ລາວຈະພະຍາຍາມໃຫ້ຄວາມສະດວກ ແກ່ຄົນລາວໃນຕ່າງປະເທດ ໃນການກັບຄືນໄປລາວ

ຄະນະຜູ້ຕາງໜ້າຄົນລາວໃນຕ່າງປະເທດ ທີ່ກັບຄືນເມື່ອຮ່ວມງານສະເຫລີມສະຫລອງວັນສະຖາປະນານະຄອນ ຫລວງວຽງຈັນ ຄົບຮອບ 450 ປີ ໄດ້ເຂົ້າພົບສະມາຊິກສະພາແຫ່ງຊາດລາວ ທີ່ຕຶກສະພາແຫ່ງຊາດໃນ ນະຄອນຫລວງວຽງຈັນ, ເດືອນພະຈິກ 2010.

ເຈົ້າໜ້າທີ່ຂັ້ນສູງຂອງລາວຢືນຢັນວ່າລັດຖະບານລາວກໍາລັງພິຈາລະນາມາດຕະການອໍານວຍ ຄວາມສະດວກໃຫ້ແກ່ພີ່ນ້ອງຄົນລາວໃນຕ່າງປະເທດເພື່ອໃຫ້ເດີນທາງກັບຄືນໄປລາວຫລາຍ ຂຶ້ນນັບມື້.

ພາຍຫລັງຈາກປະສົບຜົນສໍາເລັດໃນການດໍາເນີນແຜນການ
ເສີມສ້າງການປອງດອງລະຫວ່າງຄົນລາວດ້ວຍກັນ ໂດຍ
ໄດ້ຮັບການຕອບສະໜອງເປັນຢ່າງດີຈາກຄົນລາວໃນຕ່າງ
ປະເທດຈໍານວນຫລາຍກວ່າໝື່ນຄົນທັງທີ່ຖືກເຊີນ ແລະ
ສະມັກໃຈດ້ວຍຕົນເອງ ໃນການເດີນທາງກັບຄືນໄປລາວ
ເພື່ອຮ່ວມການສະເຫລີມສະຫລອງການສະຖາປະນານະ
ຄອນວຽງຈັນຄົບຮອບ 450 ປີ ໃນລະຫວ່າງວັນທີ 15-
21 ເດືອນພະຈິກທີ່ຜ່ານມານັ້ນ ທ່ານອ້ວນ ພົມມະຈັກ,
ເອກອັກຄະລັດຖະທູດລາວປະຈໍາປະເທດໄທກໍໄດ້ໃຫ້ການ
ຢືນຢັນກັບວີໂອເວວ່າ ລັດຖະບານລາວຈະຍັງຄົງສືບຕໍ່
ການດໍາເນີນແຜນການດັ່ງກ່າວຕໍ່ໄປຢ່າງບໍ່ຢຸດຢັ້ງ.

ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ

ໃນປັດຈຸບັນນີ້ ລັດຖະບານລາວກໍ
ກໍາລັງຢູ່ໃນລະຫວ່າງການພິຈາ
ລະນາຫາມາດຕະການຕ່າງໆທີ່
ຈະເປັນການອໍານວຍຄວາມສະ
ດວກໃຫ້ກັບພີ່ນ້ອງຄົນລາວໃນ
ຕ່າງປະເທດ ເພື່ອໃຫ້ເດີນທາງ
ກັບຄືນໄປລົງທຶນຫລືຢ້ຽມຢາມ
ຍາດຕິພີ່ນ້ອງຢູ່ໃນລາວໃຫ້ຫລາຍ
ຂຶ້ນນັບມື້ ດັ່ງທ່ານອ້ວນໄດ້ໃຫ້
ການຊີ້ແຈງວ່າ:

“ລັດຖະບານລາວມີແນວທາງອັນແນ່ວແນ່ສໍາລັບພີ່ນ້ອງຊາວລາວທີ່ຢູ່ຕ່າງປະເທດ
ໃຫ້ເຂົ້າມາລົງທຶນ ເຂົ້າມາຢ້ຽມຢາມຄອບຄົວພີ່ນ້ອງ. ທຸກວັນນີ້ ລັດຖະບານລາວ
ກະມີນະໂຍບາຍອັນຈະແຈ້ງມາແຕ່ນານ ແລ້ວແລະໃນໂອກາດການສະເຫລີມ
ສະຫລອງນະຄອນຫລວງວຽງຈັນຄົບຮອບ 450 ປີ ກະໄດ້ມີຜູ້ແທນຂອງພີ່ນ້ອງ
ຊາວລາວໃນຕ່າງປະເທດ 200 ກວ່າຄົນທີ່ໄດ້ມາເຫັນຕົວຈິງ. ຈັ່ງຊັ້ນໃນໂອກາດ
ອັນເປັນມຸງຄຸນອັນນີ້ ຂ້າພະເຈົ້າກໍຂໍເຊີນພີ່ນ້ອງຊາວລາວໃນຕ່າງປະເທດຈົ່ງໄດ້
ເຂົ້າມາຢ້ຽມຢາມປະເທດຊາດບ້ານເກີດເມືອງນອນຂອງຕົນ ດັ່ງສຸພາສິດລາວວ່າ
ສິບປາກເວົ້າບໍ່ເທົ່າຕາເຫັນ.”

ທາງການລາວໄດ້ຍົກເວັ້ນການເກັບຄ່າທໍານຽມວິຊ່າ ໃຫ້ກັບບັນດາຄົນລາວຈາກຕ່າງປະ
ເທດທຸກຄົນ ທີ່ເດີນທາງກັບຄືນໄປລາວໃນໂອກາດການສະເຫລີມສະຫລອງນະຄອນວຽງ
ຈັນຄົບຮອບ 450 ປີດັ່ງກ່າວ. ສ່ວນໃນໄລຍະຕໍ່ໄປນີ້ ກໍຈະອໍານວຍຄວາມສະດວກໃນການ
ເດີນທາງໄປມາ. ການແຕ່ງດອງລະຫວາງຄົນລາວທີ່ຢູ່ໃນກັບຄົນລາວທີ່ຢູ່ນອກປະເທດຫລື
ການມາຢູ່ລາວຢ່າງຖາວອນນັ້ນ ກໍຈະອໍານວຍຄວາມສະດວກໃນດ້ານນິຕິກໍາໃຫ້ ໃນລັກສະ
ນະທີ່ບໍ່ໃຫ້ສູນເສຍຜົນປະໂຫຍດ ທີ່ມີຢູ່ໃນຕ່າງປະເທດ ລວມທັງຍັງຈະໃຫ້ກໍາມະສິດໃນ
ບ່ອນຢູ່ອາໃສ ແລະອະສັງຫາລິມະຊັບຕ່າງໆໃນລາວດ້ວຍ.

ນິຕິກໍາທີ່ສໍາຄັນອັນນຶ່ງທີ່ທາງການກະຊວງຕ່າງປະເທດຂອງລາວໄດ້ດໍາເນີນການຮ່າງແລະ
ຈັດທໍາສໍາເລັດແລ້ວ ແລະຍັງຄົງລໍຖ້າພຽງການອະນຸມັດຈາກນາຍົກລັດຖະມົນຕີຢ່າງເປັນທາງ
ການເທົ່ານັ້ນ ໃນຂະນະນີ້ ກໍຄືດໍາລັດວ່າດ້ວຍການໃຫ້ສິດໃນການຖືຄອງແລະເປັນເຈົ້າຂອງ
ທີ່ດິນໃນລາວ ແກ່ຄົນລາວໃນຕ່າງປະເທດທີ່ຕ້ອງການຈະເດີນທາງກັບຄືນມາຢູ່ໃນລາວຢ່າງ
ຖາວອນ.

ກ່ອນໜ້ານີ້ ກະຊວງຕ່າງປະເທດຂອງລາວກໍໄດ້ທໍາການສຶກສາວິໄຈກ່ຽວກັບການສະໜັບ
ສະໜຸນສົ່ງເສີມ ແລະອໍານວຍຄວາມສະດວກໃຫ້ຄົນລາວໃນຕ່າງປະເທດ ທີ່ຕ້ອງການຈະ
ເດີນທາງກັບຄືນລາວ ຊຶ່ງກໍພົບວ່າຈະສົ່ງຜົນດີຢ່າງຍິ່ງຕໍ່ການພັດທະນາລາວໃຫ້ຈະເລີນ ກ້າວໜ້າຢ່າງເທົ່າທັນກັບປະເທດຕ່າງໆ ທັງໃນພູມິພາກເອເຊຍຕາເວັນອອກສຽງໃຕ້ດ້ວຍ ກັນແລະໃນພູມພາກອື່ນໄດ້ໄວຂຶ້ນ.

ທາງການລັດຖະບານລາວໄດ້ປະກາດການດໍາເນີນນະໂຍບາຍເພື່ອດຶງດູດເອົາຄົນລາວໃນ
ຕ່າງປະເທດກັບຄືນມາລາວນັບຕັ້ງແຕ່ປີ 2009 ເປັນຕົ້ນມາ ດ້ວຍຫວັງວ່າຄົນລາວໃນຕ່າງ
ປະເທດນັ້ນ ຈະປະກອບສ່ວນຢ່າງສໍາຄັນເຂົ້າໃນການພັດທະນາປະເທດລາວ ໃຫ້ມີຄວາມ
ຈະເລີນກ້າວໜ້າຍິ່ງໆຂຶ້ນ ລວມທັງຍັງຈະມີສ່ວນຢ່າງສໍາຄັນໃນການເຮັດໃຫ້ປະຊາຊົນລາວ ຫລຸດພົ້ນຈາກຄວາມທຸກຈົນໄດ້ພາຍໃນປີ 2015 ແລະເຮັດໃຫ້ລາວຫລຸດພົ້ນຈາກສະພາບ
ດ້ອຍພັດທະນາໃນປີ 2020 ອີກດ້ວຍ ເນື່ອງຈາກວ່າມີຄົນລາວໃນຕ່າງປະເທດຈໍານວນ
ບໍ່ໜ້ອຍທີ່ມີຄວາມຮູ້ ຄວາມສາມາດໃນວິທະຍາການສະໄໝໃໝ່, ລວມທັງຍັງມີເງິນທຶນ ທີ່ສາມາດຈະນໍາເຂົ້າໃນການລົງທຶນໃນລາວ ໄດ້ຫລາຍຂຶ້ນນັບມື້ອີກດ້ວຍ.