ທນ ສີສະອາດ ຈັນທະປັນຍາ ວຽງຫຼວງ ແລະສາມີ ພ້ອມດ້ວຍ ລູກນ້ອຍ 3 ຄົນ ອົບພະຍົບມາຕັ້ງຖິ່ນຖານ ຢູ່ສະຫະລັດ ໃນປີ 1980

ຄອບຄົວຂອງທ່ານນາງ ສີສະອາດ ຈັນທະປັນຍາ ວຽງຫຼວງ ແລະສາມີ ທ່ານ ຄຳພອນ ວຽງຫຼວງ ທີ່ໄດ້ຕັ້ງຖິ່ນຖານຢູ່ໃນເມືອງຟອດ ໂວດຕ໌ ລັດເທັກຊັສ ຂອງສະຫະລັດ ຕັ້ງແຕ່ປີ 1980 ເປັນຕົ້ນມາ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ໃນຄຳຄືນນີ້ ທ່ານຈະໄດ້ຮັບຟັງການໂອ້ລົມກັບທ່ານນາງສີສະອາດ ຈັນທະປັນຍາ ວຽງຫຼວງ ຊຶ່ງຄອບຄົວຂອງເພິ່ນ ມີລູກນ້ອຍສາມຄົນຊຶ່ງລູກສາວກົກມີອາຍຸພຽງ 5 ປີ ແລະຜູ້ນ້ອຍສຸດມີອາຍຸ 3 ປີ ໃນເວລາຫລົບໜີຈາກບ້ານເກີດເມືອງນອນ ເພື່ອໄປປະເທດທີສາມ ສະນັ້ນການດູແລເບິ່ງແຍງພວກລູກຂອງເພິ່ນ ເປັນເລື້ອງທີ່ສຳຄັນທີ່ສຸດ ແລະໃນການຕັດສິນໃຈອົບພະຍົບມາຕັ້ງຖິ່ນຖານຢູ່ໃນສະຫະລັດ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດ ມາສະເໜີທ່ານໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານການສຳພາດ ທນ ສີສະອາດ ຈັນທະປັນຍາ ວຽງຫຼວງ ທີ່ພາລູກນ້ອຍ 3 ຄົນອົບພະຍົບມາຕັ້ງຖິ່ນຖານ ຢູ່ສະຫະລັດ ໃນປີ 1980

ທ່ານນາງສີສະອາດ ຈັນທະປັນຍາ ວຽງຫຼວງ ພ້ອມກັບລູກນ້ອຍສາມຄົນແລະເອື້ອຍຂອງເພິ່ນ ໄດ້ພາກັນຫລົບໜີອອກຈາກລາວ ໃນປີ 1980 ຂ້າມໄປຝັ່ງໄທຈາກໝູ່ບ້ານທວຍນ້ອຍ ແຂວງວຽງຈັນ ແລະໃນເວລານັ້ນສາມີຂອງເພິ່ນບໍ່ໄດ້ມານຳ ຊຶ່ງເພິ່ນໄດ້ອະທິບາຍໃຫ້ຟັງວ່າ:

Your browser doesn’t support HTML5

ທ່ານນາງ ສີສະອາດ ຈັນທະປັນຍາ ວຽງຫຼວງ ກ່າວເຖິງການຫລົບໜີຂ້າມໄປໄທ (1)

ເມື່ອໄດ້ພົບພໍ້ກັບສາມີຂອງເພິ່ນຢູ່ສູນໜອງຄາຍແລ້ວ ພວກເພິ່ນຈຶ່ງໄດ້ໂອ້ລົມປຶກສາຫາລືກັນວ່າ ຈະຕັດສິນໃຈໄປປະເທດທີ່ສາມບ່ອນໃດ ໃນໄລຍະຢູ່ໃນສູນໜອງຄາຍເປັນເວລາ 6 ເດືອນ ຄອບຄົວຂອງເພິ່ນກໍໄດ້ມີຄອບຄົວອຸປະຖຳ ຫຼື ສະປ່ອນເຊີ ຈາກສະຫະລັດ ໃນລັດໂຄໂລຣາໂດ ຮັບປະກັນເອົາຄອບຄົວພວກເພິ່ນ ດັ່ງທີ່ທ່ານນາງສີສະອາດ ເລົ່າໃຫ້ຟັງດັ່ງນີ້:

Your browser doesn’t support HTML5

ທ່ານນາງ ສີສະອາດ ຈັນທະປັນຍາ ວຽງຫຼວງ ກ່າວເຖິງການຕັດສິນໃຈມາສະຫະລັດ (2)

ໃນເດືອນກັນຍາ ປີດຽວກັນນັ້ນ ຄອບຄົວຂອງເພິ່ນກໍໄດ້ເດີນທາງໄປເຖິງເມືອງເພັນໂດຣສ ລັດໂຄໂລຣາໂດ ບ່ອນທີ່ສະປ່ອນເຊີຊາວອາເມຣິກັນ ອາໄສຢູ່ນັ້ນ ໃນເວລານັ້ນ ກຳລັງເຂົ້າສູ່ລະດູໃບໄມ້ລົ່ນອາກາດກໍເລີ້ມຈະໜາວຂຶ້ນ ແລະຄູ່ສາມີພັນລະຍາ ຜູ້ສະປ່ອນເຊີ ກໍໄດ້ຕ້ອນຮັບຄອບຄົວຂອງເພິ່ນເປັນຢ່າງດີ ແຕ່ດ້ວຍສາເຫດ ທີ່ມີລູກເຕົ້າເຖິງສາມຄົນ ໂດຍສະເພາະສາມີຂອງເພິ່ນ ຈຶ່ງຕ້ອງໄດ້ຂົນຂວາຍຫາວຽກເຮັດງານທຳເພື່ອລ້ຽງລູກນ້ອຍທັງສາມ ດັ່ງທີ່ທ່ານນາງສີສະອາດ ກ່າວກ່ຽວກັບເລື້ອງນີ້ວ່າ:

Your browser doesn’t support HTML5

ທ່ານນາງ ສີສະອາດ ຈັນທະປັນຍາ ວຽງຫຼວງ ກ່າວເຖິງຜູ້ອຸປະຖຳຊາວອາເມຣິກັນ (3)

ຫຼັງຈາກທີ່ໄດ້ເດີນທາງໄປຢ້ຽມຢາມນ້າສາວຂອງສາມີເພິ່ນຢູ່ເມືອງດາລັສ ລັດ ເທັກຊັສ ແລ້ວກໍໄດ້ພົບພໍ້ກັບໝູ່ຄູ່ຊາວລາວຈຳນວນນຶ່ງ ແລະຍ້ອນວຽກງານໃນດ້ານການບິນແລະທັງເປັນຊ່າງແປງເຮືອບິນທີ່ທາງສາມີຂອງເພິ່ນຊຳນານ ຈຶ່ງໄດ້ຕັດສິນໃຈໃນທັນທີ ທີ່ຈະຍົກຍ້າຍໄປຢູ່ລັດເທັກຊັສ ຕາມການຊັກຊວນຂອງບັນດາໝູ່ຄູ່ດັ່ງກ່າວ ແລະພາຍໃນບໍ່ເທົ່າໃດອາທິດ ເພິ່ນຈຶ່ງໄດ້ສັ່ງລາຄອບຄົວສະປ່ອນເຊີ ດັ່ງທີ່ເພິ່ນກ່າວສູ່ຟັງວ່າ:

Your browser doesn’t support HTML5

ທ່ານນາງ ສີສະອາດ ຈັນທະປັນຍາ ວຽງຫຼວງ ກ່າວເຖິງການຍົກຍ້າຍໄປລັດເທັກຊັສ (4)

ຄອບຄົວຂອງທ່ານນາງສີສະອາດ ໄດ້ຍົກຍ້າຍໄປຢູ່ເມືອງຟອດໂວດຕ໌ ລັດເທັກ ຊັສ ໃນເດືອນທັນວາ ປີດຽວກັນນັ້ນ ຊຶ່ງໃນຊ່ວງນັ້ນ ຄອບຄົວຊາວລາວອົບພະ ຍົບກໍຍັງບໍ່ຄ່ອຍມີຫຼາຍ ໂດຍສ່ວນໃຫຍ່ຈະໄປຢູ່ລັດຄາລີຟໍເນຍ ຫຼາຍກວ່າໝູ່ ແລະເພິ່ນກໍໄດ້ຢູ່ທີ່ນີ້ບໍ່ດົນພໍປານໃດ ຈຶ່ງຕ້ອງໄດ້ຍົກຍ້າຍໄປຢູ່ເມືອງອື່ນ ຕາມສະພາບການດ້ານວຽກງານຂອງສາມີເພິ່ນ ດັ່ງທີ່ເພິ່ນເລົ່າໃຫ້ຟັງວ່າ:

Your browser doesn’t support HTML5

ທ່ານນາງ ສີສະອາດ ຈັນທະປັນຍາ ວຽງຫຼວງ ກ່າວເຖິງການຍົກຍ້າຍໄປຢູ່ເມືອງຄອຣປັສ ຄຣິສຕີ (5)

ໃນຕອນຢູ່ທີ່ເມືອງຄອຣປັສ ຄຣິສຕີ ທາງພາກໃຕ້ຂອງລັດເທັກຊັສ ທ່ານນາງສີສະອາດ ກໍໄດ້ມີລູກຊາຍຫຼ້າອີກຄົນນຶ່ງ ແລ້ວໃນທີ່ສຸດຄອບຄົວຂອງເພິ່ນກໍໄດ້ຍົກຍ້າຍກັບຄືນໄປເມືອງຟອດໂວດຕ໌ ອີກຄັ້ງນຶ່ງຍ້ອນສາມີເພິ່ນໄດ້ວຽກງານໃໝ່ ດັ່ງທີ່ເພິ່ນອະທິບາຍໃຫ້ຟັງວ່າ:

Your browser doesn’t support HTML5

ທ່ານນາງ ສີສະອາດ ຈັນທະປັນຍາ ວຽງຫຼວງ ກ່າວເຖິງການຍົກຍ້າຍກັບຄືນໄປຟອດໂວດຕ໌ (6)

ຫຼັງຈາກນັ້ນມາ ຊາວລາວຈຳນວນຫຼວງຫຼາຍກໍໄດ້ພາກັນເຂົ້າມາຕັ້ງຖິ່ນຖານຢູ່ໃນລັດເທັກຊັສຫຼາຍຂຶ້ນໂດຍສະເພາະໃນເຂດ ດາລັສ ຟອດໂວດຕ໌ ແລະກໍມີວັດຢູ່ສອງແຫ່ງໃນເວລານັ້ນ ດັ່ງທີ່ທ່ານນາງສີສະອາດເລົ່າໃຫ້ຟັງວ່າ:

Your browser doesn’t support HTML5

ທ່ານນາງ ສີສະອາດ ຈັນທະປັນຍາ ວຽງຫຼວງ ກ່າວເຖິງວັດລາວຢູ່ໃນເຂດດາລັສ ຟອດໂວດຕ໌ (7)

ໃນປັດຈຸບັນນີ້ວັດຢູ່ທີ່ເມືອງຊາກີນໍ ເປັນວັດໃຫຍ່ທີ່ສຸດໃນລັດເທັກຊັສແລະມີຊື່ສຽງໂດ່ງດັງໄປທົ່ວສະຫະລັດແລະທົ່ວໂລກ ຊາວລາວທັງຢູ່ໃກ້ແລະໄກກໍພາກັນໄປເຮັດບຸນເຮັດສິນກິນທານ ໂດຍສະເພາະໃນວັນບຸນປີໃໝ່ລາວ ຢ່າງໜາແໜ້ນດ້ວຍຄວາມເບີກບານມ່ວນຊື່ນ ດັ່ງທີ່ທ່ານນາງສີສະອາດກ່າວໃຫ້ຟັງ.

ທ່ານນາງສີສະອາດ ເປັນແມ່ບ້ານແມ່ເຮືອນທີ່ເອົາໃຈໃສ່ເບິ່ງແຍງລູກເຕົ້າຂອງເພິ່ນເປັນຢ່າງດີ ແລະດ້ວຍຄວາມຂະຍັນມັ່ນພຽນຂອງສາມີເພິ່ນ ລູກທັງສີ່ຄົນຂອງເພິ່ນ ກໍປະສົບຜົນສຳເລັດໃນການສຶກສາ ໂດຍຮຽນຈົບຂັ້ນມະຫາວິທະໄລແລະໄດ້ຮັບໃບປະລິນຍາຕີ ແລະປະລິນຍາໂທ ດັ່ງທີ່ເພິ່ນພັນລະນາເຖິງເລື້ອງນີ້ວ່າ:

Your browser doesn’t support HTML5

ທ່ານນາງ ສີສະອາດ ຈັນທະປັນຍາ ວຽງຫຼວງ ກ່າວເຖິງຜົນສຳເລັດໃນການສຶກສາຂອງລູກທັງສີ່ຄົນ (8)

ນອກຈາກນັ້ນແລ້ວທ່ານນາງແລະສາມີຂອງເພິ່ນກໍໄດ້ມີສ່ວນຮ່ວມໃນສັງຄົມລາວຢູ່ໃນເຂດ ດາລັສ ຟອດໂວດຕ໌ ໂດຍການເຂົ້າຮ່ວມເປັນສະມາຊິກຂອງສະມາຄົມສະຕີດາລັສໂຟດໂວດຕ໌ ມາໄດ້ຫຼາຍສິບປີແລ້ວ ແລະທ່ານນາງກໍເປັນນາຍຄັງຂອງສະມາຄົມ ຈົນເຖິງປັດຈຸບັນນີ້.

ເນື່ອງໃນວັນອົບພະຍົບໂລກ ຕົກຖືກວັນອາທິດນີ້ ໃນນາມຂອງຄົນລາວອົບພະຍົບຄົນນຶ່ງ ທ່ານນາງສີສະອາດ ຂໍສະແດງຄວາມເຫັນດັ່ງນີ້:

Your browser doesn’t support HTML5

ທ່ານນາງ ສີສະອາດ ຈັນທະປັນຍາ ວຽງຫຼວງ ກ່າວໃຫ້ຄຳເຫັນກ່ຽວກັບວັນອົບພະຍົບໂລກ (9)

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ແມ່ນການສຳພາດທ່ານນາງສີສະອາດ ຈັນທະປັນຍາ ວຽງຫຼວງ ຜູ້ທີ່ໄດ້ອົບພະຍົບມາຕັ້ງຖິ່ນຖານຢູ່ໃນເມືອງຟອດໂວດຕ໌ ລັດເທັກຊັສຂອງສະຫະລັດ ພ້ອມດ້ວຍລູກນ້ອຍສາມຄົນ ແລະສາມີ ໃນປີ 1980 ມາພົບກັບພວກເຮົາໄດ້ອີກ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ໃນອາທິດໜ້າ ເວລາດຽວກັນນີ້.