ໃນລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວແລງວັນອາທິດມື້ນີ້ ນາງ ວຽງສະຫວັນ ໄຊຈະເລີນ ນັກສຶກສາ ລາວ ຢູ່ເມືອງ ແມນເຊັສເຕີ ລັດ ນິວ ແຮມເຊີ ຈະມາລົມສູ່ຟັງກ່ຽວກັບຮໍ່າຮຽນ ແລະ ອາໄສຢູ່ ສະຫະລັດ, ເຊິ່ງ ພຸດທະສອນ ຈະນໍາເອົາບົດສຳພາດມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍງານ ລາຍການຊຸມຊົນ ລາວ ໃນທະວີບ ອາເມຣິກາ ສຳພາດນັກສຶກສາທຶນ Fulbright ສຳພາດ ນາງ ວຽງສະຫວັນ ໄຊຈະເລີນ
ບັນດາທ່ານຜູ້ຟັງທີ່ເຄົາລົບປົກກະຕິແລ້ວ ພວກເຮົາຈະໄດ້ຟັງການສຳພາດຂອງຄົນລາວທີ່ອາໄສຢູ່ໃນ ສະຫະລັດ ກ່ຽວກັບ ການໃຊ້ຊີວິດຂອງເຂົາເຈົ້າ, ແລະ ຊຸມຊົນທີ່ເຂົາເຈົ້າອາໄສຢູ່ໃນ ທະວີບອາເມຣິກາ, ແຕ່ມື້ນີ້ຂ້າພະເຈົ້າໄດ້ຮັບໂອກາດພິເສດສຳພາດສາສຶກສາຄົນເກັ່ງມາຈາກປະເທດ ລາວ, ເຊິ່ງຕອນນີ້ ລາວກຳລັງສຶກສາຢູ່ມະຫາວິທະຍາໄລ່ແຫ່ງນຶ່ງໃນເມືອງ ແມນເຊັສເຕີ ລັດ ນິວແຮມເຊີ. ເຊີນທ່ານມາຮູ້ຈັກກັບລາວເລີຍ.
Your browser doesn’t support HTML5
ສຽງ 1 ວຽງສະຫວັນ ແນະນຳຕົນເອງ
ວຽງສະຫວັນ ເປັນນຶ່ງໃນນັກສຶກສາລາວ 4 ຄົນທີ່ເສັງໄດ້ທຶນການສຶກສາຂອງ ສະຫະລັດ, ເຊິ່ງທຶນນີ້ຈະມີການແຂ່ງຂັນກັນກັບຄົນໃນທົ່ວປະເທດ ລາວ. ຄົນທີ່ເສັງໄດ້ທຶນດັ່ງກ່າວນີ້ແມ່ນຖືກວ່າເປັນນຶ່ງໃນຄົນທີ່ເກັ່ງ ແລະ ສະຫຼາດຫຼາຍ.
ວຽງສະຫວັນ ຖ່າຍຮູບໂດດຢູ່ຕໍ່ໜ້າຕຶກຫໍລັດຖະສະພາ ສະຫະລັດ.
Your browser doesn’t support HTML5
ສຽງ 2 ວຽງສະຫວັນ ທຶນການສຶກສາ ແລະ ການເດີນທາງຮອດ ສະຫະລັດ
ວຽງສະຫວັນ ຖ່າຍຮູບໃກ້ກັບເທພີເສລີພາບ, ນະຄອນ ນິວຢອກ.
ນັກສຶກສາມະຫາວິທະຍາໄລໃນ ສະຫະລັດ ແມ່ນຈະຮຽນໜັກຫຼາຍ, ໂດຍສະເພາະນັກສຶກສາທຶນລັດຖະບານ. ເຊິ່ງເຂົາເຈົ້າມີແຕ່ຈະຮຽນ ແລະ ບໍ່ສາມາດໄປເຮັດວຽກເສີມໄດ້.
ການໄປສຶກສາຢູ່ຕ່າງປະເທດແມ່ນຄວາມຝັນຂອງໝົດທຸກຄົນ. ການໄດ້ໄປຮຽນຢູ່ຕ່າງປະເທດຈະເປັນໂອກາດໃນການພັດທະນາຕົນເອງ, ຄົ້ນຫາສິ່ງໃໝ່ເຂົ້າໃນປະສົບການຊີວິດ ແລະ ກໍຍັງເປັນການພິສູດເຖິງຄວາມສາມາດທີ່ຈະເພິ່ງພາອາໄສຕົນເອງ ໃນເວລາທີ່ດຳລົງຢູ່ຕາມລຳພັງຢູ່ຕ່າງປະເທດ. ດັ່ງທີ່ ວຽງສະຫວັນ ໄດ້ກ່າວຕໍ່ໄປນີ້
Your browser doesn’t support HTML5
ສຽງ 3 ວຽງສະຫວັນ ການສຶກສາ
ການສຶກສາປະລິຍາໂທຈະໃຊ້ເວລາຢູ່ປະມານ 2 ປີ. ນັກສຶກສາທີ່ຮຽນຈົບຈາກ ສະຫະລັດ ສ່ວນຫຼາຍຈະມີໂອກາດໃນການຫາວຽກໄດ້ດີບໍ່ວ່າຈະເປັນປະເທດຂອງຕົນເອງ ຫຼື ຢູ່ໃນ ສະຫະລັດ.
Your browser doesn’t support HTML5
ສຽງ 4 ວຽງສະຫວັນ ມ່ວນຊື່ນໃນການຮໍ່າຮຽນຢູ່ ສະຫະລັດ
ປັດຈຸບັນນີ້ ວຽງສະຫວັນ ແມ່ນກຳລັງຮຽນທາງອອນໄລນ໌ ຍ້ອມໂຣກລະບາດໄວຣັສໂຄໂຣນາ. ລາວເວົ້າວ່າໄດ້ເລີ່ມຮຽນຕັ້ງແຕ່ເດືອນມີນາ ຈົນເຖິງປັດຈຸບັນ. ວຽງສະຫວັນ ບອກວ່າ ການຮຽນອອນໄລນ໌ ແມ່ນທ້າທາຍ ແລະ ຍາກຫຼາຍ. ເວລາຮຽນຢູ່ໃນຫ້ອງລາວສາມາດຖາມທຸກຄຳຖາມທີ່ຂ້ອງໃຈໄດ້ ແຕ່ວ່າຮຽນອອນໄລນ໌ເວລາທີ່ຈະລົມກັບອາຈານແມ່ນບໍ່ສະດວກ ແລະ ຫໍສະໝຸດແມ່ນໄດ້ ປິດໝົດ. ຂໍ້ມູນສຳລັບບົດຮຽນຕ່າງໆແມ່ນມີແຕ່ໄດ້ເຂົ້າຊອກຫາທາງຄອມພິວເຕີເທົ່ານັ້ນ.
Your browser doesn’t support HTML5
ສຽງ 5 ວຽງສະຫວັນ ເວົ້າ ກ່ຽວກັບ ເມືອງທີ່ລາວຮຽນຢູ່
ວຽງສະຫວັນ ໄປທ່ຽວກັບໝູ່ຢູ່ເມືອງ ຟິລາແດລເຟຍ, ລັດ ເພັນຊິລເວເນຍ.
ລັດ ນິວແຮມເຊີ ຕັ້ງຢູ່ພາກຕາເວັນອອກສຽງເໜືອຂອງ ສະຫະລັດ ຕິດກັບປະເທດ ການາດາ ແລະ ເມືອງ ແມນເຊັສເຕີ ໃນລັດດັ່ງກ່າວກໍເປັນເມືອງທີ່ນ້ອຍ ມີປະຊາກອນປະມານ 110,000 ກວ່າຄົນ.
Your browser doesn’t support HTML5
ສຽງ 6 ອາຫານການກິນ ແລະ ການເດີນທາງ
ລັດດັ່ງກ່າວມີປະຊາກອນຫຼາຍເຊື້ອຊາດຜິວພັນຄືລັດອື່ນໆ ແລະ ອາຫານການກິນກໍ່ຫຼາກຫຼາຍ, ແຕ່ມັນກໍບໍ່ໄດ້ໝາຍຄວາມວ່າອາຫານດັ່ງກ່າວນັ້ນຈະມີທຸກປະເພດ ຫຼື ຫາໄດ້ງ່າຍ. ໂດຍສະເພາະອາຫານລາວ, ເຄື່ອງປຸງຕ່າງໆແມ່ນຕ້ອງໄດ້ໄປຊື້ຢູ່ຕະຫຼາດອາຫານສາກົນ.
Your browser doesn’t support HTML5
ສຽງ 7 ວຽງສະຫວັນ ແຜນການຫຼັງຮຽນຈົບ
ເມືອງ ແມນເຊັສເຕີ ເປັນເມືອງທີ່ດີຫຼາຍສຳລັບການດຳລົງຊີວິດ. ມັນມີຊຸມຊົນທີ່ມີຄວາມຫຼາກຫຼາຍ, ມີຫຼາຍວັດທະນະທຳ, ພ້ອມດ້ວຍສິ່ງແວດລ້ອມອ້ອມຂ້າງທີ່ດີ, ມີສະຖານທີ່ບັນເທີງ ແລະ ບ່ອນທ່ຽວຊົມຕ່າງໆ.