ປະສົບປະການໃນການລ້າງຮູບເງົາລາວ ໂດຍທ່ານ ອານິໄຊ ແກ້ວລາ, ທ່ານ ອານຸສອນ ສີຣິສັກດາ ແລະທ່ານ ໄຊສົງຄາມ ອິນດວງຈັນທີ ຈາກນະຄອນວຽງຈັນ.
ປະມວນພາບ ກ່ຽວກັບ ການພັດທະນາ ໃນວົງການ ຮູບເງົາລາວ

໑
ທ່ານ ອານິໄຊ ແກ້ວລາ (ທີ 2 ຈາກຊ້າຍ) ທ່ານ ອານຸສອນ ສີຣິສັກດາ (ທີ 3 ຈາກຂວາ), ແລະ ທ່ານ ໄຊສົງຄາມ ອິນດວງຈັນທີ (ທີ 1 ຈາກຂວາ) ຖ່າຍຮູບຮ່ວມກັບຄະນະບັນລະບາຍ ແລະກໍາກັບການບັນລະຍາຍ ກ່ຽວກັບ ປະສົບການ ການພັດທະນາວົງການຮູບເງົາລາວ ທີ່ກອງປະຊຸມນາໆຊາດລາວສຶກສາຄັ້ງທີ 4.

໒
ທ່ານ ໄຊສົງຄາມ ອິນດວງຈັນທີ ແລະທີມງານລາວນີວເວັຟຊີເນມາ ກັບທີມງານສະແດງເລື້ອງ "ຮັກນີ້ທີ່ວຽງຈັນ", ທີ່ຈະນໍາອອກສາຍໃນອານາຄົດອັນໃກ້ນີ້.

໓
ອານິໄຊ ແກ້ວລາເບິ່ງການທໍາງານຂອງທີມງານຂອງບໍລິສັດ ລາວນີວເວັຟ ຊີເນມາ

໔
ທ່ານອານິໄຊ ແກ້ວລາ ຜູ້ສ້າງຮູບເງົາເລື້ອງປາຍທາງ ທີ່ໄດ້ຮັບລາງວັນ ຮູບເງົາດີເດັ່ນ, ຜູ້ກໍາກັບການສະແດງທີ່ດີເດັ່ນ, ນັກສະແດງຊາຍທີ່ດີເດັ່ນ, ແລະການປະກອບສຽງທີ່ດີເດັ່ນ ຈາກລາງວັນຂອງການບັນເທິງນາກຄໍາລາວປະຈໍາປີ 2012, ຊຶ່ງເປັນປີທີສອງ ທີມີການມອບລາງວັນນີ້ມາ.