ ຮັກນີ້ທີ່ວຽງຈັນ


ຜູ້ທີສາມທີ່ມີບົດບາດໃນວົງການສ້າງຮູບເງົາລາວ ກໍໄດ້ແກ່
ທ່ານໄຊສົງຄາມ ອິນດວງຈັນທີ ທີ່ມາຈາກສະຫວັນນະເຂດ
ເຊັ່ນກັນກັບທ່ານອະນຸສອນ ແລະກໍເປັນຜູ້ນຶ່ງຮ່ວມກໍ່ຕັ້ງບໍລິສັດ
Lao New Wave Cinema ນໍາອານິໄຊ. ເບື້ອງຕົ້ນໄຊສົງ
ຄາມ ໄປຮຽນການຜະລິດລາຍ ການໂທລະພາບທີ່ສິງກະໂປ ແລະຈາກນັ້ນກໍໄປຮຽນຕໍ່ທີ່ນະຄອນຊິດນີຂອງອອສເຕຣເລຍ
ເລື້ອງຜະລິດວີດິໂອ ຊຶ່ງກໍໄດ້ສ້າງຮູບເງົາສາລະຄະດີເລື້ອງ
Lost in Transition ທີ່ເວົ້າເຖິງຄວາມຫຍຸ້ງຍາກ ໃນການ
ຖ່າຍທອດ ວັດທະນະທໍາ ຫລືຄວາມເປັນລາວຂອງຄົນລຸ້ນ
ທໍາອິດທີ່ໄປຕົກໃນອອສ ເຕຣເລຍ ໃຫ້ແກ່ລຸ້ນລູກລຸ້ນຫລານ
ຕໍ່ໄປ ໂດຍເປັນບົດວິທະຍານິພົນ ປະລິນຍາໂທຊຶ່ງໄຊສົງຄາມໄດ້ເລົ່າກ່ຽວກັບຮູບເງົາເລື້ອງ
ນີ້ ສູ່ຟັງວ່າ:

Your browser doesn’t support HTML5

ຟັງສຽງທ່ານໄຊສົງຄາມ 1


ສາກນຶ່ງຂອງຮູບເງົາເລື້ອງ "ຮັກອໍ່າຫລໍ່າ" ທີ່ເລີ້ມສາຍຢູ່ໃນປະເທດໄທ ໃນວັນທີ 27 ມິຖຸນາຜ່ານມານີ້ (ວີດິໂອຈາກບໍລິສັດລາວນີວເວັຟຊີເນມາ)

http://www.youtube.com/embed/09Jt0DCMDko?feature=player_detailpage


ດ້ວຍຈິດໃຈຝັກໄຝ່ໃນການສ້າງຮູບເງົາ ໄຊສົງຄາມຈຶ່ງໄດ້ສະແຫວງຫາການສຶກສາໃນຂະ
ແໜງນີ້ຕໍ່ໄປ ຊຶ່ງຜູ້ກ່ຽວກໍໄດ້ຮັບທຶນ Fulbright ໃຫ້ ສຶກສາຕໍ່ໃນຂັ້ນປະລິນຍາໂທອີກທີ່
ນະຄອນນີວຢອກ ໃນເລື້ອງຂຽນບົດແລະກໍາກັບການສະແດງຮູບເງົາເປັນການສະເພາະ ທີ່
ຈະເລີ້ມຕົ້ນຂຶ້ນໃນ ເດືອນກັນຍາທີ່ຈະມາເຖິງນີ້ ຊຶ່ງລາວມີຄວາມຕັ້ງໃຈວ່າຈະຮຽນໃຫ້ຈົບ
ແລ້ວກັບຄືນໄປພັດທະນາວົງການນີ້ຕໍ່ໄປ ໃນບ້ານເກີດເມືອງນອນຂອງຕົນ ໄຊສົງຄາມ
ໄດ້ສະແດງຄວາມຮູ້ສຶກອອກມາວ່າ:

Your browser doesn’t support HTML5

ຟັງສຽງທ່ານໄຊສົງຄາມ 2


ເນື່ອງຈາກວ່າອຸດສະຫະກໍາການສ້າງຮູບເງົາລາວຍັງອ່ອນນ້ອຍຢູ່ ສະນັ້ນ ຈຶ່ງ​ແນ່ນອນ​ວ່າ
ຜູ້ທີ່ຢູ່ໃນວົງການນີ້ຕ້ອງໄດ້ຜ່ານຜ່າອຸປະສັກນາໆປະການຊຶ່ງອຸປະສັກອັນຕົ້ນຕໍ ກໍໄດ້ແກ່
ການຂາດວັດທະນະທໍາ ໃນການເບິ່ງ ໜັງໃນສັງຄົມລາວ ຊຶ່ງທ່ານອານຸສອນເວົ້າສູ່ຟັງ
ວ່າ ຄັ້ງນຶ່ງ ກໍຄືສະໄໝທີ່ຍັງເປັນໄວໜຸ່ມ ໃນຊຸມຕົ້ນປີ 1970 ນັ້ນ ວົງການນີ້ແມ່ນກໍາລັງ
ຄຶກ ຄັກດີ ແຕ່ພາຍຫລັງປະເທດຊາດປ່ຽນແປງການປົກຄອງວັດທະນະທໍາໃນການໄປ
ເບິ່ງຮູບເງົາຢູ່ໃນໂຮງ ກໍຄ່ອຍຈາງຫາຍໄປ ຈົນມາຮອດຊຸມປີ ມໍ່ໆມາ ນີ້ຄວາມນິຍົມດ້ານນີ້
ຈຶ່ງຄ່ອຍໆ ຟື້ນຕົວຄືນມາ. ທ່ານອານຸສອນ ໄດ້ໃຫ້ຄໍາເຫັນວ່າ:

Your browser doesn’t support HTML5

ຟັງສຽງທ່ານອານຸສອນ 4


ອານິໄຊ ກໍເຫັນພ້ອມເຊັ່ນກັນວ່າ ການສົ່ງເສີມວັດທະນະທໍາໃນການເບິ່ງຮູບເງົາຂອງ
ຄົນລຸ້ນໃໝ່ນັ້ນ ມີຄວາມສໍາຄັນເປັນຢ່າງຍິ່ງ ຊຶ່ງອານິໄຊໃຫ້ຄໍາເຫັນວ່າ:

Your browser doesn’t support HTML5

ຟັງສຽງທ່ານອານິໄຊ 4


ຂໍ້ຫຍຸ້ງຍາກອີກອັນນຶ່ງໃນການພັດທະນາອຸດສະຫະກໍານີ້ຢູ່ໃນລາວ ກໍແມ່ນບັນຫາຂາດການ
ບັງຄັບໃຊ້ເລື້ອງລະບຽບການດ້ານຊັບສິນທາງ ປັນຍາຢ່າງເຄັ່ງຄັດ ດັ່ງທີ່ທ່ານອານຸສອນ
ໃຫ້ສະແດງຄວາມເປັນຫ່ວງວ່າ:

Your browser doesn’t support HTML5

ຟັງສຽງທ່ານອານຸສອນ 5


ພ້ອມກັນນັ້ນ ທ່ານອານຸສອນໄດ້​ຮ້ອງຂໍໃຫ້ຄົນລາວ ທັງຢູ່ໃນແລະນອກ ປະເທດ ຮ່ວມມື
ກັນສະໜັບສະໜຸນວົງການສ້າງໜັງລາວວ່າ:

Your browser doesn’t support HTML5

ຟັງສຽງທ່ານອານຸສອນ 6


ແລະອານິໄຊກໍເຫັນດີນໍາວ່າ ການສົ່ງເສີມວົງການສ້າງຮູບເງົາ ຈະຕ້ອງມີການປະກອບ
ສ່ວນຂອງພາກສ່ວນຕ່າງໆ ໃນຫລາຍຮູບ ຫລາຍແບບ ຊຶ່ງອານິໄຊບອກວ່າ:

Your browser doesn’t support HTML5

ຟັງສຽງທ່ານອານິໄຊ 3


ທ້າຍສຸດ ທ່ານອານຸສອນກໍມີຄວາມຝາກເຖິງຄົນລຸ້ນນ້ອງໆ ທີ່ສົນໃຈຮຽນຮູ້ ໃນການສ້າງຮູບເງົາ ຫລືຮັກການສະແດງວ່າ:

Your browser doesn’t support HTML5

ຟັງສຽງທ່ານອານຸສອນ 7


ພ້ອມກັນນີ້ ຂ້າພະ​ເຈົ້າ ບົວສະຫວັນ ຜູ້ດໍາເນີນລາຍການຊາວລາວໃນຕ່າງແດນ ສໍາລັບ
ຄໍ່າຄືນນີ້ ຈະນໍາບົດສໍາພາດກັບນັກຄົ້ນຄວ້າຈາກຕ່າງ ປະເທດ ເຊັ່ນໄທ ແລະຍີ່ປຸ່ນ ທີ່ໄດ້
ໄປທໍາການຄົ້ນຄວ້າຢູ່ລາວ ຫລືຄົ້ນຄວ້າກ່ຽວກັບວັດທະນະທໍາຂອງຄົນເຊື້ອສາຍລາວຢູ່
ຕ່າງປະເທດ ມາສະ ເໜີທ່ານໃນວັນທີ 18 ເດືອນໜ້າ. ຂໍຂອບໃຈທຸກໆທ່ານທີ່ຄອຍຕິດຕາມ ຟັງວີໂອເອ.

ເບິ່ງປະມວນພາບກ່ຽວກັບການສ້າງຮູບເງົາໃນລາວ

ປະມວນພາບ ກ່ຽວກັບ ການພັດທະນາ ໃນວົງການ ຮູບເງົາລາວ