ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນຄ່ຳຄືນນີ້ ວີໂອເອລາວ ຈະນຳທ່ານໄປພົບກັບ ຍານາງແສງມະນີ ສີຣິດາວົງ ຜູ້ທີ່ມີຄວາມດຸໝັ່ນ ຂະຫຍັນໝັ່ນພຽນ ຊອກຫາໂອກາດເພື່ອຮ່ຳຮຽນເອົາຄວາມຮູ້ ໄປພ້ອມໆກັບການສ້າງຕັ້ງຄອບຄົວ ຕັ້ງແຕ່ໄດ້ເດີນທາງເຂົ້າມາໃນສະຫະລັດ ແລະປະກອບສ່ວນຮັບໃຊ້ສັງຄົມລາວ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ຍານາງແສງມະນີ ສີຣິດາວົງ ມີຄວາມຂະຫຍັນໝັ່ນພຽນ ຮ່ຳຮຽນ ຈົນໄດ້ເປັນນັກບັນຊີ ທີ່ໜ້າເຊື່ອຖື ໃຫ້ບໍລິສັດໃຫຍ່ຕ່າງໆ
ຄວາມໄຝ່ຝັນຂອງແມ່ຍິງຄົນນຶ່ງ ຕັ້ງແຕ່ຕອນຍັງນ້ອຍ ກໍຄືວ່າ ຢາກເປັນທະນາຍຄວາມ ແຕ່ຍ້ອນສະພາບເສດຖະກິດຂອງຄອບຄົວເປັນຊົນຊັ້ນກາງ ອີກທັງເປັນເພດຍິງ ຊຶ່ງໂດຍສ່ວນໃຫຍ່ແລ້ວ ກໍຈະບໍ່ໄດ້ຮັບການສະໜັບສະໜຸນ ໃຫ້ຮ່ຳຮຽນເຖິງຊັ້ນສູງຫຼາຍກວ່າເພດຊາຍ ແຕ່ສຳລັບແມ່ຍິງທ່ານນີ້ແລ້ວ ເພິ່ນໂຊກດີທີ່ມີແມ່ ສົ່ງເສີມ ຜູ້ທີ່ມີອາຊີບຂາຍລູກຊີ້ນ ເພື່ອສົ່ງເສຍໃຫ້ເພິ່ນໄດ້ໄປຮ່ຳຮຽນ ຢູ່ໂຮງຮຽນລາວອັງກິດຂອງເອກະຊົນ ດັ່ງທີ່ຍານາງໄດ້ເລົ່າໃຫ້ວີໂອເອຟັງ. ຍານາງມີຖິ່ນຖານບ້ານເກີດຢູ່ເຂດທາດຫຼວງ ນະຄອນຫຼວງວຽງຈັນ ດັ່ງທີ່ເພິ່ນກ່າວວ່າ:
Your browser doesn’t support HTML5
ຍານາງແສງມະນີ ກ່າວແນະນຳຕົນ
ຫຼັງຈາກໄດ້ມີການປ່ຽນແປງການປົກຄອງຢູ່ໃນລາວ ເສັ້ນທາງການອົບພະຍົບຂອງຍານາງແສງມະນີ ເລີ້ມຕົ້ນຂຶ້ນໃນຊຸມປີ 1980 ຊຶ່ງຍານາງເລົ່າໃຫ້ຟັງວ່າ:
Your browser doesn’t support HTML5
ຍານາງແສງມະນີ ກ່າວກ່ຽວກັບການອົບພະຍົບຂ້າມໄປຝັ່ງໄທ
ຫຼັງຈາກທີ່ໄດ້ອາໄສຢູ່ໃນສູນອົບພະຍົບໃນຈັງວັດໜອງຄາຍ ບໍ່ດົນ ແລະກໍໄດ້ສືບຕໍ່ຮ່ຳຮຽນພາສາອັງກິດຢູ່ໃນສູນເລື້ອຍມາ ໃນປີດຽວກັນນັ້ນ ກໍໄດ້ເດີນທາງຕໍ່ໄປປະເທດຟີລິບປິນ ດັ່ງທີ່ເພິ່ນກ່າວວ່າ:
Your browser doesn’t support HTML5
ຍານາງແສງມະນີ ກ່າວກ່ຽວກັບການເດີນທາງອອກຈາກໄທໄປຟີລິບປິນ
ການຮ່ຳຮຽນພາສາອັງກິດ ກໍຍັງມີຢູ່ຕໍ່ເນື່ອງເມື່ອໄປເຖິງສູນອົບພະຍົບ ຢູ່ໃນປະ ເທດຟີລິບປິນ ຊຶ່ງເພິ່ນອາໄສຢູ່ໃນສູນອົບພະຍົບນີ້ ຕື່ມອີກ 7 ເດືອນ ແລະກ້າວເຂົ້າສູ່ປີ 1981 ຈຶ່ງໄດ້ອອກເດີນທາງໄປປະເທດສະຫະລັດ ຫາພີ່ນ້ອງຂອງເພິ່ນຢູ່ທີ່ລັດໂຄໂລຣາໂດ ແຕ່ກ່ອນຈະໄປຮອດຈຸດໝາຍປາຍທາງ ຄອບຄົວຂອງເພິ່ນໄດ້ໄປແວ່ເຊົາຢູ່ໃນລັດຄາລີຟໍເນຍ ດັ່ງທີ່ຍານາງເລົ່າໃຫ້ຟັງວ່າ:
Your browser doesn’t support HTML5
ຍານາງແສງມະນີ ກ່າວກ່ຽວກັບການເດີນທາງໄປສະຫະລັດອາເມຣິກາ
ເມື່ອໄດ້ເດີນທາງຮອດເມືອງເດັນເວີແລ້ວ ຄອບຄົວເພິ່ນກໍໄດ້ອາໄສຢູ່ນຳລຸງແລະປ້າ ພາຍໃນບໍ່ເທົ່າໃດເດືອນ ຍານາງແສງມະນີ ກໍໄດ້ເລີ້ມຕົ້ນຫາວຽກເຮັດງານທຳ ດັ່ງທີ່ເພິ່ນກ່າວໃຫ້ຟັງເຖິງສະຖານທີ່ເຮັດວຽກແລະຊຸມຊົນຊາວລາວ ຢູ່ໃນເຂດເມືອງເດັນເວີ ໃຫ້ຟັງວ່າ:
Your browser doesn’t support HTML5
ຍານາງແສງມະນີ ກ່າວກ່ຽວກັບການຕັ້ງຕົ້ນຊີວິດໃນນະຄອນເດັນເວີ
ໃນຂະນະທີ່ໄດ້ເຮັດວຽກຢູ່ໂຮງງານຜະລິດບາຫຼອດແທກອຸນຫະພູມ ແລະໄດ້ມີລູກສາວຄົນທຳອິດ ການສຶກສາຂອງຍານາງ ກໍຕ້ອງໄດ້ຖືກໂຈະໄວ້ ແລ້ວຄອບຄົວຂອງເພິ່ນກໍຕ້ອງໄດ້ຍົກຍ້າຍຊ້າຍສວຍ ໄປຫາບ່ອນຢູ່ຂອງຕົນເອງ ມາໄດ້ນຶ່ງປີ ແລ້ວກໍໄດ້ພາກັນຍົກຍ້າຍໄປລັດເວີຈີເນຍ ຫາພີ່ນ້ອງຂອງທາງສາມີ ແລະຍານາງ ກໍມີໂອກາດໄດ້ກັບຄືນໄປຮ່ຳຮຽນຕໍ່ອີກຄັ້ງນຶ່ງ ຊຶ່ງເພິ່ນກ່າວວ່າ:
Your browser doesn’t support HTML5
ຍານາງແສງມະນີ ກ່າວກ່ຽວກັບການຍົກຍ້າຍຖິ່ນຖານໄປລັດເວີຈີເນຍ
ຍານາງກ່າວໃຫ້ຟັງວ່າ ຕົກມາໃນປີ 2002 ຄອບຄົວຂອງເພິ່ນກໍໄດ້ຍົກຍ້າຍໄປຢູ່ເມືອງຟວດວໍໍຊິງຕັນ ລັດແມຣີແລນ ເພື່ອໄປສຶກສາຕໍ່ທີ່ມະຫາວິທະຍາໄລແມຣີແລນ ຫຼັງຈາກທີ່ໄດ້ເລີກການ ເປັນເວລາ 2 ປີ ຈົນໄດ້ຮັບປະລິນຍາຕີ ສາຂາບັນຊີ ແລ້ວບໍລິສັດປະກັນໄພຊີວິດ ທີ່ເພິ່ນເຮັດວຽກຢູ່ນັ້ນ ໄດ້ຍ້າຍສຳນັກງານໄປລັດອື່ນ ເພິ່ນຈຶ່ງໄດ້ຊອກຫາວຽກໃໝ່ໃນຕຳແໜ່ງຝ່າຍບັນຊີ ແລະໄດ້ເຂົ້າເຮັດວຽກໃນບໍລິສັດເຄໂບລແລະອິນເຕີເນັດ ຈົນຮອດປີ 2006 ກໍຕ້ອງໄດ້ຍ້າຍໄປລັດຟລໍຣິດາ ອີກຄັ້ງນຶ່ງ ຊຶ່ງເພິ່ນເລົ່າໃຫ້ຟັງວ່າ:
Your browser doesn’t support HTML5
ຍານາງແສງມະນີ ກ່າວກ່ຽວກັບການຍົກຍ້າຍຖິ່ນຖານໄປລັດຟລໍຣິດາ
ຍານາງແສງມະນີ ສີຣິດາວົງ ມີພອນສະຫວັນສາມາດແກະສະຫລັກລວດລາຍຕ່າງໆໃສ່ໝາກໄມ້ ເພື່ອຕົບແຕ່ງໃສ່ໂຕະໃນງານຕ່າງໆ.
ຄອບຄົວຂອງເພິ່ນໄດ້ອາໄສຢູ່ໃນລັດຟລໍຣິດາມາໄດ້ສີ່ປີ ຊຶ່ງໃນໄລຍະທີ່ອາໄສຢູ່ທີ່ນີ້ ເພິ່ນເລົ່າໃຫ້ຟັງວ່າ ກໍໄດ້ເປັນນຶ່ງໃນຄະນະກຳມະການຮັບຜິດຊອບດ້ານບັນຊີຂອງວັດລາວ ນາວາຣາມ ຢູ່ໃນເມືອງແຊນຟວດ ຊຶ່ງວັດແຫ່ງນີ້ ກຳລັງວາງແຜນ ທີ່ຈະສ້າງສາລາວັດ ນອກຈາກນັ້ນ ເພິ່ນຍັງໄດ້ຊ່ອຍສັງຄົມລາວ ຢູ່ໃນລັດຕ່າງໆທີ່ເພິ່ນໄດ້ໄປອາໄສຢູ່ ດ້ວຍທຶນຮອນແລະການແກະສະຫລັກໝາກໄມ້ຕ່າງໆໃຫ້ມີລວດລາຍສວຍສົດງົດງາມ ເພື່ອຈັດໃສ່ໃນງານລ້ຽງສັງສັນ ງານແຕ່ງດອງ ແລະງານວັດເປັນຕົ້ນ ໃນປີ 2010 ເພິ່ນໄດ້ຍົກຍ້າຍກັບຄືນມາລັດເວີຈີເນຍ ອີກ ເປັນຄັ້ງທີສອງ ຍ້ອນພໍ່ປູ່ໄດ້ລົ້ມປ່ວຍໜັກ ແລະກໍໄດ້ເສຍຊີວິດແລ້ວ ສະນັ້ນເພິ່ນຈຶ່ງໄດ້ຕັດສິນໃຈຕັ້ງຖິ່ນຖານໃນລັດເວີຈີເນຍ ຈົນເຖິງປັດຈຸບັນນີ້. .
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດກັບຍານາງແສງມະນີ ສີຣິດາວົງ ຜູ້ທີ່ເປັນນັກບັນຊີ ແລະເຈົ້າໜ້າທີ່ອະວຸໂສ ປະກອບເອກະສານແຈ້ງເສຍພາສີລາຍໄດ້ ສຳລັບບໍລິສັດຂະໜາດນ້ອຍ ປະຈຳບໍລິສັດ H&R Block ຊຶ່ງໃນປັດຈຸບັນນີ້ ຍານາງໄດ້ຕັ້ງຖິ່ນຖານຢູ່ໃນເມືອງສະປຣິງຟີລ ລັດເວີຈີເນຍ ມາພົບກັບລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ໃນອາທິດໜ້າເວລາດຽວກັນນີ້.