ທ່ານຜູ້ຟັງທີ່ເຄົາລົບສຳລັບລາຍການພິເສດໃນແລງມື້ນີ້ພວກເຮົາຈະນຳເອົາການສຳພາດກັບທ່ານສັນຍາ ປຣະເສີດທີ່ເປັນຜູ້ນຳພາຄະນະຜູ້ແທນສະມາຊິກສະພາແຫ່ງຊາດລາວ ມາຢ້ຽມຢາມສະຫະລັດເປັນຄັ້ງທຳອິດໃນປະຫວັດສາດພື່ອຖອດຖອນບົດຮຽນຈາກສະມາຊິກລັດຖະສະພາສະຫະລັດ ຊຶ່ງບົວສະຫວັນຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບການຢ້ຽມຢາມສະຫະລັດຂອງຄະນະຜູ້ແທນລາວ.
ທ. ສັນຍາ ປຣະເສີດ, ປະທານກຳມາທິການການພົວພັນຕ່າງປະເທດນັ່ງຢູ່ ຂະນະທີ່ຟັງເອກອັກຄະລັດຖະທູດລາວປະຈຳ ສຫລ ກ່າວຄຳປາໄສ
ດັ່ງທີ່ໄດ້ສະເໜີໄປໃນອາທິດກ່ອນນັ້ນ, ສະມາຊິກສະພາແຫ່ງຊາດລາວ 13 ທ່ານທີ່ນຳພາໂດຍທ່ານສັນຍາ ປຣະເສີດ, ປະທານກໍາມາທິການການພົວພັນ ຕ່າງປະເທດ ໄດ້ເດີນທາງມາຢ້ຽມຢາມສະຫະລັດເປັນຄັ້ງທຳອິດນັບຕັ້ງແຕ່ສະພາດັ່ງກ່າວຖືກສ້າງຕັ້ງຂຶ້ນ ຊຶ່ງທ່ານປະເສີດກ່າວວ່າ ພວກເພິ່ນເຫັນໄດ້ວ່າ ສະພາຂອງທັງສອງປະເທດມີ 3 ບົດບາດໃຫຍ່ຄືກັນ ຊຶ່ງກໍຄືຮັບຮອງເອົາກົດ ໝາຍ, ຕັດສິນບັນຫາສໍາຄັນຂອງປະເທດຊາດ ແລະ ຕິດຕາມກວດກາ. ສ່ວນສິ່ງທີ່ຖອດຖອນບົດຮຽນອັນສຳຄັນໄດ້ຈາກການມາຢ້ຽມຢາມລັດຖະສະພາຂອງສະຫະລັດໃນນະຄອນຫລວງວໍຊິງຕັນ ແລະລັດແມຣີແລນໃນຄັ້ງນີ້ ທ່ານສັນຍາຍົກໃຫ້ເຫັນວ່າ:
Your browser doesn’t support HTML5
ສຽງ1-ທ່ານສັນຍາກ່າວສົມທຽບສະພາຂອງ ສອງປະເທດ
ຄະນະຜູ້ແທນຈາກສະພາແຫ່ງຊາດລາວ 13 ທ່ານທີ່ມາຢ້ຽມຢາມສະຫະລັດ ໄດ້ພົບປະສັງສັນກັບປະຊາຄົມລາວໃນເຂດນະຄອນຫລວງວໍຊິງຕັນ ໃນແລງວັນ 21 ກໍລະກົດ 2023
ທາງຄະນະຜູ້ແທນເຫັນວ່າບົດຮຽນໃນການບໍລິຫານງານຂອງ ລັດຖະສະພາ ສະຫະລັດທີ່ກ່າວມານັ້ນຄິດວ່າຄວນຈະນຳເອົາໄປໝູນໃຊ້ຢູ່ລາວ ດັ່ງທີ່ ທ່ານສັນຍາເປີດເຜີຍຄວາມຮູ້ສຶກຂອງທ່ານສູ່ຟັງວ່າ:
Your browser doesn’t support HTML5
ສຽງ2-ທ່ານສັນຍາຄິດວ່າບົດຮຽນຖອດຖອນໄດ້ ຄວນຖືກນຳເອົາໄປໃຊ້ຢູ່ລາວ
ນອກຈາກການຖອດຖອນບົດຮຽນໃນການບໍລິຫານ ແລະປະຕິບັດງານໃນລະບົບ ນິຕິບັນຍັດຂອງສະຫະລັດແລ້ວ ທາງຄະນະກໍໄດ້ສະເໜີໃຫ້ສືບຕໍ່ການຊ່ວຍເຫລືອຂອງສະຫະລັດແກ່ລາວອີກດ້ວຍ ຊຶ່ງມີ 3 ດ້ານທີ່ສຳຄັນຊຶ່ງສອງດ້ານໃນນັ້ນກໍຄື ການຊ່ວຍເຫລືອດ້ານການເກັບກູ້ລະເບີດ ແລະບັນຫາຢາເສບຕິດດັ່ງທີ່ທ່ານສັນຍາໂອ້ລົມສູ່ຟັງວ່າ:
Your browser doesn’t support HTML5
ສຽງ3-ທ່ານສັນຍາເວົ້າເຖິງການຊ່ວຍເຫລືອຂອງ ສຫລ
ການຢ້ຽມຢາມສະຫະລັດຄັ້ງປະຫວັດສາດໂດຍເຈົ້າໜ້າທີ່ຂັ້ນສູງຈາກຝ່າຍນິຕິບັນຍັດຂອງລາວໃນເທື່ອນີ້ແມ່ນດຳເນີນໄປເປັນເວລາ 1 ອາທິດເຕັມ ແຕ່ວັນທີ 16 ຫາ 23 ກໍລະກົດຜ່ານມາ ພາຍໃຕ້ການອຸປະຖຳຈາກມູນນິທິເອເຊຍ ຫລື Asia Foundation ຊຶ່ງເປັນອົງການບໍ່ຫວັງຜົນກໍາໄລ ມີສໍານັກງານໃຫຍ່ ຕັ້ງຢູ່ໃນລັດຄາລິຟໍເນຍ ແລະມີສໍານັກງານຜູ້ຕາງໜ້າຕັ້ງຢູ່ລາວຊຶ່ງໄດ້ໃຫ້ການຊ່ວຍເຫລືອໃນການສ້າງຄວາມສາມາດແລະເຂັ້ມແຂງແກ່ສະພາແຫ່ງຊາດລາວ ມາໄດ້ຫລາຍປີແລ້ວ, ອີງຕາມທ່ານສັນຍາກ່າວ.