ບັນດາທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີການສຳພາດກັບ ທ່ານ ແອນ້ອຍ ຫານສັກດາ ຫຼື Alex, ລູກຊາຍຂອງອົບພະຍົບ ລາວ, ຜູ້ເຈົ້າຂອງຮ້ານອາຫານລາວປະສົມຢູ່ທີ່ເມືອງ ເຣຊີນ (Racine) ລັດ ວິສຄອນຊິນ. ມື້ນີ້ ລາວຈະມາເວົ້າສູ່ຟັງ ກ່ຽວກັບ ການດຳລົງຊີວິດ, ຊຸມ ຊົນທີ່ລາວອາໄສຢູ່ ແລະ ຮ້ານອາຫານຂອງລາວ. ຂໍເຊີນທ່ານໄປຟັງການສໍາພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍງານ ວີໂອເອພາກພາສາ ລາວ ສຳພາດທ່ານ ແອນ້ອຍ (ອາເລັກສ໌) ຫານສັກດາ ໃນລາຍການ ຊຸມຊົນຊາວລາວ ໃນອາເມຣິກາ
ບັນດາທ່ານ, ຄົນອາເມຣິກັນເຊື້ອສາຍລາວ ທີ່ຂ້າພະເຈົ້າລົມນຳມື້ນີ້ແມ່ນບໍ່ໄດ້ເກີດຢູ່ປະເທດ ລາວ, ເພາະວ່າພໍ່ແມ່ຂອງລາວໄດ້ຫຼົບໜີອອກມາຕັ້ງແຕ່ລາວບໍ່ໄດ້ເກີດ. ແຕ່ວ່າຜູ້ຊາຍຄົນນີ້ແມ່ນຮັກບ້ານເກີດເມືອງນອນຂອງພໍ່ແມ່ລາວ ແລະ ມີຄວາມຄິດວ່າມື້ໃດມື້ນຶ່ງຈະພາເມຍ ແລະ ລູກເມືອຢາມເມືອເບິ່ງ.
Your browser doesn’t support HTML5
ສຽງ 1 ແນະນຳຕົນເອງ ແລະ ຄອບຄົວ
ທ່ານ ອາເລັກສ໌ ມີລູກຊາຍຄົນນຶ່ງ, ປັດຈຸບັນນີ້ແມ່ນຮຽນຢູ່ຊັ້ນ ປໍ 3.
ທ່ານ ອາເລັກສ໌ ເກີດຢູ່ສູນອົບພະຍົບ ອຸບົນ ໃນປະເທດ ໄທ. ລາວໄດ້ມາຮອດ ລັດ ວິສຄອນຊິນ ຂອງ ສະຫະລັດ ປີ 1982, ໂດຍໄດ້ຮັບການສະໜັບສະໜູນ ຈາກໂບດ ລູເຕິນ ໃນລັດ ວິສຄອນຊິນ.
ທ່ານ ອາເລັກສ ໄດ້ເລົ່າ ກ່ຽວກັບ ການຍ້າຍອອກຈາກ ລາວ ມາ ສະຫະລັດ ໃຫ້ຟັງໜ້ອຍນຶ່ງວ່າ
Your browser doesn’t support HTML5
ສຽງ 2 ພໍ່ແມ່ອົບພະຍົບອອກຈາກ ລາວ
ທ່ານ ອາເລັກສ໌ ມີເອື້ອຍສອງຄົນ, ຊື່ວ່າ ແມວ ກັບ ເຜິ້ງ. ຜູ້ຊື່ແມວມີວຽກງານ ເປັນເຈົ້າຂອງອະສັງຫາລິມະຊັບ ຢູ່ນະຄອນ ມິລວອກກີ ລັດ ວິສຄອນຊິນ ແລະ ຜູ້ຊື່ ເຜິ້ງ ມີຮ້ານເສີມສວຍເປັນຂອງຕົນເອງ. ສ່ວນພໍ່ນັ້ນ ໄດ້ເສຍຊີວິດ ແລ້ວ ແລະ ແມ່ແມ່ນຍັງອາໄສຢູ່ກັບທ່ານ ອາເລັກສ໌.
ທ່ານ ອາເລັກສ໌ ຈັດພິທີເພນເຂົ້າໃຫ້ຄູບາ.
ຕັ້ງແຕ່ໄດ້ມາຕົກຢູ່ລັດ ວິສຄອນຊິນ ທ່ານ ອາເລັກສ໌ ກໍບໍ່ໄດ້ຍ້າຍໄປລັດອື່ນ, ເຊິ່ງປັດຈຸບັນນີ້ ລາວຢູ່ເມືອງ ເຣຊີນ
Your browser doesn’t support HTML5
ສຽງ 3 ເມືອງ ເຣຊິນ, ລັດ ວິສຄອນຊິນ ແລະ ຄົນລາວທີ່ອາໄສຢູ່ທີ່ນັ້ນ.
ປ້າຍຮ້ານອາຫານ SapSap ຂອງທ່ານ ອາເລັກສ໌.
ເມືອງ ເຣຊີນ, ເປັນເມືອງນ້ອຍໆຢູ່ລັດ ວິສຄອນຊິນ ທາງພາກຕາເວັນອອກສຽງເໜືອຂອງ ສະຫະ ລັດ. ມີປະຊາກອນປະມານ ເຈັດສິບຫົກພັນກວ່າຄົນ. ສ່ວນໃຫຍ່ແມ່ນຄົນຜິວຂາວ, ຕາມດ້ວຍ ຄົນອາເມຣິກັນເຊື້ອສາຍອາຟຣິກາ, ຄົນອາເມຣິກັນພື້ນເມືອງ, ເອເຊຍ ແລະ ອື່ນໆ. ຄົນລາວທີ່ອາໄສຢູ່ນັ້ນແມ່ນໜ້ອຍຫຼາຍ.
ກ່ອນທີ່ຈະເປີດຮ້ານອາຫານ, ທ່ານ ອາເລັກສ໌ ໄດ້ເປັນນັກເຕັ້ນ Break Dance, ໄດ້ໄປຮ່ວມການແຂ່ງຂັນຫຼາຍຄັ້ງ. ແຕ່ຍ້ອນວ່າລາວໄດ້ຮັບບາດເຈັບຈາກການເຕັ້ນຫຼາຍ ລາວ ແລະ ຄູ່ໝັ້ນຈຶ່ງໄດ້ ຫັນໄປເປີດໂຮງຮຽນສອນເຕັ້ນແທນ.
ການກະກຽມອາຫານຢູ່ໃນເຮືອນຄົວ.
ນອກຈາກນັ້ນ, ທ່ານ ອາເລັກສ໌ ກໍຍັງໄດ້ຊ່ອຍແມ່ເຮັດຢໍ່ຈືນ ແລະ ອາຫານ ອື່ນໆຂາຍ. ເນື່ອງຈາກມີຄົນມັກກິນອາຫານຂອງແມ່ຫຼາຍນັ້ນ, ລາວຈຶ່ງເຫັນວ່າ ເປັນໂອກາດດີ ທີ່ຈະເປີດທຸລະກິດຮ້ານອາ ຫານເປັນຂອງຕົນເອງ.
Your browser doesn’t support HTML5
ສຽງ 4 ທຸລະກິດ ຮ້ານອາຫານ.
ປີນີ້ເປັນປີທຳອິດທີ່ທ່ານ ອາເລັກສ໌ ເປີດຮ້ານອາຫານ. ກ່ອນໜ້ານີ້ລາວມີແຕ່ຂາຍ ແບບຈັດສົ່ງອາ ຫານໃຫ້, ຂາຍອາຫານຢູ່ບຸນ, ແຕ່ງກິນອາຫານສ່ວນຕົວຢູ່ບ້ານ ຄົນ.
ບັນຍາກາດໃນຮ້ານອາຫານ SapSap
ທ່ານ ອາເລັກສ໌ ຢາກໂຄສະນາຮ້ານອາຫານຂອງລາວ ໃຫ້ຄົນ ອາເມຣິກັນ ຮູ້ຈັກປະເທດ ລາວ ຫຼາຍຂຶ້ນ, ໂຄສະນາ ກ່ຽວກັບ ວັດທະນະທຳລາວ. ພ້ອມກັນນັ້ນ ລາວຍັງໄດ້ທຳການລະດົມທຶນ ຈາກການຂາຍອາຫານຂອງລາວດ້ວຍການຫັກເງິນຈຳນວນນຶ່ງ ເພື່ອໄປສະໜັບສະໜູນທະຫານຜ່ານເສິກ ແລະ ອົບພະຍົບ ອັຟການິສຖານ ອີກດ້ວຍ.
Your browser doesn’t support HTML5
ສຽງ 5 ເຊື່ອມໂຍງອາຫານ ລາວ ກັບ ຄົນ ອາເມຣິກັນ.
ແຮມເບີເກີຍອດນິຍົມຂອງຮ້ານ SapSap.
ເມນູຮ້ານອາຫານທ່ານ ອາເລັກສ໌ ຈະເປັນເມນູອາຫານລາວປະຍຸກ, ເປັນອາຫານທີ່ຄົນອາເມຣິກັນ ແລະ ຊາດອື່ນໆສາມາດກິນໄດ້. ເຊິ່ງລາວໄດ້ກ່າວວ່າ
Your browser doesn’t support HTML5
ສຽງ 6 ເມນູອາຫານ.
ທ່ານ ອາເລັກສ໌ ເວົ້າວ່າຕອນເປີດຮ້ານໃໝ່ໆ ລາວກໍຄິດຢູ່ວ່າຈະພົບຄວາມຫຍຸ້ງຍາກ. ແຕ່ຫຼັງຈາກໄດ້ເປີດແລ້ວທຸລະກິດກໍດຳເນີນໄປໄດ້ດີ. ມີປະຊາຊົນໃຫ້ການສະໜັບສະໜູນດ້ວຍການສັ່ງອາ ຫານໄປກິນຢ່າງຫຼວງຫຼາຍ. ປັດຈຸບັນນີ້ທາງຮ້ານກໍໄດ້ເປີດໃຫ້ຄົນເຂົ້າໄປນັ່ງກິນແລ້ວ. ແຕ່ລູກຄ້າຕ້ອງໄດ້ສັກຢາວັກຊີນກັນ COVID-19, ຖ້າບໍ່ໄດ້ສັກກໍຈະບໍ່ໄດ້ເຂົ້າໄປກິນ.
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດກັບ ທ່ານ ແອນ້ອຍ ຫຼື ອາເລັກສ໌ ຫານສັກດາ, ເຈົ້າຂອງຮ້ານອາຫານລາວປະສົມຢູ່ເມືອງ ເຣຊີນ, ລັດ ວິສຄອນຊິນ. ພວກເຮົາຈະມີການສຳພາດໃໝ່ມາສະເໜີທ່ານໃນອາທິດໜ້າ, ເຊິ່ງວ່າຈະແມ່ນໃຜນັ້ນ ຂໍເຊີນທ່ານຕິດຕາມຮັບຟັງ.