ບັນດາທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊົມຊົນຊາວລາວໃນທະວີບອາເມຣິກາມື້ນີ້, ພວກເຮົາມີ ການສຳພາດ ກັບ ຍານາງ ພຽງເພັນ ຫົງທອງ, ຄົນລາວທີ່ອາໄສຢູ່ເມືອງ ລອງ ໄອແລນ, ລັດ ນິວຢອກ ມາສະເໜີທ່ານ. ໃນການສຳພາດນີ້ພວກເຮົາໄດ້ລົມກັບລາວ ກ່ຽວກັບການຕັ້ງຖິ່ນຖານໃໝ່ໃນ ສະຫະລັດ, ການດຳລົງຊີວິດຂອງລາວໃນເມືອງດັ່ງກ່າວ ແລະ ອາຊີບໃນການສອນຄົນເຮັດອາຫານຂອງລາວ. ສະນັ້ນ ເພື່ອເປັນການບໍ່ເສຍເວລາ, ເຊີນທ່ານຕິດຕາມຟັງກັບ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍງານ ວີໂອເອ ລາວ ສຳພາດ ຍານາງ ພຽງເພັນ ຫົງທອງ ນັກສອນການຄົວອາຫານ ລາວ ແລະ ເຈົ້າຂອງປື້ມສູດອາຫານ ລາວ
ຍານາງ ພຽງເພັນ ເປັນນັກແຕ່ງກິນ ແລະ ເຜີຍແຜ່ອາຫານລາວ ຢູ່ໃນເມືອງ ລອງ ໄອແລນ, ລັດ ນິວຢອກ. ລາວຍັງເປັນເຈົ້າຂອງປື້ມ ສູດອາຫານລາວສອງສະບັບ ທີ່ຖືກວາງຂາຍໃນ ສະຫະລັດ. ແຕ່ກ່ອນອື່ນໝົດເຮົາຈະໄປຮູ້ຈັກກັບລາວ ແລະ ວ່າລາວໄດ້ຍ້າຍມາຢູ່ ສະຫະລັດ ໄດ້ແນວໃດ.
Your browser doesn’t support HTML5
ສຽງ 1 ອົບພະຍົບອອກຈາກປະເທດ ລາວ.
ຍານາງ ພຽງເພັນ ໄດ້ມາຮອດ ສະຫະລັດ ຢູ່ເກາະ ລອງ ໄອແອນ ຕັ້ງແຕ່ທຳອິດເລີຍ. ເມືອງດັ່ງກ່າວ ຕັ້ງຢູ່ໃນພາກຕາເວັນອອກ ຂອງເກາະ ແມນແຮັດຕັນ, ເຊິ່ງເປັນທີ່ຕັ້ງຂອງນະຄອນ ນິວຢອກ. ເກາະດັ່ງກ່າວນັ້ນ ປະກອບມີສີ່ເມືອງຄື ເມືອງ ບຣຸກລິນ, ເມືອງ ຄວີນສ໌, ເມືອງ ນາຊໍ ແລະ ເມືອງ ຊັຟຟອກ. ເກາະດັ່ງກ່າວມີປະຊາກອນອາໄສຢູ່ຢ່າງໜາແໜ້ນ ເຊິ່ງເຄິ່ງນຶ່ງຂອງນະຄອນ ນິວຢອກ ນັ້ນແມ່ນອາໄສຢູ່ເມືອງ ບຣຸກລິນ ແລະ ຄວີນສ໌.
Your browser doesn’t support HTML5
ສຽງ 2 ການຕັ້ງຖິ່ນຖານໃໝ່ຢູ່ໃນ ສະຫະລັດ.
ຍານາງ ພຽງເພັນ ໄປທ່ຽວຢູ່ສະຖານທີ່ແຫ່ງນຶ່ງ.
ຍານາງ ພຽງເພັນ ເວົ້າວ່າຕອນມາຮອດ ສະຫະລັດ ທຳອິດແມ່ນໄດ້ພົບຄວາມຫຍຸ້ງຍາກຫຼາຍ, ແຕ່ລາວໄດ້ບອກວ່າລາວໂຊກດີທີ່ໄດ້ ສປອນເຊີ ດີ, ເຂົາເຈົ້າໄດ້ເຮັດໃຫ້ລາວມີໂອກາດຮຽນໜັງສື.
Your browser doesn’t support HTML5
ສຽງ 3 ການປັບໂຕເຂົ້າກັບປະເທດໃໝ່.
ຢູ່ ລອງ ໄອແລນ ບໍ່ມີຄົນລາວຫຼາຍ, ຖ້າມີກໍຈະແມ່ນຫຍັບອອກໄປໄກ ໃນລັດ ນິວຢອກ ພຸ້ນ. ສະນັ້ນເມືອງດັ່ງກ່າວຈຶ່ງບໍ່ມີຄົນພໍທີ່ຈະສ້າງສະມາຄົມຄົນລາວ ຄືກັບບ່ອນອື່ນໆ.
ຍານາງ ພຽງເພັນ ເວົ້າວ່າຢູ່ບ້ານຂອງລາວຫາຊື້ເຄື່ອງແຕ່ງກິນອາຫານລາວໄດ້ຍາກ ຕ້ອງໄດ້ເດີນທາງເຂົ້າໄປຊື້ຢູ່ໃນເມືອງ ແລະ ຄ່າຄອງຊີບຢູ່ທີ່ນັ້ນກໍແພງຫຼາຍຮອງຈາກນະຄອນ ນິວຢອກ ເທົ່ານັ້ນ. ຖ້າທຽບລາຄາອາຫານແລ້ວ, ເຝີຖ້ວຍນຶ່ງກໍເກືອບ 20 ໂດລາ.
ຍານາງ ພຽງເພັນ ຖ່າຍທຳລາຍການສອນຄົວອາຫານລາວ.
ຍານາງ ພຽງເພັນ ເປັນຄົນທີ່ມັກຄົວກິນຕັ້ງແຕ່ຕອນຍັງນ້ອຍ. ແມ່ເຖົ້າ ກັບ ແມ່ຍ່າຂອງລາວມີສວນຜັກ, ແລະ ລາວມັກຈະໄປເກັບເອົາຜັກນັ້ນມາແຕ່ງກິນຢູ່ບ້ານ. ແມ່ນກະທັ້ງໃຫຍ່ຂຶ້ນ, ໄດ້ເຮັດວຽກຢູ່ຫ້ອງການໄດ້ເງິນດີ, ລາວກໍຍັງຄິດ ກ່ຽວກັບ ການເຮັດອາຫານຢູ່. ຍ້ອນແນວນັ້ນຈຶ່ງເປັນສາເຫດເຮັດໃຫ້ລາວໄດ້ຂຽນປື້ມສູດອາຫານອອກມາ, ພ້ອມກັບສອນຄົນເຮັດອາຫານລາວ.
Your browser doesn’t support HTML5
ສຽງ 4 ຄວາມມັກໃນການຄົວອາຫານ.
ລາບປາ ແຊລມັອນ ເຮັດໂດຍຍານາງ ພຽງເພັນ.
ຍານາງ ພຽງເພັນ ໄດ້ສອນຄົນແຕ່ງກິນມາໄດ້ຫຼາຍປີແລ້ວ, ແຕ່ຕອນເລີ່ມສອນໃໝ່ໆນັ້ນລາວໄດ້ໄປສອນຄົນຢູ່ຫໍສະໝຸດ ໄດ້ປະມານປີນຶ່ງສອງປີ.
Your browser doesn’t support HTML5
ສຽງ 5 ການສອນຄົນເຮັດອາຫານ.
ຍານາງ ພຽງເພັນ ໄດ້ພິມປື້ມສູດອາຫານລາວຂາຍສອງສະບັບ ທີ່ມີຈຳໜ່າຍຂາຍໃນ ສະຫະລັດ ເທົ່ານັ້ນ.
Your browser doesn’t support HTML5
ສຽງ 6 ປື້ມສູດອາຫານລາວ.
ປື້ມສູດອາຫານລາວ ຂອງຍານາງ ພຽງເພັນ.
ນອກຈາກສອນຄົນເຮັດອາຫານຢູ່ຫໍສະໝຸດ ແລະ ມີປື້ມສູດອາຫານເປັນຂອງຕົນເອງແລ້ວ. ຍານາງ ພຽງເພັນ ຍັງຮັບໄປເຮັດອາຫານຢູ່ບ້ານຄົນດ້ວຍ. ເຊິ່ງສ່ວນຫຼາຍຈະເປັນຄົນທີ່ຮັ່ງມີອາໄສຢູ່ເມືອງ ລອງ ໄອແລນ ນັ້ນ.