ວີໂອເອ ລາວ ສຳພາດ ທ່ານນາງ ອາໂນລາ ສຸຣະພົລ ຄົນອາເມຣິກັນ ເຊື້ອສາຍລາວ ທີ່ອາໄສຢູ່ລັດ ເວີຈິເນຍ

ທ່ານນາງອາໂນລາ ສຸຣະພົລ

ໃນລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອພາກພາ ສາລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີການສຳພາດກັບ ທ່ານນາງ ອາໂນລາ ສຸຣະພົນ, ຄົນອາເມຣິກັນ ເຊື້ອສາຍລາວ ທີ່ອາໄສຢູ່ລັດ ເວີຈິເນຍ. ເຊິ່ງມື້ນີ້ລາວຈະມາເວົ້າສູ່ຟັງ ກ່ຽວກັບ ອົບພະຍົບມາ ແລະ ດຳລົງຊີວິດຢູ່ໃນ ສະຫະລັດ. ຂໍເຊີນທ່ານໄປຟັງການສຳພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ວີໂອເອ ລາວ ສຳພາດ ທ່ານນາງ ອາໂນລາ ສຸຣະພົນ, ຄົນອາເມຣິກັນ ເຊື້ອສາຍລາວ ທີ່ອາໄສຢູ່ລັດ ເວີຈິເນຍ


ຄົນ ລາວ ທີ່ອົບພະຍົບ ແລະ ຜູ້ຍົກຍ້າຍຖິ່ນມາຢູ່ ສະຫະລັດ ແມ່ນໄດ້ອາໄສຢູ່ລັດ ເວີຈິເນຍ ຈຳ ນວນຫຼາຍ. ເມື່ອທຽບໃສ່ນະຄອນຫຼວງ ວໍຊິງຕັນ ແລະ ລັດ ແມຣີແລນ ທີ່ຢູ່ໃກ້ຄຽງນັ້ນ, ລັດ ເວີຈິເນຍ ແມ່ນມີຄົນ ລາວ ອາໄສສຢູ່ຫຼາຍກວ່າ. ແລະ ຄົນລາວທີ່ພວກເຮົາສຳພາດໃນລາຍການຂອງພວກເຮົາມື້ນີ້ກໍແມ່ນອົບພະຍົບທີ່ໄດ້ມາຕົກຢູ່ລັດເວີຈິເນຍ ຕັ້ງແຕ່ຕອນທຳອິດເລີຍ.

Your browser doesn’t support HTML5

ແນະນຳຕົນເອງ.

ພຸດທະສອນຖາມ: ກ່ອນຍ້າຍມາຢູ່ ສະຫະລັດ ຄອບຄົວເອື້ອຍໄດ້ໄປຢູ່ສູນອົບ ພະຍົບບໍ່?

Your browser doesn’t support HTML5

ຢູ່ສູນອົບພະຍົບ.

ທ່ານນາງ ອາໂນລາ ໄປທ່ຽວກັບຄອບຄົວ.

ພໍ່ແມ່ຂອງທ່ານນາງ ອາໂນລາ ເປັນຄົນທ່າແຂກ ແລະ ທ່ານນາງ ອາໂນລາ ເອງກໍເກີດຢູ່ເມືອງທ່າແຂກ ແຂວງຄຳມ່ວນ. ລາວມີນ້ອງສາວຄົນນຶ່ງກັບອ້າຍຄົນນຶ່ງ. ຄອບຄົວຂອງລາວໄດ້ຍ້າຍໄປຢູ່ນະຄອນຫຼວງວຽງຈັນ ຕັ້ງແຕ່ຕອນລາວຍັງນ້ອຍ.

ປັດຈຸບັນນີ້ພໍ່ແມ່ຂອງທ່ານນາງ ອາໂນລາ ແມ່ນໄດ້ເສຍຊີວິດແລ້ວ. ອ້າຍຂອງລາວແມ່ນອາໄສຢູ່ລັດ ມິນເນໂຊຕ້າ ແລະ ນ້ອງສາວອາໄສຢູ່ລັດເວີຈິເນຍ.

Your browser doesn’t support HTML5

ການຕັ້ງຖິ່ນຖານໃນ ສະຫະລັດ.

ທ່ານນາງ ອາໂນລາ ໄດ້ມາຮອດ ສະຫະລັດ ຕອນອາຍຸ 12. ເວລານັ້ນລາວເວົ້າພາສາອັງກິດບໍ່ໄດ້. ມີຄວາມສັບສົນ ແລະ ຍາກໃນການດຳລົງຊີວິດ. ລາວເວົ້າວ່າລາວຕ້ອງໄດ້ຮຽນຫຼາຍ, ຮຽນນຳຄົນ ອາເມຣິກັນ ແລະ ຮຽນຮູ້ວັດທະນະທຳຂອງເຂົາເຈົ້າ.

Your browser doesn’t support HTML5

ຄວາມລຳບາກໃນການຕັ້ງຊີວິດໃໝ່.

ປັດຈຸບັນນີ້ທ່ານນາງ ອາໂນລາ ໄດ້ຮຽນຈົບການສຶກສາ ລະດັບປະລິນຍາຕີ ສາຂາບໍລິຫານທຸລະ ກິດທີ່ມະຫາວິທະຍາໄລ ຈອຣ໌ຈ ເມສັນ ແລະ ປະລິນຍາໂທແມ່ນການປົກຄອງຢູ່ລັດ ອິນເດຍນາ.

Your browser doesn’t support HTML5

ວຽກງານ.

ທ່ານນາງ ອາໂນລາ ໄປຮ່ວມງານຢູ່ວັດລາວ.


ທ່ານນາງ ອາໂນລາ ຍັງເປັນຄົນໂສດຢູ່ແຕ່ວ່າມີແຟນແລ້ວ. ແຟນເປັນຄົນ ອາເມຣິກັນ ແລະ ດຽວນີ້ເຂົາເຈົ້າກໍອາໄສຢູ່ນຳກັນ.

ປະຊາຊົນສ່ວນຫຼາຍຈະອາໄສຢູ່ໃນເມືອງທີ່ຕັ້ງຢູ່ໃກ້ກັບນະຄອນຫຼວງ ວໍຊິງຕັນ ໄດ້ແກ່ເມືອງ ສປຣິງຟິລດ໌, ອາລິງຕັນ ແລະ ອາເລັກແຊນເດຣຍ, ແຕ່ວ່າ ທ່ານນາງ ອາໂນລາ ເວົ້າວ່າລາວບໍ່ມັກ ແລະ ໄດ້ອາໄສຢູ່ເຂດນອກຂອງພາກເໜືອລັດເວີຈິເນຍ.

Your browser doesn’t support HTML5

ສະຖານທີ່ຢູ່ອາໄສ.

ທ່ານນາງ ອາໂນລາ ເວົ້າວ່າບ່ອນທີ່ລາວອາໄສຢູ່ນັ້ນ ມີຄົນຈາກຫຼາຍຊົນຊາດຊົນເຜົ່າ. ຄົນຢູ່ທີ່ນັ້ນກໍເປັນມິດ ແລະ ມັກຄວາມສະຫງົບ.

Your browser doesn’t support HTML5

ກິດຈະກຳຍາມຫວ່າງ.

ລັດເວີຈິເນຍ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ. ສ່ວນຫຼາຍປະຊາຊົນມັກຈະພາກັນໄປທ່ຽວໃນເມືອງ ແລະ ຮັບປະທານອາຫານຢູ່ແຄມແມ່ນໍ້າ. ລັດດັ່ງກ່າວກໍຕັ້ງຢູ່ຕິດກັບນະຄອນຫຼວງ ວໍຊິງຕັນ, ເຊິ່ງງ່າຍສຳລັບປະຊາຊົນທີ່ຈະເຂົ້າໄປທ່ຽວຊົມຫໍພິພິຕະພັນ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ.