ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ສຳລັ ຄ່ຳຄືນນີ້ ວີໂອເອ ລາວ ຈະນຳທ່ານໄປພົບກັບນາງມະນີວອນ ຄຸນປະລິນ ຜູ້ທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນລັດເວີຈີເນຍ ທາງພາກຕາເວັນອອກສຽງເໜືອຂອງສະຫະລັດ ເມື່ອປີ 2005 ໃນຖານະເປັນຄູ່ໝັ້ນຂອງຄົນອາເມຣິກັນເຊື້ອສາຍລາວ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການສຳພາດນາງມະນີວອນ ຄຸນປະລິນ ທີ່ເຂົ້າມາຕັ້ງຖິ່ນຖານໃນລັດເວີຈີເນຍ ຖານະເປັນຄູ່ໝັ້ນ
ຊາວລາວຫຼາຍແສນຄົນ ໄດ້ອົບພະຍົບຫລົບໜີຈາກບ້ານເກີດເມືອງນອນ ໃນຊຸມປີ 1970 ໂດຍສ່ວນໃຫຍ່ ຈະຕ້ອງຂ້າມໄປຝັ່ງໄທເຂົ້າສູນອົບພະຍົບຢູ່ໃນເມືອງຕ່າງໆຕາມແຄມແມ່ນ້ຳຂອງ ຂອງໄທ ເປັນເວລາຫຼາຍປີ ກ່ອນຈະໄດ້ໄປຢູ່ປະ ເທດທີສາມ ບາງສ່ວນໄດ້ເດີນທາງຕໍ່ໄປປະເທດຟີລິບປິນ ແລະຫຼາຍໆຄົນບໍ່ມີໂອກາດຂ້າມໄປຝັ່ງໄທເລີຍ ອີກຫຼາຍໆຄົນບໍ່ສາມາດໄປເຖິງຈຸດໝາຍປາຍທາງໄດ້ເຊັ່ນກັນ ຫຼັງຈາກສູນອົບພະຍົບ ໄດ້ປິດລົງໃນຊຸມປີ 1980 ຈົນມາເຖິງປັດ ຈຸບັນນີ້ ກໍຍັງມີຄົນລາວ ຈຳນວນນຶ່ງ ທີ່ຢາກຈະມາຕັ້ງຖິ່ນຖານຢູ່ໃນສະຫະລັດ ຫຼາຍຄົນມາຫະສະລັດໃນນາມນັກທ່ອງທ່ຽວແລ້ວຢູ່ກາຍກຳນົດວີຊາ ແລະຫາທາງຢູ່ຕໍ່ໄປຢ່າງຜິດກົດໝາຍ ແຕ່ກໍສະແຫວງຫາວິທີຢູ່ຢ່າງຖາວອນດ້ວຍຫຼາຍຮູບແບບ ແຕ່ສຳລັບນາງມະນີວອນ ຄຸນປະລິນ ໄທບ້ານວຽງສະຫວັນ ເມືອງສີໂຄດຕະບອງ ເຂດນະຄອນວຽງຈັນ ເລົ່າໃຫ້ວີໂອເອລາວຟັງກ່ຽວກັບການໄດ້ມາສະຫະລັດ ດັ່ງນີ້:
Your browser doesn’t support HTML5
ນາງມະນີວອນ ກ່າວກ່ຽວກັບ ການໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ
ເມື່ອທ່ານລັດຕະນະວັນ ຫຼື ບຣາຍແອນ ນິໄຊ ໄດ້ຕັດສິນໃຈຮັບເອົານາງມະນີວອນ ເປັນເນື້ອຄູ່ ລາວຈຶ່ງເລີ້ມຍື່ນເອກະສານເພື່ອປະກັນເອົາຄູ່ໝັ້ນມາສະຫະ ລັດ ໃນຕົ້ນປີ 2005 ແລະພາຍໃນ 3 ເດືອນ ນາງມະນີວອນ ກໍໄດ້ຍື່ນເອກະ ສານໄປຍັງ ສະຖານທູດສະຫະລັດ ປະຈຳນະຄອນຫຼວງວຽງຈັນ ຊຶ່ງນາງກ່າວວ່າ:
Your browser doesn’t support HTML5
ນາງມະນີວອນ ກ່າວກ່ຽວກັບຂັ້ນຕອນການຢື່ນເອກະສານທີ່ສະຖານທູດສະຫະລັດ ປະຈຳລາວ
ໃນລະຫວ່າງຢູ່ລາວ ນາງມະນີວອນ ກ່າວວ່າ ລາວຮຽນຈົບປະລິນຍາຕີ ຈາກລັດຕະນະ ທີ່ເປັນໂຮງຮຽນບໍລິຫານທຸລະກິດຂອງເອກະຊົນ ໃນຝ່າຍການເງິນ ແລະ ການທະນາຄານ ເມື່ອຮຽນຈົບແລ້ວ ກໍໄດ້ສະໝັກເຂົ້າໄປເຮັດວຽກ ໃນທະນາ ຄານແຫ່ງນຶ່ງ ຊຶ່ງລາວໄດ້ພັນລະນາເຖິງການດຳລົງຊີວິດຢູ່ໃນລາວ ໃຫ້ຟັງວ່າ:
Your browser doesn’t support HTML5
ນາງມະນີວອນ ກ່າວກ່ຽວກັບຊີວິດການເປັນຢູ່ໃນລາວ
ນາງມະນີວອນ ປຽບທຽບສູ່ຟັງເຖິງສັງຄົມຢູ່ລາວ ແລະຢູ່ສະຫະລັດວ່າ ມີການແຂ່ງຂັນກັນຫຼາຍ ພາຍໃນກຸ່ມໝູ່ຄູ່ໃກ້ຊິດ ແລະຈະມີການຈັດງານປະເພນີຕ່າງໆຢູ່ເລື້ອຍໆ ຊຶ່ງລາວເວົ້າວ່າ:
Your browser doesn’t support HTML5
ນາງມະນີວອນ ກ່າວປຽບທຽບການດຳລົງຊີວິດໃນລາວ ກັບ ສະຫະລັດ
ແຕ່ຊີວິດການເປັນຢູ່ໃນລັດເວີຈີເນຍ ໃນເບື້ອງຕົ້ນຂອງນາງມະນີວອນ ກໍແຕກຕ່າງຫຼາຍຈາກຢູ່ໃນເມືອງລາວ ນາງກ່າວວ່າ ບໍ່ຮູ້ຈັກຄົນລາວຜູ້ໃດເລີຍ ຕ້ອງໄດ້ຮຽນພາສາ ດ້ວຍການລົງທະບຽນ ເຂົ້າວິທະຍາໄລຊຸມຊົນຂອງລັດ ທີ່ເອີ້ນວ່າ ເວີຈີເນຍ ຄອມມິວນີຕີ ຄອລເລັຈ ຊຶ່ງລາວຮຽນມາໄລຍະນຶ່ງ ກໍຮູ້ສຶກວ່າ ມັນຍາກລຳບາກຫຼາຍ ແລະຍ້ອນມີລູກຜູ້ທຳອິດ ຈຶ່ງຕ້ອງໄດ້ຢຸດການຮຽນ ແລ້ວຢູ່ເຮືອນເປັນແມ່ບ້ານລ້ຽງລູກສອງຄົນ ແຕ່ດ້ວຍການມີຄວາມຂະຫຍັນໝັ່ນພຽນ ແລະມີຄວາມຮູ້ທາງດ້ານການຫຍິບເຄື່ອງ ຈຶ່ງໄດ້ເລີ້ມຕັດເຄື່ອງໃຫ້ຄົນລາວ ຢູ່ໃນອ້ອມແອ້ມເຂດແຟແຟັກສ໌ ຄາວຕີ້ ດັ່ງທີ່ລາວໄດ້ກ່າວໃຫ້ຟັງວ່າ:
Your browser doesn’t support HTML5
ນາງມະນີວອນ ກ່າວກ່ຽວກັບຊີວິດການເປັນແມ່ບ້ານ ຕັດເຄື່ອງ ແລະເຮັດອາຫານໃຫ້ຊາວລາວ
ນອກຈາກນັ້ນ ລາວຍັງໄດ້ເຮັດອາຫານລາວ ຕາມຄວາມຕ້ອງການຂອງພີ່ນ້ອງຊາວລາວໃນເຂດແຟແຟັກສ໌ ຄາວຕີ້ນຳດ້ວຍ ຈົນວ່າມີລູກຄ້າປະຈຳ ພໍມີລາຍໄດ້ເລັກນ້ອຍຊ່ອຍສາມີ. ນາງມະນີວອນ ກ່າວອີກວ່າ ຢູ່ໃນເຂດເມືອງສະເຕີລິງຂອງນາງ ມີວັດໄທແຫ່ງນຶ່ງ ເອີ້ນວ່າ ວັດຍານນາຣັງສີ ຢູ່ບໍ່ໄກຈາກເຮືອນ ແລະວັດລາວ ພຸດທະວົງ ໃນເມືອງຟອກເກຍເອີ ຄາວຕີ ແລະວັດພຸດທະເມດຕາ ຫຼື ວັດລາວເວີຈີເນຍ ຊຶ່ງເພິ່ນໄດ້ຍ້າຍໄປຢູ່ຣັດແມຣີແລນ ເມື່ອມີງານບຸນຕ່າງໆ ລາວກໍໄດ້ໄປຮ່ວມເຮັດບຸນເປັນປະຈຳ. ນາງມະນີວອນຍັງມີໂອກາດໄດ້ພາຄອບຄົວພ້ອມກັບລູກຊາຍແລະລູກສາວ ກັບຄືນເມືອຢ້ຽມຢາມເອື້ອຍທີ່ຍັງອາໄສຢູ່ໃນລາວ ສອງສາມຄັ້ງແລ້ວເຊັ່ນກັນ.
ທີ່ທ່ານໄດ້ຟັງຜ່ານໄປນັ້ນ ເປັນເລື້ອງລາວ ການເຂົ້າມາຕັ້ງຖິ່ນຖານຂອງນາງມານີວອນ ຄຸນປະລິນ ໃນເມືອງສະເຕີລິງ ລັດເວີຈີເນຍ ກັບສາມີຊາວອາເມຣິກັນເຊື້ອສາຍລາວ ຕັ້ງແຕ່ປີ 2005 ຊຶ່ງນາງ ມັກຊີວິດການເປັນຢູ່ແລະສັງຄົມລາວ ຢູ່ໃນລັດເວີຈີເນຍ ມາພົບກັບລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ອາທິດໜ້າເວລາດຽວກັນນີ້.