ຍານາງບົວຫອມ ວິໄລ ແລະສາມີ ພ້ອມດ້ວຍລູກນ້ອຍ 6 ຄົນ ອົບພະຍົບໄປຕັ້ງຖິ່ນຖານ ຢູ່ລັດວໍຊິງຕັນ ໃນປີ 1986

ຍານາງບົວຫອມ ວິໄລ ແລະລູກສາວກົກ.

ທ່ານຜູ້ຟັງໃນຄ່ຳຄືນນີ້ ທ່ານຈະໄດ້ຮັບຟັງເລື້ອງລາວ ການອົບພະຍົບເຂົ້າໄປຕັ້ງຖິ່ນຖານຂອງຄອບຄົວຍານາງ ບົວຫອມ ວິໄລ ທີ່ມີລູກເຕົ້າທັງໝົດຫົກຄົນ ໃນເບື້ອງຕົ້ນ ຢູ່ໃນລັດວໍຊິງຕັນ ທາງພາກຕາເວັນຕົກ ສຽງເໜືອສຸດ ຂອງສະຫະລັດ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີ ທ່ານໃນລາຍການຊຸມຊົນຊາວລາວ ໃນທະ ວີບອາເມຣິກາ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ຍານາງບົວຫອມ ວິໄລ ແລະສາມີ ພ້ອມດ້ວຍລູກນ້ອຍ 6 ຄົນ ອົບພະຍົບໄປຕັ້ງຖິ່ນຖານ ຢູ່ລັດວໍຊິງຕັນ ໃນປີ 1986

ຍານາງບົວຫອມ ວິໄລ ເກີດຢູ່ບ້ານຫຼວງຂອນ ແຂວງຫຼວງນ້ຳທາ ທາງພາກຕາເວັນຕົກສຽງເໜືອ ຕິດກັບຊາຍແດນມຽນມາ ແລະຈີນ ຊຶ່ງຍານາງກ່າວວ່າ ໃນຊຸມປີ 1960 ໄດ້ເກີດມີສົງຄາມຢູ່ໃນເຂດຊົນນະບົດຂອງແຂວງນີ້ ແລ້ວຕົກມາໃນປີ 1968 ກໍໄດ້ສ້າງຄອບຄົວແຕ່ງງານກັບຮ້ອຍເອກ ພັນ ວິໄລ ຂອງກອງກຳລັງທະຫານໜ່ວຍພິເສດຂອງສະຫະລັດ ຫຼື Special Guerrilla Unit (SGU) ສະນັ້ນຄອບຄົວຂອງເພິ່ນ ໄດ້ພາກັນຫລົບໜີຍົກຍ້າຍໄປຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈົນຮອດປີ 1975 ດັ່ງທີ່ເພິ່ນເລົ່າໃຫ້ວີໂອເອລາວ ຟັງວ່າ:

Your browser doesn’t support HTML5

ຟັງສຽງຍານາງບົວຫອມ ວິໄລ ກ່າວກ່ຽວກັບບ້ານເກີດເມືອງນອນ

ໃນປີດຽວກັນນັ້ນ ຍານາງກ່າວວ່າ ສາມີຂອງເພິ່ນ ໄດ້ຖືກຈັບໄປສຳມະນາເປັນເວລາ 5 ປີຈົນຕົກມາຮອດທ້າຍປີ 1979 ຈຶ່ງໄດ້ຖືກປ່ອຍໂຕອອກຈາກສູນສຳມະນາ ໃນໄລຍະນີ້ ພວກເພິ່ນມີລູກນຳກັນສີ່ຄົນ ທີ່ຍັງເຍົາໄວ ແລະໄດ້ພາກັນຍົກຍ້າຍໄປຢູ່ນະຄອນວຽງຈັນ ກັບຄວບຄົວຂອງສາມີຍານາງ ດັ່ງທີ່ເພິ່ນໄດ້ກ່າວໃຫ້ຟັງວ່າ:

Your browser doesn’t support HTML5

ຟັງສຽງຍານາງບົວຫອມ ວິໄລ ກ່າວກ່ຽວກັບການຍົກຍ້າຍໄປຢູ່ວຽງຈັນ

ເມື່ອໄດ້ຂ້າມໜີໄປຝັ່ງໄທເຂົ້າສູນອົບພະຍົບໃນຈັງຫວັດໜອງຄາຍແລ້ວ ພວກເພິ່ນກໍໄດ້ມີລູກຕື່ມອີກສອງຄົນ ຍານາງກ່າວວ່າ ສາມີຂອງເພິ່ນຍັງລັ່ງເລໃຈບໍ່ຢາກໄປປະເທດທີສາມ ຊຶ່ງເພິ່ນໄດ້ອະທິບາຍເຖິງເຫດຜົນໃຫ້ຟັງວ່າ:

Your browser doesn’t support HTML5

ຟັງສຽງຍານາງບົວຫອມ ວິໄລ ກ່າວກ່ຽວກັບການໂຕນໜີຂ້າມໄປໄທ

ໃນໄລຍະຢູ່ໃນສູນອົບພະຍົບກັບລູກນ້ອຍທັງໝົດ 6 ຄົນ ດ້ວຍຄວາມຍາກລຳບາກເປັນເວລາດົນສົມຄວນ ດ້ວຍສາເຫດນີ້ ພວກພີ່ນ້ອງຂອງສາມີເພິ່ນທີ່ໄດ້ໄປຕັ້ງຖິ່ນຖານຢູ່ໃນສະຫະລັດກ່ອນໜ້ານີ້ແລ້ວ ໄດ້ຊັກຊວນໃຫ້ພວກເພິ່ນມາຢູ່ສະຫະລັດອາເມຣິກາ ເພິ່ນຈຶ່ງໄດ້ຕັດສິນໃຈໄປສະຫະລັດ ດັ່ງທີ່ຍານາງກ່າວວ່າ:

Your browser doesn’t support HTML5

ຟັງສຽງຍານາງບົວຫອມ ວິໄລ ກ່າວກ່ຽວກັບສາເຫດທີ່ສາມີລັ່ງເລໃຈ

ໃນປີ 1986 ຄອບຄົວຂອງຍານາງບົວຫອມກໍໄດ້ມາຕັ້ງຖິ່ນຖານຢູ່ໃນເມືອງແບລວີວ ຕັ້ງຢູ່ອີກຟາກນຶ່ງ ຂອງທະເລສາບວໍຊິງຕັນ ກົງກັນຂ້າມກັບນະຄອນຊີແອໂຕລ ຂອງລັດວໍຊິງຕັນ ໂດຍໄດ້ຮັບການອຸປະຖຳຈາກນ້ອງສາວຂອງສາມີເພິ່ນ ຜູ້ທີ່ຊ່ອຍເຫຼືອໃນການຫາທີ່ຢູ່ອາໄສແລະການຍື່ນເອກະສານ ຂໍຄວາມຊ່ອຍເຫຼືອຈາກລັດຖະບານ ຊຶ່ງຍານາງກ່າວໃຫ້ຟັງວ່າ:

Your browser doesn’t support HTML5

ຟັງສຽງຍານາງບົວຫອມ ວິໄລ ກ່າວກ່ຽວກັບຜູ້ອຸປະຖຳໄປຢູ່ສະຫະລັດ

ເມືອງແບລວີວ ເປັນເມືອງໃຫຍ່ອັນດັບສາມຂອງລັດວໍຊິງຕັນ ແລະມີບໍລິສັດເທັກໂນໂລຈີໃຫຍ່ໆ ທີ່ມີຊື່ສຽງຫຼາຍແຫ່ງ ສ່ວນປະຊາຊົນຢູ່ໃນເມືອງນີ້ ໂດຍສ່ວນໃຫຍ່ເປັນຄົນຜິວຂາວ ສຳລັບຄົນຜິວດຳ ແລະຄົນຊາດອື່ນໆກໍບໍ່ຄອຍມີຫຼາຍໃນຊຸມປີ 1986 ແຕ່ມາເຖິງປັດຈຸບັນນີ້ ປາກົດວ່າມີຫຼາຍຂຶ້ນນັບມື້ ຊຶ່ງຍານາງກ່າວ ໃຫ້ຟັງວ່າ:

Your browser doesn’t support HTML5

ຟັງສຽງຍານາງບົວຫອມ ວິໄລ ກ່າວກ່ຽວກັບເມືອງແບລວີວຂອງລັດວໍຊິງຕັນ

ຕົກມາໃນເດືອນກັນຍາ ປີ 2011 ສາມີຂອງເພິ່ນໄດ້ເປັນອຳມະພຶກຍ້ອນເສັ້ນ ເລືອດໃນສະໝອງແຕກ ແລະບໍ່ສາມາດກັບຄືນໄປເຮັດວຽກໄດ້ຕາມປົກກະຕິ ຍານາງບົວຫອມ ຈາກທີ່ເປັນແມ່ບ້ານແມ່ເຮືອນເບິ່ງແຍງລູກເຕົ້າຫົກຄົນ ກໍຕ້ອງປ່ຽນບົດບາດມາເປັນຫົວໜ້າຄອບຄົວ ແລະຕ້ອງໄດ້ໄປຊອກວຽກເຮັດງານທຳແທນສາມີ ດັ່ງທີ່ເພິ່ນເລົ່າໃຫ້ຟັງດັ່ງນີ້:

Your browser doesn’t support HTML5

ຟັງສຽງຍານາງບົວຫອມ ວິໄລ ກ່າວກ່ຽວກັບການໄປຊອກວຽກເຮັດ

ຍານາງໄດ້ເຮັດວຽກຢູ່ທີ່ສູນການຄ້າໄດ້ສອງປີ ແລະຕໍ່ຈາກນັ້ນກໍຕ້ອງໄດ້ອອກຈາກວຽກຍ້ອນສາມີຂອງເພິ່ນປ່ວຍໜັກ ແຕ່ເພິ່ນກໍຂົນຂວາຍຂໍວຽກມາເຮັດຢູ່ບ້ານໃນເວລາຫວ່າງ ຈົນໄດ້ໄປພົບກັບຄົນໄທ ທີ່ເປັນເຈົ້າຂອງຮ້ານຕັດຫຍິບ ນ້ອຍໆຮັບແປງເຄື່ອງນຸ່ງຢູ່ໃກ້ໆບ້ານ ແລະເປັນຈັ່ງໂຊກເຈົ້າຂອງຮ້ານໄດ້ມອບຮ້ານຕັດຫຍິບດັ່ງກ່າວໃຫ້ຍານາງດຳເນີນທຸລະກິດຕໍ່ໄປ ຊຶ່ງເພິ່ນກ່າວໃຫ້ຟັງວ່າ:

Your browser doesn’t support HTML5

ຟັງສຽງຍານາງບົວຫອມ ວິໄລ ກ່າວກ່ຽວກັບການໄດ້ຮັບຮ້ານຕັດເຄື່ອງ

ຍານາງບົວຫອມ ກ່າວເຖິງພົນລະເມືອງແບລວີວ ໂດຍທົ່ວໄປວ່າ ເປັນຄົນທີ່ມີນ້ຳຈິດນ້ຳໃຈດີ ໃຫ້ການຊ່ອຍເຫຼືອທຸກສິ່ງທຸກຢ່າງ ຊຶ່ງເພິ່ນໄດ້ພັນລະນາວ່າ:

Your browser doesn’t support HTML5

ຟັງສຽງຍານາງບົວຫອມ ວິໄລ ກ່າວກ່ຽວກັບພົນລະເມືອງຂອງແບລວີວ

ຫຼັງຈາກສາມີຂອງເພິ່ນໄດ້ເສຍຊີວິດໃນປີ 2017 ຍານາງບົວຫອມຈຶ່ງຍ້າຍໄປຢູ່ກັບລູກສາວກົກ ໃນນະຄອນພອດແລນ ລັດອໍເຣກອນ ໃນປັດຈຸບັນນີ້ ສ່ວນຮ້ານຕັດເຄື່ອງນັ້ນລູກສາວອີກຄົນນຶ່ງເປັນຜູ້ດຳເນີນການຕໍ່ໄປ. ຍານາງກ່າວໃຫ້ຟັງອີກວ່າ ຄົນລາວຢູ່ໃນລັດວໍຊິງຕັນແລະອໍເຣກອນ ມີຫຼາຍແທ້ໆນັບເປັນແສນຄົນ ມີຫຼາກຫຼາຍສະມາຄົມລາວ ນອກຈາກນັ້ນ ກໍຍັງມີວັດວາອາຮາມຫຼາຍແຫ່ງຢູ່ໃນເຂດນະຄອນຊີແອໂຕລແລະພອດແລນ ພ້ອມດ້ວຍສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມນຳດ້ວຍ.

ຄອບຄົວຂອງຍານາງບົວຫອມ ແລະມື້ລາງທ່ານພັນ ວິໄລ

ທີ່ທ່ານໄດ້ຟັງຜ່ານໄປ ເປັນເລື້ອງລາວຊີວິດການເຂົ້າມາຕັ້ງຖິ່ນຖານໃນນາມອົບພະຍົບ ຂອງຄອບຄົວຍານາງບົວຫອມ ວິໄລ ໃນລັດວໍຊິງຕັນ ດັ່ງທີ່ຍານາງບົວຫອມ ກ່າວວ່າ ເປັນລັດເຕັມໄປດ້ວຍບໍລິສັດໃຫຍ່ໆ ທີ່ມີຊື່ສຽງ ຂອງສະຫະລັດ ຈຶ່ງເຮັດໃຫ້ຊາວລາວອົບພະຍົບ ຍົກຍ້າຍເຂົ້າໄປຢູ່ໃນລັດນີ້ ຢ່າງຫຼວງຫຼາຍ. ມາພົບກັບລາຍການຊຸມຊົນຊາວລາວໃນທະວີອາເມຣິກາ ໃນອາທິດໜ້າ ເວລາດຽວກັນນີ້.